ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ລັດຖະມົນຕີລາວ ຢືນຢັນ ຈະດຳເນີນຄະດີ ຕໍ່ຜູ້ຈັດທຳ ແລະ ຜູ້ນຳໃຊ້ ໃບປະກາດສະນີຍາບັດ ການສຶກສາປອມ


ນັກຮຽນລາວ ກຳລັງພາກັນ ທຳການ ສອບເສັງບົດຮຽນ.
ນັກຮຽນລາວ ກຳລັງພາກັນ ທຳການ ສອບເສັງບົດຮຽນ.

ລັດຖະມົນຕີ​ລາວ​ຢືນຢັນ ທີ່​ຈະ​ດຳເນີນ​ຄະດີ​ຕາມ​ກົດໝາຍ​
ຕໍ່​ຜູ້​ຈັດ​ທຳ ​ແລະ ຜູ້​ທີ່​ໃຊ້​ໃບ​ປະກາດ​ສະ​ນີຍະ​ບັດ​ ດ້ານ​ການ
​ສຶກສາ​ປອມ ທັງ​ໃນ​ສະ​ຖາ​ບັນ​ການ​ສຶກສາ​ຂອງ​ລັດຖະບານ
​ແລະ ​ເອກະ​ຊົນ​ໃນ​ທົ່ວ​ປະ​ເທດ.

ທ່ານພັນ​ຄຳ ວິພາ​ວັນ ຮອງ​ນາຍົກລັດຖະມົນຕີ ​ແລະລັດຖະມົນ
ຕີກະຊວງ​ສຶກສາ​ທິການ​ແລະ​ກິລາ ​ໄດ້ໃຫ້ການ​ຍອມຮັບ​ວ່າ​ໄດ້​ມີ​
ການ​ປອມ​ແປງ​ໃບ​ປະກາດ​ສະ​ນີຍາ​ບັດ ການ​ຈົບການ​ສຶກສາ​ໃນ​ລະດັບ​ຕ່າງໆ ​ເກີດ​ຂຶ້ນຢູ່​ໃນ​
ລາວແລ້ວ​ໃນ​ປັດຈຸບັນ​ນີ້ ​ໂດຍ​ໄດ້​ກວດ​ພົບ​ໃບ​ປະກາດ​ສະ​ນີຍາ​ບັດ​ປອມ ຈົບ​ຊັ້ນມັດ​ທະຍົມ
​ປາຍ ຈຳນວນ 176 ​ໃບ ​ແລະຈົບ​ບາງຄະນະ ​ໃນ​ມະຫາວິທະຍາ​ໄລ​ຂອງ​ລັດຖະບານ ​ແລະ ​ເອກະ​ຊົນ ຈຳນວນ​ໜຶ່ງ.

ຍິ່ງ​ໄປ​ກວ່າ​ນັ້ນ ກໍ​ຍັງ​ກວດ​ພົບ​ວ່າມີ​ພະນັກງານ​ລັດ ຈຳນວນ​ໜຶ່ງ ທີ່​ນຳ​ໃຊ້​ໃບ​ປະກາດ​
ສະ​ນີຍາບັດປອມ ຊຶ່ງ​ຕໍ່​ກໍລະນີ​ດັ່ງກ່າວ​ນີ້ ກໍ​ໄດ້ມີ​ການ​ດຳ​ເນີນ​ມາດ​ຕະການ​ເອົາ​ຜິດ​ຕາມ
​ລະບຽບ​ກົດໝາຍ​ຕໍ່​ພະນັກງານ​ລັດ ​ເຫຼົ່ານັ້ນ​ແລ້ວ ສ່ວນ​ບັນດາ​ຜູ້​ຈັດ​ທຳ ​ແລະ ນັກຮຽນ-
ນັກ​ສຶກສາ ​ທີ່​ໃຊ້​ໃບ​ປະກາດ​ສະ​ນີຍາ​ບັດ​ປອມ​ນັ້ນ ກໍ​ຈະ​ຖືກ​ດຳ​ເນີນ​ຄະດີ​ຕາມ​ກົດໝາຍ
​ເຊັ່ນ​ກັນ ດັ່ງ​ທີ່​ທ່ານ​ພັນ​ຄຳ ​ໄດ້​ໃຫ້ການຢືນຢັນ​ວ່າ:

“ສຳ​ຫລັບ​ໃບ​ປະກາດ​ປອມ​ນີ້ ຄັນ​ເຫັນ​ ຖື​ວ່າ​ບໍ່​ມີ​ອະນຸ​ໂລມ ​ແລ້ວ​ພວກ​ເຮົາ​ກະຊວງ​
ສຶກສາ ກຳລັງ​ປັບປຸງ​ສົ້ນ​ເຂົ້າ-ສົ້ນອອກ ຄັນ​ໃຜ​ປອມ ກະ​ແມ່​ນຄັນ​ກວດ ກໍ​ແມ່ນ​
ເຫັນ​ໂລດ ປອມ​ໃບ​ປະກາດ​ກໍ​ແປ​ວ່າ​ຂີ້​ຕົວະ ກໍ​ແປ​ວ່າ​ສໍ້​ລາດ​ບັງ​ຫລວງ​ຕັ້ງ​ແຕ່​
ຫົວທີແລ້ວ ​ເຂົ້າສັງກັດ​ລັດ ມັນ​ກະສິສໍ້​ລາດ​ບັງ​ຫລວງ​ຄື​ເກົ່າ ​ເອົາ​ອອກລູກ​ດຽວ.”

ສ່ວນ​ກ່ຽວ​ກັບ​ມາດ​ຕະການ​ແກ້ໄຂ ​ບັນຫາ​ການ​ປອມ​ແປງ​ໃບ​ປະກາດ​ສະ​ນີຍາ​ບັດ ໃນລະ
ຍະຕໍ່​ໄປ​ນີ້ ທ່ານ​ພັນ​ຄຳ ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ ທາງ​ກະຊວງ ​ໄດ້​ອອກ​ຄຳ​ສັ່ງ​ແນະນຳ​ໃຫ້ ​ທຸກອົງການ​ຈັດຕັ້ງທັງ​ພາກ​ລັດ ​ແລະ ​ເອກະ​ຊົນ​ເປັນ​ເຈົ້າການ​ຕິດຕາມ ​ແລະ ກວດກາ ​ເອກະສານ ທີ່​ຢັ້ງຢືນ​ວຸດທິການ​ສຶກສາ​ ຂອງ​ຜູ້​ທີ່ຢູ່​ໃນ​ການ​ຄຸ້ມ​ຄອງ​ຂອງ​ອົງການຕົນ ນັບ
ທັງ​ຜູ້​ທີ່​ສະມັກ​ເຂົ້າ​ເຮັດ​ວຽກ​ໃໝ່​ດ້ວຍ ​ໂດຍ​ຖ້າ​ຫາກ​ກວດ​ພົບ​ວ່າ ​ມີ​ການ​ນຳ​ໃຊ້​ໃບ​ປະກາດ​ສະ​ນີຍາ​ບັດ​ປອມ ​ກໍ​ໃຫ້ດຳ​ເນີນ​ການ​ຕາມ​ກົດໝາຍ​ໃນ​ທັນທີ.

ທ່ານພັນ​ຄຳ ວິພາ​ວັນ ຮອງ​ນາຍົກລັດຖະມົນຕີ ​ແລະ ລັດຖະມົນຕີ​ກະຊວງ​ສຶກສາ​ທິການ​ ແລະ​ກິລາ ​ໄດ້ໃຫ້ການ​ຍອມຮັບ​ວ່າ​ໄດ້​ມີ​ການ​ປອມ​ແປງ​ໃບ​ປະກາດ​ສະ​ນີຍາ​ບັດ.
ທ່ານພັນ​ຄຳ ວິພາ​ວັນ ຮອງ​ນາຍົກລັດຖະມົນຕີ ​ແລະ ລັດຖະມົນຕີ​ກະຊວງ​ສຶກສາ​ທິການ​ ແລະ​ກິລາ ​ໄດ້ໃຫ້ການ​ຍອມຮັບ​ວ່າ​ໄດ້​ມີ​ການ​ປອມ​ແປງ​ໃບ​ປະກາດ​ສະ​ນີຍາ​ບັດ.

ນອກຈາກ​ນີ້ ກະຊວງ​ສຶກສາ​ທິການ ກໍ​ຍັງ​ດຳ​ເນີນ​ການ​ປັບ​ປຸງ​ຄືນ
​ໃໝ່​ລະບົບ​ການ​ຕິດຕາມ​ການ​ເຂົ້າຮຽນ ຜົນ​ການ​ຮຽນ​ ແລະ​ ການ
​ເຄື່ອນ​ຍ້າຍ​ຂອງ​ນັກ​ຮຽນ​-ນັກ​ສຶກສາ ນັບ​ແຕ່​ມື້​ທຳ​ອິດ​ ຂອງ​ການ
​ຮຽນ​ຈົນ​ເຖິງ ​ມື້​ຈົບ​ການ​ສຶກສາ​ ທັງ​ໃນ​ສະ​ຖາ​ບັນ​ການ​ສຶກສາ​ຂອງ
​ລັດ​ ແລະ ​ເອກະ​ຊົນ​ທົ່ວ​ປະ​ເທດ​ອີກ​ດ້ວຍ.

ແຕ່​ຢ່າງ​ໃດ​ກໍ​ຕາມ ​ເຈົ້າໜ້າ​ທີ່​ຂັ້ນສູງ ​ໃນ​ກະຊວງ​ສຶກສກທິການ
ກໍ​ຍອມຮັບ​ວ່າການ​ຈັດຕັ້ງປະຕິບັດ​ຢ່າງ​ມີ​ປະສິດທິພາບ ຍັງ​ນັບ
​ເປັນ​ບັນຫາ​ໃນ​ພາກ​ຕົ​ວຈິງ ດັ່ງ​ຈະ​ເຫັນ​ໄດ້​ຈາກ​ການຈັດຕັ້ງປະຕິ
ບັດ​ແຜນການ​ ກະຈາຍ​ໂອກາດ​ດ້ານ​ການ​ສຶກສາ ​ສຳ​ຫລັບ​ເດັກ
​ນ້ອຍທຸກ​ຄົນ ​ໃນ​ທົ່ວ​ປະ​ເທດ​ ໂດຍ​ສະ​ເພາະ ​ແມ່ນ​ຢູ່​ໃນ​ເຂດ​ຊົນ
ນະບົດ ທີ່​ໄດ້​ເລີ້ມ​ຈັດຕັ້ງປະຕິບັດ ນັບ​ແຕ່​ສົກຮຽນ​ປີ 2011-2012 ​
ເປັນຕົ້ນມານັ້ນ ຈະ​ບໍ່ສາມາດ​ບັນລຸ​ຜົນ​ເປົ້າໝາຍ ທີ່​ລັດຖະບານລາວ​ໄດ້ວາງ​ເອົາ​ໄວ້ ​ໃນ
ສົກຮຽນ​ປີ 2014-2015 ຢ່າງ​ແນ່ນອນ.

​ເພາະ​ໃນ​ຂະນະ​ທີ່ ​ເປົ້າໝາຍ​ຕາມ​ແຜນການ​ນັ້ນ ​ໄດ້​ວາງ​ເອົາ​ໄວ້​ວ່າ ​ຈະ​ຕ້ອງ​ກະຈາຍ​ໂອ
ກາດ​ທາງ​ດ້ານ ການ​ສຶກສາ​ສຳ​ຫລັບ​ເດັກນ້ອຍ​ທຸກ​ຄົນ​ໃຫ້​ໄດ້​ເຖິງ 98 ​ເປີ​ເຊັນ ຂອງ​ເດັກ
ນ້ອຍ​ທີ່​ມີ​ອາຍຸ​ລະຫວ່າງ 5-10 ປີ ​ໃນ​ທົ່ວ​ປະ​ເທດ​ພາຍ​ໃນ​ປີ 2015 ນັ້ນ ຫາກ​ແຕ່​ວ່າ ສຳ
ຫລັບ​ການ​ປະຕິບັດ​ຕົວ​ຈິງ​ກັບ​ສາມາດ​ປະຕິບັດ​ໄດ້​ພຽງ 95.2 ​ເປີ​ເຊັນ ​ໂດຍ​ເພີ້​ມຂຶ້ນ 1.2 ​
ເປີ​ເຊັນ ​ເທົ່າ​ນັ້ນ​ເມື່ອ​ທຽບ​ລະຫວ່າງ​ສົກຮຽນ​ປີ 2012-2013 ກັບ 2013-2014 ນີ້.

ໂດຍສາ​ເຫດ​ສຳຄັນ​ທີ່​ເຮັດ​ໃຫ້ການ​ຈັດຕັ້ງປະ​ຕິ​ບັດ​ໄດ້​ຕ່ຳ​ກວ່າ​ເປົ້າໝາຍ​ທີ່​ວາງ​ໄວ້ ກໍ​ຍ້ອນ​ວ່າ ລັດຖະບານ​ບໍ່​ສາມາດ​ ຕອບ​ສະໜອງ​ງົບປະມານ​ໃຫ້​ກັບ​ການ​ຂະຫຍາຍ​ໂອກາດ ​ການ​ສຶກສາ​ໄດ້​ຢ່າງ​ພຽງພໍ ​ແລະ ​ໃນ​ຂະນະ​ດຽວ​ກັນ ບັນຫາ​ຄວາມ​ຍາກຈົນ​ຂອງ​ປະຊາຊົນ ​ໃນ​ຊົນນະບົດ ກໍ​ຍັງ​ໄດ້​ເຮັດ​ໃຫ້​ຈຳນວນ​ເດັກນ້ອຍ ທີ່​ບໍ່​ຈົບ​ຊັ້ນປະຖົມ​ມີ​ຈຳນວນ​ເພີ້​ມຂຶ້ນ ນັບ​ມື້.

ດ້ວຍ​ສະພາບ​ການ​ດັ່ງ​ກ່າວ ຍັງ​ເຮັດ​ໃຫ້​ຄາດໝາຍ​ໄດ້​ວ່າ ລັດຖະບານລາວ​ຈະ​ສາມາດກະ
ຈາຍ​ໂອກາດ​ດ້ານ​ການ​ສຶກສາ ສຳ​ຫລັບ​ເດັກນ້ອຍ​ໄດ້​ບໍ່​ເຖິງ 96 ​ເປີ​ເຊັນ ​ແລະ ​ໃນ​ນີ້ ກໍ​ຈະ
​ມີ​ພຽງ 74 ​ເປີ​ເຊັນ ​ເທົ່າ​ນັ້ນ ທີ່​ຈະ​ມີ​ໂອກາດ​ໄດ້​ຮຽນ​ຈົນ​ຈົບ​ຊັ້ນ​ປະຖົມ ​ໃນ​ສົກ​ຮຽນ​ປີ 2014-
2015 ​ແລະແນ່ນອນ​ວ່າ ​ໂອກາດ​ໃນ​ດ້ານ​ການ​ສຶກສາ​ຊັ້ນສູງ ກໍ​ຍ່ອມ​ທີ່​ຈະ​ມີອັດຕາ​ສະເລ່ຍ
ທີ່​ຕ່ຳ​ກວ່າ​ໃນ​ລະດັບ​ປະຖົມ ​ໂດຍ​ສົກຮຽນ 2012-2013 ໄດ້ມີ​ນັກຮຽນ​ຈົບ​ມັດ​ທະະຍົມ​ປາຍ 44,490 ຄົນ ​ແລະ ຈະ​ມີ​ພຽງ 9,950 ຄົນ ທີ່​ໄດ້​ຮຽນ​ຕໍ່​ໃນ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ທີ່​ມີ​ຢູ່ 4 ​ແຫ່ງ​ໃນ​ປັດຈຸບັນ​ນີ້.

XS
SM
MD
LG