ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວ ຍອມຮັບວ່າ ຜົນຜະລິດ ເຂົ້າປີນີ້ ຈະບໍ່ບັນລຸ ເປົ້າໝາຍ


ການຜະລິດເຂົ້າຂອງຊາວນາລາວ ໃນທົ່ງແຫ່ງນຶ່ງ
ການຜະລິດເຂົ້າຂອງຊາວນາລາວ ໃນທົ່ງແຫ່ງນຶ່ງ
ລັດຖະມົນຕີລາວຍອມຮັບວ່າຜົນຜະລິດເຂົ້າປະຈໍາລະດູການ
2012-2013 ນີ້ ຈະບໍ່ສາມາດປະຕິບັດໄດ້ຕາມເປົ້າໝາຍ
ແຜນການທີ່ວາງໄວ້ເຖິງ 3.8 ລ້ານໂຕນ ເນື່ອງຈາກກະເສດຕະ
ກອນລາວຫັນໄປປູກພືດຊະນິດອື່ນແທນ.
ລິງໂດຍກົງ

ທ່ານ ສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ
ແລະການລົງທຶນຖະແຫຼງຍອມຮັບວ່າ ການຜະລິດເຂົ້າປະຈໍາ
ລະດູການ 2012-2013 ນີ້ ຈະບໍ່ສາມາດປະຕິບັດໃຫ້ບັນລຸຕາມເປົ້າໝາຍແຜນການ
ທີ່ວາງເອົາໄວ້ ໃນປະລິມານລວມເຖິງ 3.8 ລ້ານໂຕນຢ່າງແນ່ນອນ ໂດຍມີສາເຫດສໍາຄັນ
ມາຈາກການທີ່ ກະເສດຕະກອນລາວ ໄດ້ພາກັນລົດພື້ນທີ່ປູກເຂົ້າ ແລະຫັນໄປປູກພືດ
ເສດຖະກິດ ຊະນິດອື່ນຫຼາຍຂຶ້ນ.

ສ່ວນສາເຫດທີ່ເຮັດໃຫ້ກະເສດຕະກອນລາວໄດ້ພາກັນຫັນໄປປູກພືດຊະນິດອື່ນໆ ແທນເຂົ້າຫຼາຍຂຶ້ນນັ້ນ ກໍຍ້ອນວ່າຕົ້ນທຶນໃນການປູກເຂົ້າ ໄດ້ປັບຕົວສູງຂຶ້ນ ໂດຍສະ
ເພາະແມ່ນລາຄາປຸ໋ຍ ລາຄານໍ້າມັນ ແລະຄ່າແຮງງານ ທີ່ເພີ່ມສູງຂື້ນຢ່າງຕໍ່ເນື່ອງ ແຕ່ລາ
ຄາເຂົ້າກັບບໍ່ໄດ້ເພີ່ມຂຶ້ນເລີຍ ຈຶ່ງເຮັດໃຫ້ກະເສດຕະກອນລາວໄດ້ ພາກັນຫັນໄປປູກ
ພືດຊະນິດອື່ນທີ່ເຫັນວ່າມີລາຍຮັບດີກວ່ານັ້ນເອງ.

ທ່ານສົມດີ ດວງດີ ລັດຖະມົນຕີ ກະຊວງແຜນການ ແລະການລົງທຶນຂອງລາວ
ທ່ານສົມດີ ດວງດີ ລັດຖະມົນຕີ ກະຊວງແຜນການ ແລະການລົງທຶນຂອງລາວ

ທ່ານສົມດີ ໄດ້ປະເມີນສະພາບການວ່າ ການຜະລິດເຂົ້າປະຈໍາ
ລະດູການ 2012-​2013 ນີ້ ຈະໄດ້ຜົນຜະລິດທັງໝົດ 3.54​ ລ້ານ
ໂຕນ ຫຼືຄິດເປັນ 93% ຂອງແຜນການປີ ໂດຍຈະເປັນຜົນຜະລິດ
ເຂົ້ານາປີໃນປະລິມານ 2.85 ລ້ານໂຕນ ຜົນຜະລິດເຂົ້າຈາກເຂດ
ເນີນສູງ 195,000 ໂຕນ ແລະຜົນຜະລິດເຂົ້ານາແຊງ 5 ແສນ
ໂຕນ ໂດຍໃນສ່ວນຂອງຜົນຜະລິດເຂົ້ານາແຊງດັ່ງກ່າວກໍຍັງ
ທຽບໄດ້ກັບ 66%​ ຂອງແຜນການເທົ່ານັ້ນ ທັງນີ້ກໍເນື່ອງຈາກວ່າ
ຫຼາຍໆ ພື້ນທີ່ຕ້ອງປະສົບກັບໄພແຫ້ງແລ້ງ ແລະຄອງຊົນລະປະ
ທານຫຼາຍແຫ່ງກໍເປ່ເພ ນໍາອີກ.

ທາງດ້ານ ທ່ານວິໄລວັນ ພົມເຂ ລັດຖະມົນຕີວ່າການກະຊວງກະສິກໍາ-ປ່າໄມ້ ກໍຍອມ
ຮັບວ່າ ໄພທໍາມະຊາດຍັງເປັນປັດໄຈ ທີ່ຈະສົ່ງຜົນກະທົບຕໍ່ແຜນການເພີ່ມຜົນຜະລິດ
ເຂົ້າໃນລາວ ໂດຍຈະເຫັນໄດ້ຈາກທ້າຍປີ 2011 ທີ່ໄພນໍ້າຖ້ວມຄັ້ງໃຫຍ່ ໄດ້ເຮັດໃຫ້ທີ່
ນາຂອງກະເສດຕະກອນລາວ ເສຍຫາຍໄປຄິດເປັນເນື້ອທີ່ລວມກັນ ກວ້າງກວ່າ 1 ແສນ
ເຮັກຕ້າ ຊຶ່ງກໍໄດ້ສົ່ງຜົນກະທົບເຮັດໃຫ້ຜົນຜະລິດເຂົ້າໃນລາວ ບໍ່ເປັນໄປຕາມແຜນການ
ທີ່ວາງໄວ້ ທີ່ລະດັບ 3.3 ລ້ານໂຕນ ຊຶ່ງກໍເຊັ່ນດຽວກັນ ກັບປີ 2012 ທີ່ຜົນຜະລິດເຂົ້າ
ໄດ້ບໍ່ເຖິງ 3.6 ລ້ານໂຕນ ທີ່ມີສາເຫດມາຈາກໄພທໍາມະຊາດທີ່ຮຸນແຮງຂຶ້ນນັບມື້ນັ້ນເອງ.

ແຕ່ຢ່າງໃດກໍຕາມ ທ່ານສົມສະຫວາດ ເລັ່ງສະຫວດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ ນໍາວຽກງານທາງດ້ານເສດຖະກິດຂອງລັດຖະບານລາວ ກໍໄດ້ຖະແຫຼງເຖິງເປົ້າ ໝາຍກ່ຽວກັບການເສີມຂະຫຍາຍການຜະລິດສະບຽງອາຫານ ແລະສິນຄ້າພາຍໃນ
ລາວ ຈາກປັດຈຸບັນໄປຈົນເຖິງປີ 2015 ວ່າ ເປົ້າໝາຍສໍາຄັນທີ່ສຸດກໍຄືການຮັບປະກັນ
ໃຫ້ໄດ້ຢ່າງຄັກແນ່ວ່າ ລາວຈະມີຜົນຜະລິດດ້ານສະບຽງອາຫານຢ່າງພຽງພໍກັບຄວາມ
ຕ້ອງການບໍລິໂພກພາຍໃນແລະສາມາດເພີ່ມການສົ່ງອອກໄປຕ່າງປະເທດ ເພື່ອເຮັດ
ໃຫ້ລາວບໍ່ຕ້ອງປະເຊີນກັບບັນຫາຂາດດຸນການຄ້າຕ່າງປະເທດອີກຕໍ່ໄປ ດັ່ງທີ່ທ່ານ
ສົມສະຫວາດ ໄດ້ຖະແຫຼງຊີ້ແຈງໃນຕອນນຶ່ງວ່າ:

ການຂົນສົ່ງເຂົ້າຂອງຊາວນາຫລັງເກັບກ່ຽວແລ້ວ
ການຂົນສົ່ງເຂົ້າຂອງຊາວນາຫລັງເກັບກ່ຽວແລ້ວ

ດ້ານສະບຽງອາຫານເຖິງປີ 2015 ຜະລິດເຂົ້າໃຫ້ບັນ
ລຸ 4.2 ລ້ານໂຕນ ສູ້ຊົນຜະລິດຊີ້ນໃຫ້ໄດ້ເຖິງ 221,500
ໂຕນ ຕໍ່ປີ ແລະສັດນໍ້າໃຫ້ໄດ້ 157,200 ໂຕນຕໍ່ປີ ດ້ານ
ຜະລິດເປັນສິນຄ້າສູ້ຊົນຜະລິດເຂົ້າເພື່ອສົ່ງອອກໃຫ້ໄດ້
ປະມານ 8 ແສນເຖິງ 1 ລ້ານໂຕນຕໍ່ປີ.”


ຫາກແຕ່ວ່າ ໃນແຜນການປີ 2011-2012 ທີ່ຜ່ານມາ ກໍປາກົດ
ວ່າ ລາວຍັງຄົງ ຕ້ອງປະເຊີນກັບສະພາວະການຂາດດຸນການ
ຄ້າຕ່າງປະເທດເພີ່ມຂຶ້ນ ໂດຍສາເຫດທີ່ເຮັດໃຫ້ລາວ ຕ້ອງປະ
ເຊີນກັບການຂາດດຸນການຄ້າຫຼາຍທີ່ສຸດກໍຄືການນໍາເຂົ້າສິນຄ້າອຸບປະໂພກ ບໍລິໂພກ
ທີ່ກວມເອົາເຖິງ 72% ຂອງການນໍາເຂົ້າທັງໝົດ ໂດຍ ສະເພາະແມ່ນນໍ້າມັນເຊື້ອໄຟ
ນັ້ນ ຖືເປັນສິນຄ້າທີ່ເຮັດໃຫ້ລາວຕ້ອງຂາດດຸນການຄ້າຕ່າງປະເທດ ເພີ່ມຂຶ້ນຫຼາຍທີ່ສຸດ
ໂດຍໃນຕະຫຼອດປີ 2012 ທີ່ຜ່ານມາ ລາວນໍາເຂົ້ານໍ້າມັນເຊື້ອໄຟຈາກຕ່າງປະເທດ ໃນ
ປະລິມານລວມເກີນກວ່າ 800 ລ້ານລິດ ແລະຕາມຄາດໝາຍວ່າຈະເພີ່ມຂື້ນເປັນຫຼາຍ
ກວ່າ 900 ລ້ານລິດໃນປີນີ້.
XS
SM
MD
LG