ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວຍອມຮັບວ່າ ມີການລັກລອບ ນໍາເຂົ້ານໍ້າມັນ ເກີນກໍາໜົດ ຂອງໂຄງການ


ພາບສະແດງສະຖິຕິການລົງທຶນຕ່າງປະເທດໂດຍກົງຢູ່ລາວເປັນຂະແໜງການ
ພາບສະແດງສະຖິຕິການລົງທຶນຕ່າງປະເທດໂດຍກົງຢູ່ລາວເປັນຂະແໜງການ
ລັດຖະມົນຕີລາວຍອມຮັບວ່າການນໍາເຂົ້ານໍ້າມັນຢ່າງບໍ່ຖືກຕ້ອງ
ຕາມກົດໝາຍແລະ ການນໍ້າເຂົ້າເກີນກວ່າໂຄຕ້າຂອງບໍລິສັດ
ຕ່າງຊາດ ເຮັດໃຫ້ເກີດການຮົ່ວໄຫຼຂອງລາຍຮັບຂອງລັດຖະ
ບານລາວຫຼາຍຂຶ້ນນັບມື້.

ທ່ານ ພູນເພັດ ຄໍາພູນວົງ ລັດຖະມົນຕີວ່າການກະຊວງການ
ເງິນຖະແຫຼງຢືນຢັນວ່າ ສາເຫດສໍາຄັນປະການນຶ່ງທີ່ເຮັດໃຫ້
ການຈັດເກັບລາຍຮັບຈາກພາສີ ແລະອາກອນຕ່າງໆຂອງລັດຖະບານລາວ ບໍ່ເປັນໄປ
ຕາມແຜນການທີ່ວາງໄວ້ນັ້ນ ກໍຄືການທີ່ບັນດາບໍລິສັດຕ່າງຊາດທີ່ລົງທຶນໃນລາວຈໍາ
ນວນນຶ່ງບໍ່ປະຕິບັດຕາມລະບຽບກົດໝາຍ ກ່ຽວກັບການນໍາເຂົ້ານໍ້າມັນເຊື້ອໄຟ ແລະ
ຍວດຍານພາຫານະຕ່າງໆ ເພື່ອນໍາມາຮັບໃຊ້ໃນການລົງທຶນຂອງພວກຕົນ.

ທັງນີ້ກໍເນື່ອງຈາກວ່າ ກົດໝາຍວ່າດ້ວຍການລົງທຶນໃນລາວນັ້ນ ຈະຍົກເວັ້ນພາສີ ແລະ
ອາກອນນໍາເຂົ້ານໍ້າມັນເຊື້ອໄຟ ແລະຍານພາຫະນະໃຫ້ກັບ ບັນດາບໍລິສັດຕ່າງຊາດທີ່ໄດ້
ນໍາເຂົ້ານໍ້າມັນເຊື້ອໄຟ ແລະຍານພາຫະນະຕ່າງໆມາຮັບໃຊ້ໂຄງການລົງທຶນຕ່າງໆໃນລາວ
ຫາກແຕ່ໃນການປະຕິບັດຕົວຈິງນັ້ນ ກັບປາກົດວ່າໄດ້ມີການນໍາເຂົ້ານໍ້າມັນເຊື້ອໄຟ ໃນປະ
ລິມານທີ່ຫຼາຍເກີນກວ່າຄວາມຕ້ອງການທີ່ເປັນຈິງ ຊຶ່ງກໍເຊັ່ນດຽວກັນກັບຍານພາຫະນະ
ທີ່ນໍາເຂົ້າມາຢ່າງບໍ່ສອດຄ່ອງກັບລັກສະນະຂອງໂຄງການລົງທຶນ ແຕ່ກໍຍັງໄດ້ລວມເຂົ້າໃນ
ລາຍການທີ່ໄດ້ຮັບການຍົກເວັ້ນພາສີອາກອນດັ່ງກ່າວ.

ເພາະສະນັ້ນ ຜົນທີ່ຕິດຕາມມາກໍຄືການຮົ່ວໄຫຼຂອງລາຍຮັບຂອງລັດຖະບານລາວ ແລະທີ່
ໜັກໄປກວ່ານັ້ນ ກໍຄືບັນດາບໍລິສັດຕ່າງຊາດ ທີ່ນໍາເຂົ້ານໍ້າມັນເຊື້ອໄຟເກີນລະດັບຄວາມ
ຕ້ອງການທີ່ເປັນຈິງດັ່ງກ່າວ ກໍຍັງໄດ້ພາກັນນໍາເຂົ້ານໍ້າມັນເຊື້ອໄຟເຫຼົ່ານັ້ນ ອອກຈໍາໜ່າຍ
ໂດຍບໍ່ໄດ້ຮັບອະນຸຍາດ ແລະບໍ່ເສຍພາສີຕາມກົດໝາຍໃນລາວ ອີກດ້ວຍ ຊຶ່ງກໍເຊັ່ນດຽວກັນ
ກັບຍານພາຫະນະທີ່ນໍາເຂົ້າຢ່າງຜິດວັດຖຸປະສົງນັ້ນ ກໍບໍ່ໄດ້ນໍາໃຊ້ໃຫ້ເປັນປະໂຫຍດຕໍ່ໂຄງ
ການລົງທຶນໃນລາວແຕ່ຢ່າງໃດ ດັ່ງທີ່ທ່ານ ພູເພັດ ໄດ້ຢືນຢັນວ່າ:

ລາຍຮັບຈາການເກັບພາສີອາກອນຈາກນໍ້າມັນເຊື້ອໄຟ ມີທ່າອຽງຫຼຸດລົງຢ່າງ
ຕໍ່ເນື່ອງ ຍ້ອນວ່າບໍລິສັດນໍ້າມັນທີ່ນໍາເຂົ້ານໍ້າມັນ ແລະເສຍພາສີອາກອນທີ່ຖືກ
ຕ້ອງ ເຂົາບໍ່ສາມາດຂາຍໃຫ້ປໍ້າ ບັນດາປໍ້າຫັນໄປຊື້ນໍ້າມັນຈາກບັນດາໂຄງການ
ທີ່ນໍາ ຂົ້າໂດຍການຍົກເວັ້ນພາສີອາກອນ ແລະມັນກໍມີລາຄາຖືກກວ່າ ຕົວຢ່າງ
ບໍລິ ສັດນໍ້າມັນເຊື້ອໄຟລາວເອງ ເຂົາເຈົ້າກໍບໍ່ສາມາດຂາຍນໍ້າມັນໃຫ້ບໍລິສັດລູກ
ບໍລິສັດສາຂາຢູ່ຕ່າງແຂວງ ເພາະວ່າບັນດາບໍລິສັດເຫຼົ່ານັ້ນຢູ່ຕ່າງແຂວງໄດ້ ຫັນ
ໄປຊື້ນໍ້າມັນນໍາໂຄງການ.”


ການຈັດລໍາດັບການສໍ້ລາດບັງຫລວງໃນບັນດາປະເທດອາຊ່ຽນ
ການຈັດລໍາດັບການສໍ້ລາດບັງຫລວງໃນບັນດາປະເທດອາຊ່ຽນ

ກ່ອນໜ້ານີ້ ອົງການກວດສອບແຫ່ງລັດ ໄດ້ສະຫລຸບຜົນການ
ກວດສອບການຈັດຕັ້ງປະຕິບັດທາງດ້ານງົບປະມານລາຍຮັບ-
ລາຍຈ່າຍຂອງລັດຖະບານລາວໃນລະຍະແຜນການປະຈໍາປີ
2010-2011 ທີ່ຜ່ານມາ ໂດຍໄດ້ນໍາສະເໜີລາຍງານສະລຸບ
ຜົນດັ່ງກ່າວຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 5 ຂອງສະພາ
ແຫ່ງຊາດລາວຊຸດທີ 7 ວ່າໄດ້ກວດພົບການໃຊ້ຈ່າຍງົບປະ
ມານທີ່ບໍ່ເປັນໄປຕາມແຜນການ ຫຼືທີ່ເປັນການໃຊ້ຈ່າຍນອກ
ບັນຊີ ຄິດເປັນມູນຄ່າລວມເຖິງ 1,933.33 ຕື້ກີບ ຫຼືປະມານ
254 ລ້ານໂດລາ.

ການໃຊ້ຈ່າຍນອກບັນຊີດັ່ງກ່າວນີ້ ແບ່ງເປັນດ້ານແຜນການງົບປະມານລາຍຮັບ 416.58
ຕື້ກີບ ແລະໃນດ້ານແຜນການງົບປະມານລາຍຈ່າຍ 1,516.75 ຕື້ກີບ ຊຶ່ງເທົ່າກັບ 2.9%
ຂອງລາຍຮັບທີ່ຈັດເກັບໄດ້ທັງໝົດ 9.84% ຂອງລາຍຈ່າຍທີ່ປະຕິບັດໄດ້ທັງໝົດເທົ່ານັ້ນ
ກໍຕາມ ຫາກແຕ່ກໍຕ້ອງຖືວ່າ ເປັນການຮົ່ວໄຫຼຂອງງົບປະມານລາຍຮັບ ແລະລາຍຈ່າຍທີ່
ເພີ່ມຂຶ້ນຈາກແຜນການປີ 2009-2010 ໃນລະດັບທີ່ສູງພໍສົມຄວນ ທັງຍັງເປັນການສະແດງ
ໃຫ້ເຫັນເຖິງການປະຕິບັດໜ້າທີ່ຢ່າງບໍ່ຊື່ສັດຂອງບັນດາພະນັກງານລັດຖະບານອີກດ້ວຍ.

ທາງດ້ານກະຊວງການເງິນ ກໍລາຍງານວ່າ ໃນແຜນການປີ 2012-2013 ລັດຖະບານລາວ
ຈະຕ້ອງຈັດເກັບລາຍຮັບໃຫ້ໄດ້ເພີ່ມຂຶ້ນຈາກແຜນການປີ 2011-2012 ຄິດເປັນສັດສ່ວນ
ເຖິງ 30.35% ເນື່ອງຈາກວ່າ ລັດຖະບານມີພາລະໃນດ້ານລາຍຈ່າຍຫຼາຍຂຶ້ນ ອັນເປັນຜົນ
ໂດຍກົງຈາກການປັບຂຶ້ນເງິນເດືອນໃຫ້ພະນັກງານຂອງລັດຖະບານໃນທົ່ວປະເທດ ຊຶ່ງໄດ້
ເລີ່ມການປະຕິບັດຈັດຕັ້ງນັບແຕ່ເດືອນຕຸລາ ປີ 2012 ເປັນຕົ້ນມາແລ້ວ.

ຖ້າຫາກການຈັດເກັບລາຍຮັບແລະການຊ່ວຍເຫຼືອຈາກຕ່າງປະເທດເປັນໄປ ຕາມເປົ້າໝາຍ
ທີ່ວາງເອົາໄວ້ ກໍຈະເຮັດໃຫ້ລັດຖະບານມີລາຍຮັບລວມ 19,927 ຕື້ ກີບ ຄິດເປັນ 24.96%
ຂອງຄາດໝາຍຜະລິດຕະພັນລວມພາຍໃນ ຫຼື GDP ຕະຫຼອດແຜນການປີ ໂດຍໃນນີ້ກໍ
ຄາດວ່າຈະເປັນລາຍຮັບຈາກພາຍໃນປະເທດໄດ້ ໃນມູນຄ່າ 15,289 ຕື້ກີບ ຊຶ່ງກໍໝາຍ
ຄວາມວ່າ ລັດຖະບານລາວຈະຕ້ອງໄດ້ຮັບ ການຊ່ວຍເຫຼືອລ້າຈາກຕ່າງປະເທດເຖິງ 4,638 ຕື້ກີບ ຫຼືປະມານ 587 ລ້ານ ໂດລານັ້ນເອງ.
XS
SM
MD
LG