ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລັດຖະບານລາວ ​ຈະ​ບໍ່​ສາມາດ ​ບັນລຸ​ເປົ້າໝາຍ ການ​ຫລຸດຜ່ອນ ​ບັນຫາ​ຄວາມທຸກ​ຍາກ ຂອງ​ປະຊາຊົນ


ການ​ລົບ​ລ້າງ​ບັນຫາ ຄວາມທຸ​ກຍາກ​ ຂອງປະຊາຊົນ​ລາວ ຈະ​ບໍ່​ສາມາດ ​ບັນລຸ​ເປົ້າໝາຍ​ໄດ້ ​ຕາມ​ແຜນການ​ທີ່​ວາງ​ໄວ້​ໃນ​ປີ 2015.
ການ​ລົບ​ລ້າງ​ບັນຫາ ຄວາມທຸ​ກຍາກ​ ຂອງປະຊາຊົນ​ລາວ ຈະ​ບໍ່​ສາມາດ ​ບັນລຸ​ເປົ້າໝາຍ​ໄດ້ ​ຕາມ​ແຜນການ​ທີ່​ວາງ​ໄວ້​ໃນ​ປີ 2015.

ລັດຖະມົນຕີ​ລາວ ຍອມຮັບ​ວ່າ ລັດຖະບານ​ຈະ​ບໍ່​ສາມາດ​ບັນລຸ
​ເປົ້າໝາຍ ການ​ຫລຸດຜ່ອນ​ບັນຫາ​ຄວາມທຸກ​ຍາກ ຂອງ​ປະຊາຊົນ
​ໃນ​ປີ 2015 ​ໂດຍ​ສະ​ເພາະ​ແມ່ນ​ໃນ​ເຂ​ດຊົນນະບົດ​ຂອງ 10 ​ແຂວງ.

ທ່ານ​ບຸນ​ເຮືອງ ດວງ​ພະຈັນ ລັດ​ຖະມົນຕີ​ປະຈຳ​ສຳນັກງານ​ນາຍົກລັດຖະມົນຕີ ​ແລະ
​ຫົວໜ້າຄະນະ​ພັດ​ທະນາ​ຊົນນະບົດ ​ແລະ​ລົບ​ລ້າງ​ຄວາມ​ທຸກ​ຍາກ​ຂັ້ນສູນ​ກາງ ​ໄດ້​ຖະ
​ແຫລ​ງຍອມຮັບ ​ຕໍ່​ກອງ​ປະຊຸມ​ສະໄໝ​ສາມັນ​ຄັ້ງທີ 7 ຂອງ​ສະພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ
7 ​ໃນ​ທ້າຍ​ເດືອນກໍລະກົດ​ນີ້ ວ່າ​ເປັນ​ການ​ຍາກ​ຢ່າງ​ຍິ່ງ ​ທີ່​ລັດຖະບານ​ລາວ ຈະ​ຈັດຕັ້ງ
ປະຕິບັດ ​ໃຫ້​ບັນລຸ​ເປົ້າໝາຍ​ ສະ​ຫັດ​ສະ​ຫວັດ​ການພັດທະນາ ​ເພື່ອ​ການ​ລົບ​ລ້າງ​ບັນຫາ
ຄວາມທຸ​ກຍາກ​ຂອງປະຊາຊົນ​ລາວ ​ໄດ້​ຕາມ​ແຜນການ​ທີ່​ວາງ​ໄວ້​ໃນ​ປີ 2015.

ທ່ານ​ບຸນ​ເຮືອງ ດວງ​ພະຈັນ ລັດ​ຖະມົນຕີ​ປະຈຳ​ສຳນັກງານ​ນາຍົກ ລັດຖະມົນຕີ ​ແລະ ​ຫົວໜ້າຄະນະ​ພັດ​ທະນາ​ຊົນນະບົດ ​ແລະ​ລົບ​ລ້າງ​ຄວາມ​ທຸກ​ຍາກ​ຂັ້ນສູນ​ກາງ.
ທ່ານ​ບຸນ​ເຮືອງ ດວງ​ພະຈັນ ລັດ​ຖະມົນຕີ​ປະຈຳ​ສຳນັກງານ​ນາຍົກ ລັດຖະມົນຕີ ​ແລະ ​ຫົວໜ້າຄະນະ​ພັດ​ທະນາ​ຊົນນະບົດ ​ແລະ​ລົບ​ລ້າງ​ຄວາມ​ທຸກ​ຍາກ​ຂັ້ນສູນ​ກາງ.

ທັງ​ນີ້​ກໍ​ເນື່ອງ​ຈາກ​ວ່າການ​ຈັດຕັ້ງປະຕິບັດ​ແຜນການ​ໃນ​ລະຍະ
3 ປີ ທີ່​ຜານ​ມາ​ນີ້ ລັດຖະບານ​ ສາມາດ​ລົບ​ລ້າງ​ບັນຫາ​ຄວາມ​
ຍາກຈົນ​ຂອງ​ປະຊາຊົນ​ລາ​ວ​ໄດ້​ໃນ​ພື້ນ​ທີ່ 886 ບ້ານ ຄິດ​ເປັນ
9.9 ​ເປີ​ເຊັນ ຂອງ​ຈຳນວນ​ບ້ານ​ທີ່​ມີ​ຢູ່​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ
ຊຶ່ງ​ຄິດ​ສະ​ເລ່ຍ​ເປັນ​ລະດັບ​ຄວາມ​ສາມາດ​ ໃນ​ການ​ລົບ​ລ້າງ​ບັນ
ຫາ​ຄວາ​ມຍາກຈົນ​ໄດ້​ພຽງ​ແຕ່ 3 ​ເປີ​ເຊັນ ກວ່າ​ເທົ່າ​ນັ້ນ ​ໃນ​ແຕ່
ລະ​ປີ ຫາກ​ແຕ່​ວ່າ​ໃນ​ປັດຈຸບັນ​ກໍ​ຍັງ​ເຫຼືອບ້ານ​ຍາກຈົນ​ຢູ່​ໃນ​ລາວ
​ເຖິງ 2,289 ບ້ານຫຼືຄິດ​ເປັນ 26​.72 ​ເປີ​ເຊັນ ຂອງ​ຈຳນວນ​ບ້ານ
​ທັງ​ໝົດ ດັ່ງ​ທີ່ທ່ານ​ບຸນ​ເຮືອງໄດ້​ຊີ້​ແຈງ​ວ່າ:

“ຄາດໝາຍ​ສູ້​ຊົນ​ສົກ​ປີ 2014-2015 ​ແມ່ນ​ມີ​ຄວາມ​ເປັນ​
ໄປ​ໄດ້​ພຽງ​ໃດ ບ້ານ​ທຸກ​ຍາກ​ບໍ່​ມີ​ທາງ​ເຂົ້າ​ເຖິງ​ທຽວ​ໄດ້​ຕະ
ຫລອດ​ປີ ປະຊາຊົນ​ມີ​ລາຍ​ຮັບ​ຕ່ຳ ​ແລະ​ບໍ່​ມີ​ນ້ຳສະອາດ​
ຊົມ​ໃຊ້ ບ້ານ​ທຸກ​ຍາກ​ຍັງ​ເຫຼືອ 27 ​ເປີ​ເຊັນ ຂອງ​ບ້ານ​ທັງ​ໝົດ.”

ຍິ່ງ​ໄປ​ກວ່າ​ນັ້ນ ການ​ພັດທະນາ​ທາງ​ເສດຖະກິດ​ໃນ​ລາວ ​ໃນ​ລະຍະ​ທີ່​ຜ່ານ​ມາ​ກໍ​ຍັງ​ເຮັດ
​ໃຫ້​ເກີດ​ມີ​ບັນຫາ​ກ່ຽວ​ກັບ​ຄວາມ​ແຕກ​ໂຕນ​ກັນ​ ໃນ​ລະດັບ​ການ​ພັດທະນາ​ທາງ​ເສດຖະກິດ​
ລະ​ຫວ່າງ​ເຂດ​ເມືອງ​ກັບ​ເຂດ​ຊົນນະບົດ ​ເພີ້​ມຂຶ້ນນັບ​ມື​ອີກ​ດ້ວຍ ​ໂດຍ​ຈະ​ເຫັນໄດ້​ຈາກ​ການ​
ພັດທະນາ​ທາງ​ເສດຖະກິດ ​ໃນ​ເຂດ​ນະຄອນຫລວງ​ວຽງ​ຈັນ ທີ່​ຄາດ​ວ່າ​ຈະ​ມີ​ຍອດ​ຜະລິດ
​ຕະພັນ​ລວມ (GDP) ​ເຖິງ 29,912 ຕື້​ກີບ​ໃນ​ຕະຫລອດ​ແຜນການ​ປີ 2013-2014 ນີ້
ຊຶ່ງ​ຈະ​ຖົວ​ສະ​ເລ່ຍ​ເປັນ​ລາຍ​ໄດ້​ຂອງ​ປະຊາຊົນ​ໃນ​ເຂດ​ນະຄອນຫລວງ​ວຽງ​ຈັນ​ໄດ້​ເຖິງ
30 ລ້ານ​ກີບ ຫຼື 3,800 ດອນ​ລາ​ຕໍ່​ຄົນ​ຕໍ່​ປີ.

ໂຮງຮຽນ ໃນເຂດຊົນນະບົດ ແຫ່ງນຶ່ງ ໃນລາວ
ໂຮງຮຽນ ໃນເຂດຊົນນະບົດ ແຫ່ງນຶ່ງ ໃນລາວ

​ຫາກ​ແຕ່​ວ່າ​ສຳ​ຫລັບ​ປະຊາຊົນ​ລາວ ​ທີ່ຢູ່​ແຂວງ​ຜົ້ງ​ສາລີ ກັບ​ຍັງ
​ມີ​ລາຍ​ໄດ້​ສະ​ເລ່ຍ​ພຽງ 6 ລ້ານ​ກີບ ຫຼື 745 ດອນ​ລາ​ຕໍ່​ຄົນ​ຕໍ່​ປີ
​ເທົ່າ​ນັ້ນ ​ໃນຂະນະ​ທີ່​ອັດຕາ​ຄວາມ​ຍາກ​ຈົນ​ຂອງ​ປະຊາຊົນ​ລາວ​
ໃນ​ແຂວງ​ດັ່ງກ່າວ​ກໍ​ຍັງ​ສູງ​ກວ່າ 45 ​ເປີ​ເຊັນ ຂອງ​ປະຊາກອນ​
ທັງໝົດ ໃນ​ປັດຈຸບັນ ​ເພາະສະນັ້ນ ຈຶ່ງ​ເປັນ​ການ​ຍາ​ກຢ່າງ​ຍິ່ງ​
ທີ່​ແຂວງ​ຜົ້ງສາລີ​ຈະ​ສາມາດ​ລົບ​ລ້າງບັນຫາ​ຄວາມ​ຍາກຈົນໄດ້​
ຕາມ​ເປົ້າໝາຍ​ທີ່​ລັດ​ຖະບານ​ລາວໄດ້​ວາງ​ໄວ້ ​ໃນ​ປີ 2015 ດັ່ງ
ກ່າວ ​ໂດຍ​ນອກຈາກ​ແຂວງ​ຜົ້ງສາລີ​ແລ້ວ ກໍ​ຍັງ​ມີ​ອີກ 9 ​ແຂວງ
ທີ່​ມີ​ອັດຕາ​ຄວາມ​ຍາກຈົນ ​ໃນ​ລະດັບ​ສະ​ເລ່ຍທີ່​ສູງ​ເຊັ່ນ​ກັນ ກໍ​ຄື
​ແຂວງ​ຫົວພັນ ອຸດົມ​ໄຊ ຫລວງ​ນ້ຳ​ທາ ບໍ່​ແກ້ວ ໄຊ​ສົມບູນ ຄຳ​ມ່ວນ ​
ເ​ຊກອງ ສາລະ​ວັນ ​ແລະ ​ແຂວງ​ອັດ​ຕະປື.

ໂດຍ​ລັດຖະບານ​ລາວ ​ໄດ້​ວາງ​ເປົ້າໝາຍ​ທີ່​ຈະ​ລົບ​ລ້າງ​ບັນຫາ​ຄວາມ​ຍາກຈົນ​ຂອງ​ປະຊາ
ຊົນ​ບັນດາ​ເຜົ່າ​ໃຫ້​ໄດ້​ໂດຍ​ພື້ນຖານ​ພາຍ​ໃນ​ປີ 2015 ກໍ​ຄື​ການ​ລົດ​ບັນຫາ​ຄວາມ​ຍາກຈົນ​
ຂອງ​ປະຊາຊົນ​ລາວ​ລົງ​ສູ່​ບໍ່​ເກີນ 10 ​ເປີ​ເຊັນ​ຂອງຈຳນວນ ​ຄອບ​ຄົວ​ທັງ​ໝົດ ​ໃນ​ປີ 2015
ທັງ​ນີ້ກໍ​ເພື່ອ​ໃຫ້​ເປັນ​ພື້ນ​ຖານ ​ຮອງ​ຮັບ​ເປົ້າໝາຍ ​ທີ່​ພັກ​ປະຊາຊົນ​ປະຕິວັດລາວ ​ແລະ​ລັດຖະບານ​ລາວ ຈະ​ນຳພາ​ປະ​ເທ​ດຊາດ​ໄປ​ສູ່​ການ​ຫລຸດ​ພົ້ນຈາກ​ສະພາບ​ດ້ອຍ​ພັດທະນາ​
ໃຫ້​ໄດ້​ພາຍ​ໃນ​ປີ 2020 ຕໍ່​ໄປ ຊຶ່ງ​ໃນ​ສະພາບ​ການ​ຕົວ​ຈິງ ກໍ​ຄົງ​ຈະ​ເປັນ​ໄປ​ໄດ້​ຍາກ ​ໂດຍ​ມີ​
ສາ​ເຫດ​ມາ​ຈາກ​ ບັນຫາທີ່​ກ່ຽວກັບ​ຄວາມ​ແຕກ​ໂຕນ​ກັນ​ ໃນ​ລະດັບ​ຂອງ​ການ​ພັດທະນາ​
ດັ່ງກ່າວ.

ຢູ່ໃນເຂດຊົນນະບົດທີ່ສອກຫລີກຫ່າງໄກ ແມ່ຍິງຕ້ອງໄປຫາບນ້ຳມາແຕ່ໄກໆ.
ຢູ່ໃນເຂດຊົນນະບົດທີ່ສອກຫລີກຫ່າງໄກ ແມ່ຍິງຕ້ອງໄປຫາບນ້ຳມາແຕ່ໄກໆ.

ກ່ອນ​ໜ້າ​ນີ້ ທ່ານ​ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີລາວ ​
ໄດ້​ຖະ​ແຫລ​ງວ່າ ການ​ຈັດຕັ້ງປະຕິບັດ​ແຜນການ​ພັດທະນາ
​ເສດຖະກິດ ​ແລະ​ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງທີ 7 ​ໃນ​ລະຍະ
​ເຄິ່ງ​ແຜນການ​ທີ່​ຜ່ານ​ມາ​ ໄດ້​ມີ​ໝາກຜົນ​ທີ່​ພົ້ນ​ເດັ່ນ ​ເກີດ​ຂຶ້ນ​
ໃນຫຼາຍດ້ານ ​ເຊັ່ນ​ດ້ານ​ເສດຖະກິດ​ ກໍ​ໄດ້​ຂະຫຍາຍຕົວ​ຢ່າງ
​ຕໍ່​ເນື່ອງ ​ແລະ​ໝັ້ນທ່ຽງ ​ໂດຍ​ເຮັດ​ໃຫ້ GDP ​ເພີ້​ມຂຶ້ນ​ໃນ​ອັດຕາ​
ສ​ະ​ເລ່ຍ​ເຖິງ 8.2 ​ເປີ​ເຊັນ​ຕໍ່​ປີ ​ແລະ​ກໍ​ຖົວ​ສະ​ເລ່ຍ​ເປັນ​ລາຍ​ຮັບ
​ຂອງ​ປະຊາຊົນ​ລາວ​ໄດ້​ເຖິງ 1,500 ດອນລາຕໍ່​ຄົນ​ໃນ​ປັດຈຸບັນ​ນີ້.

ຍິ່ງ​ໄປ​ກວ່າ​ນັ້ນ ດ້ວຍ​ການຈັດຕັ້ງ ປະຕິບັດ​ແຜນການ​ ໃນ​ລະຍະ​
ທີ່​ຜ່ານ​ມາ​ດັ່ງກ່າວ​ ກໍ​ຍັງ​ເຮັດ​ໃຫ້​ອັດ​ຕາສະ​ເລ່ຍຄວາມທຸກ​ຍາກ​ ຂອງ​ປະ​ຊາ​ຊົນ​ລາວ​ລົດ​ລົງ
ມາ​ຢູ່ທີ່​ລະດັບ 19 ​ເປີ​ເຊັນ ຂອງ​ຈຳນວນ​ປະຊາກອນ​ທັງ​ໝົດ ຫຼື ບໍ່​ເກີນ 14.8 ​ເປີ​ເຊັນ ຂອງ​ຈຳນວນ​ຄົວ​ເຮືອນ​ທັງ​ໝົດ​ໃນ​ທ້າຍ​ປີ 2013 ທີ່​ຜ່ານ​ມາ​ອີກ​ດ້ວຍ.

XS
SM
MD
LG