ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວຍອມຮັບວ່າ ບັນຫາຫຍໍ້ທໍ້ ທາງສັງຄົມ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ


ທ່ານນາງບຸນເພັງ ມູນໂພໄຊ (ຢືນຢູ່) ລັດຖະມົນຕີ ປະຈໍາສໍານັກງານ
ນາຍົກລັດຖະມົນຕີ ອອກຄໍາເຫັນ ໃນກອງປະຊຸມສະໄໝສາມັນ
ຄັ້ງທີ 5 ຂອງສະພາແຫ່ງຊາດລາວ ຊຸດທີ 7
ທ່ານນາງບຸນເພັງ ມູນໂພໄຊ (ຢືນຢູ່) ລັດຖະມົນຕີ ປະຈໍາສໍານັກງານ ນາຍົກລັດຖະມົນຕີ ອອກຄໍາເຫັນ ໃນກອງປະຊຸມສະໄໝສາມັນ ຄັ້ງທີ 5 ຂອງສະພາແຫ່ງຊາດລາວ ຊຸດທີ 7
ລັດຖະມົນຕີລາວຍອມຮັບວ່າ ບັນຫາຍໍ້ທໍ້ທາງສັງຄົມ ຍັງຄົງ
ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະກໍຍັງໄດ້ເກີດຂຶ້ນຢ່າງກວ້າງຂວາງ
ຢູ່ໃນທຸກວົງການ ໃນທົ່ວປະເທດລາວອີກດ້ວຍ.


ທ່ານນາງບຸນເພັງ ມູນໂພໄຊ ລັດຖະມົນຕີປະຈໍາສໍານັກງານ
ນາຍົກລັດຖະມົນຕີ ຖະແຫຼງ ຍອມຮັບວ່າ ບັນຫາຫຍໍ້ທໍ້ທາງ
ສັງຄົມ ຖືເປັນບັນຫານຶ່ງທີ່ຍັງຄົງເກີດຂຶ້ນຢ່າງກວ້າງຂວາງ
ຢູ່ໃນທຸກວົງການແລະເປັນບັນຫາທີ່ມີລະດັບຂອງຄວາມຮຸນແຮງເພີ່ມຂຶ້ນຢ່າງຕໍ່ເນື່ອງອີກ
ດ້ວຍ ໂດຍເຖິງແມ່ນວ່າທາງການລັດຖະບານລາວຈະໄດ້ພະຍາຍາມດໍາເນີນມາດຕະ
ການປ້ອງກັນມາໂດຍຕະຫຼອດກໍຕາມ ຫາກແຕ່ກໍຍັງຄົງບໍ່ສາມາດທີ່ຈະສະກັດກັ້ນໄດ້
ຢ່າງມີປະສິດທິຜົນເລີຍ.

ທັງນີ້ ສາເຫດສໍາຄັນປະການນຶ່ງທີ່ເຮັດໃຫ້ເກີດສະພາບການດັ່ງກ່າວ ກໍຄື ການກະທໍາ ຫຼື
ການປະຕິບັດໃນດ້ານຕ່າງໆ ທີ່ເປັນການຝ່າຝືນຕໍ່ລະບຽບກົດໝາຍນັ້ນ ໄດ້ເກີດຫຼາຍຂຶ້ນ
ໃນທຸກໆວົງການ ດັ່ງທີ່ທ່ານນາງບຸນເພັງ ໄດ້ຖະແຫຼງຢືນຢັນຕໍ່ກອງປະຊຸມສະໄໝສາມັນ
ຄັ້ງທີ 5 ຂອງສະພາແຫ່ງຊາດລາວ ຊຸດທີ 7 ທີ່ກໍາລັງດໍາເນີນກອງປະຊຸມຢູ່ໃນໄລຍະນີ້ວ່າ:

ທ່ານນາງ ບຸນເພັງ ມູນໂພໄຊ
ທ່ານນາງ ບຸນເພັງ ມູນໂພໄຊ

ສິ່ງຫຍໍ້ທໍ້ໃນສັງຄົມປັດຈຸບັນ ບໍ່ພຽງແຕ່ບໍ່ຖືກເຮັດໃຫ້ກໍາ
ຈັດໃຫ້ມັນໜ້ອຍລົງ ມັນຍັງແຜ່ລາມຫຼາຍຂຶ້ນ ບັນຫາ
ຢາເສບຕິດ ບັນຫາການລະເມີດລະບຽບກົດໝາຍດ້ານ
ຕ່າງໆ ເປັນຕົ້ນກໍຕໍ່ກັບປ່າໄມ້ ຕໍ່ການຈັບຈອງທີ່ດິນ ຕໍ່
ການລົງທຶນ ຕໍ່ການອີ່ສັງຕ່າງໆ ເນາະອັນນີ້ນີ້ ດັ່ງນັ້ນ
ຂ້າພະເຈົ້າຈຶ່ງສະເໜີວ່າ ຄວນເພີ່ມທະວີວຽກງານກວດ
ກາແລະປະຕິບັດຜົນກວດການໃຫ້ມັນມີປະສິດທິຜົນ
ຕື່ມອີກ.”


ກ່ອນໜ້ານີ້ ກົມຄຸ້ມຄອງລະບົບຍຸຕິທໍາໃນສັງກັດກະຊວງຍຸຕິທໍາໄດ້ລາຍງານວ່າ ໃນຮອບປີ
ທີ່ຜ່ານມາກົມຄຸ້ມຄອງລະບົບຍຸຕິທໍາໄດ້ໃຫ້ການຊ່ວຍເຫຼືອແລະໃຫ້ການປຶກສາດ້ານກົດໝາຍ ໂດຍບໍ່ຄິດຄ່າສໍາລັບແມ່ຍິງແລະເດັກນ້ອຍ ທີ່ໄດ້ຮັບຜົນກະທົບຈາກບັນຫາຕ່າງໆ ທັງໃນສົງ
ຄົມ ແລະພາຍໃນຄອບຄົວຈໍານວນທັງໝົດ 1,897 ຄັ້ງ.

ຈາກສະຖິຕິດັ່ງກ່າວນີ້ ໄດ້ເພີ່ມຂຶ້ນຈາກປີ 2011 ຄິດເປັນອັດຕາສະເລ່ຍ ທີ່ເກີນກວ່າ 50%
ກໍຄືມີຜູ້ຮ້ອງຂໍການຊ່ວຍເຫຼືອຈາກກົມຄຸ້ມຄອງລະບົບຢຸຕິ ທໍາທັງໝົດ 660 ຄົນ ຊຶ່ງໃນນີ້
ລວມເຖິງເຍົາວະຊົນລາວເພດຍິງທີ່ອາຍຸຕໍ່າກວ່າ 18 ປີ ຈໍານວນເຖິງ 130 ຄົນອີກດ້ວຍ.

ຜູ້ຍິງທີ່ລັກລອບຊື້-ຂາຍຢາເສບຕິດ
ຜູ້ຍິງທີ່ລັກລອບຊື້-ຂາຍຢາເສບຕິດ


ທັງນີ້ ບັນຫາທີ່ບັນດາແມ່ຍິງ ແລະເດັກນ້ອຍເຫຼົ່ານີ້ໄດ້ຮ້ອງຂໍ
ຄວາມຊ່ວຍເຫຼືອມາຍັງກົມຄຸ້ມຄອງລະບົບຍຸຕິທໍານັ້ນ ກໍມີທັງ
ບັນຫາກ່ຽວກັບການຢ່າຮ້າງ ການຂັດແຍ້ງລະຫວ່າງສາມີພັນ
ລະຍາ ກ່ຽວກັບສິນສົມສ້າງ ການຂັດແຍ້ງ ກ່ຽວກັບສິດທິໃນການ
ລ້ຽງດູລູກ ການກະທໍາອະນາຈານຕໍ່ເດັກນ້ອຍ ການຮ່ວມເພດ
ກັບເຍົາວະຊົນທີ່ອາຍຸຕໍ່າກວ່າ 18 ປີ ການຂົ່ມຂືນ ຫຼືລ່ວງລະ
ເມີດທາງເພດຕໍ່ເດັກນ້ອຍແລະບັນຫາອື່ນໆ ທີ່ກ່ຽວຂ້ອງກັບ
ການຄ້າມະນຸດຂ້າມຊາດເປັນຕົ້ນ.

ແຕ່ຢ່າງໃດກໍຕາມ ເຈົ້າໜ້າທີ່ຂັ້ນສູງຂອງກົມຄຸ້ມຄອງລະບົບຍຸຕິທໍາກໍຍອມຮັບວ່າ ການດໍາ
ເນີນມາດຕະການເພື່ອໃຫ້ການຊ່ວຍເຫຼືອຜູ້ທີ່ໄດ້ຮັບເຄາະຈາກບັນຫາເຫຼົ່ານີ້ ຍັງມີປະສິດ
ທິພາບໃນລະດັບທີ່ຕໍ່າຫຼາຍ. ໃນປີທີ່ຜ່ານມາ ກໍສາມາດໃຫ້ການຊ່ວຍເຫຼືອແກ່ຜູ້ຮ້ອງຂໍໄດ້
ພຽງ 86 ລາຍ ເທົ່ານັ້ນ ຈາກທີ່ມີການຮ້ອງຂໍຄວາມຊ່ວຍເຫຼືອທັງໝົດ 660 ຄົນດັ່ງກ່າວ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງສາທາລະນະສຸກ ກໍໄດ້ໃຫ້ການຢືນຢັນວ່າ ບັນຫາ
ພາຍໃນຄອບຄົວຍັງຖືເປັນສາເຫດທີ່ສໍາຄັນປະການນຶ່ງທີ່ກໍ່ໃຫ້ເກີດເປັນບັນຫາດ້ານສຸຂະ
ພາບອີກດ້ວຍ ຕົວຢ່າງກໍຄືການຂົ່ມຂູ່ ແລະການລ່ວງລະເມີດທາງເພດ ກໍຄືສາເຫດສໍາຄັນ
ປະການນຶ່ງທີ່ນໍາໄປສູ່ບັນຫາແຜ່ລະບາດຂອງໂຣກເອດສ໌ໄດ້ເຊັ່ນກັນ.

ຈາກການສໍາຫຼວດ ດ້ວຍການສຸ່ມກວດເລືອດປະຊາຊົນລາວທີ່ສະມັກໃຈ ຈົນທ້າຍປີ 2012 ທີ່ຜ່ານມາພົບວ່າ ມີປະຊາຊົນລາວຕິດເຊື້ອ HIV ທັງໝົດ 5,260 ຄົນ ແລະໃນນີ້ ກໍມີຢູ່ເຖິງ 3,282 ຄົນທີ່ເປັນໂຣກເອດສ໌ ແລະໄດ້ເສຍຊີວິດໄປແລ້ວ 1,334 ຄົນ ແລະ 54% ໃນ
ຈໍານວນດັ່ງກ່າວນີ້ ກໍຄືປະຊາກອນເພດຍິງ ຈຶ່ງເຮັດໃຫ້ແມ່ຍິງລາວຕິດເຊື້ອ HIV-AIDS ຫຼາຍກວ່າຜູ້ຊາຍນັ້ນເອງ.
XS
SM
MD
LG