ລິ້ງ ສຳຫລັບເຂົ້າຫາ

ລາວຍອມຮັບວ່າ ປະກົດການຫຍໍ້ທໍ້ທາງສັງຄົມ ມີສ່ວນ ເຮັດໃຫ້ ການສຶກສາໃນລາວ ມີບັນຫາ

  • ຊົງຣິດ ໂພນເງິນ

ຄະນະນໍາພາໃນພັກປະຊາຊົນປະຕິວັດລາວ ຮັບເອົາດອກໄມ້ຈາກເຍົາວະຊົນລາວ ເນື່ອງໃນໂອກາດວັນ ສໍາຄັນຂອງຊາດລາວວັນນຶ່ງ ໃນປີ 2011 ທີ່ຜ່ານມານີ້

ລັດຖະມົນຕີລາວ ຍອມຮັບວ່າ ການດໍາເນີນການປະຕິຮູບການສຶກສາໃນລາວ ຕ້ອງປະເຊີນ ກັບບັນຫາຫລາຍໆ ຢ່າງ ຊຶ່ງໃນນີ້ລວມທັງປະກົດການຫຍໍ້ທໍ້ທາງສັງຄົມ ທີ່ເຍົາວະຊົນລາວ ເຂົ້າໄປກ່ຽວຂ້ອງຫລາຍຂຶ້ນ ອີກດ້ວຍ.

ທ່ານພັນຄໍາ ວິພາວັນ ລັດຖະມົນຕີແລະເລຂາພັກກະຊວງສຶກສາ ແລະກິລາຖະແຫລງ
ຢືນຢັນວ່າ ເປົ້າໝາຍສໍາຄັນຂອງແຜນຍຸດທະສາດການປະຕິຮູບການສຶກສາແຫ່ງຊາດ
ຈາກປັດຈຸບັນເຖິງປີ 2015 ກໍຄື ການຂະຫຍາຍໂອກາດທາງດ້ານການສຶກສາ ເພື່ອຄົນ
ລາວທຸກຄົນ ໂດຍສະເພາະແມ່ນການຂະຫຍາຍໂອກາດດ້ານການສຶກສາ ໄປສູ່ເຂດຊົນ
ນະບົດໃຫ້ໄດ້ຢ່າງທົ່ວເຖິງ ໃນທົ່ວປະເທດ ລວມທັງຍັງຈະພັດທະນາການສຶກສາໃນລາວ
ໃຫ້ມີຄຸນນະພາບທີ່ໄດ້ມາດຕະຖານດຽວກັນກັບປະເທດສະມາຊິກໃນກຸ່ມອາຊ່ຽນນໍາ
ກັນອີກດ້ວຍ.

ສໍາລັບການຈັດຕັ້ງປະຕິບັດ ໃນພາກຕົວຈິງ ທີ່ຈະເຮັດໃຫ້ທາງການລາວ ສາມາດບັນລຸ
ເປົ້າໝາຍ ທີ່ວາງໄວ້ດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ທ່ານພັນຄໍາ ກໍໄດ້ເນັ້ນຢໍ້າວ່າ ຈະສືບຕໍ່
ດໍາເນີນການປະຕິຮູບລະບົບການສຶກສາໄລຍະທີ 2 ທີ່ຮັບປະກັນ 3 ລັກສະນະຂອງ
ການສຶກສາ ຊຶ່ງກໍຄື ລັກສະນະຊາດ, ລັກສະນະວິທະຍາສາດທັນສະໄໝ ແລະລັກສະ
ນະມະຫາຊົນ ເພື່ອຮັບປະກັນໃຫ້ໄດ້ຕາມ 5 ຫລັກມຸ້ງຂອງການສຶກສາ ຄືຄຸນສົມບັດ
ສຶກສາ ປັນຍາສຶກສາ ສິນລະປະສຶກສາ ພາລະສຶກສາ ແລະແຮງງານສຶກສາ, ປະຕິ
ບັດໃຫ້ໄດ້ວິໄສທັດທີ່ວ່າ ສ້າງຄູເພື່ອສ້າງຄົນ ແລະສ້າງຄົນເພື່ອສ້າງຊາດ.

ທ່ານພັນຄໍາ ວິພາວັນ ລັດຖະມົນຕີແລະເລຂາພັກກະຊວງສຶກສາ ແລະກິລາຂອງລາວ

ທ່ານພັນຄໍາ ວິພາວັນ ລັດຖະມົນຕີແລະເລຂາພັກກະຊວງສຶກສາ ແລະກິລາຂອງລາວ

ແຕ່ຢ່າງໃດກໍຕາມທ່ານພັນຄໍາ
ກໍຍອມຮັບວ່າ ການທີ່ຈະ
ເຮັດໃຫ້ບັນລຸເປົ້າໝາຍທີ່ວາງ
ໄວ້ດັ່ງກ່າວນັ້ນກໍບໍ່ແມ່ນເລື້ອງ
ງ່າຍຄືກັນ ເນື່ອງຈາກວ່າ
ການ​ພັດທະນາ​ການ​ສຶກສາ
ຂອງລາວ ໃນປັດຈຸບັນນີ້
ບໍ່ພຽງແຕ່ຈະຕ້ອງປະສົບກັບ
ບັນຫາຄຸນນະພາບການສຶກ
ສາທີ່ຕໍ່າຫລາຍເທົ່ານັ້ນ ຫາກ
ແຕ່ສະພາບແວດລ້ອມທາງສັງ
ຄົມ ໂດຍສະເພາະແມ່ນປະກົດ
ການຫຍໍ້ທໍ້ທາງສັງຄົມນັ້ນ ກໍ
ນັບວ່າເປັນບັນຫານຶ່ງ ທີ່ໄດ້
ສົ່ງຜົນກະທົບຕໍ່ການປະຕິຮູບ ການສຶກສາໃນລາວອີກດ້ວຍເຊັ່ນກັນ ດັ່ງທີ່ທ່ານພັນຄໍາ
ໄດ້ຊີ້ແຈງໃນຕອນນຶ່ງວ່າ:

“ການ​ອະນຸຍາດ​ຕັ້ງຮ້ານ​ກິນ​ດື່ມ ຮ້ານ​ເຫລົ້າ ຮ້ານ​ເບຍ ຮ້ານ​ບັນ​ເທິງ ປ້າຍ​ໂຄສະ
ນາ ບໍ່ຄໍານຶງ​ເຖິງ ສະຖານ​ທີ່ ການ​ສຶກສາ ອັນ​ນີ້ກໍ​ອັນຕະລາຍ ທໍາ​ມະ​ດ່ ​ໂຮງຮຽນ
ມັນ​ຕ້ອງ​ມີ​ສະມາທິ ​ໃນ​ການ​ສອນ ການ​ຮຽນ ​ເພິ່ນ​ຜັດ​ເອົາ ສໍາມະ​ເລ​ເທ​ເມົາ ​
ເຮ​ຮາຟ້າ​ລັ່ນ ຊຸມນີ້ ​ໄດ້​ອ້ອມ​ຢູ່ ອັນ​ນີ້ ນັບ​ທັງ​ເປັນ​ຈຸດ​ອ່ອນ​ຂອງ​ຂະ​ແໜງການ​
ສຶກສາ ​ແລະ​ຂອງ​ອົງການ​ປົກຄອງ​ທ້ອງຖິ່ນ.”

ໃນ​ປັດຈຸບັນ​ນີ້ ເຖິງແມ່ນວ່າ ​ລາວ​ຈະມີ​ໂຮງຮຽນ​ປະຖົມ​ຢູ່​ເຖິງ 94% ຂອງ​ຈໍານວນ​ໝູ່​ບ້ານ​
ທັງ​ໝົດ​ໃນ​ທົ່ວ​ປະເທດ ແລະ​ຊຶ່ງ​ເຮັດ​ໃຫ້ 91.6% ຂອງເດັກນ້ອຍໃນ​ໄວຮຽນທັງ​ໝົດ​ ມີ
​ໂອກາດ​ໄດ້​ຮຽນ​ໜັງສື​ໃນ​ລະດັບ​ປະ​ຖົມ ແລະສ່ວນ 68% ກໍ​ໄດ້​ຮຽນ​ຈົນຈົບມັດທະຍົມ
ຕົ້ນກໍ​ຕາມ ຫາກ​ແຕ່​ວ່າ ໂອກາດໃນ​ການ​ໄດ້​ຮຽນລະດັບ​ມັດທະຍົມ​ປາຍ​ ແລະ​ລະດັບ
​ປະລິນຍາ​ຕີນັ້ນ ກໍ​ຍັງຄົງ​ມີ​ອັດຕາສະ​ເລ່ຍທີ່​ຕໍ່າ​ຫລາຍ​ ໂດຍສະເພາະແມ່ນໃນລະດັບ
ປລິນຍາຕີນັ້ນ ມີຄົນລາວບໍ່ເຖິງ 1% ຂອງປະຊາກອນລາວໃນທົ່ວປະເທດ ທີ່ມີໂອກາດ
ໄດ້ຮຽນ ກັບຍັງທັງປາກົດວ່າ ມີຄຸນນະພາບການສຶກສາໃນລະດັບທີ່ຕໍ່າອີກດ້ວຍ ເມື່ອ
ທຽບໃສ່ກັບປະເທດສະມາຊິກ ໃນກຸ່ມອາຊຽນດ້ວຍກັນ.

ໂຮງຮຽນໃນເຂດຊົນນະບົດຂອງລາວ ທີ່ຂາດຄູສອນ ແລະງົບປະມານໃນການປັບປຸງການສຶກສາ

ໂຮງຮຽນໃນເຂດຊົນນະບົດຂອງລາວ ທີ່ຂາດຄູສອນ ແລະງົບປະມານໃນການປັບປຸງການສຶກສາ

ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່​ທາງ​ການ​ລາວ​ໄດ້​ດໍາ
​ເນີນ​ການ​ປະຕິ​ຮູບທາ​ງດ້ານ​ການ​ສຶກສາ
​ດ້ວຍການເພີ່ມ​ປີ​ຮຽນ​ສໍາລັບຂັ້ນມັດທະຍົມ
​ຕົ້ນ​ຂຶ້ນອີກ 1 ປີ ຊຶ່ງກໍ​ເປັນ​ຜົນ​ເຮັດ​ໃຫ້ການ
​ຮຽນໃນລະດັບ​ມັດທະຍົມ​ຕົ້ນ​ ຈະ​ຕ້ອງ​ໃຊ້
​ເວລາເພີ່ມ​ຂຶ້ນຈາກ​ເດີມ 3 ປີ ​ເປັນ 4 ປີ.
ສ່ວນ​ການ​ຮຽນ​ໃນ​ລະດັບ​ປະ​ຖົມ​ ກໍ​ຍັງ​ຄົງ
ຕ້ອງ​ໃຊ້​ເວລາ 5 ປີ ​ແລະ​ມັດທະຍົມປາຍ
3 ປີ ​ເຊັ່ນເດີມນັ້ນ ກໍ​ຍັງມີ​ຄວາມແຕກ​ຕ່າງ
​ກັບ​ປະ​ເທດ​ອື່ນໆ​ໃນ​ກຸ່ມ​ອາ​ຊ່ຽນດ້ວຍ​ກັນ
ເພາະວ່າໃນ​ລະດັບປະຖົມ​ນັ້ນ ປະ​ເທດ​ສ່ວນ​ໃຫຍ່ຈະ​ມີ​ການ​ຮຽນ​-ການສອນ​ເປັນ​ເວລາ
6 ປີ ຫາກ​ແຕ່​ຢູ່​ໃນ​ລາວ​ກໍ​ຍັງ​ຄົງ​ເປັນ 5 ປີ ​ເຊັ່ນເດີ​ມ ທັງນີ້ມີ​ສາ​ເຫດມາ​ຈາກ​ຂໍ້​ຈໍາ​ກັດ
ດ້ານ​ງົບປະມານຂອງລັດຖະບານລາວນັ້ນເອງ.

ຊຶ່ງການ​ຂາດ​ແຄນ​ທາງ​ດ້ານ​ງົບປະມານ​ດັ່ງກ່າວ ກໍ​ຍັງເຮັດ​ໃຫ້ການ​ພັດທະນາດ້ານການ
ສຶກສາມີ​ຄວາມ​ແຕກໂຕນ​ກັນ​ຢ່າງ​ຫລວງຫລາຍ ​ລະຫວ່າງ​ເຂດ​ໃນເມືອງ​ກັບ​ເຂດ​ຊົນນະບົດ
ທັງນີ້ກໍເນື່ອງຈາກວ່າ ​ງົບປະມານ​ສໍາລັບ​ພັດທະນາ​ການ​ສຶກສາ​ ຍັງ​ຄົງ​ບໍ່​ຕົກ​ໄປ​ເຖິງ​ເຂ​ດ
ຊົນນະບົດ​ຢ່າງ​ແທ້​ຈິງ. ເຖິງແມ່ນວ່າ ໃນໄລຍະ 5 ປີທີ່ຜ່ານມາ ສະພາແຫ່ງຊາດຈຶ່ງໄດ້ອະ
ນຸມັດງົບປະມານ​ໃຫ້ແກ່​ການ​ພັດທະນາ​ການ​ສຶກສາ​ໃຫ້​ໃນອັດຕາສ່ວນ​ 18% ຂອງງົບປະ
ມານ​ລາຍ​ຈ່າຍ​ທັງໝົດ ໃນ​ແຕ່ລະ​ປີ ກໍຕາມ ແຕ່ ​ລັດຖະບານ​ລາວສາມາດ​ປະຕິບັດຕົວຈິງ
​ໄດ້ພຽງ​ແຕ່ 15% ເທົ່ານັ້ນ.

XS
SM
MD
LG