ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວຍອມຮັບວ່າ ປະສົບຄວາມຫຍຸ້ງຍາກ ໃນການອອກຄໍາສັ່ງ ຍົກເລີກການສໍາຫຼວດ ແລະຂຸດຄົ້ນແຮ່ທາດ


ການສໍາຫລວດນໍ້າມັນ ແລະອາຍແກັສ ທີ່ລາວ
ການສໍາຫລວດນໍ້າມັນ ແລະອາຍແກັສ ທີ່ລາວ

ລັດຖະມົນຕີລາວຍອມຮັບວ່າ ມີຄວາມຫຍຸ້ງຍາກຫຼາຍໃນການທີ່ຈະມີຄໍາສັ່ງ ໃຫ້ຍົກເລີກ ໂຄງການສໍາປະທານການສໍາຫຼວດ ແລະຂຸດຄົ້ນແຮ່ທາດຢູ່ໃນລາວ ເນື່ອງຈາກກົດໝາຍ ແຮ່ທາດຍັງມີຊ່ອງຫວ່າງໃນຫຼາຍໆດ້ານ.

ທ່ານສຸລິວົງ ດາລາວົງ ລັດຖະມົນຕີວ່າການກະຊວງພະລັງງານ ແລະບໍ່ແຮ່ ໄດ້ຖະ
ແຫຼງຍອມຮັບວ່າ ສາເຫດສໍາຄັນທີ່ເຮັດໃຫ້ທາງການລາວຕ້ອງທໍາການດັດແກ້ກົດ
ໝາຍວ່າດ້ວຍແຮ່ທາດ ໃນກອງປະຊຸມສະໄໝ ສາມັນຄັ້ງທີ 2 ຂອງສະພາແຫ່ງຊາດ
ລາວຊຸດທີ 7 ທີ່ຜ່ານມານີ້ ກໍຄືການທີ່ມີບົດບັນຍັດຫຼາຍໆ ມາດຕາໃນກົດໝາຍດັ່ງ
ກ່າວຍັງບໍ່ມີຄວາມຊັດເຈນ ຊຶ່ງໄດ້ເຮັດໃຫ້ເກີດບັນຫາບໍ່ໜ້ອຍ ໃນການບໍລິຫານງານ
ຂອງພາກລັດ ທີ່ກ່ຽວຂ້ອງໂດຍກົງກັບພາກອຸດສາຫະກໍາຂຸດຄົ້ນແຮ່ທາດ ມາໂດຍ
ຕະຫຼອດ.

ໂດຍສະເພາະແມ່ນໃນດ້ານການກວດສອບ ການປະຕີບັດຕາມສັນຍາສໍາປະທານ
ໃນໂຄງການຕ່າງໆນັ້ນຍັງ ຕ້ອງປະເຊີນກັບບັນຫາຫຍຸ້ງຍາກໃນດ້ານເອກະສານ ແລະການປະຕິບັດຕົວຈິງອີກດ້ວຍ ເນື່ອງຈາກວ່າບໍລິສັດ ຜູ້ໄດ້ສໍາປະທານທີ່ບໍ່ປະຕິ
ບັດຕາມສັນຍານັ້ນ ສາມາດທີ່ຈະຫຼີກລ້ຽງຄວາມຜິດຂອງຕົນໄດ້ ໃນຫຼາຍວິທີ ຫຼື
ຫຼາຍຮູບແບບ ດັ່ງທີ່ ທ່ານ ສຸລິວົງ ໄດ້ໃຫ້ການຊີ້ແຈງວ່າ:

ທ່ານ ສຸລິວົງ ດາລາວົງ ລັດຖະມົນຕີ ກະຊວງພະລັງງານ ແລະບໍ່ແຮ່ລາວ
ທ່ານ ສຸລິວົງ ດາລາວົງ ລັດຖະມົນຕີ ກະຊວງພະລັງງານ ແລະບໍ່ແຮ່ລາວ

ຮູບການທີ່ນຶ່ງ ແມ່ນ
ມີການຂໍ
ສໍາປະທານ
ຊອກຄົ້ນ
ສໍາຫຼວດຫຼາຍ
ເຂດ, ຫຼາຍບ່ອນ ແລະ
ຫຼາຍແຮ່ທາດ
ຮູບການ
ທີ່ສອງແມ່ນຂໍຕໍ່ອາຍຸ
ການຊອກຄົ້ນ ແລະ
ສໍາ
ຫຼວດ ຫຼືຕໍ່ອາຍຸສັນຍາ
ຕ່າງໆ
ຫຼາຍຄັ້ງ, ຮູບ
ການທີ່ສາມ
ແມ່ນຂໍຂະ
ຫຍາຍເນື້ອທີ່ ຮູບ
ການ
ທີ່ສີ່
ກະແມ່ນຂໍທົດແທນ
ເນື້ອທີ່
ທີ່ບໍ່ເສດຖະກິດ
ໝາຍຄວາມວ່າ ຂໍປ່ຽນ
ເອົາເນື້ອທີ່ ໃໝ່ອີກ
.


ປັດຈຸບັນ ລັດຖະບານລາວໄດ້ອະນຸມັດສໍາປະທານການສໍາຫລວດແລະຂຸດຄົ້ນບໍ່ແຮ່
ຢູ່ໃນລາວ ໃຫ້ແກ່ບັນດາບໍລິສັດເອກກະຊົນລາວ ແລະຕ່າງຊາດໄປແລ້ວເຖິງ 154
ບໍລິສັດ ຊຶ່ງໃນນີ້ເປັນບໍລິດສັດຕ່າງຊາດ 118 ບໍລິສັດ ທີ່ໄດ້ຮັບສຳປະທານໃນ 186
ໂຄງການແລະອີກ 83 ໂຄງການກໍ່ເປັນສຳປະທານຂອງເອກກະຊົນລາວ 36 ບໍລິສັດ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງພະລັງງານ ແລະບໍ່ແຮ່ ກໍໄດ້ຄາດໝາຍວ່າ
ຕະຫລອດ 2011 ນີ້ ການສົ່ງອອກແຮ່ທາດຂອງລາວໄປຕ່າງປະເທດ ຈະເພີ່ມຂຶ້ນເຖິງ
40% ເມື່ອທຽບກັບປີ 2010 ໂດຍສະເພາະແມ່ນແຮ່ຄໍາ ແລະແຮ່ທອງແດງນັ້ນ ກໍຍັງ
ມີລາຄາເພີ້ມຂຶ້ນຢ່າງຕໍ່ເນື່ອງ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ທາງການລາວ ເຊື່ອໝັ້ນວ່າ
ການສົ່ງອອກແຮ່ຄໍາໄປຕ່າງປະເທດ ຈະມີນໍ້າໜັກເກີນກວ່າ 160,000 ອອນ໌ ແລະ
ທອງແດງຫລາຍກວ່າ 180,000 ໂຕນ ແລະເງິນໃນປະລິມານບໍ່ຕໍ່າກວ່າ 8 ແສນອອນ໌ ຊຶ່ງສ່ວນໃຫຍ່ເປັນຜົນຜະລິດຈາກເໝືອງແຮ່ເຊໂປນ ແລະພູເບ້ຍນັ້ນເອງ.

ເຈົ້າໜ້າທີ່ຂັ້ນສູງ ຂອງລາວ ຍັງບອກອີກດ້ວຍວ່າ ສະເພາະລາຍໄດ້ຈາກສໍາປະທານ
ແລະຄ່າທໍານຽມຕ່າງໆ ທີ່ໄດ້ຮັບຈາກກຸ່ມລົງທຶນໃນບໍ່ແຮ່ຢູ່ເຊໂປນ ແລະບໍ່ແຮ່ຢູ່ພູເບ້ຍ
ນັ້ນກໍມີມຸນຄ່າລວມກັນຫຼາຍກວ່າ 180 ລ້ານໂດລາແລ້ວ ສໍາລັບໃນປີ 2010 ທີ່ຜ່ານມາ
ແລະສໍາລັບໃນປີ 2011 ນີ້ກໍຄາດໝາຍວ່າ ຈະໄດ້ຮັບສ່ວນແບ່ງຈາກບໍ່ແຮ່ທັງສອງແຫ່ງ
ດັ່ງກ່າວ ໃນມູນຄ່າລວມເກີນກວ່າ 250 ລ້ານໂດລາ ຢ່າງແນ່ນອນ.

ຊຶ່ງດ້ວຍລາຍໄດ້ທີ່ເພີ້ມຂຶ້ນດັ່ງກ່າວນີ້ ກໍ່ຍັງເຮັດໃຫ້ລັດຖະບານລາວກໍານົດໃຫ້ພາກອຸດ
ສະຫະກໍາຂຸດຄົ້ນບໍ່ແຮ່ເປັນພາກການຜະລິດເພື້ອສົ່ງອອກ ທີ່ຈະມີບົດບາດຢ່າງສໍາຄັນ
ຕໍ່ການພັດທະນາເສດຖະກິດຂອງລາວ ທີ່ມີເປົ້າໝາຍ ທີ່ຈະມຸ້ງໄປສູ່ການພັດທະນາ ເປັນປະເທດອຸດສາຫະກໍາທັນສະໄໝ ໃນອານາຄົດອີກດ້ວຍ.

ໂຮງງານຜະລິດແຮ່ທາດຂອງບໍລິສັດ ພູເບ້ຍ ມາຍນິງ ທີ່ລາວ
ໂຮງງານຜະລິດແຮ່ທາດຂອງບໍລິສັດ ພູເບ້ຍ ມາຍນິງ ທີ່ລາວ

ກ່ອນໜ້ານີ້ ບໍລິສັດລ້ານຊ້າງ
ມິນເນີໂຣລ ຊຶ່ງເປັນກຸ່ມລົງ
ທຶນໃນການຂຸດຄົ້ນແຮ່ຄໍາ
ແລະແຮ່ທອງແດງຢູ່ໃນເຂດ
ເມືອງ ເຊໂປນ ແລະເມືອງ
ວິລະບູລີ ໃນແຂວງສະຫວັນ
ເຂດໄດ້ຖະແຫຼງການ ຢືນຢັນ
ວ່າ ການສົ່ງອອກໃນຕະຫຼອດ
ປີ 2011 ນີ້ຈະເປັນໄປຕາມ
ຄາດໝາຍແຜນການທີ່ວາງໄວ້
ກໍຄືການສົ່ງອອກຄໍາໄດ້ໃນປະລິມານລວມບໍ່ໜ້ອຍກວ່າ 7 ໝື່ນອອນ໌ ແລະການສົ່ງອອກ
ທອງແດງໄດ້ເຖິງ 8 ໝື່ນໂຕນ.

ສ່ວນບໍລິສັດພູເບ້ຍທີ່ລົງທຶນຂຸດຄົ້ນແຮ່ທາດຢູ່ເຂດເມືອງໄຊສົມບູນໃນແຂວງວຽງຈັນນັ້ນ
ກໍຄາດວ່າໃນຕະຫຼອດປີ 2011 ນີ້ຈະສົ່ງອອກແຮ່ຄໍາໃນປະລິມານ 6 ໝື່ນອອນ໌ ແລະທອງ
ແດງອີກ 67,000 ໂຕນ.

XS
SM
MD
LG