ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ລາວຍອມຮັບວ່າ ຕົນພົບຂໍ້ຫຍຸ້ງຍາກ ໃນການ ບັນລຸເປົ້າໝາຍ ສ້າງລາຍຮັບ ສໍາລັບປີ 2012


ພິທີເຊັນສັນຍາກູ້ຢືມເງິນພິເສດຈາກຈີນ ເພື່ອພັດທະນາເສດຖະກິດ ແລະສັງຄົມໃນລາວ ທີ່ຈັດຂຶນໃນເດືອນພະຈິກ 2010
ພິທີເຊັນສັນຍາກູ້ຢືມເງິນພິເສດຈາກຈີນ ເພື່ອພັດທະນາເສດຖະກິດ ແລະສັງຄົມໃນລາວ ທີ່ຈັດຂຶນໃນເດືອນພະຈິກ 2010

ລັດຖະມົນຕີລາວຍອມຮັບວ່າ ເປັນການຍາກຫຼາຍທີ່ລັດຖະບານ ຈະສາມາດບັນລຸເປົ້າໝາຍ ດ້ານລາຍຮັບທີ່ວາງໄວ້ໃນປີ 2012. ຖ້າຫາກວ່າທຸກພາກສ່ວນຂອງລັດຖະບານ ບໍ່ປະສານ ສົມທົບກັນຢ່າງເປັນເອກກະພາບ.

ທ່ານສົມດີ ດວງດີ ລັດຖະມົນຕີ ກະຊວງແຜນການແລະການລົງທຶນຂອງລາວ ໄດ້ຖະ
ແຫລງວ່າ ການດໍາເນີນແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນຊ່ວງປີ
2011-2015 ລັດຖະບານລາວໄດ້ວາງເປົ້າໝາຍ ທີ່ຈະຕ້ອງລະດົມການລົງທຶນ ທັງ
ພາກລັດຖະບານ ແລະພາກເອກກະຊົນໃຫ້ໄດ້ໃນມູນຄ່າລວມບໍ່ໜ້ອຍກວ່າ 127,000
ຕື້ກີບຫຼື 15,300ລ້ານໂດລາ ຈຶ່ງຈະສາມາດບັນລຸເປົ້າໝາຍທີ່ວາງໄວ້ໃນແຜນການໄດ້
ຢ່າງແທ້ຈິງ.

ກໍຄືການແກ້ໄຂບັນຫາຍາກຈົນຂອງປະຊາຊົນລາວໃຫ້ໄດ້ໂດຍພື້ນຖານ ການລົດອັດ
ຕາ ການເສຍຊີວິດຂອງເດັກນ້ອຍທີ່ອາຍຸຕໍ່າກວ່າ 1ປີ ໃຫ້ຢູ່ໃນອັດຕາສະເລ່ຍບໍ່ເກີນ
45 ຄົນຕໍ່ 1,000 ຄົນ ການຂະຫຍາຍໂອກາດດ້ານການສຶກສາ ດ້ວຍການເຮັດໃຫ້ ເດັກນ້ອຍໄດ້ຮຽນຈົນຈົບຂັ້ນປະຖົມ ໃຫ້ໄດ້ເຖິງ 95% ຂອງຈຳນວນເດັກນ້ອຍໃນໄວ
ຮຽນທັງໝົດ ການສົ່ງເສີມຄວາມສະເໝີພາບລະຫວ່າງເພດຍິງກັບເພດຊາຍ ການບໍ ລິການດ້ານສາທາລະນະສຸກແກ່ປະຊາຊົນຢ່າງທົ່ວເຖິງ ໃນທົ່ວປະເທດ ການຮັກສາ
ສະພາບແວດລ້ອມ ແລະການນຳໃຊ້ຊັບພະຍາກອນທໍາມະຊາດຢ່າງຍືນຍົງ ແລະການ
ເສີມສ້າງການຮ່ວມມືກັບນາໆ ຊາດ ເພື່ອປະກອບສ່ວນເຂົ້າໃນການພັດທະນາລາວ
ໃນທຸກໆດ້ານ.

ພິທີເຊັນສັນຍາກູ້ຢືມເງິນເພື່ອສົ່ງເສີມກະສິກໍາຂອງທະນາຄານ ພັດທະນາເອເຊຍໃຫ້ແກ່ລັດຖະບານລາວ ໃນທ້າຍປີ 2010
ພິທີເຊັນສັນຍາກູ້ຢືມເງິນເພື່ອສົ່ງເສີມກະສິກໍາຂອງທະນາຄານ ພັດທະນາເອເຊຍໃຫ້ແກ່ລັດຖະບານລາວ ໃນທ້າຍປີ 2010

ແຕ່ຢ່າງໃດກໍ່ຕາມ ທ່ານສົມດີ
ກໍຍອມຮັບວ່າ ບັນຫາໃນເວລາ
ນີ້ກໍຄື ລັດຖະບານລາວຍັງມີ
ຄວາມສາມາດໃນດ້ານງົບປະ
ມານໃນລະດັບທີ່ຕໍ່າຫຼາຍ ຈຶ່ງ
ຄາດໝາຍວ່າ ລັດຖະບານ
ລາວ ຈະສາມາດປະກອບ
ສ່ວນເຂົ້າໃນການລົງທຶນໄດ້
ພຽງບໍ່ເກີນ 10% ຂອງເປົ້າ
ໝາຍການລະດົມເງິນລົງ
ທຶນທັງໝົດດັ່ງກ່າວເທົ່ານັ້ນ
ສ່ວນທີ່ເຫລືອກໍ່ຈະເປັນການ
ຂໍຄວາມຊ່ວຍເຫລືອ ແລະກູ້ຢືມຈາກຕ່າງປະເທດໃຫ້ໄດ້ລະຫວ່າງ 26%-28% ລວມ
ທັງການກູ້ຢືມຈາກທະນາຄານພາຍໃນປະເທດໃຫ້ໄດ້ລະຫວ່າງ 10%-12% ແລະຍັງ
ຕ້ອງລະດົົມການລົງທຶນຂອງພາກເອກກະຊົນລາວ ແລະຕ່າງຊາດໃຫ້ໄດ້ລະຫວ່າງ
50%-60% ອີກດ້ວຍ.

ສໍາລັບໃນໄລຍະແຜນການປະຈໍາປີ 2011-2012 ທີ່ຈະເລີ່ມລົງມືປະຕິບັດນັບຈາກ
ເດືອນຕຸລາປີນີ້ໄປ ຈົນເຖີງເດືອນກັນຍາປີໜ້າ ລັດຖະບານລາວກໍ່ໄດ້ວາງເປົ້າໝາຍໄວ້
ວ່າ ຈະສ້າງລາຍຮັບເຂົ້າງົບປະມານໃຫ້ໄດ້ 15,726 ຕື້ກີບຫຼື 22% ຂອງຄາດໝາຍ
ມູນຄ່າຜະລິດຕະພັນພາຍໃນ (GDP) ແລະໃນນີ້ ຈະເປັນລາຍຮັບພາຍໃນປະເທດ ໃນ
ມູນຄ່າ 11,156 ຕື້ກີບ ຫຼືເພີ່ມຂຶ້ນເຖີງ 20% ເມື່ອທຽບກັບແຜນການປະຈຳປີ 2010-
2011 ທີ່ກໍາລັງຈະສິ້ນສຸດແຜນການໃນເດືອນກັນຍາປີນີ້ ໃນຂະນະທີ່ລາຍຮັບສ່ວນ
ໃຫຍ່ຂອງລັດຖະບານລາວນັ້ນກໍຍັງຄົງມາຈາກພາສີອາກອນ ແລະຄ່າທໍານຽມຕ່າງໆ ທີ່ຈັດເກັບຈາກການຄ້ານໍາເຂົ້າ ແລະສົ່ງອອກເປັນດ້ານຫລັກ ຈຶ່ງເຮັດໃຫ້ມີຄວາມ
ສ່ຽງສູງ ທີ່ການຈັດເກັບລາຍຮັບຈະບໍ່ໄດ້ຕາມເປົ້າໝາຍທີ່ວາງໄວ້ ຖ້າຫາກວ່າບໍ່ໄດ້ຮັບ ການປະສານສົມທົບຈາກທຸກພາກສ່ວນຂອງລັດຖະບານຢ່າງເປັນເອກກະພາບກັນ
ດັ່ງທີ່ທ່ານສົມດີ ໄດ້ຖະແຫລງຢືນຢັນວ່າ:

ທ່ານສົມດີ ດວງດີ ລັດຖະມົນຕີ ກະຊວງແຜນການ ແລະການລົງ ທຶນຂອງລາວ
ທ່ານສົມດີ ດວງດີ ລັດຖະມົນຕີ ກະຊວງແຜນການ ແລະການລົງ ທຶນຂອງລາວ

ການສະເໜີແຜນລາຍຮັບສົກປີ 2011-2012 ຄັ້ງນີ້
ແມ່ນມີລັກສະນະບຸກບືນ ແລະມີຄວາມສ່ຽງສູງສົມ
ຄວນ ທີ່ຈະບໍ່ບັນລຸຕາມແຜນການກໍານົດໄວ້. ສະ
ນັ້ນ ບັນດາຂະແຫນງການ ແລະທ້ອງຖິ່ນຈະໄດ້
ພ້ອມກັນສູ້ຊົນປະຕິບັດຄາດໝາຍດັ່ງກ່າວດ້ວຍ
ຄວາມຮັບຜິຊອບສູງ.


ນອກຈາກນີ້ ການທີ່ລັດຖະບານລາວໄດ້ວາງແຜນການໄວ້ວ່າ ຈະນຳໃຊ້ງົບປະມານລາຍ ຈ່າຍສໍາລັບແຜນການປະຈຳປີ 2011-2012 ໃນມູນຄ່າລວມເຖິງ 17,831 ຕື້ກີບ ຫຼືເພີ່ມ
ຂຶ້ນເກີນກວ່າ 17% ເມື່ອທຽບກັບແຜນການປີ 2010-2011 ນັ້ນ ກໍ່ຍັງຈະເຮັດໃຫ້ລັດຖະ
ບານລາວ ຕ້ອງປະເຊີນກັບບັນຫາຂາດດຸນໃນດ້ານງົບປະມານຫຼາຍຕື່ມອີກດ້ວຍ ຖ້າຫາກ
ວ່າ ບໍ່ໄດ້ຮັບການຊ່ວຍເຫືລອຈາກຕ່າງຊາດຢ່າງພຽງພໍ.

XS
SM
MD
LG