ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ເປັນຫ່ວງ ຕໍ່ການທີ່ລາວ ຈະລົງມື ກໍ່ສ້າງເຂື່ອນ ໄຊຍະບູລີ


ສະຖານທີ່ໆຈະກໍ່ສ້າງເຂື່ອນໄຟຟ້າພະລັງນໍ້າ ໃນແຂວງໄຊຍະບູລີ ທາງພາກເໜືອຂອງ ສປປ ລາວ.
ສະຖານທີ່ໆຈະກໍ່ສ້າງເຂື່ອນໄຟຟ້າພະລັງນໍ້າ ໃນແຂວງໄຊຍະບູລີ ທາງພາກເໜືອຂອງ ສປປ ລາວ.
ສະຫະລັດກ່າວວ່າ ຕົນມີຄວາມວິຕົກກັງວົນ ກ່ຽວກັບແຜນການ
ຂອງລາວທີ່ຈະເລີ້ມລົງມືກໍ່ສ້າງເຂື່ອນ ທີ່ເປັນບັນຫາຖົກຖຽງໂຕ້
ແຍ້ງ ແລະໄດ້ພາໃຫ້ບັນດາປະເທດເພື່ອນບ້ານສະແດງຄວາມ
ເປັນຫ່ວງກ່ຽວກັບສະພາບແວດລ້ອມນັ້ນ.

ກະຊວງການຕ່າງປະເທດສະຫະລັດກ່າວໃນການຖະແຫຼງການ
ສະບັບນຶ່ງ ທີ່ນຳອອກເຜີຍແຜ່ໃນວັນຈັນມື້ວານນີ້ວ່າ ຜົນກະທົບ
ທີ່ຈະມີຕໍ່ແມ່ນໍ້າຂອງຈາກເຂື່ອນໄຊຍະບູລີຊຶ່ງເປັນເຂື່ອນໄຟຟ້າ
ພະລັງນໍ້າມູນຄ່າ 3 ພັນ 500 ລ້ານໂດລານັ້ນແມ່ນຍັງບໍ່ທັນເປັນ
ທີ່ຮູ້ຈັກເທື່ອ.

ລາວ ຊຶ່ງເປັນປະເທດທີ່ທຸກຍາກທີ່ສຸດປະເທດນຶ່ງ ໃນເຂດເອ
ເຊຍ ກຳລັງເດີນໜ້າໄປກັບໂຄງການສ້າງເຂື່ອນໄຊຍະບູລີ ທີ່ ໄດ້ຮັບຄວາມສະໜັບສະໜຸນຈາກໄທ ທັງໆທີ່ມີການຄັດຄ້ານ ຈາກກຳປູເຈຍ ແລະຫວຽດ ນາມ ທີ່ກ່າວວ່າ ການສ້າງເຂື່ອນດັ່ງກ່າວນີ້ ອາດຈະມີຜົນກະທົບ ຕໍ່ການຫາປາແລະການ ກະສິກຳ ຢູ່ເລາະຕາມລໍາແມ່ນໍ້າຂອງ ທີ່ມີຄວາມຍາວເກືອບ 5,000 ຫຼັກກິໂລແມັດນັ້ນ.

ທ່ານວິຣະພົນ ວິຣະວົງ ຮອງລັດຖະມົນຕີກະຊວງພະລັງງານຂອງລາວກ່າວວ່າ ພິທີວາງສີ ລາເລີກຈະມີຂຶ້ນໃນວັນພຸດມື້ອື່ນນີ້. ທ່ານເວົ້າວ່າ ການອອກແບບບາງຢ່າງ ຂອງເຂື່ອນດັ່ງ ກ່າວ ໄດ້ມີການປ່ຽນແປງ ເພື່ອແກ້ໄຂ ຄວາມວິຕົກກັງວົນຕ່າງໆ ແລະກ່າວຕື່ມວ່າ ທ່ານບໍ່ ເຊື່ອວ່າໂຄງການນີ້ ຈະມີຜົນກະທົບທີ່ເປັນອັນຕະລາຍຕໍ່ແມ່ນໍ້າຂອງ.

ຍັງບໍ່ທັນມີປະຕິກິລິຍາໃດໆ ຈາກລັດຖະບານກຳປູເຈຍ ແລະຫວຽດນາມເທື່ອ ໃນເວລານີ້.

ເຂື່ອນໄຊຍະບູລີແມ່ນເປັນພາກສ່ວນນຶ່ງໃນແຜນການຂອງລາວ ທີ່ຈະເສີມຂະຫຍາຍເສດ ຖະກິດຂອງຕົນ ດ້ວຍການຂາຍໄຟຟ້າ ໃຫ້ແກ່ບັນດາປະເທດເພື່ອນບ້ານ. ກະແສໄຟຟ້າ ສ່ວນໃຫຍ່ທີ່ຜະລິດໂດຍເຂື່ອນດັ່ງກ່າວນີ້ຈະຂາຍໃຫ້ແກ່ປະເທດໄທ. ຄະນະກຳມາທິການ ແມ່ນໍ້າຂອງສາກົນ ຊຶ່ງເປັນອົງການຄຸ້ມຄອງ ລະດັບພູມີພາກ ບໍ່ສາມາດບັນລຸຄວາມເຫັນ ຢ່າງເປັນເອກກະສັນໄດ້ ກ່ຽວກັບວ່າໂຄງການນີ້ ຄວນຈະດຳເນີນຕໍ່ໄປຫຼືບໍ່.

ກະຊວງການຕ່າງປະເທດສະຫະລັດກ່າວວ່າ ຕົນມີຄວາມກັງວົນຍ້ອນວ່າ ການສ້າງເຂື່ອນ ດັ່ງກ່າວເລີ້ມລົງມືດຳເນີນການ ກ່ອນທີ່ການສຶກສາກ່ຽວກັບຜົນກະທົບຈະແລ້ວສຳເລັດ.

ກະຊວງການຕ່າງປະເທດສະຫະລັດ ຮຽກຮ້ອງໃຫ້ບັນດາປະເທດ ທີ່ມີສ່ວນໄດ້ສ່ວນເສຍ ສືບຕໍ່ນໍາໃຊ້ຄະນະກຳມາທິການແມ່ນໍ້າຂອງສາກົນເປັນເວທີສະແດງຄວາມເປັນຫ່ວງຂອງ ພວກເຂົາເຈົ້າກ່ຽວກັບໂຄງການນີ້ ໂດຍເວົ້າວ່າ ສະຫະລັດ ມີຜົນປະໂຫຍດອັນໃຫຍ່ຫຼວງ ໃນການຄຸ້ມຄອງແມ່ນໍ້າຂອງແບບຍືນຍົງ.
XS
SM
MD
LG