ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວ​ວາງ​ແຜນການ​ຈະ​ພັດທະນາ​ໂຄງການ​ຂະໜາດ​ໃຫຍ່ ​ຫລາຍ​ກວ່າ 200 ໂຄງການ


ທ່ານ ອ້ວນ ພົມມະຈັກ ເອກອັກຄະລັດຖະທູດລາວ ປະຈໍາປະເທດໄທ
ທ່ານ ອ້ວນ ພົມມະຈັກ ເອກອັກຄະລັດຖະທູດລາວ ປະຈໍາປະເທດໄທ

ລັດຖ​ະບານ​ລາວ​ວາງ​ແຜນການ​ທີ່​ຈະ​ພັດທະນາ​ໂຄງການ​ຂະໜາດ​ໃຫຍ່ ​ຫລາຍ​ກວ່າ 200 ​ໂຄງການ​ໃນ​ໄລຍະ 5 ປີ​ຕໍ່ໜ້າ ຊຶ່ງ​ເຮັດ​ໃຫ້​ຈໍາ​ເປັນ​ທີ່​ຈະ​ຕ້ອງ​ດຶງ​ດູດ​ເອົາ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ໃຫ້​ໄດ້​ເຖິງ 4 ໝື່ນ​ລ້ານ​ໂດ​ລາ ຈຶ່ງ​ຈະ​ເຮັດ​ໃຫ້​ໂຄງການ​ຂະໜາດ​ໃຫຍ່​ຕ່າງໆ​ສາມາດ​ເກີດ​ຂຶ້ນ​ໄດ້​ຈິງ​ແທ້.

ທ່ານ​ອ້ວນ ພົມມະ​ຈັກ ​ເອກ​ອັກຄະ​ລັດຖະທູດ​ລາວປະ​ຈໍາ​ປະ​ເທດ​ໄທ ກ່າວ​ຢືນຢັນ​ຕໍ່​ບັນດາ ​ນັກທຸລະກິດ​ໄທ​ທີ່​ເຂົ້າຮ່ວມ​ໃນ​ກອງປະຊຸມ​ສໍາ​ມະ​ນາ​ ວ່າ​ດ້ວຍໂອກາດ​ທາງ​ດ້ານ​ການ​ລົງທຶນ​ໃນ​ລາວ ​ເມື່ອ​ບໍ່​ນານ​ມາ​ນີ້ ຢູ່​ບາງກອກ​ປະ​ເທດ​ໄທ​ວ່າ​ ໃນ​ໄລ​ຍະ​ນັບ​ຈາກ​ປີ 2006 ຈົນ​ເຖິງ​ປີ 2010 ນີ້​ ໄດ້​ມີ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ເຂົ້າ​ໄປ​ລາວ ​ຈໍານວນ​ທັງ​ໝົດ 761 ​ໂຄງການ ຄິດ​ເປັນ​ມູນ​ຄ່າ​ການ​ລົງທຶນ​ລວມ​ເຖິງ 1 ໝື່ນ​ລ້ານ​ໂດ​ລາ ​ໂດຍ​ສ່ວນ​ໃຫຍ່​ເປັນ ການ​ລົງທຶນ​ໃນ​ພາກ​ພະລັງງານ​ໄຟຟ້າ ພາກ​ກະສິກໍາ ອຸດສາຫະກໍາ​ແປ​ຮູບ​ໄມ້ ​ແລະ​ອຸດສາຫະກໍາ​ຂຸດ​ຄົ້ນ​ບໍ່ ​ແຮ່. ສ່ວນ​ສາ​ເຫດ​ສໍາຄັນ​ປະການ​ນຶ່ງ​ທີ່ເຮັດ​ໃຫ້​ບັນດາ​ບໍລິສັດ​ຕ່າງ​ຊາດ​ພາກັນ​ຫລັ່ງ​ໄຫລ ​ເຂົ້າ​ໄປ​ລົງທຶນ​ໃນ​ລາວ ​ຫລາຍຂຶ້ນນັບ​ມື້​ນັ້ນ ທ່ານ​ອ້ວນ ພົມມະ​ຈັກ ກໍ​ໄດ້​ຊີ້​ແຈງ​ວ່າ ​ເປັນ​ຍ້ອນ​ການ​ທີ່​ລັດ​ຖະບານ​ລາວ​ໄດ້​ໃຫ້ການ​ສົ່ງ​ເສີມ ແລະອໍານວຍ​ຄວາມ​ສະ​ດວກ​ໃນ​ທຸກ​ດ້ານ ​ຊຶ່ງ​ຈະ​ເຫັນ​ໄດ້​ຈາກ​ການ​ດັດ​ແກ້​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ ເພື່ອ​ໃຫ້​ທັນ​ສະໄໝ ​ແລະ​ສອດຄ່ອງ​ກັບ​ສະພາບ​ການ​ຢູ່​ສະ​ເໜີ​ນັ້ນ​ເອງ.

ສໍາລັບ​ໃນ​ໄລຍະ 5 ປີ​ຕໍ່ໜ້າ​ ກໍ​ຄື​ຈາກ​ປີ 2011 ຫາ 2015 ນັ້ນ ລັດຖະບານ​ລາວ​ກໍ​ໄດ້​ວາງ ​ແຜນການ​ທີ່​ຈະ​ດຶງ​ເອົາ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ໃຫ້​ໄດ້​ຫລາຍ​ກວ່າ​ໃນ​ໄລຍະ 5 ປີທີ່ຜ່ານ​ມາ ​ໂດຍ​ສະ​ເພ​າະ​ແມ່ນ​ການ​ລົງທຶນ​ໃນໂຄງການ​ຂະໜາດ​ໃຫຍ່ ດັ່ງ​ທີ່​ທ່ານ​ອ້ວນໄດ້ ​ຖະ​ແຫລ​ງຊີ້​ແຈງ​ວ່າ:

“​ໂຄງການ​ໃຫຍ່ ຫລື Mega Projects ສໍາລັບ​ຫ້າ​ປີ​ຕໍ່ໜ້າ​ ມີ​ຫລາຍ​ກວ່າ 200 ​ໂຄງການ ຊຶ່ງ​ໃນ​ນີ້​ ຂ້າພະ​ເຈົ້າຂໍ​ເວົ້າສະ​ເພາະ​ໂຄງການ​ສໍາຄັນ ກໍ​ຄື​ໂຄງການ​ສ້າງ​ທາງ​ລົດ​ໄຟ​ ຈາ​ກນ​ະຄອນ​ວຽງ​ຈັນ​ໄປ​ປະ​ເທດ​ຈີນ ​ໂຄງການຂະຫຍາຍ​ສາຍ​ສົ່ງ​ກະ​ແສ​ໄຟຟ້າ​ແຮງ​ສູງ​ທົ່ວ​ປະ​ເທດ ​ໂຄງການ​ສ້າງ​ທາງ​ຫລວງ​ແຫ່ງ​ຊາດ​ ຂະໜານ​ກັບ​ເສັ້ນທາງເລກ 3 ​ໂຄງການ​ສ້າງ​ເຂຶ່ອນ​ໄຟຟ້າ 14 ​ແຫ່ງ ​ໂຄງການ​ສ້າງ​ທາງ​ດ່ວນ​ໄປ​ຫວຽດນາມ ​ໂຄງການ​ຂຸດ​ຄົ້ນ​ແຮ່ເຫລັກ ​ແຮ່​ໂປ​ຣ​ເຕສ ​ແລະ​ແຮ່​ບ໊ອກ​ໄຊ້ດ໌ ຊຶ່ງ​ຈະ​ຕ້ອງ​ໃຊ້​ທຶນ​ທັງ​ໝົດ​ໃນ​ຫ້າ​ປີ​ຕໍ່ໜ້າ​ນີ້​ຫລາຍ​ກວ່າ 40 ຕື້​ໂດ​ລາ.”

ຖ້າ​ຫາກ​ວ່າ​ສາມາດ​ປະຕິບັດ​ໄດ້​ຈິງ​ກໍ​ຈະ​ເປັນ​ຜົນ​ເຮັດ​ໃຫ້​ປະຊາຊົນ​ລາວ​ຫລຸດ​ພົ້ນ​ຈາກ​ຄວາມ​ຍາກຈົນ​ໄດ້​ໃນ ລະ​ດັບ​ພື້ນຖານ ​ແລະ​ສໍາລັບ​ໃນ​ໄລຍະ​ແຜນການ​ພັດທະນາ​ທາງ​ເສດ​ຖະກິດ​ແລະ​ສັງຄົມ​ແຫ່ງ​ຊາດ​ປະ​ຈໍາປີ 2010-2011 ນີ້ ລັດຖະບານ​ລາວກໍ​ໄດ້​ວາງ​ເປົ້າໝາຍ​ທີ່​ຈະ​ເຮັດ​ໃຫ້​ຍອດ​ຜະລິດ​ພັນ​ລວມພາຍ​ໃນ​ປະ​ເທດ ຫລື GDP ຄິດ​ສະ​ເລ່ຍ​ເປັນ​ລາຍ​ຮັບ​ຂອງ​ປະຊາກອນ​ລາວ​ໄດ້​ເຖິງ 9.6 ລ້ານ​ກີບ​ ຫລື​ປະມານ 1,130 ​ໂດ​ລາ​ຕໍ່​ຄົນ ຕໍ່​ປີ. ສ່ວນ​ການ​ທີ່​ຈະ​ເຮັດ​ໃຫ້​ເປົ້າໝາຍ​ດັ່ງກ່າວ​ສາມາດ​ເກີດ​ຂຶ້ນ​ໄດ້​ຢ່າງ​ແທ້​ຈິງ​ນັ້ນ ກໍ​ມີ​ຄວາມ​ຈໍາ​ເປັນ​ທີ່​ຈະ​ຕ້ອງ​ຊຸກ​ຍູ້​ໃຫ້ການ​ຜະລິດ​ໃນ​ພາກ​ກະສິກໍາ-ປ່າ​ໄມ້​ ມີ​ການ​ຂະຫຍາຍຕົວ​ເພີ່ມ​ຂຶ້ນບໍ່​ໜ້ອຍ ​ກວ່າ 3.5% ​ແລະ​ພາກ​ບໍລິການ​ກໍ​ຈະ​ຕ້ອງ​ຂະຫຍາຍຕົວ​ບໍ່​ຕໍ່າ​ກວ່າ 6.7% ສ່ວນ​ພາກ​ອຸດ ສາຫະກໍາ​ນັ້ນ​ກໍ​ຈະ​ຕ້ອງ​ຂະຫຍາຍຕົວ​ເຖິງ 17.3%. ສໍາລັບ​ໃນ​ດ້ານ​ງົບປະມານ​ລາຍ​ຮັບ-ລາຍ​ຈ່າຍ​ນັ້ນ ລັດຖະບານ​ລາວ​ກໍ​ຈະ​ສູ້​ຊົນ​ເພື່ອ​ເຮັດ​ໃຫ້​ສາມາດ​ຈັດ​ເກັບ​ລາຍຮັບ​ໃຫ້​ໄດ້​ບໍ່​ໜ້ອຍ​ກວ່າ 20.8% ຂອງ​ມູນ​ຄ່າ GDP ​ໃນ​ຂະນະ​ດຽວ​ກັນ​ ກໍ​ຈະ​ຄວບ​ຄຸມ​ລາຍ​ຈ່າຍ​ໃຫ້​ບໍ່​ເກີນ​ລະດັບ 24.29%​ ຂອງ​ມູນ​ຄ່າ GDP ຊຶ່ງ​ກໍ​ຈະ​ເຮັດ​ໃຫ້​ລັດຖະບານ​ລາວ​ຂາດ​ດຸນ​ທາງ​ດ້ານ​ງົບປະມານ​ໃນ​ລະດັບ​ບໍ່​ເກີນ 3.49% ຂອງ​ມູນ​ຄ່າ GDP ​ແລະ​ຖ້າ​ຫາກ​ວ່າການ​ດໍາ​ເນີນ​ງານ​ເປັນ​ໄປ​ຕາມ​ແຜນການ​ທີ່​ວາງ​ໄວ້​ດັ່ງກ່າວ ກໍ​ຍັງ​ຈະ​ເຮັດ​ໃຫ້​ປະຊາກອນ​ລາວ​ທີ່​ຍາກຈົນ​ເຫລືອ​ຢູ່​ບໍ່​ເກີນ 19% ຂອງ​ຈໍານວນ​ຄົວ​ເຮືອນ​ທັງ​ໝົດ​ໃນ​ລາວ​ອີກ​ດ້ວຍ.

ນາຍົກ ລມຕ ລາວ ທ່ານບົວສອນ ບຸບຜາວັນ ຢ້ຽມຢາມໂຮງງານ ແປຮູບໄມ້ແຫ່ງນຶ່ງ ໃນລາວ.
ນາຍົກ ລມຕ ລາວ ທ່ານບົວສອນ ບຸບຜາວັນ ຢ້ຽມຢາມໂຮງງານ ແປຮູບໄມ້ແຫ່ງນຶ່ງ ໃນລາວ.

ແຕ່​ຢ່າງ​ໃດ​ກໍ​ຕາມ ທ່າ​ນບົວ​ສອນ ບຸບຜາ​ວັນ ນາ​ຍົກ​ລັດ​ຖະ ມົນຕີ​ລາວ​ກໍ​ໄດ້​ຍອມຮັບ​ກ່ອນ​ໜ້າ​ນີ້​ວ່າ ການ​ທີ່​ຈະສາມາດ​ ບັນລຸ​ເປົ້າໝາຍ​ດ່ັງກ່າວໄດ້​ນັ້ນ ກໍ​ບໍ່​ແມ່ນ​ເລຶ່ອງງ່າຍ​ເນຶ່ອງ ຈາກ​ວ່າ​ລັດຖະບານ​ລາວ​ນັ້ນ​ ຍັງ​ຈະ​ຕ້ອງ​ປະ​ເຊີນກັບ​ບັນຫາ ​ແລະ​ອຸບປະສັກ​ໃນ​ຫລາຍໆ​ດ້ານ ​ເປັນ​ຕົ້ນ​ແມ່ນ​ການ​ຄຸ້ມ​ຄອງ​ເສດ​ຖະກິດ​ມະຫະພາກ ການ​ເງິນ ການທະນາຄານ ການ​ຄ້າ ລາຄາ ​ແລ​ະດ້ານ​ອື່ນໆ​ທີ່​ຈະ​ເຮັດ​ໃຫ້​ເກີດ​ສະພາບ​ປັ່ນ​ປ່ວນ​ຂຶ້ນ​ໄດ້​ຖ້າ​ຫາກ​ວ່າ​ມີ​ການ​ປ່ອຍ ປະລະ​ເລີຍ ຫລື​ວ່າ​ບໍ່​ມີ​ການ​ຊີ້​ນໍາ​ຢ່າງ​ໄກ້​ຊິດ ຫລື​ບໍ່​ມີ​ການ​ປະສານ​ງານ​ກັນ​ຢ່າງ​ເປັນ​ເອກ​ກະ ພາບ​ກັນ. ສຳລັບໃນ​ໄລ​ຍະ​ແຜນການ​ປີ 2009-2010 ທີ່​ກໍາລັງ​ຈະ​ສິ້ນ​ສຸດ​ແຜນການ​ລົງ​ໃນ​ທ້າຍ​ເດືອນ​ກັນຍາ​ນີ້ ລັດຖະບານ​ລາວກໍ​ເຊື່ອ​ໝັ້ນ​ວ່າ GDP ຈະ​ຂະຫຍາຍຕົວ​ໃນ​ອັດຕາ​ສະ​ເລ່ຍບໍ່​ຕໍ່າ​ກວ່າ 7.8% ຊຶ່ງ​ກໍ​ຈະ​ເຮັດ​ໃຫ້ GDP ຂອງ​ລາວ​ ມີມູນ​ຄ່າ​ລວມ​ເຖິງ 54,225 ຕື້​ກີບ ຫລື​ປະມານ 6,450 ລ້ານ​ໂດ​ລາ​ຕາມ​ອັດຕາ​ແລກປ່ຽນ​ໃນ​ປັດຈຸບັນ.

ພາກ​ການ​ຜະລິດ​ທີ່​ມີ​ການ​ຂະຫຍາຍຕົວ​ເພີ່ມ​ຂຶ້ນຫລາຍ​ທີ່​ສຸດ​ນັ້ນ ກໍ​ຄື​ພາກ​ອຸດສາຫະກໍາ​ ທີ່​ຂະຫຍາຍຕົວ​ເຖິງ 17% ຕິດຕາມ​ດ້ວຍ​ພາກ​ບໍລິການ ​ທີ່​ຂະຫຍາຍຕົວ​ບໍ່​ໜ້ອຍ​ກວ່າ 6.7% ​ແລະ​ພາກ​ກະສິກໍາ-ປ່າ​ໄມ້​ ກໍ​ຈະ ຂະຫຍາຍ​ຕົວ​ບໍ່​ເກີນ 3.2% ຕາມ​ລໍາດັບ.

XS
SM
MD
LG