ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລາວ ຊອກຫາທາງຖ່ວງດຶງ ອິດທິພົນທາງເສດຖະກິດ ຂອງຈີນ ທີ່ເພີ້ມທະວີຂຶ້ນນັບມື້


ຊາວນາຄົນໜຶ່ງ ກົ້ມລົງເບິ່ງຕົ້ນເຂົ້າຂອງລາວ ຢູ່ທົ່ງນາ ໃຕ້ສາຍສົ່ງໄຟຟ້າແຮງສູງ ທີ່ເນັ່ງມາຈາກ ເຂື່ອນນ້ຳເທີນ 2 ທີ່ແຂວງຄຳມ່ວນ, ວັນທີ 28 ຕຸລາ 2013.
ຊາວນາຄົນໜຶ່ງ ກົ້ມລົງເບິ່ງຕົ້ນເຂົ້າຂອງລາວ ຢູ່ທົ່ງນາ ໃຕ້ສາຍສົ່ງໄຟຟ້າແຮງສູງ ທີ່ເນັ່ງມາຈາກ ເຂື່ອນນ້ຳເທີນ 2 ທີ່ແຂວງຄຳມ່ວນ, ວັນທີ 28 ຕຸລາ 2013.

ອິດ​ທິພົນ​ຂອງ​ຈີນ ທີ່ເຕີບ​ໃຫຍ່​ຂຶ້ນເລື້ອຍໆຢູ່​ໃນ​ລາວ ​ຊື່​ງມີ​ການລົງ
ທຶນ​ແລະ​ການ​ຄ້າ​ທີ່​ຂະຫຍາຍ​ກ້ວາງ​ອອກນັບ​ມື້ ​ເປັນ​ຂີດ​ໝາ​ຍນັ້ນ​ ​
ໄດ້​ພາ​ໃຫ້​ອົງການ​ສາກົນ​ຈຳນວນ​ໜຶ່ງ ກ່າວເຕືອນ ສ​ປປ ລາວ ກ່ຽວ​
ກັບການ​ກາງ​ຕໍ່ຈີນ​ຫລາຍເກີນ​ໄປ​ໃນ​ທາງ​ການ​ເງິນ ຊຶ່ງ​ບໍ່​ເປັນ​ການ​ດີ
​ຕໍ່​ປະ​ເທດ​ລາວ. ຕາມທີ່ຜູ້ສື່​ຂ່າວ​ວີ​ໂອ​ເອ Ron Corben ລາຍງານ​
ມາ​ຈາກບາງກອກນັ້ນ ບັນດານັກວິ​ເຄາະ​ກ່າວ​ວ່າ ລາວ​ກຳລັງ​ຫາ​ທາງ​
ຖ່ວງ​ດຶງ​ອິດ​ທິພົນ​ຂອງ​ຈີນ ​ໂດຍ​ຫັນ​ໄປ​ດຶງ​ເອົາ​ການ​ສະໜັບສະໜຸນ​
ຈາກ​ຫວຽດນາມ ຜູ້ໜຸນ​ຫລັງ​ຕົນ​ມາ​ດົນ​ນານ​ແລ້ວ​ນັ້ນ ຕະຫລອດ​ທັງ
ຈາກຝ່າຍ​ຕາ​ເວັນ​ຕົກ​ນຳ. ດາຣາມີ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ.

ໃນ​ປີ 2014 ຈີນ​ໄດ້​ກາຍ​ມາ​ເປັນ​ນັກ​ລົງທຶນ​ອັນ​ດັບ​ໜຶ່ງ​ຢູ່​ໃນລາວ ​ໂດຍ​ມີ​ມູນ​ຄ່າ​ການ​ລົງທຶນ
ທັງ​ໝົດ ຫລາຍ​ກ່ວາ 5 ຕື້​ດອນ​ລ່າ​ໃນ​ໂຄງການ​ຕ່າງໆ ​ເຊັ່ນ​ບໍ່​ແຮ່ ຊັບພະຍາກອນ ໄຟຟ້າພະ
ລັງ​ນ້ຳ ແລະ​ທຸລະ​ກິດ​ການ​ກະ​ເສດ.

ລາວ​ແລະ​ຈີນ​ໄດ້​ຕົ​ກລົງຈະ​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ມູນຄ່າ 7 ຕື້ ດອນ​ລ່າ ​ເຊື່ອມ​ຕໍ່​ກັນ
ອັນ​ເປັນ​ສ່ວນ​ໜຶ່ງ​ຂອງ​ຍຸ​ທະ​ສາດ One Belt, One Road ຂອງ​ຈີນ​ໃນ​ການ​ສ້າງ​ທາງ​ລົດໄຟ
​ແລ່ນຜ່ານ​ເອ​ເຊຍ​ກາງ ​ແລະ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້.

​ເສ້ນ​ທາງ​ລົດ​ໄຟ​ທີ່​ຈະແລ່ນ​ເຂົ້າ​ໄປ​ຍັງ​ເອ​ເຊຍຕາ​ເວັນ​ອອກສຽງ​ໃຕ້​ນັ້ນ ​ແມ່ນ​ຈະ​ເລີ້ມ​ຈາກຄຸນ​ໝິງ ​ໃນ​ແຂວງ​ຢຸນນານ​ຂອງ​ຈີນ ​ແລ່ນ​ລົງໃຕ້​ໄປ​ຍັງ​ນະຄອນຫລວງ​ວຽງ​ຈັນ ຜ່ານ​ຂົວ 150 ​ແຫ່ງ, ອຸບ​ໂມງ 76 ​ແຫ່ງ ​ແລະ​ສະຖານີ​ລົດ​ໄຟ 31 ​ແຫ່ງ. ຈາກ​ວຽງ​ຈັນ ທາງ​ລົດ​ໄຟ​ຈະ​ເຊື່ອມ​ຕໍ່​ໃສ່​ໄທ ​ແລະ​ຍັງ​ມີ​ແຜນການ​ຈະ​ສ້າງ​ທາງ​ລົດ​ໄຟ ​ແລ່ນ​ລົງ​ໃຕ້​ໄປ​ຮອດ​ສິງກະ​ໂປພຸ້ນ​ອີກ.

ທ່ານ Carl Thayer ນັກວິ​ເຄາ​ະຂ່າວ​ດ້ານ​ການ​ປ້ອງ​ກັນ ທີ່​ມະຫາວິທະຍາ​ໄລ New South
Wales ປະ​ເທດ​ອອສ​ເຕຣ​ເລຍ ກ່າວ​ວ່າ ການ​ລົງທຶນ​ສ້າງ​ທາງ​ລົດ​ໄຟ​ນີ້ ​ເປັນ​ຂີດ​ໝາຍ​ການ​ແພ່​ອິດ​ທິພົນ​ຂອງ​ຈີນ ອອກ​ໄປ​ຕື່ມ​ອີກ ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ຢູ່​ໃນ​ພວກ​ປະ​ເທດ​ສະມາຄົມ​ອາ​ຊ່ຽນ ​ພິ​ເສດ​ກໍ​ຄື ​ໄທ ມຽນມາ ​ແລະ​ກຳປູ​ເຈຍ.

ທ່ານ Carl Thayer ກ່າວ​ວ່າ “ທັງ​ໝົດ​ນັ້ນ​ແມ່ນ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ຜັກ​ດັນ​
ສອງ​ຢ່າງ​ຂອງ​ຈີນ ​ກໍ​ຄືເພື່ອ​ພັດທະນາ​ເສ້ນ​ທາງ​ການ​ຄ້າ​ຂອງ​ຕົນ ລົງ​ໄປ​ທາງ​ໃຕ້ ​
ແລະ​ເພື່ອ​ປັບປຸງ​ພື້ນຖານ​ໂຄງ​ລ່າງ ກໍ​ຄື​ການ​ເຊື່ອມ​ຕໍ່​ອາ​ຊ່ຽນ ​ແລະ​ກໍ​ເຫັນ​ໄດ້​
ແຈ່ມ​ແຈ້ງວ່າ ມັນ​ເປັນ​ສິ່ງ​ທີ່​ໄທ​ຕ້ອງການ ​ເພາະວ່າ​ມັນ​ຈະ​ແລ່ນ​ຜ່ານ​ລາວ ​
ແລ້ວໄປ​ສິ້ນ​ສຸດ​ລົງ​ຢູ່​ໄທ. ທາງ​ລົດ​ໄຟ​ຄວາມ​ໄວ​ສູງນີ້ ຈະ​ເຮັດ​ໃຫ້​ລາວ​ເປັນ​ໜີ້​
ຈີນຢ່າງ​ໜັກ ຍ້ອນ​ເງິນ​ກູ້​ຢືມ​ດອກ​ເບ້ຍ​ຍ່ອມ​ເຍົາ​ນັ້ນ.”

ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ​ເງິນ​ກູ້​ຢຶມດັ່ງກ່າວ ຊຶ່ງ​ລາວ​ໄດ້​ເອົາບໍ່​ແຮ່​ທີ່​ຍັງ​ບໍ່​ໄດ້​ສຳຫລວດ​ຂຸດ
ຄົ້ນຂອງ​ປະ​ເທດ ​ເປັນ​ຫລັກ​ປະກັນ​ນັ້ນ ​ແມ່ນຈະເພີ້​ມໜີ້​ສິນ​ຂອງລາວ​ຂຶ້ນ​ຢ່າງ​ຫລວງຫລາຍ ​ເພາະວ່າ​ຈຳນວນ​ເງິນ​ກູ້​ນັ້ນ ​ມີ​ສ່ວນ​ສັດເທົ່າ​ກັບ​ປະມານ 90 ສ່ວນ​ຮ້ອຍ​ຂອງ​ຜົນ​ຜະລິດ ທາງ​ເສດຖະກິດ​ປະຈຳ​ປີ​ຂອງ​ປະ​ເທດ. ທະນາຄານ​ພັດທະນາ​ເອ​ເຊຍ ຫລື ADB ກ່າວ​ວ່າ ການ
ລົງທຶນໃສ່​ທາງ​ລົດ​ໄຟ​ດັ່ງກ່າວ ແມ່ນ​ໃຫຍ່​ໂຕ ​ແລະແພງ​ເກີນ​ໄປ ສຳ​ຫລັບ​ເສດຖະກິດ​ນ້ອຍໆ
ທີ່​ມີ​ຜູ້​ອຸປະ​ໂພ​ກພຽງ ປະມານ 6 ລ້ານ​ຄົນ ທີ່​ກາງ​ຕໍ່​ໃສ່​ກາ​ນກະສິກຳ​ເພື່ອ​ທຳ​ມາ​ຫາ​ລ້ຽງ​ຊີບ
ເປັນ​ສ່ວນ​ໃຫຍ່.

ນອກ​ນັ້ນ ຈີນ​ຍັງ​ເປັນ​ນັກ​ລົງ​ທຶນ​ຊັ້ນ​ນຳຢູ່​ໃນ​ລາວ ​ໃນ​ດ້ານ​ໄຟຟ້າ​ພະລັງ​ນ້ຳ​ອີກ ແລະ​ມີແຜນ​ການຈະ​ກໍ່ສ້າງ​ເຂື່ອນ​ຫລາຍ​ແຫ່ງ​ຢູ່ຕາມ​ສາຂາ​ຂອງ​ແມ່​ນ້ຳຂອງ ​ໂດຍມີ​ລາຍ​ງານ​ຫລາຍ​ກະ
ແສ​ຊີ້​ບອກ​ວ່າ ຈີນ​ກຳ​ລັງ​ກຽມ ຈະ​ເຊັນ​ສັນຍາ​ກໍ່ສ້າງເຂື່ອນ​ໃໝ່ ຫລາຍ​ເຖິງ 9 ​ແຫ່ງ. ບັນດາ
ແຂວງ​ທາງ​ພາກ​ເໜືອ​ຂອງ​ລາວ ​ແມ່ນ​ອາ​ໄສ​ໄຟຟ້າ​ຈາກ​ຈີນ ​ເພາະວ່າ​ໄຟຟ້າ​ຈາກ​ເຂື່ອນ​ໄຟ
ຟ້າ​ນ້ຳຕົກຂອງ​ລາວ​ນັ້ນ ສ່ວນ​ໃຫຍ່​ແມ່ນ​ສົ່ງ​ອອກ​ຂາຍ ​ໃຫ້ໄທ.

ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ​ແຜນການ​ດັ່ງກ່າວ​ຂອງຈີນ ພາໃຫ້ເກີດຄວາມຢ້ານກົວ ກ່ຽວກັບ
ການທໍາລາຍຊີວະນາໆພັນ, ການໄລ່ທີ່ປະຊາ ຊົນ ແລະການບໍ່​ມີ​ວຽກ​ເຮັດ​ງານ​ທຳໃນບັນດາ
ຊາວກະສິກອນ ທີ່ຖືກຍົກຍ້າຍ.

ນັກ​ລັດຖະສາດ​ການ​ເມື​ອງທີ່​ມະຫາວິທະ​ຍາ​ໄລຈຸລາ​ລົງ​ກອນ ທ່ານ ທິຕິ​ນັນ ພົງ​ສຸດ​ທີ່ຣັກ
ກ່າວ​ວ່າ ຈີນ​ເຫັນ​ລາວ​ວ່າເປັນບາດກ້າວ​ອັນ​ສຳຄັນ ​ໃນ​ການ​ຂະຫບາຍ​ອິດ​ທິພົນ​ຂອງ​ຕົນ
ຢູ່​ໃນ​ຂົງ​ເຂດ​ນັ້ນ.

ທ່ານ ທິຕິ​ນັນ ກ່າວ​ວ່າ “​ໃນ​ບັນດາ​ປະ​ເທດ​ທີ່ມີ​ສ່ວນ​ພົວພັນ​ທັງ​ຫລາຍ​ນັ້ນ ລາວ​
ແມ່ນຕົກ​ຢູ່​ໃນ​ອັນຕະລາຍ​ຫລາຍ​ທີ່​ສຸດ ທີ່​ຈະ​ຖືກ​ຄອບ​ງຳ​ໂດຍ​ປະ​ເທດ​ຈີນ.
ລາວ​ເປັນ​ປະ​ເທດ​ນ້ອຍ ​ເສດຖະກິດ​ນ້ອຍໆ ​ແລະ​ຈີນ​ກໍ​ບໍ່ ຢ້ານ​ທີ່​ຈະນຳ​ເອົາ​
ພື້ນ​ທີ່​ແຜ່ນດິນ​ໃຫຍ່​ເອ​ເຊຍ​ຕາ​ເວັຍ​ອອກສຽງ​ໃຕ້ ​ເຂົ້າ​ໄປ​ໃນ​ສວນ​ຫລັງ​ບ້ານ​
ຂອງ​ຕົນ. ຈີນ​ກຳລັງ​ເຮັດ​ແບບ​ນັ້ນ​ຢູ່​ແລ້ວ. ​ແຜ່ນ​ດິນ​ໃຫຍ່​ເອ​ເຊຍ​ຕາ​ເວັນ​ອອກ
ສຽງ​ໃຕ້ ​ແມ່ນ​ຢູ່​ໃນ​ວົງ​ໂຄຈອນ​ຂອງ​ຈີນ​ຢ່າງ​ສິ້ນ​ເຊີງ​ແລ້ວ ​ໃນ​ເວລາ​ນີ້.”


​ເສດຖະກິດ​ຂອງ​ລາວ ມີ​ການ​ຂະ​ຫຍາ​ຍ​ໂຕ ​ໃນ​ອັດຕາສູງເກືອບ​ຮອດ 7 ​ເປີ​ເຊັນ ​ແຕ່​ກໍ​ຍັງ
ກາງ​ຕໍ່​ນຳ​ຫລາຍໆ​ດ້ານທີ່​ສ້າງ​ໜ້າ​ວຽກ​ຕໍ່າ ​ເປັນ​ຕົ້ນ​ວ່າ ການສະກັດຊັບພະຍາກອນທຳມະ
ຊາດ ແລະໄຟຟ້າພະລັງນ້ຳ.

ທະນາຄານ​ໂລກ​ໄດ້​ຮຽກຮ້ອງ​ໃຫ້​ ລາວສ້າງຄວາມຫຼາກຫຼາຍ ໃນເສດຖະກິດຂອງຕົນ ເພື່ອ
ສ້າງວຽກເຮັດງານໃຫ້ແກ່ພວກທີ່ຈະເຂົ້າມາສູ່ຕະຫຼາດແຮງງານໃໝ່ ຫຼາຍກ່ວາ 90,000 ຄົນ ໃນແຕ່ລະປີນັ້ນ.

ນອກ​ນີ້ ສະຖານະ​ພາບ​ທາງ​ການ​ເງິນ​ຂອງ​ ສປປ ລາວ ກໍ​ຍັງ​ອ່ອນແອເຊັ່ນ​ກັນ. ​ໃນ​ເດືອນກໍລະ
ກົດ ປີ​ກາຍ​ນີ້ ລັດຖະບານ​ລາວ​ໄດ້​ແຕ່ງ​ຕັ້ງລັດຖ​ະມົນຕີ​ການ​ເງິນ​ຄົນ​ໃໝ່ ທ່າມກາງ​ການ​ຂາດ
ດຸນງົບປະມານ​ທີ່​ຂະຫຍາຍ​ກ້ວາງ​ອອກ​ນັບ​ມື້​ຂອງ​ລັດຖະບານ ພ້ອມ​ດຽວ​ກັນ ກໍ​ໄດ້​ອອກດຳ
ລັດ​ຮຽກຮ້ອງ​ປະຊາຊົນ​ພົນລະ​ເມືອງ ​ໃຫ້ພາກັນ​ປະ​ຫຍັດ​ມັດທະຍັດ ​ແລະ​ຕັດ​ການ​ໃຊ້​ຈ່າຍລົງ.

ທ່ານ ທິຕິ​ນັນ ກ່າວ​ວ່າ ​ສະພາບ​ການດ້ານ​ການ​ເງິນ​ທີ່​ບໍ່​ແຂງ​ແຮງ ​ເຮັດ​ໃຫ້ ສປປ ລາວ ຕົກ​ຢູ່​ໃນສະຖານະ​ພາບ ທີ່​ອ່ອນ​ແອ​ຍິ່ງ​ຂຶ້ນ.

ທ່ານ ທິຕິ​ນັນ ກ່າວ​ວ່າ “ຂໍ້​ຈຳ​ກັດຮັດ​ແຄບ​ດ້ານ​ການ​ເງິນ ​ເຮັດ​ໃຫ້​ລາວ ຕົກ​ຢູ່​ໃນ​
ຖານະ​ທີ່​ຫລໍ່​ແຫລມ. ​ເສດຖະກິດ​ມະຫາ​ພາກ​ຂອງ​ລາວ​ແມ່ນ​ບໍ່ແຂງ​ແຮງ​ ​ດັ່ງ​ນັ້ນ
ລາວຈຶ່ງ​ຕ້ອງ​ໄດ້​ກາງ​ຕໍ່​ອາ​ໄສ​ຈີນ ​ແລະ​ຈີນ​ກໍ​ຕອບ​ສະໜອງ​ໄດ້​ດີ​ອີ​ຫລີ່ ​ໂດຍ​ການ
​ໃຫ້​ເງິນ​ກູ້​ຢືມ​ຕື່ມ​ອີກ ​ແລະ​ຈັດ​ຕັ້ງ​ໂຄງການ​ຢູ່​ໃນ​ລາວ​ເພີ້​ມຂຶ້ນ. ສະ​ນັ້ນ ລາວ​ກໍ​
ຕ້ອງ​ໄດ້​ລະມັດລະວັງ​ແທ້ໆ.”

ຕາມ​ປະຫວັດສາດແລ້ວ ລາວ​ແມ່ນ​ໄດ້​ມີ​ສາຍ​ພົວພັນ​ອັນ​ໃກ້ຊິດ​ກັບ​ເພື່ອນ​ບ້ານ​ຫວຽດນາມ
ມາ​ເປັນ​ເວລາ​ດົນ​ນານ ຍ້ອນ​ຫລັງ​ຄືນ​ໄປ​ຫາ ​ແມ່ນ​ແຕ່ກ່ອນສະ​ໄໝສົງຄາມ​ອິນ​ໂດ​ຈີນ ​ໃນ​
ຊຸມ​ປີ 1960 ​ແລະ 1970 ພຸ້ນ. ສາຍ​ພົວພັນ​ອັນ​ແຂງ​ແຮງ​ນີ້ ​ໄດ້ດຳ​ເນີນ​ສືບ​ຕໍ່​ມາ​ລະຫວ່າງ​ລັດຖະ ບານ​ຄອມ​ມິ​ວນິສທັງ​ສອງ ຈົນ​ເຖິງ​ປັດຈຸບັນ​ນີ້. ​ແຕ່​ ທ່ານ Martin Stuart-Fox
ສາ​ສະ​ດາ​ຈານ​ກິ​ດຕິ​ຄຸນ​ວິຊາ​ປະຫວັດສາດ ທີ່​ມະຫາວິທະ ຍາ​ໄລ Queensland ກ່າວ​ວ່າ ຈີນ​ໄດ້​ພັດທະນານະ​ໂຍບາຍທີ່​ແນ​ໃສ່ ເຮັດ​ໃຫ້​ຄວາມ​ສຳພັນ​ລະຫວ່າງລາວກັບຫວຽດນາມ​ ອ່ອນ​ແອ​ລົງ.

ທ່ານ Martin Stuart-Fox ກ່າວ​ວ່າ “​ໃນ​ຂະນະ​ທີ່​ອິດ​ທິພົນ​ທາງ​ເສດຖະກິດ​ເພີ້​ມ
ທະວີ​ຂຶ້ນ ອິດ​ທິພົນ​ທາງ​ການ​ເມືອງ​ກໍ​ເພີ້​ມຂຶ້ນ​ໄປ​ພ້ອມໆ​ກັນ. ຈີນແມ່ນ​ໄດ້​ຕົກລົງ​ໃຈ
ມາ​ຕະຫລອດ​ເວລາ​ແລ້ວ​ວ່າ ​ເຂົາ​ເຈົ້າ​ຈະຕ້ອງມີ​ອິດ​ທິພົນ​ ຢ່າງ​ນ້ອຍກໍ​ເທົ່າໆ​ກັນ​ກັບ​ຫວຽດນາມ. ​ໄດ້​ມີ​ການ​ຕັດສິນໃຈ ຢູ່​ໃນ​ປັກ​ກິ່ງ​ວ່າ ຈະ​ຕ້ອງ​ບໍ່​ປ່ອຍ​ໃຫ້​ລາວຕົກ​ຢູ່​ໃນ​
ວົງ​ອິດ​ທິພົນ​ຂອງ​ຫວຽດນາມ.”

ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ລັດຖະບານ​ລາວ​ຮັບ​ຮູ້​ໃນ​ຄວາມ​ຈຳ​ເປັນ ທີ່​ຈະ​ຕ້ອງ​ສ້າງ​ຄວາມ
​ກ້ຳ​ເກິ່ງ​ກັນ ລະຫວ່າງອິດ​ທິພົນ​ຂອງ​ຈີນ​ກັບຫວຽດນາມ ​ແລະ​ດຶງ​ເອົາ​ການ​ສະໜັບສະໜຸນ
ຈາກ​ຝ່າຍ​ຕາ​ເວັນ​ຕົກ.

​ໃນ 2016 ຄື​ປີໜ້າ​ນີ້ ລາວ​ຈະຂຶ້ນ​ເປັນ​ປະທານສະມາຄົມ​ອາ​ຊ່ຽນ ຊຶ່ງ​ມີ​ການ​ເບິ່ງ​ເຫັນ​ກັນ
​ວ່າ ມັນ​ຈະ​ເປັນ​ໂອກາດ​ອຳນວຍ​ໃຫ້​ວຽງ​ຈັນ ມີ​ອຳນາດງັດ​ງ້າງ​ແລະຕໍ່​ລອງ ​ໃນ​ການ​ຮັບ​ມື​ກັບ​ບັນດາ​ເພື່ອນ​ບ້ານ​ທີ່ເປັນ​ຄູ່​ແຂ່ງ​ກັນ ​ແລະໃຫຍ່​ໂຕ​ກ່ວາ​ຂອງ​ຕົນ.

XS
SM
MD
LG