ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ນໍາລາວວ່າ ການປະຕິບັດ ວຽກງານຈັດຕັ້ງ ຂອງພັກແລະລັດ ຍັງດ້ອຍປະສິດທິພາບ


ທ່ານ ຈູມມະລີ ໄຊຍະສອນ ປະທານປະເທດລາວ
ທ່ານ ຈູມມະລີ ໄຊຍະສອນ ປະທານປະເທດລາວ

ຜູ້ນໍາປະເທດລາວເນັ້ນຢໍ້າວ່າ ການປະຕິບັດວຽກງານຈັດຕັ້ງຂອງພັກ ແລະພະນັກງານ ລັດຖະບານ ຍັງດ້ອຍປະສິດທິພາບໃນ 3 ດ້ານ ທີ່ສົ່ງຜົນກະທົບຕໍ່ບົດບາດການນໍາພາ ຂອງພັກ ແລະລັດຖະບານ.

ທ່ານ ຈູມມະລີ ໄຊຍະສອນ
ປະທານປະເທດ ແລະເລຂາ
ທິການໃຫຍ່ພັກປະຊາຊົນປະ
ຕິວັດລາວ ໄດ້ກ່າວເນັ້ນຢໍ້າຕໍ່
ກອງປະຊຸມວຽກງານຈັດຕັ້ງ
ທົ່ວປະເທດຄັ້ງທີ 9 ເມື່ອບໍ່
ນານມານີ້ວ່າ ບັນຫາທີ່ວຽກ
ງານຈັດຕັ້ງຂອງພັກແລະລັດ
ຖະບານກໍາລັງປະເຊີນຢູ່ໃນ
ປັດຈຸບັນນີ້ມີຢູ່ 3 ດ້ານ ທີ່
ສໍາຄັນ ກໍຄືຄວາມບໍ່ເອົາໃຈໃສ່ຂອງພະນັກງານ ຄວາມເຊື່ອມຖອຍດ້ານຈິດໃຈປະຕິວັດ
ແລະຄວາມດ້ອຍປະສິດທິພາບ ໃນການນໍາພາຂອງຄະນະຈັດຕັ້ງໃນທຸກລະດັບຂັ້ນ.

ຊຶ່ງດ້ວຍບັນຫາດັ່ງກ່າວ ຈຶ່ງບໍ່ພຽງແຕ່ຈະເຮັດໃຫ້ການປະຕິບັດແຜນການພັດທະນາໃນ
ດ້ານຕ່າງໆບໍ່ເປັນໄປຕາມເປົ້າໝາຍທີ່ພັກ ແລະລັດຖະບານລາວໄດ້ວາງອອກເທົ່ານັ້ນ
ຫາກແຕ່ຍັງໄດ້ສົ່ງຜົນກະທົບ ເຖິງບົດບາດການນໍາຂອງພັກແລະລັດຖະບານ ໃນສາຍ
ຕາຂອງປະຊາຊົນລາວ ບັນດາເຜົ່າອີກດ້ວຍ ສ່ວນກ່ຽວກັບແນວທາງໃນການແກ້ໄຂ
ບັນຫາເຫລົ່ານັ້ນ ທ່ານ ຈູມມະລີ ກໍໄດ້ຮຽກຮ້ອງ ຂໍໃຫ້ຄະນະພັກແລະສະມາຊິກພັກ
ທຸກລະດັບຂັ້ນ ຈະຕ້ອງເປັນເອກະພາບກັນ ພາຍໃຕ້ການລວມສູນປະຊາທິປະໄຕໂດຍ
ພັກດຽວຕໍ່ໄປ.

ທ່ານນາງ ບຸນເພັງ ມູນໂພໄຊ ລັດຖະມົນຕີປະຈໍາສໍານັກງານ ນາຍົກລັດຖະມົນຕີ
ທ່ານນາງ ບຸນເພັງ ມູນໂພໄຊ ລັດຖະມົນຕີປະຈໍາສໍານັກງານ ນາຍົກລັດຖະມົນຕີ

ທາງດ້ານທ່ານນາງ ບຸນ
ເພັງ ມູນໂພໄຊ ລັດຖະມົນ
ຕີປະຈໍາສໍານັກງານນາຍົກ
ລັດຖະມົນຕີ ຖະແຫຼງຢືນ
ຢັນວ່າ ແຜນງານປັບປຸງ
ບູລະນະການປົກຄອງຂອງ
ລັດຖະບານລາວ ໃນໄລຍະ
ປັດຈຸບັນໄປຈົນເຖິງປິ 2015
ນັ້ນ ຈະເນັ້ນໜັກທີ່ການພັດ
ທະນາຊັບພະຍາກອນມະ
ນຸດ ໂດຍການຍົກສູງຄວາມ
ຮູ້ຄວາມສາມາດຂອງລັດຖະ
ກອນ ໃນຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ເໝາະສົມ ກັບການພັດທະນາເສດຖະກິດແລະ
ສັງຄົມທີ່ມີເປົ້າໝາຍ ທີ່ຈະເຮັດໃຫ້ລາວຫຼຸດພົ້ນຈາກສະພາບດ້ອຍພັດທະນາໃຫ້ໄດ້ຢ່າງ
ແທ້ຈິງພາຍໃນປີ 2020.

ການຈັດຕັ້ງປະຕິບັດຕາມແຜນການດັ່ງກ່າວນີ້ ຈະຕ້ອງໃຊ້ຈ່າຍງົບປະມານໃນມູນຄ່າ
ລວມບໍ່ໜ້ອຍກວ່າ 352 ຕື້ກີບ ຫຼືປະມານ 44 ລ້ານໂດລາ ຫາກແຕ່ວ່າບັນຫາໃນເວລາ
ນີ້ກໍຄື ລັດຖະບານລາວຈະສາມາດຕອບສະໜອງງົບປະມານໃຫ້ກັບແຜນການໄດ້ພຽງ
64 ຕື້ກີບ ຫຼືບໍ່ເກີນ 8 ລ້ານໂດລາເທົ່ານັ້ນ. ດ້ວຍເຫດນີ້ ຈຶ່ງເຮັດໃຫ້ລັດຖະບານລາວຈໍາ
ເປັນຈະຕ້ອງຂໍການຊ່ວຍເຫຼືອ ແລະ ກູ້ຢືມຈາກຕ່າງປະເທດເປັນດ້ານຫຼັກ.

ທັງນີ້ ກະຊວງການປົກຄອງແລະຄຸ້ມຄອງລັດຖະກອນ ໄດ້ຮ່າງແຜນຍຸດທະສາດພັດທະ
ນາການປົກຄອງ ແລະການບໍລິຫານລັດ ເມື່ອປິກາຍນີ້ ເພື່ອໃຊ້ບັງຄັບໄປຈົນເຖິງປີ
2020 ແລະ ກໍໄດ້ມີການໂຄສະນາເຜີຍແຜ່ ໃຫ້ເປັນທີ່ຮັບຮູ້ ແລະເຂົ້າໃຈຂອງບັນດາພະ
ນັກງານພັກ ແລະລັດຖະບານ ໃນທົ່ວປະເທດແລ້ວ ດ້ວຍຫວັງວ່າຈະເຮັດໃຫ້ສາມາດນໍາ
ໄປປະຕິບັດ ໃນພາກຕົວຈິງໄດ້ຢ່າງມີປະສິດທິຜົນຫຼາຍຂຶ້ນນັ້ນເອງ.

ທ່ານ ຄໍາເຜີຍ ປານມະໄລທອງ ສະມາຊິກສະພາແຫ່ງຊາດ ລາວ ຈາກເຂດນະຄອນຫຼວງວຽງຈັນ
ທ່ານ ຄໍາເຜີຍ ປານມະໄລທອງ ສະມາຊິກສະພາແຫ່ງຊາດ ລາວ ຈາກເຂດນະຄອນຫຼວງວຽງຈັນ

ແຕ່ຢ່າງໃດກໍຕາມ ທ່ານ ຄໍາເຜີຍ ປານມາໄລທອງ
ສະມາຊິກສະພາແຫ່ງຊາດລາວ ກໍໄດ້ສະແດງຄວາມ
ເຫັນວ່າ ການທີ່ຈະເຮັດໃຫ້ການປະຕິບັດວຽກງານ
ດ້ານບໍລິຫານ ໃຫ້ມີປະສິດທິພາບຢ່າງແທ້ຈິງນັ້ນ
ນອກຈາກຈະຕ້ອງມີການຍົກລະດັບຄວາມຮູ້ຄວາມ
ສາມາດ ຂອງພະນັກງານລັດຖະກອນແລ້ວ ກໍຍັງຈະ
ຕ້ອງມີການຊັບຊ້ອນຕໍາແໜ່ງ ແລະມອບໝາຍຄວາມ
ຮັບຜິດຊອບໃຫ້ເໝາະສົມກັບບຸກຄະລາກອນອີກ
ດ້ວຍ. ດັ່ງທີ່ ທ່ານຄໍາເຜີຍ ໄດ້ຍົກຕົວຢ່າງກ່ຽວກັບ
ການແຕ່ງຕັ້ງບຸກຄະລາກອນຂອງພັກປະຊາຊົນປະ
ຕິວັດລາວ ໃຫ້ຮັບຜິດຊອບໃນດ້ານກວດກາຂອງພັກ
ແລະລັດຖະບານລາວໃນຕອນນຶ່ງວ່າ:

ສະຫາຍ ບຸນທອງ ຈິດມະນີ ກະເປັນທັງປະທານກວດກາເບື້ອງພັກ ແລະປະທານ
ກວດກາເບື້ອງພັກນີ້
ມັນເປັນຄືຜູ້ກໍາຕາຊິງຢູ່ເບື້ອງອໍານາດລັດ ເພາະວ່າ ຜ່ານມານີ້
ອົງການນິຕິບັນຍັດ, ອົງການບໍລິຫານນີ້
ພວກເຮົາເພີ່ມກໍາລັງໃຫ້ຫຼາຍຢູ່ ແຕ່ວ່າ
ອົງການຕຸລາການເປັນຕົ້ນແມ່ນສານນີ້
ມັນຍັງບໍ່ທັນໄດ້ເຊີດຊູ ຄັນວ່າເອົາສະຫາຍ
ບຸນທອງ ໄປຢູ່ສານໄດ້
ຄິດວ່າ ສິເປັນການເພີ່ມກໍາລັງແຮງອໍານາດຕຸລາການ

ນອກຈາກນັ້ນ ເງື່ອນໄຂທີ່ສໍາຄັນອີກປະການນຶ່ງ ທີ່ຈະສົ່ງຜົນກະທົບຕໍ່ລະດັບປະສິດທິ ພາບໃນການປະຕິບັດວຽກງານຂອງພະນັກງານລັດຖະກອນ ແລະຄອບຄົວສາມາດທີ່
ຈະຄອງຊີບຢູ່ໄດ້ ໂດຍບໍ່ຂາດເຂີນໃນທ່າມກາງສະພາວະສິນຄ້າມີລາຄາແພງຄືປັດຈຸບັນນີ້.

XS
SM
MD
LG