ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຂໍ້ຂັດແຍ້ງເລຶ່ອງສິດທິທີ່ດິນໃນລາວ ລະຫວ່າງລັດຖະບານກັບປະຊາຊົນ ມີຫລາຍຂຶ້ນ


ທ່ານຄຳມີ ໄຊຍະວົງ ຮອງປະທານສານປະຊາໍົນສູງສຸດ ແຫ່ງ ສປປ ລາວ
ທ່ານຄຳມີ ໄຊຍະວົງ ຮອງປະທານສານປະຊາໍົນສູງສຸດ ແຫ່ງ ສປປ ລາວ

ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີລາວຍອມຮັບວ່າ ການທີ່ບໍ່ມີການວາງແຜນແລະການຄຸ້ມຄອງ ການນຳໃຊ້ທີ່ດິນຢ່າງເປັນລະບົບ ໄດ້ເປັນຜົນເຮັດໃຫ້ເກີດບັນຫາຂັດແຍ້ງກ່ຽວກັບທີ່ດິນລະຫວ່າງປະຊາຊົນກັບ ລັດຖະບານ ແລະບໍລິສັດເອກກະຊົນເພີ່ມຫລາຍຂື້ນ ໃນທົ່ວປະເທດລາວ.

ທ່ານຄຳອ້ວນ ບຸບຜາ ລັດຖະມົນຕີປະສຳນັກງານນາຍົກລັດຖະມົນຕີ ຜູ້ຮັບຜິດຊອບນະໂຍບາຍໃນດ້ານການ ຄຸ້ມຄອງ ແລະການນຳໃຊ້ປະໂຍດຈາກ ທີ່ດິນແຫ່ງຊາດຂອງລັດຖະບານລາວ ໄດ້ຖະແຫລງຍອມຮັບວ່າບັນດາ ຂໍ້ຂັດແຍ້ງກັນລະຫວ່າງປະຊາຊົນ ກັບລັດຖະບານ ແລະບໍລິສັດເອກກະຊົນທີ່ ກ່ຽວກັບສິດທິໃນການຖືຄອງ ແລະນຳໃຊ້ປະໂຍດຈາກທີ່ດິນທີ່ມີທ່າອຽງເພີ່ມຫລາຍຂື້ນເລື້ອຍໆໃນເວລານີ້ ມີສາເຫດທີ່ສຳຄັນປະການນຶ່ງມາຈາກ ການຂາດການວາງແຜນແລະການຄຸ້ມຄອງຢ່າງເປັນລະບົບລະບຽບ.

ໂດຍເມື່ອປະກອບກັບການທີ່ປາກົດວ່າມີໂຄງການພັດທະນາຕ່າງໆເພີ່ມຫລາຍຂື້ນນັບມື້ຢູ່ໃນທົ່ວປະເທດລາວ ຊຶ່ງກໍເປັນຜົນເຣັດໃຫ້ທີ່ດິນມີລາຄາ ແພງຂື້ນດ້ວຍ ໂດຍສະເພາະແມ່ນທີ່ດິນທີ່ຢູ່ໃນເຂດຕົວເມືອງທີ່ມີໂຄງການ ພັດທະນາຕ່າງໆເກີດຂື້ນນັ້ບກໍນັບເປັນເຂດທີ່ມີຂໍ້ຂັດແຍ້ງກ່ຽວກັບ ທີ່ດິນເກີດຂື້ນຫລາຍທີ່ສຸດ ເນຶ່ອງຈາກວ່າປະ ຊາຊົນລາວຜູ້ເປັນເຈົ້າຂອງທີ່ດິນນັ້ນ ຈະບໍ່ຍອມສົ່ງມອບທີ່ດິນຂອງພວກຕົນໃຫ້ກັບລັດຖະບານ ຫລືບໍລິສັດທີ່ໄດ້ຮັບສຳປະທານໂຄງການຈາກລັດຖະບານລາວ ຖ້າຫາກວ່າໄດ້ຮັບຄ່າຊົດເຊີຍການເວນຄືນທີ່ຕ່ຳກວ່າລະດັບ ຄວາມຕ້ອງການຂອງ ພວກເຂົາເຈົ້າ ດັ່ງທີ່ທ່ານຄຳອ້ວນ ໄດ້ຖະແຫລງຊີ້ແຈງໃນຕົນນຶ່ງວ່າ

“ຍ້ອນວ່າໃນໄລຍະທີ່ຜ່ານມາ ພວກເຮົາຍັງບໍ່ທັນໄດ້ມີການຈັດສັນທີ່ດິນແລະວາງແຜນການນຳໃຊ້ທີ່ດິນແຕ່ລະເຂດ ແຕ່ລະປະເພດ ຈຶ່ງພາໃຫ້ມີ ບັນຫາ ແລ້ວອີກດ້ານນຶ່ງຢູ່ໃນການພັດທະນາໃນແຕ່ລະໂຄງການກໍນັບມື້ນັບ ຫລາຍຂື້ນກໍເລີຍເຮັດໃຫ້ລາຄາທີ່ດິນແພງຂື້ນ ສະນັ້ນເມື່ອມີກິດຈະການ ການກໍ່ສ້າງບັນດາໂຄງການຕ່າງໆກໍ ເລີຍໄປກວມເອົາທີ່ດິນຂອງປະຊາຊົນ ບັດນີ້ໃນການຊົດເຊີຍຄ່າທີ່ດິນໃນບາງບ່ອນກໍບໍ່ມີຄວາມເປັນເອກກະ ພາບກັນ ຈຶ່ງເຮັດໃຫ້ເກີດການຮ້ອງຟ້ອງກັນໃນຫລາຍໆພາກສ່ວນ ກໍເລີຍເຮັດໃຫ້ສັງຄົມເຮົາເກີດການສັບສົນຂື້ນ”

ທາງດ້ານທ່ານຄຳມີ ໄຊຍະວົງ ປະທານສານປະຊາຊົນສູງສຸດ ໄດ້ຖະແຫລງຕໍ່ກອງປະຊຸມສະໄມສາມັນຄັ້ງທີ່ 9 ຂອງສະພາແຫ່ງຊາດລາວຊຸດທີ່ 6 ໃນທ້ານເດືອນມິຖຸນາທີ່ຜ່ານມານີ້ວ່າ ໃນຮອບ 1ປີທີ່ຜ່ານມາ ມີຄະດີ ຄວາມທີ່ເປັນຂໍ້ຂັດແຍ້ງກ່ຽວກັບທີ່ດິນທີ່ໄດ້ຟ້ອງຮ້ອງຕໍ່ສານຊັ້ນຕົ້ນຈຳນວນ ຫລາຍກວ່າ 590 ຄະດີ ແລະໄດ້ ມີການຟ້ອງຮ້ອງຕໍ່ສານອຸທອນຈຳນວນ 142 ຄະດີ ສ່ວນທີ່ມີການຟ້ອງຮ້ອງເຖິງສານປະຊາຊົນສູງສຸດນັ້ນກໍ ມີເຖິງ 77 ຄະດີ ຊຶ່ງຍັງບໍ່ລວມເຖິງອີກ 37 ກໍລະນີທີ່ມີການຮຽກຮ້ອງຜ່ານສະພາແຫ່ງຊາດລາວແຕ່ຢ່າງໃດ.

ສ່ວນກ່ຽວກັບສາເຫດທີ່ເຮັດໃຫ້ເກີດການຟ້ອງຮ້ອງເປັນຄະດີຄວາມໃນສານນັ້ນ ທ່ານຄຳມີ ກໍໃຫ້ການຊີ້ແຈງ ວ່າຄະດີຄວາມສ່ວນໃຫຍ່ຈະເປັນການ ຂັດແຍ້ງໃນມູນມໍລະດົກລະຫວ່າງຍາດພີ່ນ້ອງ ນອກຈາກນັ້ນກໍເປັນບັນ ຫາທີ່ກ່ຽວກັບການຂາຍທີ່ດິນໄປກວມເອົາທີ່ດິນຂອງຜູ້ອື່ນ ຫລືການຂາຍ ທີ່ດິນທີ່ບໍ່ກົງກັບເອກກະສານສິດທິ ຫລືຜູ້ຂາຍບໍ່ມີສິດໃນທີ່ດິນ ແລະທີ່ຖືວ່າເປັນບັນຫາທີ່ມີຄວາມຮຸນແຮງຫລາຍຂື້ນນັບມື້ນັ້ນ ກໍຄື ອຳນາດການ ປົກຄອງທ້ອງຖິ່ນໄດ້ຕົກລົງໃຫ້ສຳປະທານທີ່ດິນແກ່ພາກເອກກະຊົນເກີນກວ່າອຳນາດຂອງຕົນ ແລະໄປກວມເອົາ ທີ່ດິນຂອງປະຊາຊົນ ຫລືເຂດປ່າ ສະຫງວນ ຫລືທີ່ດິນຂອງລັດຖະບານດ້ວຍ.

ທັງນີ້ ໂດຍສະເພາະແມ່ນການໃຫ້ສຳປະທານສິດທິໃນການເຊົ່ນທີ່ດິນຂະຫນາດໃຫຍ່ແກ່ພາກເອກກະຊົນຕ່າງ ຊາດທີ່ຕ້ອງການຈະນຳໃຊ້ທີ່ດິນ ເພື່ອ ປູກ ພືດອຸດສາຫະກຳ ເຊັ່ນ ຢາງພາລາ ອ້ອຍ ສາລີ ມັນຕົ້ນ ໄມ້ເກດສະ ໜາ ໄມ້ວິກ ຫລື ຢູຄາລິບຕັສ ແລະການພັດທະນາອະສັງຫາລິມະຊັບ ເຊັ່ນເຂດ ນິຄົມອຸດສາຫະກຳ ເຂດ ເສດຖະກິດພິເສດ ແລະເຂດທີ່ຢູ່ອາໃສນັ້ນ ນັບເປັນກໍລະນີບັນຫາທີ່ໄດ້ສົ່ງຜົນກະທົບຕໍ່ປະຊາຊົນແລະກະເສດ ຕະກອນລາວ ຢ່າງກວ້າງຂວາງທີ່ສຸດໃນເວລານີ້ ເນຶ່ອງຈາກວ່າເຂດສຳປະທານເຫລົ່ານີ້ໄດ້ໄປກວມເອົາທີ່ດິນ ຊອງປະຊາຊົນ ແລະກໍເຮັດໃຫ້ຕ້ອງ ມີການຍົກຍ້າຍ ປະຊາຊົນອອກໄປຈາກເຂດສຳປະທານດັ່ງກ່າວດ້ວຍ.

ແຕ່ຢ່າງໃດກໍຕາມ ກໍປາກົດວ່າມີປະຊາຊົນລາວໃນຫລາຍພື້ນທີ່ທີ່ບໍ່ຍອມສົ່ງມອບທີ່ດິນແລະບໍ່ຍອມພາກັນຍົກຍ້າຍອອກໄປຈາກເຂດສຳປະທານ ຈົນເທົ່າທຸກມື້ນີ້ ໂດຍກໍລະນີຕົວຢ່າງທີ່ແຈ້ງຂາວກໍຄືປະຊາຊົນບໍ່ຍອມໂຍກ ຍ້າຍອອກຈາກເຂດບຶງທາດຫລວງ ເພື່ອເປີດທາງໃຫ້ກຸ່ມບໍລິສັດຈາກຈີນ ດຳເນີນ ໂຄງການພັດທະນາເຂດ ເມືອງໃໝ່ທີ່ເອີ້ນວ່າ China Town ຢູ່ບຶງທາດຫລວງດັ່ງກ່າວ ເນຶ່ອງຈາກວ່າປະຊາຊົນບໍ່ພໍໃຈລາຄາທີ່ດິນທີ່ຈະໄດ້ ຮັບການຊົດເຊີຍຈາກລັດຖະບານລາວໃນອັດຕາທີ່ຕ່ຳເກີນໄປ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ກຸ່ມບໍລິສັດຈີນຍັງ ຄົງບໍ່ສາມາດລົງມືດຳເນີນໂຄງການຢູ່ບຶ່ງ ທາດຫລວງດັ່ງກ່າວໄດ້ເລີຍ ທັງໆທີ່ວ່າໄດ້ລົງທຶນກໍ່ສ້າງສະໜາມກີລາ ແຫ່ງໃໝ່ເພື່ອໃຫ້ລັດຖະບານລາວເປັນເຈົ້າພາບຈັດການແຂ່ງຂັນກີລາຊີເກມສ໌ ຄັ້ງທີ່ 25 ເມື່ອທ້າຍປີຜ່ານມາ ເພື່ອເປັນການແລກປ່ຽນກັບການສຳປະທານທີ່ດິນ 1,000 ເຮັກຕ້າຢູ່ບຶ່ງທາດຫລວງດັ່ງກ່າວແລ້ວກໍຕາມ.

XS
SM
MD
LG