ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວຫວັງວ່າ ຈະໄດ້ຜົນຮັບປະໂຫຍດ ຈາກທາງລົດໄຟຄວາມໄວສູງ ເຊື່ອມຕໍ່ກັບຈີນ


ພິທີເຊັນບົດບັນທຶກຄວາມເຂົ້າໃຈ ຫລື MOU ລະຫວ່າງລາວແລະຈີນ
ເພື່ອສ້າງທາງລົດໄຟເຊື່ອມຕໍ່ຈາກມົນທົນຢູນານ ໄປຫານະຄອນຫລວງ
ວຽງຈັນ, ທີ່ຈັດຂຶ້ນທີ່ນະຄອນວຽງຈັນ ໃນທ້າຍປີ 2010.
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ຫລື MOU ລະຫວ່າງລາວແລະຈີນ ເພື່ອສ້າງທາງລົດໄຟເຊື່ອມຕໍ່ຈາກມົນທົນຢູນານ ໄປຫານະຄອນຫລວງ ວຽງຈັນ, ທີ່ຈັດຂຶ້ນທີ່ນະຄອນວຽງຈັນ ໃນທ້າຍປີ 2010.

ຮອງນາຍົກລັດຖະມົນຕີລາວເຊື່ອໝັ້ນວ່າ ປະເທດລາວຈະໄດ້ຮັບຜົນປະໂຫຍດຢ່າງ ຫຼວງຫລາຍ ຈາກການເຊື່ອມຕໍ່ທາງລົດໄຟຄວາມໄວສູງກັບຈີນ ພາຍໃນ 5 ປີຕໍ່ໜ້າ.

ໃນຂະນະທີ່ຫຼາຍພາກສ່ວນໄດ້ສະແດງຄວາມກັງວົນໃຈວ່າຈະໄດ້ຮັບຜົນກະທົບຢ່າງໜັກຈາກ
ໂຄງການເຊື່ອມຕໍ່ທາງລົດໄຟຄວາມໄວສູງລະຫວ່າງລາວກັບຈີນ ໂດຍສະເພາະແມ່ນພາກ
ສ່ວນທີ່ດຳເນີນທຸລະກິດຂົນສົ່ງສິນຄ້າ ແລະໂດຍສານທັງທາງບົກ ແລະທາງອາກາດຈາກ
ເຂດແຂວງພາກເໜືອຂອງລາວມາຍັງນະຄອນວຽງຈັນນັ້ນ ທ່ານ ສົມສະຫວາດ ເລັ່ງສະຫວັດ
ຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການຄະນະລັດຖະບານລາວກໍໄດ້ຖະແຫຼງຢືນຢັນວ່າ ໂຄງ
ການເຊື່ອມຕໍ່ທາງລົດໄຟຄວາມໄວສູງລະຫວ່າງລາວກັບຈີນດັ່ງກ່າວນີ້ ຈະສົ່ງຜົນດີຕໍ່ການພັດ
ທະນາເສດຖະກິດຂອງລາວຫຼາຍກວ່າການສົ່ງຜົນກະທົບດ້ານລົບ.

ທັງນີ້ກໍ່ເນື່ອງຈາກວ່າ ໂຄງການເຊື່ອມຕໍ່ທາງລົດໄຟຄວາມໄວສູງກັບຈີນດັ່ງກ່າວນີ້ ບໍ່ພຽງ
ແຕ່ຈະເປັນການຕອບສະໜອງຕໍ່ແຜນການພັດທະນາໃຫ້ລາວໄປເປັນສູນກາງຂອງການ
ເຊື່ອມຕໍ່ທາງດ້ານຄົມມະນາຄົມ-ຂົນສົ່ງໃນເຂດລຸ່ມແມ່ນໍ້າຂອງເທົ່ານັ້ນ ຫາກແຕ່ຍັງຈະເຮັດ
ໃຫ້ລາວເປັນປະເທດທໍາອິດໃນພູມີພາກເອເຊຍຕະເວັນອອກສຽງໃຕ້ ທີ່ມີລະບົບລົດໄຟ
ຄວາມໄວສູງທໍາອິດດ້ວຍ ດັ່ງທີ່ທ່ານ ສົມສະຫວາດ ໄດ້ກ່າວວ່າ:

ທ່ານສົມສະຫວາດ ເລັ່ງສະຫວັດ
ທ່ານສົມສະຫວາດ ເລັ່ງສະຫວັດ

“ໂຄງການສ້າງທາງລົດໄຟເຊື່ອມຕໍ່ລາວ
-ຈີນນີ້ ເປັນເສັ້ນທາງທີ່ມີຄວາມໝາຍປະ
ວັດສາດອັນຈະນໍາເອົາຜົນປະໂຫຍດມາ
ສູ່ປະເທດເຮົາຢ່າງມະຫາສານ. ພ້ອມກັນ
ນັ້ນກະເປັນການເຮັດໃຫ້ປະເທດລາວ
ເປັນໃຈກາງເຊື່ອມຕໍ່ກັບບັນດາປະເທດ
ໃນອະນຸພາກພື້ນປະກົດເປັນຈິງ, ດ້ານ
ນຶ່ງອີກກະເປັນການຍົກສູງບົດບາດອິດ
ທິພົນຂອງປະເທດເຮົາ ເພາະວ່າປະເທດ
ເຮົາຈະເປັນປະເທດທໍາອິດຢູ່ໃນເອເຊຍ
ອາຄະເນ ທີ່ມີລົດໄຟຄວາມໄວສູງຕາມ
ມາດຕະຖານສາກົນ”

ກ່ອນໜ້ານີ້ທ່ານ ສົມສະຫວາດ ໄດ້ຖະແຫຼງຊີ້ແຈງວ່າທາງການລາວ ແລະຈີນໄດ້ຕົກລົງໃນ
ບົດບັນທຶກຄວາມເຂົ້າໃຈຮ່ວມກັນຢ່າງຈະແຈ້ງແລ້ວວ່າ ຈະຮ່ວມກັນຈັດຕັ້ງບໍລິສັດຮ່ວມທຶນຂຶ້ນ
ມາ ເພື່ອຮັບຜິດຊອບໃນການກໍ່ສ້າງທາງລົດໄຟຄວາມໄວສູງທີ່ເຊື່ອມຕໍ່ຈາກຈີນມາຍັງລາວ
ໂດຍລັດຖະບານລາວຈະຖືຫຸ້ນລົງທຶນໃນສັດສ່ວນ 30% ໃນຂະນະທີ່ລັດຖະບານຈີນຈະຖື
ຫຸ້ນໃນສັດສ່ວນ 70% ຂອງມູນຄ່າການລົງທຶນທັງໝົດ.

ທ່ານສົມສະຫວາດ ຍັງໄດ້ໃຫ້ການຢືນຢັນດ້ວຍວ່າການກໍ່ສ້າງທາງລົດໄຟສະເພາະໃນເຂດ
ລາວຈະເລີ່ມລົງມືໃນພາກຕົວຈິງນັບຈາກເດືອນເມສາ 2011 ເປັນຕົ້ນໄປ ແລະຖ້າຫາກວ່າ ການດໍາເນີນງານເປັນໄປຕາມແຜນການທີ່ວາງໄວ້ ກໍ່ຄາດວ່າການກໍ່ສ້າງທາງລົດໄຟສະເພາະ
ໃນເຂດລາວ ທີ່ມີໄລຍະທາງຍາວເຖິງ 421 ກິໂລແມັດນັ້ນ ຈະແລ້ວສໍາເລັດຕະຫຼອດເສັ້ນ
ທາງ ພາຍໃນປີ 2015 ຊຶ່ງເປັນໂອກາດຄົບຮອບ 40 ປີ ຂອງການສະຖາປະນາສາທາລະ
ນະລັດປະຊາທິປະໄຕປະຊາຊົນລາວ ພໍດີ.

ອິງຕາມແຜນການກໍ່ສ້າງທາງລົດໄຟຄວາມໄວສູງສະເພາະໃນເຂດລາວ ທີ່ເຊື່ອມຕໍ່ຈາກຈີນ
ທີ່ຢູ່ດ່ານຊາຍແດນບໍ່ເຕັນໃນແຂວງຫຼວງນໍ້າທານັ້ນ ຈະມີການກໍ່ສ້າງສະຖານີໃຫຍ່ 5 ແຫ່ງ
ກໍຄືຢູ່ທີ່ດ່ານບໍ່ເຕັນ, ອຸດົມໄຊ, ຫຼວງພະບາງ, ວັງວຽງ ແລະນະຄອນວຽງຈັນ. ນອກຈາກນັ້ນ
ກໍ່ຈະມີສະຖານີນ້ອຍອີກ 16 ແຫ່ງ ທີ່ຢູ່ລະຫວ່າງສະຖານີໃຫຍ່ທັງ 5 ແຫ່ງດັ່ງກ່າວ.

ລົດໄຟຢູ່ສະຖານີທ່ານາ ແລ້ງ
ລົດໄຟຢູ່ສະຖານີທ່ານາ ແລ້ງ

ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າການກໍ່ສ້າງທາງລົດໄຟສ່ວນ
ໃຫຍ່ໃນລາວນັ້ນ ຈະຕ້ອງຜ່ານເຂດພູຄອຍ ຊຶ່ງເຮັດໃຫ້ຕ້ອງ
ມີການຂຸດເຈາະອຸບມູງ ຄິດເປັນໄລຍະທາງລວມເຖິງ 190
ກິໂລແມັດ ແລະຍັງຈະຕ້ອງກໍ່ສ້າງຂົວອີກຫຼາຍແຫ່ງທີ່ມີ
ຄວາມຍາວຮວມກັນເຖິງ 90 ກິໂລແມັດອີກດ້ວຍນັ້ນ ຈຶ່ງ
ເຮັດໃຫ້ຄາດໝາຍວ່າ ການກໍ່ສ້າງທາງລົດໄຟຄວາມໄວສູງ
ສະເພາະໃນເຂດລາວນີ້ຈະຕ້ອງໃຊ້ເງິນລົງທຶນເຖິງ 7,000
ລ້ານໂດລາ ຊຶ່ງກໍ່ຄືທາງການລາວຈະຕ້ອງຮ່ວມລົງທຶນອີກ
ດ້ວຍ ຄິດເປັນມູນຄ່າເຖິງ 2,100 ລ້ານໂດລາ ແລະກໍເຊື່ອ ວ່າ ທາງການລາວຈະໄດ້ມາຈາກການກູ້ຢືມຈາກທາງການຈີນ ນັ້ນເອງ.

ຫຼ້າສຸດກໍມີລາຍງານວ່າ ທາງການຈີນໄດ້ເລີ້ມລົງມືກໍ່ສ້າງທາງລົດໄຟຕາມໂຄງການເຊື່ອມຕໍ່
ທາງລົດໄຟກັບລາວ ນັບແຕ່ທ້າຍເດືອນຕຸລາມາແລ້ວ ໂດຍເປັນການເລີ້ມການກໍ່ສ້າງຈາກ ເຂດສິບສອງພັນນາໃນມົນທົນຢູນານ ເພື່ອຕໍ່ມາຍັງຊາຍແດນລາວທີ່ບໍ່ເຕັນ ໃນແຂວງຫຼວງ
ນໍ້າທາ.

XS
SM
MD
LG