ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຟຟ້າລາວຖືຫຸ້ນ 20% ໃນໂຄງການ ໄຟຟ້າດອນສະຫົງ


ຊາວບ້ານຫາປາ ໃນເຂດສີ່ພັນດອນ ຂອງລາວ
ຊາວບ້ານຫາປາ ໃນເຂດສີ່ພັນດອນ ຂອງລາວ

ລັດວິສາຫະກິດໄຟຟ້າລາວເຂົ້າຖືຫຸ້ນ 20 ເປີເຊັນ ຂອງມູນຄ່າການລົງທຶນທັງໝົດໃນໂຄງການກໍ່ສ້າງເຂຶ່ອນຜະລິດກະແສໄຟຟ້າດອນສະຫົງໃນເຂດ ພາກໃຕ້ຂອງລາວ ໃນຂະນະທີ່ນັກອະນຸລັກກໍໄດ້ລະບຸວ່າໂຄງການດັ່ງກ່າວນີ້ຈະສົ່ງຜົນກະທົບຕໍ່ສະພາບແວດລ້ອມແລະສັດນ້ຳຢ່າງຮຸນແຮງ

ທ່ານຄຳມະນີ ອິນທິລາດ ຜູ້ອຳນວຍການບໍລິຫານລັດວິສາຫະກິດໄຟຟ້າລາວ ແລະທ່ານ Goh Nan Kioh ປະທານບໍລິສັດ Mega First Corporation Berhad ແຫ່ງປະເທດມາເລເຊຍ ໄດ້ລົງນາມໃນສັນຍາຮ່ວມລົງທຶນເພື່ອການກໍ່ສ້າງໂຄງການເຂຶ່ອນດອນສະຫົງຢ່າງເປັນທາງການ ເມື່ອບໍ່ນານມານີ້ຢູ່ຂະຄອນວຽງຈັນ. ໂດຍພາຍໃຕ້ສັນຍາການຮ່ວມລົງທຶນໃນຄັ້ງນີ້ ລັດວິສາຫະກິດ ໄຟຟ້າລາວຈະຖືຫຸ້ນໃນສັດສ່ວນ 20 ເປີເຊັນ ຂອງມູນຄ່າການລົງທຶນທັງໝົດ 600 ລ້ານໂດລາ ສະຫະລັດ ດ້ວຍເປົ້າໝາຍທີ່ຈະຮ່ວມກັນດຳເນີນການກໍ່ສ້າງເຂຶ່ອນໃຫ້ສຳເລັດແລະສົ່ງກະແສໄຟ ຟ້າຂາຍໃຫ້ກັບການໄຟຟ້າຝ່າຍຜະລິດແຫ່ງປະເທດໄທໃຫ້ໄດ້ນັບຈາກປີ 2016 ເປັນຕົ້ນໄປ ເປັນ ລະຍະເວລາເຖິງ 25ປີ.

ທັງນີ້ໂດຍໂຄງການເຂຶ່ອນດອນສະຫົງຈະມີກຳລັງການຜະລິດກະແສໄຟຟ້າໄດ້ເຖິງ 240 ເມກະວັດ ຫລືຫລາຍກວ່າ 1,756 ລ້ານກິໂລວັດຕໍ່ຊົ່ວໂມງ ຕໍ່ປີ. ຊຶ່ງພະລັງງານໄຟຟ້າສ່ວນໃຫຍ່ນັ້ນຈະ ສົ່ງຂາຍໃຫ້ກັບການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ຫາກແຕ່ວ່າກໍຈະມີການຕອນສະໜອງໄຟ ຟ້າໃຫ້ກັບທ້ອງຖິ່ນໃນແຂວງຈຳປາສັກຢ່າງພຽງພໍກັບຄວາມຕ້ອງການເຊັ່ນດຽວກັນ ໂດຍລວມເຖິງ ການຕອບສະໜອງໄຟຟ້າໃຫ້ກັບໂຮງແຮມ ຣີສອທແລະສະຖານທີ່ທ່ອງທ່ຽວຕ່າງໆໃນເຂດເມືອງ ໂຂງດ້ວຍ. ເນຶ່ອງຈາກວ່າໂຄງການເຂຶ່ອນດອນສະຫົງດັ່ງກ່າວນີ້ເປັນໂຄງການທີ່ຈະຕ້ອງສ້າງຢູ່ ເທິງແນວແມ່ນ້ຳຂອງ ຈຶ່ງເຮັດໃຫ້ຖືກຕໍ່ຕ້ານຈາກບັນດາກຸ່ມອະນຸລັກຊັບພະຍາກອນທຳມະຊາດໃນ ພູມິພາກເອເຊຍຕາເວັນອອກສຽງເໜືອໄດ້ມາ ຢ່າງຕໍ່ເນຶ່ອງ ໂດຍສະເພາະແມ່ນເຄືອຂ່າຍອົງການ ພັນທະມິດເພື່ອການອະນຸລັກແມ່ນ້ຳຂອງນັ້ນ ເຖິງກັບໄດ້ຍື່ນໜັງສືຮຽກຮ້ອງເຖິງບັນດາຜູ້ນຳລັດ ຖະບານອາຊຽນ ແລະຈີນເພື່ອສະແດງການຄັດຄ້ານຕໍ່ທຸກໂຄງການກໍ່ສ້າງທີ່ເຂຶ່ອງເທິງແນວແມ່ນ້ຳ ຂອງ ມາແລ້ວຫລາຍຄັ້ງທີ່ມີການປະຊຸມສຸດຍອດ ຜູ້ນຳລັດຖະບານໃນອາຊຽນ ແລະໃນກຸ່ມແມ່ນ້ຳ ຂອງນັ້ນເອງ ໂດຍສຳຫລັບການຄັດຄ້ານຕໍ່ໂຄງການເຂຶ່ອນດອນສະຫົງນີ້ ກຸ່ມອົງການອະນຸລັກ ດັ່ງກ່າວກໍໄດ້ໃຫ້ເຫດຜົນວ່າເປັນໂຄງການທີ່ຈະສົ່ງຜົນກະທົບຢ່າງຮຸນແຮງຕໍ່ສະພາບແວດລ້ອມທຳ ມະຊາດແລະສັດນ້ຳທີ່ຢູ່ໃນແມ່ນ້ຳຂອງທີ່ຕິດຕໍ່ ລະວ່າງເຂດພາກໃຕ້ຂອງລາວກັບເຂດພາກເໜືອລົງໄປຈົນເຖິງທະເລສາບໃຫຍ່ຂອງກຳປູເຈຍ ເນຶ່ອງຈາກວ່າເຂດດັ່ງກ່າວນີ້ຖືເປັນເຂດທີ່ມີຊັບພະຍາ ກອນສັດນ້ຳທີ່ອຸດົມສົມບູນທີ່ສຸດ ເພາະສະນັ້ນ ເມື່ອມີເຂຶ່ອນມາຂວາງກັ້ນເສັ້ນທາງການອົພຍົບໄປ ມາຂອງສັດນ້ຳເຫລົ່ານີ້ ກໍຍ່ອມຈະເຮັດໃຫ້ສັດນ້ຳ ເຫລົ່ານີ້ບໍ່ສາມາດທີ່ຈະຜະສົມພັນແລະວາງໄຂ່ໄດ້ ເລີຍ ແລະຜົນທີ່ຈະຕິດຕາມມາກໍຄືການລົດລົງຂອງປະຊາກອນສັດນ້ຳຈົນຕ້ອງສູນພັນໄປໃນທີ່ສຸດ ດັ່ງທີ່ທ່ານນາງ ເປຣມລຶດີ ດາວເຣືອງ ຜູ້ປະສານງານຂອງເຄືອຂ່າຍອົງການພັນທະມິດເພື່ອການ ອະນຸລັກແມ່ນ້ຳຂອງໄດ້ໃຫ້ການຢືນຢັນວ່າ:

“ຈຸດ​ນີ້​ທີ່​ຈະ​ສ້າງ​ເຂຶ່ອນ​ເປັນ​ຈຸດ​ທີ່​ປາທານໄດ້​ຕະຫລອດ​ປີພຽງ​ຈຸດ​ດຽວ​ໃນ​ພື້ນ​ທີ່​ນັ້ນ ເພາະສະ​ນັ້ນ ຊາວບ້ານ​ຕ້ອງ​ຍ້າຍ​ໜີ​ທັນທີ ​ແລ້ວ​ປາ​ກໍ​ຄົງ​ຫາຍ​ໄປ​ທັນທີ ​ແລະ​ຈະ​ກະທົບ​ຢ່າງ​ກວ້າງຂວາງ ​ໄລ່​ໄປ​ຕັ້ງ​ແຕ່​ໄທ ລາວ ກຳປູ​ເຈຍ ​ໃນ​ທັນທີໃນ​ເລຶ່ອງປະມົງ ຊຶ່ງ​ສຳ​ຫລັບ​ພວກ​ເຮົາ​ນີ້​ເປັນຄວາມ​ເສຍ​ຫາຍ​ທີ່​ຮ້າຍ​ແຮງ​ທີ່​ສຸດ”

XS
SM
MD
LG