ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດວິສາຫະກິດຖືຮຸ້ນລາວ ວາງແຜນຈະລົງທຶນ ໃນການພັດທະນາ ແຫລ່ງພະລັງງານທົດແທນ


ຄະນະບໍລິຫານງານ ວິສາຫະກິດຖືຮຸ້ນ ຂອງລັດຖະບານລາວ ຖະແຫລງ ແຜນການ ຈະຂະຫຍາຍການລົງທຶນ ໄປໃນການພັດທະນາແຫລ່ງພະລັງງານທາງເລືອກ ຫຼືພະລັງງານທົດແທນ ດ້ວຍການຮ່ວມທຶນ ກັບບັນດາ
ບໍລິສັດເອກະຊົນລາວ ແລະຕ່າງຊາດ ໃຫ້ຫຼາຍຂຶ້ນ ຢ່າງຕໍ່ເນື່ອງ.
ຄະນະບໍລິຫານງານ ວິສາຫະກິດຖືຮຸ້ນ ຂອງລັດຖະບານລາວ ຖະແຫລງ ແຜນການ ຈະຂະຫຍາຍການລົງທຶນ ໄປໃນການພັດທະນາແຫລ່ງພະລັງງານທາງເລືອກ ຫຼືພະລັງງານທົດແທນ ດ້ວຍການຮ່ວມທຶນ ກັບບັນດາ ບໍລິສັດເອກະຊົນລາວ ແລະຕ່າງຊາດ ໃຫ້ຫຼາຍຂຶ້ນ ຢ່າງຕໍ່ເນື່ອງ.

ວິສາຫະກິດຖືຮຸ້ນຂອງລັດຖະບານລາວ ວາງແຜນຂະຫຍາຍການລົງທຶນ ໄປໃນການ ພັດທະນາ ແຫລ່ງພະລັງງານ ທາງເລືອກ ໃຫ້ຫຼາຍຂຶ້ນ ແລະລວມໄປເຖິງການລົງທຶນ ໃນພາກອຸດສາຫະກຳການຂຸດຄົ້ນແຮ່ທາດດ້ວຍ.

ທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການ ກະຊວງພະລັງງານ ແລະບໍ່ແຮ່ ຖະແຫລງ ຢືນຢັນວ່າ ລັດວິສາຫະກິດຖືຮຸ້ນລາວ (Laos Holding State Enterprise) ໄດ້ວາງ ແຜນການ ຈະຂະຫຍາຍການລົງທຶນໄປໃນການພັດທະນາແຫລ່ງພະລັງງານທາງເລືອກ ຫຼືພະລັງງານທົດແທນ ດ້ວຍການຮ່ວມທຶນກັບບັນດາບໍລິສັດເອກະຊົນລາວ ແລະຕ່າງຊາດ ໃຫ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ ໂດຍພາຍໃຕ້ແຜນການດັ່ງກ່າວນີ້ ຍັງລວມເຖິງການຮ່ວມລົງທຶນ ເພື່ອການຂຸດຄົ້ນແຮ່ທາດຕ່າງໆອີກດ້ວຍ ດັ່ງທີ່ທ່ານໄດ້ໃຫ້ການຢືນຢັນວ່າ:

“ດຽວນີ້ ທ່າແຮງຂອງພວກເຮົາມີຄືກັນ ບໍ່ຈຳເປັນວ່າ ຊິໄປຖ້າແຕ່ຜູ້ອື່ນ ເຮົາກໍສາ ມາດຄົ້ນຄວ້າເຮົາເອງໄດ້ ຫຼືວ່າເຂົ້າຮ່ວມກັບບັນດານັກລົງທຶນ ທີ່ມີທຶນມີຮອນ ມີເທັກໂນໂລຈີ ທີ່ທັນສະໄໝ ກໍສາມາດເຂົ້າມາເຮັດໄດ້ ຕົວຢ່າງຄື ພະລັງງານ ທົດແທນ ທີ່ພວກເຮົາກຳລັງດັນຂຶ້ນຢູ່ໃນປັດຈຸບັນນີ້ ແສງແດດບໍ່ ລົມບໍ່ ຈັ່ງຊີ້ ຫຼືວ່າ ສາມາດເຂົ້າຮ່ວມກັບພວກບໍລິສັດຂຸດຄົ້ນແຮ່ ທີ່ມີຄວາມສາມາດ ສ້າງລາຍຮັບສູງ ຂຶ້ນຕື່ມ ພວກເຮົາກໍສາມາດເຮັດໄດ້.”

ໂຄງການສົງສາລິກໄນຕ໌ ກໍໄດ້ກໍ່ສ້າງແລ້ວເສັດ ແລະສົ່ງພະລັງງານໄຟຟ້າຂາຍໃຫ້ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ນັບແຕ່ທ້າຍປີ 2015 ເປັນຕົ້ນມາ.
ໂຄງການສົງສາລິກໄນຕ໌ ກໍໄດ້ກໍ່ສ້າງແລ້ວເສັດ ແລະສົ່ງພະລັງງານໄຟຟ້າຂາຍໃຫ້ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ນັບແຕ່ທ້າຍປີ 2015 ເປັນຕົ້ນມາ.

ໂດຍລັດວິສາຫະກິດຖືຫຸ້ນລາວ ໄດ້ຖືກສ້າງຕັ້ງຂຶ້ນໃນປີ 2005 ແລະໃນໂອກາດ ການສະ ເຫຼີມສະຫຼອງການສ້າງຕັ້ງຄົບຮອບ 10 ປີ ໃນເດືອນມີນາ 2015 ທີ່ຜ່ານມານັ້ນ ກໍມີລາຍ ງານວ່າ ລັດວິສາຫະກິດດັ່ງກ່າວ ໄດ້ລະດົມເງິນທຶນ ເພື່ອປະກອບສ່ວນ ເຂົ້າໃນການລົງທຶນ ສ້າງເຂື່ອນຜະລິດກະແສໄຟຟ້າ 5 ໂຄງການ ຄິດເປັນມູນຄ່າ ການຮ່ວມລົງທຶນ ລວມຫຼາຍ ກວ່າ 600 ລ້ານໂດລາ.

ໂດຍການຮ່ວມລົງທຶນໃນ 5 ໂຄງການດັ່ງກ່າວ ກໍປະກອບດ້ວຍໂຄງການເຂື່ອນໄຟຟ້າ ນ້ຳເທີນ 2 ຊຶ່ງລັດວິສາຫະກິດຖືຮຸ້ນລາວ ໄດ້ຮ່ວມລົງທຶນໃນມູນຄ່າ 112 ລ້ານໂດລາ ໂຮງໄຟຟ້າພະລັງງານຄວາມຮ້ອນ ຈາກຖ່ານຫີນ ຫຼືໂຄງການຫົງສາລິກໄນຕ໌ ມູນຄ່າ 220 ກວ່າລ້ານໂດລາ ໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ມູນຄ່າ 100 ກວ່າລ້ານໂດລາ ໂຄງການເຂື່ອນນ້ຳງຽບ 1 ມູນຄ່າເກີນກວ່າ 103 ລ້ານໂດລາ ແລະທຸລະກິດຂີ້ເຖົ່າລອຍ ທີ່ມີມູນຄ່າການລົງທຶນ 64 ລ້ານໂດລາ ຕາມລຳດັບ.

ໂດຍສຳລັບ ໂຄງການເຂື່ອນນ້ຳເທີນ 2 ໄດ້ກໍ່ສ້າງແລ້ວເສັດ ແລະຜະລິດກະແສໄຟຟ້າ ໃນ ປະລິມານລວມ 1,080 ເມກາວັດ ນັບຕັ້ງແຕ່ປີ 2010 ເປັນຕົ້ນມາແລ້ວ ຊຶ່ງເຮັດໃຫ້ ລັດວິ ສາຫະກິດຖືຮຸ້ນລາວ ໄດ້ຮັບເງິນປັນຜົນໃນມູນຄ່າເກີນກວ່າ 98 ລ້ານໂດລາ ສ່ວນລັດຖະ ບານລາວ ໄດ້ຮັບຄ່າພາກຫຼວງເກີນກວ່າ 62 ລ້ານໂດລາ ໃນລະຍະ 5 ປີ ທີ່ຜ່ານມາ ແຕ່ຖ້າ ຫາກຄິດໄລ່ຕະຫຼອດລະຍະສຳປະທານ 25 ປີ ລັດຖະບານລາວ ກໍຈະໄດ້ຮັບສ່ວນແບ່ງເຖິງ 2,000 ລ້ານໂດລາ ໃນຂະນະທີ່ລັດວິສາຫະກິດຖືຮຸ້ນລາວ ກໍຈະໄດ້ຮັບເງິນປັນຜົນລວມເຖິງ 723 ລ້ານໂດລາ.

ສ່ວນໂຄງການສົງສາລິກໄນຕ໌ ກໍໄດ້ກໍ່ສ້າງແລ້ວເສັດ ແລະສົ່ງພະລັງງານໄຟຟ້າຂາຍໃຫ້ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ນັບແຕ່ທ້າຍປີ 2015 ເປັນຕົ້ນມາ ໃນຂະນະທີ່ ໂຄງການເຂື່ອນເຊປຽນ-ເຊນ້ຳນ້ອຍ ແລະໂຄງການເຂື່ອນນ້ຳງຽບ 1 ກໍຈະ ກໍ່ສ້າງເສັດຕາມແຜນການທີ່ວາງໄວ້ ພາຍໃນປີ 2019 ຊຶ່ງກໍຈະເຮັດໃຫ້ທັງ 4 ໂຄງການ ຜະລິດໄຟຟ້າໄດ້ລວມກັນເຖິງ 21,215 ລ້ານກິໂລວັດ/ໂມງຕໍ່ປີ ໂດຍລັດວິສາຫະກິດຖື ຮຸ້ນລາວ ໄດ້ຮັບສ່ວນແບ່ງຕາມການຮ່ວມທຶນ ໃນສັດສ່ວນ 20-25 ເປີເຊັນ ເຊັ່ນດຽວກັນ ກັບທຸລະກິດຂີ້ເຖົ່າລອຍ ທີ່ເປັນສ່ວນໜຶ່ງ ໃນໂຄງການສົງຫາລິກໄນຕ໌.

ໂດຍໃນປີ 2015 ທີ່ຜ່ານມາ ລັດວິສາຫະກິດຖືຮຸ້ນລາວ ມີລາຍຮັບຄິດເປັນມູນຄ່າລວມ ເກີນກວ່າ 122 ຕື້ກີບ ຫຼືຫຼາຍກວ່າ 15 ລ້ານໂດລາ ຊຶ່ງໄດ້ຈາກການຮ່ວມລົງທຶນ ໃນໂຄງ ການເຂື່ອນນ້ຳເທີນ 2 ແລະໄດ້ມອບພັນທະໃຫ້ລັດຖະບານລາວ ໃນມູນຄ່າ 3 ລ້ານ 6 ແສນ ໂດລາ ສ່ວນໃນປີ 2016 ລັດວິສາຫະກິດຖືຮຸ້ນລາວ ກໍຈະມີລາຍຮັບເພີ້ມຂຶ້ນ ຈາກການ ຂາຍພະລັງງານໄຟຟ້າ ໃນໂຄງການຫົງຫາລິກໄນຕ໌ ທີ່ລັດວິສາຫະກິດຖືຮຸ້ນລາວ ຮ່ວມລົງ ທຶນ 20 ເປີເຊັນ ແລະອີກ 25 ເປີເຊັນ ທີ່ເປັນການຮ່ວມລົງທຶນໃນການຂຸດຄົ້ນຖ່ານລິກໄນຕ໌ ເພື່ອຕອບສະໜອງໂຮງງານໄຟຟ້າດັ່ງກ່າວນີ້.

ລັດຖະບານລາວໄດ້ວາງແຜນການ ທີ່ຈະເພີ້ມການຜະລິດກະແສໄຟຟ້າ ໃນປະເທດໃຫ້ໄດ້ ໃນປະລິມານລວມບໍ່ໜ້ອຍກວ່າ 15,260.5 ລ້ານກິໂລວັດ/ໂມງ ໃນປີ 2015 ໂດຍໃນນີ້ ກໍເປັນກະແສໄຟຟ້າ ສຳລັບສົ່ງອອກໄປຕ່າງປະເທດ ໃນປະລິມານລວມ 11,793.68 ລ້ານ ກິໂລວັດ/ໂມງ ທີ່ເຮັດໃຫ້ມີລາຍຮັບເຂົ້າປະເທດ ຄິດເປັນມູນຄ່າລວມຫຼາຍກວ່າ 535 ລ້ານ ໂດລາຕໍ່ປີ.

ໂດຍໃນປັດຈຸບັນ ປະເທດລາວມີແຫລ່ງຜະລິດໄຟຟ້າດ້ວຍພະລັງງານນ້ຳ 37 ແຫ່ງ ແລະ ໂຮງຜະລິດໄຟຟ້າດ້ວຍພະລັງງານຄວາມຮ້ອນຈາກຖ່ານລິກໄນຕ໌ 1 ແຫ່ງ ມີກຳລັງຕິດຕັ້ງ ລວມ 6,264.8 ເມກາວັດ ທີ່ສາມາດຜະລິດພະລັງງານໄຟຟ້າ ໄດ້ເຖິງ 33,315 ລ້ານ ກິໂລວັດ/ໂມງ ຕໍ່ປີ ເພີ້ມຂຶ້ນເຖິງ 200 ເທົ່າ ທຽບໃສ່ປີ 1975.

XS
SM
MD
LG