ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີຄົນຕິດເຊື້ອ HIV-AIDS 7,072 ຄົນ ແລະ ຫຼາຍກວ່າ 1,650 ຄົນເສຍຊີວິດໃນ ລາວ


ບັນດາເຈົ້າໜ້າທີ່ ແລະ ຜູ້ເຂົ້າຮ່ວມກອງປະຊຸມສຳມະນາ ກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານເຊື້ອ HIV ແລະ ພະຍາດເອດສ໌.
ບັນດາເຈົ້າໜ້າທີ່ ແລະ ຜູ້ເຂົ້າຮ່ວມກອງປະຊຸມສຳມະນາ ກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານເຊື້ອ HIV ແລະ ພະຍາດເອດສ໌.

ທາງການ ລາວ ກວດພົບວ່າມີປະຊາຊົນ 7,072 ຄົນທີ່ຕິດເຊື້ອ HIV-AIDS ເຊິ່ງໃນນີ້ກໍມີເຖິງ 4,339 ຄົນທີ່ເປັນໂຣກ AIDS ຢ່າງ ສົມບູນແບບ ແລະ ເສຍຊີວິດໄປແລ້ວ 1,659 ຄົນໃນທົ່ວປະເທດ ລາວ.

ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະ ນະສຸກຖະແຫຼງວ່ານັບແຕ່ປີ 1990 ເຖິງທ້າຍປີ 2014 ໄດ້ກວດ ພົບຜູ້ຕິດເຊື້ອໄວຣັສ HIV ຈຳ ນວນ 7,072 ຄົນໃນທົ່ວປະເທດໂດຍໃນນີ້ກໍປະກົດວ່າມີເຖິງ 4,339 ຄົນທີ່ເປັນໂຣກ AIDS ຢ່າງສົມບູນແບບແລ້ວ ທັງຍັງມີເຖິງ 1,659 ຄົນທີ່ເສຍຊີວິດຍ້ອນໂຣກ AIDS ໃນຊ່ວງດັ່ງກ່າວ ນີ້.

ໂດຍເຖິງແມ່ນວ່າອັດຕາການຕິດເຊື້ອ HIV-AIDS ໃນ ລາວ ຈະຍັງຕ່ຳເມື່ອທຽບ ກັບປະເທດ ສະມາຊິກຂອງກຸ່ມອາຊຽນດ້ວຍກັນກໍຕາມ ຫາແຕ່ວ່າ ລາວ ກໍມີປັດ ໃຈສ່ຽງໃນຫຼາຍດ້ານທີ່ຈະ ເຮັດໃຫ້ປະຊາຊົນໄດ້ຮັບເຊື້ອ HIV-AIDS ເພີ່ມຂຶ້ນອີກ ໂດຍສະເພາະແມ່ນການເຄື່ອນຍ້າຍ ແຮງງານການທີ່ປະຊາຊົນໃນເຂດຊົນນະບົດຍັງຂາດ ຄວາມຮູ້ຄວາມເຂົ້າໃຈ ກ່ຽວກັບ ການ ປ້ອງກັນໂຣກ AIDS ແລະ ການໂຄ ສະນາວຽກງານຕ້ານໂຣກ AIDS ຂອງທາງການ ລາວ ກໍຍັງບໍ່ກວ້າງຂວາງດ້ວຍ ນັ້ນ.

ທາງດ້ານທ່ານ ເອກສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການກະຊວງສາທາ ລະນະສຸກ ແລະ ປະທານຄະນະກຳມະການແຫ່ງຊາດຕ້ານ AIDS ຢືນຢັນວ່າ ເປົ້າໝາຍສຳຄັນທີ່ສຸດຂອງການ ຕ້ານ AIDS ໃນ ລາວ ກໍແມ່ນການປ້ອງກັນການ ລະບາດຂອງເຊື້ອໂຣກໃຫ້ໄດ້ຕາມເປົ້າໝາຍ ສະຫັດສະວັດການພັດທະນາ ກໍຄື ການຄວບຄຸມການຕິດເຊື້ອໂຣກ AIDS ຂອງປະຊາຊົນ ລາວ ໃຫ້ຕ່ຳກວ່າ 1 ເປີເຊັນຂອງປະຊາກອນທັງໝົດໃນປີ 2015 ນີ້.

ບັນດາເຈົ້າໜ້າທີ່ລາວ ກ່າວຄຳປາໄສໃນກອງປະຊຸມ ຕໍ່ຕ້ານເຊື້ອ HIV-AIDS
ບັນດາເຈົ້າໜ້າທີ່ລາວ ກ່າວຄຳປາໄສໃນກອງປະຊຸມ ຕໍ່ຕ້ານເຊື້ອ HIV-AIDS

ໂດຍການດຳເນີນງານໃນໄລຍະທີ່ຜ່ານມາກໍປະກົດວ່າສາມາດ ຄວບຄຸມການຕິດ ເຊື້ອ HIV-AIDS ໄດ້ດີພໍສົມຄວນ ເພາະວ່າມີ ປະຊາຊົນ ລາວ ຕິດເຊື້ອ HIV-AIDS ຈຳນວນ 7,072 ຄົນ ແລະ ໃນນີ້ກໍໄດ້ເສຍຊີວິດໄປແລ້ວ 1,659 ຄົນຈຶ່ງຍັງເຫຼືອ 5,413 ຄົນທີ່ ຈະຕ້ອງໄດ້ຮັບການຊ່ວຍເຫຼືອໃນການປິ່ນປົວຕໍ່ໄປ ເຊິ່ງຖືເປັນອັດ ຕາສະເລ່ຍທີ່ຕ່ຳກວ່າ 1 ເປີເຊັນຂອງປະຊາກອນ ລາວ ທັງໝົດ 6.8 ລ້ານກວ່າຄົນໃນປະຈຸບັນນີ້.

ແຕ່ຢ່າງໃດກໍຕາມ ສູນຕ້ານໂຣກ HIV-AIDS ແລະ ພະຍາດຕິດຕໍ່ ໃນ ລາວ ກໍ ລາຍງານວ່າໃນປະຈຸບັນມີປະຊາຊົນ ລາວ 3 ກຸ່ມດ້ວຍ ກັນທີ່ຖືວ່າເປັນກຸ່ມ ປະຊາກອນທີ່ມີຄວາມສ່ຽງສູງທີ່ຈະຕິດເຊື້ອໂຣກ HIV-AIDS ເພີ່ມຂຶ້ນຢ່າງ ຕໍ່ເນື່ອງເຊິ່ງປະກອບດ້ວຍກຸ່ມແມ່ນຍິງ ລາວ ທີ່ຂາຍບໍລິການ ທາງເພດ ກຸ່ມຮັກຮ່ວມເພດດຽວ ກັນ ແລະ ກຸ່ມທີ່ຊົມໃຊ້ຢາເສບຕິດດ້ວຍການສີດເຂົ້າເສັ້ນເລືອດ.

ທັງນີ້ໂດຍຈາກການເກັບກຳຂໍ້ມູນພາກສະໜາມຂັ້ນເບື້ອງຕົ້ນເມື່ອບໍ່ດົນມານີ້ກໍ ເຮັດໃຫ້ທາງ ການລາວ ໄດ້ປະເມີນສະພາບການວ່າແມ່ຍິງ ລາວ ຫຼາຍກວ່າ 11,000 ຄົນທີ່ຂາຍບໍລິການ ທາງເພດເປັນອາຊີບ ໃນຂະນະດຽວກັນກໍມີຜູ້ຊາຍ ຫຼາຍກວ່າ 50,000 ຄົນທີ່ຮັກຮ່ວມເພດ ດຽວກັນ ແລະ ອີກຫຼາຍກວ່າ 50,000 ຄົນ ກໍຢູ່ໃນກຸ່ມທີ່ຊົມໃຊ້ຢາເສບຕິດ ເປັນປະຈຳໂດຍ ສະເພາະແມ່ນກຸ່ມທີ່ຊົມໃຊ້ຢາ ເສບຕິດດ້ວຍການສີດເຂົ້າເສັ້ນເລືອດນັ້ນ ກໍນັບເປັນກຸ່ມປະ ຊາກອນທີ່ຕິດເຊື້ອ HIV-AIDS ເພີ່ມຂຶ້ນຢ່າງວ່ອງໄວອີກດ້ວຍ.

ເຊິ່ງດ້ວຍສະພາບການດັ່ງກ່າວນີ້ ຈຶ່ງເຮັດໃຫ້ສູນຕ້ານໂຣກ HIV-AIDS ແລະ ພະຍາດຕິດຕໍ່ ໃນສັງກັດກະຊວງສາທາລະນະສຸກຂອງ ລາວ ໄດ້ໃຫ້ຄວາມສຳຄັນ ເປັນພິເສດທີ່ຈະດຳເນີນ ໃນທຸກມາດຕະການເພື່ອຫຼຸດຈຳນວນຜູ້ຕິດເຊື້ອ HIV-AIDS ໃນທັງ 3 ກຸ່ມດັ່ງກ່າວນີ້ໃຫ້ມີປະ ສິດທິພາບສູງຂຶ້ນໃນຕະຫຼອດປີ 2015 ນີ້ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນສູນຕ້ານ HIV-AIDS ແລະ ພະຍາດຕິດຕໍ່ໃນ ລາວ ໄດ້ໃຫ້ການຢືນຢັນວ່າ

“ທີ່ໜ້າເປັນຫ່ວງອີກອັນໜຶ່ງເນາະ ໃນການຕິດເຊື້ອໂຣດເອດສ໌ ຢູ່ປະເທດ ລາວ ພວກເຮົານີ້ ສ່ວນຫຼາຍກໍແມ່ນເກີດກັບຜູ້ທີ່ມີການເຄື່ອນຍ້າຍ ໂດຍສະເພາະ ກໍແມ່ນ ການເຄື່ອນຍ້າຍ ເພື່ອການຫາວຽກເຮັດງານທຳ ແຕ່ວ່າແນວໃດກໍຕາມ ສຳລັບນະໂຍບາຍທາງດ້ານແຮງງານ ນັ້ນຍັງບໍ່ທັນໄດ້ມີການກຳນົດລະອຽດ ແລ້ວກະຊັດເຈນ ກ່ຽວກັບການປ້ອງກັນຫຼືວ່າການ ຕ້ານການແຜ່ລະບາດຂອງ ເຊື້ອໂຣກເອດສ໌ ກໍຄືໂຣກເອດສ໌ຢູ່ໃນສະຖານທີ່ເຮັດວຽກ."

ເຊິ່ງຕໍ່ກໍລະນີດຽວກັນນີ້ ທ່ານ ພອນເທບ ພົນເສນາ ສະມາຊິກສະພາແຫ່ງຊາດ ລາວ ກໍໄດ້ໃຫ້ ການອະທິບາຍວ່າ ເຖິງແມ່ນວ່າອັດຕາການຕິດເຊື້ອ HIV-AIDS ໃນ ລາວ ຈະຍັງຄົງຢູ່ໃນລະ ດັບທີ່ຕ່ຳກໍຕາມແຕ່ສະຖານະການທີ່ໜ້າເປັນຫ່ວງ ຢ່າງຍິ່ງກໍຄືລະບົບໃຫ້ບໍລິການດ້ານການ ປິ່ນປົວ ແລະ ການຮັກສາສຸຂະພາບຂອງ ລັດຖະບານຍັງບໍ່ສາມາດທີ່ຈະໃຫ້ການເບິ່ງແຍງບັນ ດາຄົນ ລາວ ທີ່ຕິດເຊື້ອໂຣກ ດັ່ງກ່າວນີ້ໄດ້ຢ່າງທົ່ວເຖິງ ແລະ ພຽງພໍກັບສະພາບບັນຫາທີ່ເປັນ ຈິງນັ້ນເອງ.

XS
SM
MD
LG