ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະເທດ ລາວ ມີຄະດີ ຄວາມຮຸນແຮງ ຕໍ່ແມ່ຍິງ ເພີ່ມຂຶ້ນ


ເຈົ້າໜ້າທີ່ ລາວ ແລະ ອົງການສະຫະປະຊາຊາດ ເປີດໂຄງການຝຶກອົບຮົມ ການເຮັດວຽກກ່ຽວກັບ ຄວາມຮຸນແຮງຕໍ່ແມ່ຍິງແຫ່ງຊາດ.
ເຈົ້າໜ້າທີ່ ລາວ ແລະ ອົງການສະຫະປະຊາຊາດ ເປີດໂຄງການຝຶກອົບຮົມ ການເຮັດວຽກກ່ຽວກັບ ຄວາມຮຸນແຮງຕໍ່ແມ່ຍິງແຫ່ງຊາດ.

ການສຳຫຼວດລະດັບຊາດ ກ່ຽວກັບ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໃນ ລາວ ພົບວ່າມີການກະທຳທີ່ຮຸນແຮງຕໍ່ແມ່ຍິງ ລາວ ເພີ່ມຂຶ້ນ ແລະ ສ່ວນໃຫຍ່ ເປັນການກະທຳໂດຍຄົນຮັກຂອງພວກເຂົາເຈົ້າ ເອງ.

ທ່ານ ບຸນສະຫວັດ ບຸບຜາ ຄະນະກຳມະທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງແຫ່ງຊາດ ໄດ້ ໃຫ້ການຢືນຢັນວ່າ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນ ລາວ ມີທ່າອຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍຈາກການສຳຫຼວດໃນຊ່ວງປີ 2014-2015 ທີ່ຜ່ານມາ ດ້ວຍການສຳພາດແມ່ຍິງລາວ ຈຳ ນວນ 3,000 ຄົນທີ່ມີອາຍຸລະຫວ່າງ 15-64 ປີພົບວ່າເກືອບ 50 ເປີເຊັນ ໄດ້ລາຍງານວ່າເຄີຍ ຖືກກະທຳຮຸນແຮງຈາກສາມີ ຫຼື ຄົນຮັກຂອງພວກເຂົາເຕົ້າເອງ ແລະ ໄດ້ຮັບບາດເຈັບຢູ່ ເລື້ອຍໆ.

ພ້ອມກັນນີ້ ການສຳຫຼວດຍັງພົບວ່າ 43.1 ເປີເຊັນຂອງແມ່ຍິງລາວ ຈຳນວນດັ່ງກ່າວໄດ້ຖືກກະ ທາລຸນທາງຮ່າງກາຍ ແລະ ທາງເພດ ຫຼື ຄວາມຮຸນແຮງໃດໜຶ່ງທີ່ໄດ້ຮັບຄວາມເຈັບປວດ ທີ່ມີຜົນສະທ້ອນໃນຕະຫຼອດຊີວິດຂອງ ພວກ ເຂົາເຈົ້າ ແລະ ທີ່ໜ້າເປັນຫ່ວງກໍຄື 43.2 ເປີເຊັນ ບໍ່ເຄີຍບອກ ກ່ຽວກັບ ຄວາມຮຸນແຮງໃຫ້ໃຜຮູ້ ແລະ ມີພຽງ 28.6 ເປີເຊັນເທົ່ານັ້ນທີ່ໄດ້ຂໍການ ຊ່ວຍເຫຼືອຈາກອຳນາດການປົກຄອງທ້ອງຖິ່ນ ເມື່ອຖືກກະທຳຮຸນແຮງດັ່ງກ່າວ.

ກຸ່ມແມ່ຍິງ ລາວ ສະແດງທິດສະດີໃນການສານກະຕ່າໄມ້ໄຜ່ ໃນງານວາງສະແດງສິນຄ້າແຫ່ງໜຶ່ງ.
ກຸ່ມແມ່ຍິງ ລາວ ສະແດງທິດສະດີໃນການສານກະຕ່າໄມ້ໄຜ່ ໃນງານວາງສະແດງສິນຄ້າແຫ່ງໜຶ່ງ.

ກ່ອນໜ້ານີ້ ສະຫະພັນແມ່ຍິງລາວ ໄດ້ລາຍງານວ່າການຈັດຕັ້ງປະ ຕິບັດແຜນການພັດທະນາເພື່ອຄວາມສະເໝີພາບລະຫວ່າງ ຍິງ- ຊາຍ ທີ່ເລີ່ມ ດ້ວຍການສ້າງຕັ້ງຄະນະກຳມະການລະດັບຊາດເພື່ອ ການພັດທະ ນາ ຄວາມກ້າວໜ້າຂອງແມ່ຍິງລາວ ນັບແຕ່ປີ 2003 ເປັນຕົ້ນມາ ຍັງຖື ວ່າມີຄວາມຄືບໜ້າໃນລະດັບທີ່ຕ່ຳຫຼາຍເມື່ອທຽບ ກັບເປົ້າ ໝາຍທີ່ວາງໄວ້.

ທັງນີ້ໂດຍມີສາເຫດມາຈາກການປະຕິບັດງານໃນຊ່ວງກວ່າ 10 ປີມານີ້ສ່ວນໃຫຍ່ຈະເປັນການປະຕິບັດງານໃນດ້ານເອກະສານ ແລະ ພິທີການຕ່າງໆຫຼາຍກວ່າການຈັດຕັ້ງປະຕິບັດໃນພາກຕົວຈິງ ຊຶ່ງຈະເຫັນໄດ້ຈາກການດັດແກ້ລັດຖະທຳມະນູນ ເພື່ອຢັ້ງຢືນເຖິງ ການເຄົາລົບຕໍ່ຫຼັກການສາກົນວ່າດ້ວຍຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ໃນປີ 2003 ຕາມດ້ວຍການບັງຄັບໃຊ້ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງໃນປີ 2004 ແລະ ການປະກາດເປົ້າໝາຍ ສະຫັດສະວັດ ທີ່ຈະເພີ່ມສັດສ່ວນຂອງແມ່ຍິງລາວ ໃຫ້ມີຖານະ ຕຳແໜ່ງໃນທາງການເມືອງໃຫ້ໄດ້ເຖິງ 30 ເປີເຊັນຂອງຕຳແໜ່ງທັງໝົດໃນປີ 2015.

ຫາກແຕ່ວ່າຜົນຂອງການຈັດຕັ້ງປະຕິບັດໃນພາກຕົວຈິງນັ້ນກັບຍັງດຳເນີນໄປຢ່າງຊັກຊ້າ ແລະ ການທີ່ຈະສາມາດບັນລຸເປົ້າໝາຍທີ່ວາງໄວ້ດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍຄົງຈະເປັນໄປໄດ້ຍາກ ຢ່າງຍິ່ງເຊັ່ນດຽວກັນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງ ລາວ ໄດ້ໃຫ້ການຊີ່້ແຈງວ່າ.

"ການປະຕິບັດສິດສະເໝີພາບ ຍິງ-ຊາຍ ນີ້ ກໍຄືການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ກໍໄດ້ ອີງໃສ່ແຜນພັດທະນາຂອງລັດຖະບານຫັ້ນ ໃນການສ້າງພະນັກງານເພດຍິງເຂົ້າໃນ ອົງການ ຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນຄາດໝາຍສູ້ຊົນ 20 ເປີເຊັນຂຶ້ນໄປ ກ່ຽວ ກັບ ສະມາຊິກສະພາຫັ້ນໃຫ້ໄດ້ 30 ເປີເຊັນເຫັນວ່າການຈັດຕັ້ງປະຕິບັດນີ້ ພວກເຂົາເຈົ້າ ແມ່ນປະຕິບັດໄດ້ 15 ເປີເຊັນ."

ໂດຍຈາກການສຳຫຼວດຂອງສະຫະພັນແມ່ຍິງລາວ ພົບວ່າ ແຂວງເຊກອງ ເປັນເຂດທີ່ຍັງຫຼ້າ ຫຼັງທີ່ສຸດໃນການພັດທະນາຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ເພາະມີແມ່ຍິງບໍ່ເຖິງ 3 ເປີເຊັນ ທີ່ຢູ່ໃນຕຳແໜ່ງລະດັບຜູ້ບໍລິຫານຂັ້ນສູງຂອງແຂວງເຊກອງ ນັ້ນເອງ.

ນອກຈາກບັນຫາຄວາມບໍ່ສະເໝີພາບລະຫວ່າງ ຍິງ-ຊາຍ ດັ່ງກ່າວທາງການ ລາວ ກໍຍອມຮັບ ດ້ວຍວ່າ ບໍສາມາດບັນລຸເປົ້າໝາຍສະຫັດສະວັດການພັດທະນາດ້ານສຸຂະພາບ-ອະນາໄມ ແລະ ໂພຊະນາການຂອງແມ່ ແລະ ເດັກນ້ອຍໃນ ລາວ ໄດ້ໃນປີ 2015 ໂດຍສະເພາະແມ່ນ ເປົ້າ ໝາຍສະຫັດສະວັດດ້ານໂພຊະນາການຂອງເດັກນ້ອຍ ແລະ ການເສຍຊີວິດຂອງແມ່ຍິງ ຂະນະຖືພານັບເປັນບັນຫາທີ່ຄືບໜ້າຢ່າງຊັກຊ້າທີ່ສຸດ.

XS
SM
MD
LG