ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວ ປູກ​ເຂົ້າໄດ້ ຕ່ຳ​ກວ່າ​ ເປົ້າ​ໝາຍ ​ທີ່​ໄດ້ ວາງ​ໄວ້​ ສຳລັບ ປີ 2015 ຫາ 2016


ຊາວນາ ລາວ ​ໃຊ້​ເຄື່ອງ​ຈັກ​ປູກ​ເຂົ້າ ​ປັກ​ກ້າ ​ເຊິ່ງ​ເປັນ​ເທັກ​ນິກ​ໃໝ່​​ເພື່​ອການ​ປູກ​ເຂົ້າ​ທີ່​ໄວ​ຂຶ້ນ.
ຊາວນາ ລາວ ​ໃຊ້​ເຄື່ອງ​ຈັກ​ປູກ​ເຂົ້າ ​ປັກ​ກ້າ ​ເຊິ່ງ​ເປັນ​ເທັກ​ນິກ​ໃໝ່​​ເພື່​ອການ​ປູກ​ເຂົ້າ​ທີ່​ໄວ​ຂຶ້ນ.

ການ​ປູກ​ເຂົ້ານາ​ປີ​ຂອງ​ກະສິກອນ ລາວ ປະ​ຕິ​ບັດ​ໄດ້​ຕ່ຳ​ກວ່າ​ເປົ້າ​ໝາຍຂອງແຜນການ​ປີ 2015 ຫາ 2016 ນີ້​ທັງ​ຍັງ​ຫຼຸດ​ລົງ​ຈາກ​ແຜນການ​ປີ 2014 ຫາ 2015 ​ອັນ​ເປັນ​ຜົນ​ກະທົບ​ໂດຍ​ກົງ​ຈາ​ກ​ໄພ​ແຫ້ງ​ແລ້ງ.

ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ລາຍ​ງານ​ວ່າ​ກະສິກອນ​ ລາວ ສາມາດ​ປັກ​ດຳ​ເຂົ້ານາ​ປີ​ໄດ້ໃນ​ພື້ນ​ທີ່​ລວມ 770,000 ​ເຮັກຕາ​ໃນ​ທົ່ວ​ປະ​ເທດ ຄິ​ດ​ເປັນ 98 ເປີເຊັນຂອງແຜນການປີ 2015 ຫາ 2016 ທີ່ລັດຖະບານ ລາວ ໄດ້ວາງເປົ້າໝາຍການປັກດຳເຂົ້ານາປີໃຫ້ໄດ້ໃນ ພື້ນທີ່ທັງ ໝົດ 787,000 ເຮັກຕາ ຊຶ່ງຄົງຈະເປັນໄປບໍ່ໄດ້ແລ້ວ ທັງກໍຍັງເປັນການປັກດຳເຂົ້ານາປີໄດ້ ໜ້ອຍກວ່າແຜນການປີ 2014 ຫາ 2015 ໃນເນື້ອທີ່ລວມເຖິງ 2,600 ກວ່າເຮັກ ຕາອີກດ້ວຍ ເນື່ອງຈາກຫຼາຍພື້ນທີ່ຕ້ອງປະເຊີນໜ້າກັບໄພແຫ້ງແລ້ງຢ່າງໜັກໜ່ວງ.

ທາງດ້ານທ່ານສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ ໃຫ້ການຢືນຢັນວ່າລັດຖະບານ ລາວ ໄດ້ວາງເປົ້າໝາຍຈະຊຸກຍູ້ການຜະລິດເຂົ້າໃຫ້ໄດ້ ໃນປະລິມານລວມບໍ່ໜ້ອຍກວ່າ 4.2 ລ້ານໂຕນໃນແຜນການປີ 2015 ຫາ 2016 ຊຶ່ງໃນ ນີ້ແບ່ງເປັນຜົນຜະລິດເຂົ້າເພື່ອຄ້ຳປະກັນສະບຽງອາຫານແຫ່ງຊາດໃນປະລິມານ 3.53 ລ້ານໂຕນ ຫຼື ຄິດເປັນ 84 ເປີເຊັນຂອງຜົນຜະລິດເຂົ້າທົ່ວປະເທດສ່ວນທີ່ເຫຼືອນັ້ນກໍເປັນ ຜົນຜະລິດເຂົ້າເພື່ອຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານແຫ່ງຊາດ.

ບັນດາ​ຊາວນາ​ພາກັນ​ປູກ​ເຂົ້ານາ​ປີ ​ເພື່ອຜະລິດ​ສະບຽງ​ອາຫານ​ສຳລັບ​ປະຊາຊົນ​ ລາວ ​ແລະ ການ​ສົ່ງ​ອອກ.
ບັນດາ​ຊາວນາ​ພາກັນ​ປູກ​ເຂົ້ານາ​ປີ ​ເພື່ອຜະລິດ​ສະບຽງ​ອາຫານ​ສຳລັບ​ປະຊາຊົນ​ ລາວ ​ແລະ ການ​ສົ່ງ​ອອກ.

ແຕ່ຢ່າງໃດກໍຕາມ ການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວ ໄດ້ຢ່າງແທ້ຈິງນັ້ນ ກໍຈະຕ້ອງ ມີການພັດທະນາລະບົບຄອງ ຊົນລະປະທານເພື່ອຕອບສະໜອງນ້ຳໃຫ້ທີ່ນາໃຫ້ໄດ້ເຖິງ 440,000 ເຮັກຕາຈາກພື້ນທີ່ທັງໝົດ 998,980 ເຮັກຕາໃນທົ່ວ ປະເທດ ແລະ ຈະຕ້ອງມີ ການເພີ່ມສະມັດຕະພາບການ​ຜະລິດ​ໃຫ້​ໄດ້​ສະ​ເລ່ຍບໍ່​ຕ່ຳ​ກວ່າ 4.21 ​ໂຕນ​ຕໍ່ເຮັກຕາ​ອີກ​ດ້ວຍ.

ທາງ​ດ້ານ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ກໍ​ໄດ້​ວາງ​ແຜນການ​ທີ່​ຈະ​ພັດທະນາ​ປັບປຸງ​ລະບົບ​ຄອງ​ຊົນລະປະທານ​ໃນ​ທົ່ວ​ປະ​ເທດ​ເພື່ອ​ເພີ່ມ​ລະດັບ​ປະສິດທິພາບ​ໃນ​ການ​ຕອບ​ສະໜອງ ນ້ຳ​ໃຫ້​ກັບ​ທີ່​ນາ​ໃຫ້​ໄດ້​ເນື້ອ​ທີ່​ລວມ 580,000 ​ເຮັກຕາ​ໃນ​ລະດູ​ການ​ປີ 2015 ຫາ 2016 ຊຶ່ງ​ໃນ​ນີ້​ກໍ​ແບ່ງ​ເປັນ​ການ​ຕອບ​ສະໜອງ​ນ້ຳ​ໃຫ້​ນາປີ 400,000 ​ເຮັກຕາ ​ແລະ ນາ​ແຊງ 180,000 ​ເຮັກຕາ​ຕາມ​ລຳດັບ.

​ໂດຍ​ຖ້າ​ຫາກ​ການ​ດຳ​ເນີນ​ງານ​ເປັນ​ໄປ​ຕາມ​ແຜນການ​ທີ່​ວາງ​ໄວ້​ດັ່ງກ່າວ ກໍ​ຈະ​ເປັນ​ສິ່ງ​ທີ່​ຮັບປະກັນ​ໄດ້​ວ່າ ຜົນ​ຜະລິດ​ເຂົ້າ​ໃນ​ທົ່ວ​ປະ​ເທດ ລາວ ຈະ​ມີ​ປະລິມານ​ລວມ​ເຖິງ 4.2 ລ້ານ ໂຕນ​ໃນ​ປີ 2015 ຊຶ່ງ​ພຽງພໍ​ກັບ​ການ​ບໍລິ​ໂພ​ກ​ໃນ​ປະ​ເທດ ​ແລະ ຍັງ​ຈະ​ມີ​ເຂົ້າ​ສົ່ງ​ອອກ​ຕ່າງປະ​ເທດ​ເຖິງ 6 ​ແສນ​ໂຕນ​ອີກ​ດ້ວຍ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ກໍ​ໄດ້​ຍອມຮັບ​ວ່າຊາວ ນາ ລາວ ຍັງ​ມີ​ລະດັບ​ຄວາມ​ສາມາດ​ທີ່​ຕ່ຳທັງ​ໃນ​ດ້ານ​ວິຊາ​ການ ​ແລະ ​ເທັກ​ນິກ ຈຶ່ງ​ເປັນ​ການ​ຍາກ​ທີ່​ຊາວນາ​ ລາວ ຈະ​ເພີ່ມ​ຜົນ​ຜະລິດ​ເຂົ້າ​ເພື່ອ​ໃຫ້​ກາຍ​ເປັນ​ຜູ້​ສົ່ງ​ອອກ​ລາຍ​ໃຫຍ່​ຂອງ​ໂລກ​ໄດ້ ທັງ​ກໍ​ຍັງ​ບໍ່​ສາມາດ​ແຂ່ງຂັນ​ໃນ​ດ້ານ​ຄຸນ​ນະພາ​ບ​ເຂົ້າ​ທີ່​ສົ່ງ​ອອກ​ໄປ​ຕ່າງປະ​ເທດ​ອີກ​ດ້ວຍ ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໄດ້​ຢືນຢັນ​ວ່າ

“ຜ່າ​ນ​ມາ​ນີ້​ພວກ​ເຮົາ​ມີ​ເຂົ້າ​ແຕ່​ວ່າ​ຂາຍ​ຍາກ​ຍ້ອນວ່າ​ເຂົ້າ​ບໍ່​ໄດ້​ຄຸນນະພາ​ບ ​ເຂົ້າ​ປົນ ​ເຂົ້າ​ບໍ່​ແມ່ນ​ປະ​ເພດ​ດຽວ ປະຊາຊົນແຕ່ລະຄົນ​ຫັ່ນ​ນະ​ໃຊ້​ແນວ​ພັນຕາ​ມທີ່​ເຂົາ​ມີ ​ໄດ້​ເຂົ້າ​ມາ​ແລ້ວ​ກະ​ປົນ​ກັນ ລະຫວ່າງ​ເຂົ້າ ກໍ​ຂໍ ກະ​ມີ ​ເຂົ້າທ່າ​ສະ​ໂນ​ກະມີ ​ເຂົ້າ​ພື້ນ​ເມືອງ​ກະ​ມີ ມັນ​ຢູ່​ໃນ​ກະ​ເປົາ​ດຽວ​ ມັນ​ກະ​ບໍ່​ໄດ້​ຄຸນ​ນະພາ​ບ.”

ອີກ​ດ້ານ​ໜຶ່ງ ລັດຖະບານ ລາວ ​ໄດ້​ວາງ​ແຜນການ​ທີ່​ຈະ​ເພີ່ມ​ການ​ຜະລິດ​ສະບຽງອາຫານ​ທາດ​ໂປຣຕີນ​ໃຫ້​ໄດ້​ໃນ​ປະລິ​ມານ​ລວມ 487,500 ​ໂຕນ​ໃນ​ປີ 2020 ​ແລະ ​ເພີ່​ມຂຶ້ນ​ເປັນ 711,000 ​ໂຕນ​ໃນ​ປີ 2025 ດ້ວ​ຍການ​ຊຸກ​ຍູ້​ໃຫ້​ພາກ​ເອກະ​ຊົນ​ດຳ​ເນີນ​ກິດຈະການຟາ​ມ ​ເພື່ອ​ຜະລິດ​ຊີ້ນ​ສັດ​ໃຫ້​ໄດ້​ເຖິງ 262,500 ​ໂຕນ ​ແລະ ຜະລິດ​ປາ​ໃຫ້​ໄດ້ 225,000 ​ໂຕນ​ໃນ​ປີ 2020 ​ແລະ ​ເພີ່ມ​ຜົນ​ຜະລິດ​ຊີ້ນ​ສັດ​ໃຫ້​ໄດ້​ເຖິງ 414,000 ​ໂຕນ ​ແລະ ປາ 297,000 ​ໂຕນ​ໃນ​ປີ 2025 ຕາມ​ລຳດັບ.

XS
SM
MD
LG