ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ ຈະມີລາຍຮັບ ເຖິງ 3,900 ລ້ານໂດລາ ຈາກ ເຂື່ອນໄຊຍະບູລີ


ພິທີເປີດການກໍ່ສ້າງເຂື່ອນໄຊຍະບູລີຢ່າງເປັນທາງການ
ພິທີເປີດການກໍ່ສ້າງເຂື່ອນໄຊຍະບູລີຢ່າງເປັນທາງການ
ລັດຖະບານລາວຈະມີລາຍຮັບເຖິງ 3,900 ລ້ານໂດລາຈາກ
ໂຄງການເຂື່ອນໄຊຍະບູລີ ໃນຂະນະທີ່ທາງການຫວຽດນາມ ກໍໄດ້ຢຸດເຊົາການຄັດຄ້ານໂຄງການ ເພາະເຫັນວ່າໄດ້ປ້ອງ ກັນຜົນກະທົບຕ່າງໆໄດ້ດີແລ້ວ.

ທ່ານສຸລິວົງ ດາລາວົງ ລັດຖະມົນຕີວ່າການກະຊວງພະລັງງານ
ແລະບໍ່ແຮ່ ໄດ້ຖະແຫຼງຢືນຢັນວ່າ ທາງການລັດຖະບານລາວຈະ ໄດ້ຮັບຜົນປະໂຫຍດຕອບແທນຈາກ ໂຄງການເຂື່ອນໄຊຍະບູລີ ຄິດເປັນມູນຄ່າລວມເກີນກວ່າ 3,900 ລ້ານໂດລາໃນຕະຫຼອດ
ໄລຍະ ສໍາປະທານ 29 ປີ ຫຼືຄິດເປັນລາຍໄດ້ສະເລ່ຍບໍ່ຕໍ່າກວ່າ
135 ລ້ານໂດລາຕໍ່ປີ ທີ່ຈະໄດ້ຮັບ ຈາກຄ່າທໍານຽມສໍາປະທານ
ຄ່າພາສີອາກອນ ແລະເງິນປັນຜົນຈາກການຮ່ວມລົງທຶນ ໃນສັດສ່ວນ 20% ຂອງມູນຄ່າການລົງທຶນທັງໝົດ ໃນໂຄງການ.

ໂຄງການເຂື່ອນໄຊຍະບູລີ ມີກໍານົດການກໍ່ສ້າງໃຫ້ສໍາເລັດແລະເລີ່ມສົ່ງພະລັງງານໄຟຟ້າ ຂາຍໃຫ້ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ນັບແຕ່ປີ 2019 ເປັນຕົ້ນໄປ ຊຶ່ງກໍຈະເຮັດໃຫ້ກຸ່ມການລົງທຶນໃນໂຄງການມີລາຍຮັບຈາກ ການຂາຍພະລັງງານໄຟຟ້າ ສ່ວນໃຫຍ່ທີ່ຜະລິດໄດ້ເຖິງ 1,285 ເມກາວັດ ນັ້ນ ຄິດເປັນມູນຄ່າສະເລ່ຍ 450 ລ້ານໂດ ລາຕໍ່ປີ ຫຼືຫຼາຍກວ່າ 13,000 ລ້ານໂດລາ ໃນຕະຫຼອດໄລຍະສໍາປະທານ 29 ປີ.

ທັງນີ້ ໂດຍທາງການລາວແລະກຸ່ມລົງທຶນໃນໂຄງການໄດ້ທໍາພິທີວາງສິລາເລີກ ເພື່ອລົງ ມືກໍ່ສ້າງເຂື່ອນຢ່າງເປັນທາງການເມື່ອວັນທີ່ 7 ພະຈິກທີ່ຜ່ານມາ ໂດຍການເປັນປະທານ ຂອງທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານດ້ານເສດ ຖະກິດຂອງລັດຖະບານລາວ ພ້ອມກັບບັນດາລັດຖະມົນຕີ ເຈົ້າແຂວງ ເຈົ້າໜ້າທີ່ຂັ້ນສູງ ຂອງລາວ ຜູ້ຕາງໜ້າຂອງບໍລິສັດຜູ້ລົງທຶນໃນໂຄງ ການ ແລະທີ່ໜ້າສັງເກດກໍຄືມີເອກອັກ ຄະລັດຖະມູນຫວຽດນາມ ແລະກໍາປູເຈຍ ເຂົ້າຮ່ວມໃນພິທີດ້ວຍ ທັງໆທີ່ວ່າສອງປະເທດ ດັ່ງກ່າວນີ້ໄດ້ສະແດງການຄັດຄ້ານ ໂຄງການເຂື່ອນໄຊຍະບູລີໃນລາວມາໂດຍຕະຫຼອດ.
ພວກລົງທຶນກໍ່ສ່າງເຂື່ອນໄຊຍະບູລີ ຮັບຕ້ອນຄະນະຜູ້ແທນກໍາປູເຈຍ ໄປຢ້ຽມຢາມ ສະຖານທີ່ກໍ່ສ້າງເຂື່ອນ
ພວກລົງທຶນກໍ່ສ່າງເຂື່ອນໄຊຍະບູລີ ຮັບຕ້ອນຄະນະຜູ້ແທນກໍາປູເຈຍ ໄປຢ້ຽມຢາມ ສະຖານທີ່ກໍ່ສ້າງເຂື່ອນ

ແຕ່ຢ່າງໃດກໍຕາມ ໂດຍອິງຕາມການເດີນທາງໄປກວດຢ້ຽມສະ
ຖານທີ່ກໍ່ສ້າງເຂື່ອນໄຊຍະບູລີ ໂດຍຄະນະຜູ້ແທນຂອງລັດຖະ
ບານກໍາປູເຈຍໃນຕົ້ນເດືອນພະຈິກ ແລະການຖະແຫຼງຂອງທ່ານ
Luong Thanh Nghi ໂຄສົກກະຊວງການຕ່າງປະເທດຂອງ
ຫວຽດນາມ ທີ່ໄດ້ລະບຸວ່າທາງການຫວຽດນາມມີຄວາມພຶງພໍ
ໃຈຕໍ່ມາດຕະ ການປ້ອງກັນບັນປາ ແລະ ຜົນກະທົບຕໍ່ສະພາບ ແວດລ້ອມທໍາມະຊາດຈາກການກໍ່ ສ້າງເຂື່ອນໄຊຍະບູລີແລ້ວ
ນັ້ນ ຈຶ່ງຖືວາເປັນການສະແດງອອກເຖິງການຢຸດເຊົາການຄັດ ຄ້ານຕໍ່ໂຄງການເຂື່ອນໄຊຍະ ບູລີໃນລາວຢ່າງຊັດເຈນແລ້ວ
ນັ້ນເອງ.

ທາງດ້ານ ທ່ານ ​ເຣວັດ ​ສຸວັນນະກິດຕິ ຮອງຜູ້ອໍານວຍການບໍລິສັດໄຟຟ້າໄຊຍະບູລີ ກໍໄດ້​ໃຫ້ການ​ຢືນຢັນ​ວ່າການ​ອອກ​ແບບ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບຸລີ​ໃນ​ຄັ້ງ​ໃໝ່​ນີ້ ​ໄດ້​ດໍາ​ເນີນ​ໄປ​ຢ່າງ ມີ​ຄວາມໂປ່​ງ​ໃສ​ແລະ​ບໍ່​ສ້າງ​ຜົນ​ກະທົບ​ດ້ານ​ລົບ​ຕໍ່​ສະພາບ​ແວດລ້ອມ​ທໍາ​ມະ​ຊາດ​ໃຫ້​ກັບ​ພື້ນ​ທີ່​ທີ່ຢູ່​ເຂດ​ຕອນ​ລຸ່ມ​ຂອງ​ຕົວ​ເຂື່ອນ ​ໂດຍ​ກຸ່ມ​ພັດທະນາ​ໂຄງການ​ໄດ້​ເພີ່ມ​ເງິນ​ທຶນ​ເຂົ້າ​ໃນ​ການ​ປ້ອງ​ກັນ​ຜົນ​ກະທົບ​ຕໍ່​ສະພາບ​ແວດ ລ້ອມ​ທໍາ​ມະ​ຊາດແລະ​ສັດ​ນໍ້າ​ຢ່າງ​ໄດ້ມາດຕະ ຖານ​ສາກົນ ດັ່ງ​ທີ່​ທ່ານ​ເຣວັດ ​ໄດ້​ໃຫ້ການ​ຊີ້​ແຈງໃນ​ຕອນ​ນຶ່ງວ່າ:

“​ເຮົາ​ໄດ້​ອອກ​ແບບ​ເຜື່ອ​ໄວ້​ໃນ​ອະນາຄົດ​ດ້ວຍ​ວ່າ​ເຮືອ​ທີ່​ຈະ​ຂຶ້ນ-ລ່ອງ​ອັນ​ນີ້​ໄດ້​ເຖິງ 500 ​ໂຕນ​ໄດ້​ທັງ​ປີ​ເລີຍ ທີ່ນີ້​ພວກ​ເຮົາ​ຍັງ​ອອກ​ແບບ​ໃຫ້​ມີ​ທາງ​ປາ​ຜ່ານ​ຢູ່ ທາງ​ຝັ່ງ​ເມືອງ​ນ່ານ ຊຶ່ງ​ເລຶ່ອງນີ້​ກໍ​ເສຍ​ເງິນເພີ່ມ​ອີກ ​ແຕ່​ກໍ​ບໍ່​ເປັນ​ຫຍັງ ​ເພື່ອ​ໃຫ້​ປະຊາ​ຊົນ​ທີ່​ອາ​ໃສ​ຢູ່​ຕອນ​ລຸ່ມແມ່ນໍ້າຂອງ​ນີ້ ມີ​ຄວາມ​ສະບາຍ​ໃຈ​ວ່າ​ເຂື່ອນ​ຂອງ​ເຮົາ​ນີ້ ບໍ່​ໄດ້​ເຮັດ​ໃຫ້​ເກີດ​ຜົນ​ກະທົບ​ດ້ານ​ສິ່ງ​ແວດ​ລ້ອມ​ແລ້ວ ​ເຮົາ​ຍັງ​ຮັບປະກັນ​ເລື່ອງ​ຕົກຕະ ກອນ ວ່າ​ເຮົາຈະ​ບໍ່​ໃຫ້​ເກັບ​ກັກ​.”
ແຜນແມ່ພິມຂອງການອອກແບບເຂື່ອນໄຊຍະບູລີໃໝ່
ແຜນແມ່ພິມຂອງການອອກແບບເຂື່ອນໄຊຍະບູລີໃໝ່

​ການ​ອອກ​ແບບ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບຸລີ​ດັ່ງກ່າວ​ນີ້ ​ເປັນ​ການ
​ປະຕິບັດ​ຕາມການ​ສຶກສາ​ຂອງ​ບໍລິສັດ​ທີ່​ປຶກສາ 2 ​ແຫ່ງ​ທີ່
​ລັດຖະບານ​ລາວ​ໄດ້​ວ່າ​ຈ້າງ​ໃຫ້​ທໍາ​ການສຶກສາ​ເພື່ອ​ປ້ອງ​ກັນ
​ຜົນ​ກະທົບ​ຈາກ​ການ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບຸລີ ​ແລະ​ກໍ​ໄດ້​
ດໍາ​ເນີນ ການ​ດັ່ງກ່າວ​ສໍາ​ເລັດ​ແລ້ວ​ເມື່ອ​ບໍ່​ດົນ​ມາ​ນີ້ ກໍ​ຄື
ບໍລິສັດ POYRY ຈາກ​ສະ​ວິດ​ເຊີ​ແລນ​ດ໌ ​ແລະບໍລິສັດ
CNR ຈາກ​ປະ​ເທດ​ຝຣັ່ງ ຊຶ່ງ​ທັງ​ສອງ​ບໍລິສັດ​ດັ່ງກ່າວ​ກໍ
​ຢືນຢັນ​ວ່າສາມາດ​ທີ່​ຈະ​ປ້ອງ​ກັນ​ຜົນ​ກະທົບ​ໄດ້​ຢ່າງ​ແນ່ນອນ.

ທັງ​ນີ້ດ້ວຍ​ການ​ກໍ່ສ້າງ​ລະບົບ​ທາງ​ປາ​ຜ່ານ​ທີ່​ໃຊ້​ວິດ​ທະ​ຍາ​ການສະ​ໄໝ​ໃໝ່ ພ້ອມ​ດ້ວຍ​ການ​ສ້າງ​ອູ່​ຂອງ​ປາ ການ​ສ້າງປ່ອງ​ປາຂຶ້ນ-ລົງ ​ຢູ່ໃນ​ລະບົບ​ປະຕູ​ເດີນ​ເຮືອ ການ​ສ້າງ​ສະຖາ ນີ​ປາ​ທີ່​ຕິດ​ຕັ້ງ​ດ້ວຍ​ລະບົບກັງ​ຫັນ​ນໍ້າ​ທີ່​ເປັນ​ມິດ​ກັບ​ສັດ​ນໍ້າ​ທຸກ​ຊະນິດ ​ແລະ​ການ​ກໍ່ສ້າງ​ປະຕູ​ລະ ບາຍ​ດິນ​ຕົກຕະກອນ​ທີ່​ເປັນ​ແຫຼ່ງອາຫານ​ຂອງ​ສັດ​ນໍ້າ​ແລະ​ປຸ໋ຍຂອງພືດ​ພັນ​ຕ່າງໆ​ຢ່າງ ຄົບຊຸດອີກດ້ວຍ.
XS
SM
MD
LG