ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຈະຢືມເງິນຈາກຈີນ ເພື່ອສ້າງດາວທຽມ ແລະ ສົ່ງຂຶ້ນສູ່ວົງໂຄຈອນ


ພິທີເຊັນສັນຍາຮ່ວມມື ລະຫວ່າງລາວ ແລະຈີນ ໃນທ້າຍປີ 2012
ພິທີເຊັນສັນຍາຮ່ວມມື ລະຫວ່າງລາວ ແລະຈີນ ໃນທ້າຍປີ 2012
ລັດຖະບານ​ລາວ​ຈະ​ກູ້​ຢືມ​ເງິນ​ທຶນ​ໃນ​ມູນ​ຄ່າ 258 ລ້ານ​ໂດ​ລາ​
ຈາກ​ຈີນ ສໍາລັບ​ນໍາ​ໃຊ້​ໃນ​ການ​ວ່າ​ຈ້າງ​ບໍລິສັດ​ຈີນ​ເພື່ອ​ດໍາ​ເນີນ​
ການ​ສ້າງ​ດາວ​ທຽມ​ແລະ​ສົ່ງ​ຂຶ້ນສູ່​ວົງ​ໂຄຈອນ​ພາຍ​ໃນ​ທ້າຍ​ປີ
2015 ​ເປັນ​ຢ່າງ​ຊ້າ

ທ່ານ​ສົມ​ສະຫວາດ ​ເລ່ງ​ສະຫວັດ ຮອງ​ນາຍົກລັດຖະມົນຕີ ຜູ້ຊີ້
​ນໍາ​ວຽກ​ງານ​ດ້ານ​ເສດຖະກິດ​ຂອງ​ຄະນະ​ລັດຖະບານ​ລາວ ​ໄດ້
​ໃຫ້ການ​ຢືນຢັນ​ກັບ​ວີ​ໂອ​ເອວ່າ ລັດຖະບານ​ລາວ​ຈະ​ກູ້​ຢືມ​ເງິນ
​ທຶນ​ຈາກ​ລັດຖະບານ​ຈີນ ທັງ 100% ​ເພື່ອ​ນໍາ​ໃຊ້​ໃນໂຄງການ
​ສ້າງ​ແລະ​ສົ່ງ​ດາວ​ທຽມ​ດວງ​ທໍາ​ອິດ​ຂອງ​ລາວ​ຂຶ້ນສູ່​ວົງ​ໂຄຈອນ
​ໃຫ້​ໄດ້ ພາຍ​ໃນ​ປີ 2015 ​ໂດຍ​ການ​ລົງ​ນາມ​ໃນ​ສັນຍາ​ກູ້​ຢືມ​ດັ່ງ
ກ່າວ​ຈະ​ມີ​ຂຶ້ນ​ໃນ​ໝໍ່ໆ​ນີ້ ​ແລະ​ກໍ​ຖື​ເປັນ​ໂຄງການ​ນຶ່ງ​ທີ່ຢູ່​ພາຍ​ໃຕ້​
ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ເປັນ​ຮຸ້ນ​ສ່ວນ​ຍຸ​ທະ​ສາດ​ ເພື່ອ​ການ​ພັດທະນາຢ່າງຮອບດ້ານລະຫວ່າງ
ລາວ -​ຈີນ ຊຶ່ງ​ລັດຖະບານ​ຈີນ ​ໄດ້​ສັນຍາ​ທີ່​ຈະ​ໃຫ້ການ​ຊ່ວຍ​ເຫຼືອລາວ​ຢ່າງ​ບໍ່​ຢຸດ​ຢັ້ງ ດັ່ງທີ່
​ທ່ານ​ສົມ​ສະຫວາດ ​ໄດ້​ໃຫ້ ການ​ຊີ້​ແຈງ​ວ່າ:
ການເຊັນສັນຍາຮ່ວມມືລະຫວ່າງລາວ-ຈີນດ້ານການສົ່ງດາວທຽມ
ການເຊັນສັນຍາຮ່ວມມືລະຫວ່າງລາວ-ຈີນດ້ານການສົ່ງດາວທຽມ

“​ໂຄງການ​ໃຫຍ່ໆ​ດຽວ​ນີ້ ​ແມ່ນ​ພວກ​ເຮົາ​ໄດ້​ຂໍ​ການ​ກູ້​ກັບ​ຈີນ
​ເນື່ອງ​ຈາກ​ວ່າ​ບ່ອນອື່ນ​ກໍ​ບໍ່​ໄດ້​ໃຫ້ຫຼາຍຄື​ຈັ່ງ​ຊີ້​ເດ ທາງ​ເຮົາ​
ຜັດ​ຕ້ອງການຫຼາຍ ຜູ້​ອື່ນ​ຜັດ​ໃຫ້​ສາມ​ລ້ານ ສອງ​ລ້ານ ສິບ
​ລ້ານ​ໄປ​ຈັ່ງ​ຊີ້​ມັນ​ຜັດ​ບໍ່ພໍ ​ແລ້ວ​ຜູ້​ໃດໃຫ້​ເຮົາ​ກູ້ ​ເຮົາ​ກະ​ຂອບ​
ໃຈ​ເພິ່ນ ​ເພິ່ນ​ກະ​ເຫັນ​ອົກ​ເຫັນ​ໃຈພວກ​ເຮົາ​ແດ່​ຊັ້ນ​ໜາ.”


ທັງ​ນີ້​ໂດຍ​ທາງ​ການ​ກະຊວງ​ໄປສະນີ ​ໂທລະ​ຄົມມະນາຄົມ ​ແລະ​
ການ​ສື່ສານ​ຂອງ​ລາວ​ແລະ​ກຸ່ມ​ບໍລິສັດ​ອະວະກາດແຫ່ງ​ປະ​ເທດ​
ຈີນ​ ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ວ່າ​ດ້ວຍການ​ສ້າງ​ແລະ​ສົ່ງ​ດາວ​ທຽມ​
ດວງ​ທໍາ​ອິດ​ຂອງ​ລາວ​ຂຶ້ນ​ໄປ​ສູ່​ວົງ​ໂຄຈອນ ໃນ​ເດືອນພຶດສະພາ ປີ 2012 ​ໂດຍ​ຈະ​ໃຊ້ເງິນ
​ທຶນ​ຄິດ​ເປັນ​ມູນ​ຄ່າ​ລວມທັງ​ໝົດ 258 ລ້ານ ​ໂດລ່າ ທີ່​ທາງ​ການ​ລາວ​ຈະ​ກູ້​ຢືມ​ຈາກ​ທາງ​ການ​ຈີນ ​ແລະ​ຈ້າງ​ໃຫ້​ບໍລິສັດ​ຂອງ​ຈີນດໍາ​ເນີນ​ການ​ທັງ​ໝົດ​ນັ້ນ​ເອງ ຊຶ່ງ​ໝາຍ​ຄວາມ​ວ່າ​ກຸ່ມ​ບໍລິສັດ​ອະວະກາດ​ຂອງ​ຈີນ ​ບໍ່​ພຽງ​ແຕ່​ຈະ​ຮັບຜິດຊອບ​ໃນການ​ສ້າງ​ແລະ​ສົ່ງ​ດາວ​ທຽມ​ຂຶ້ນສູ່​ວົງ​ໂຄ
ຈອນ​ເທົ່າ​ນັ້ນ ຫາກ​ແຕ່​ຍັງ​ລວມ​ເຖິງ​ການ​ກໍ່ສ້າງ​ສະຖານີແລະ​ຕິດ​ຕັ້ງ​ລະບົບ​ຄວບ​ຄຸມສັນຍານ
​ດາວ​ທຽມ​ຢູ່​ພາກ​ພື້ນ​ດິນ ​ແລະ​ການ​ເຝິກອົບ​ລົມ​ພະນັກງານ​ວິຊາ​ການ​ທີ່​ກ່ຽວຂ້ອງ​ ໃຫ້​ກັບ​
ທາງ​ການ​ລາວ​ຢ່າງ​ຄົບຊຸດ​ອີກ​ດ້ວຍ ທັງ​ນີ້​ກໍ​ເພື່ອ​ທີ່​ວ່າ​ທາງ​ການ​ລາວ​ຈະ​ໄດ້​ນໍາ​ໃຊ້​ສັນຍານ​
ດາວທຽມ ​ໃຫ້ເປັນ​ປະ​ໂຫຍ​ດຕໍ່​ການ​ພັດທະນາ​ວຽກ​ງານ​ຖະ​ແຫຼງຂ່າວ​ໄດ້​ຢ່າງມີປະສິດທິ ພາບຫຼາຍຂຶ້ນ ຢ່າງ​ບໍ່​ຢຸດ​ຍັ້ງ.

ທາງດ້ານທ່ານບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ ວັດທະນະ
ທໍາ ແລະທ່ອງທ່ຽວ ກໍໄດ້ຖະແຫຼງຢືນຢັນກ່ອນໜ້ານີ້ວ່າ ເປົ້າໝາຍສໍາຄັນປະການນຶ່ງຂອງ
ການພັດທະນາວຽກງານຖະແຫຼງຂ່າວຂອງລາວ ກໍແມ່ນການພັດທະນາສະຖານີວິທະຍຸ
ແລະໂທລະພາບແຫ່ງຊາດ ໃຫ້ເປັນລະບົບ Digital ໃຫ້ໄດ້ ໃນທົ່ວປະເທດພາຍໃນປີ 2015

ທ່ານບົວເງິນໄດ້ສະແດງຄວາມໝັ້ນໃຈວ່າ ທາງການລາວຈະສາມາດບັນລຸເປົ້າໝາຍດັ່ງກ່າວ
ໄດ້ຢ່າງແທ້ຈິງ ເນື່ອງຈາກທາງການຈີນໄດ້ຕົກລົງໃຫ້ການຊ່ວຍເຫຼືອແກ່ທາງການລາວ ນັບ
ແຕ່ຕົ້ນປີ 2012 ເປັນຕົ້ນມາແລ້ວ ແລະໃນຂະນະດຽວກັນ ການພັດທະນາວິທະຍຸແລະໂທ
ລະພາບໃນລາວ ໃຫ້ເປັນລະບົບ Digital ນັ້ນ ກໍໄດ້ເລີ່ມດໍາເນີນການຕັ້ງແຕ່ປີ 2011 ເປັນ ຕົ້ນມາແລ້ວ.

ໂດຍໃນປັດຈຸບັນ ໃນລາວມີສະຖານີໂທລະພາບທັງໝົດ 32 ແຫ່ງ ແລະສະຖານີວິທະຍຸ 43 ແຫ່ງໃນທົ່ວປະເທດ. ສ່ວນໜັງສືພິມແລະວາລະສານຕ່າງໆນັ້ນ ກໍມີຫຼາຍກວ່າ 100 ສະບັບ. ໃນນີ້ ມີ 9 ສະບັບທີ່ເປັນໜັງສືລາຍວັນ ໃນຂະນະທີ່ກະຊວງຖະແຫຼງຂ່າວ ວັດທະນະທໍາ
ແລະທ່ອງທ່ຽວ ກໍໄດ້ວາງເປົ້າໝາຍທີ່ຈະຂະຫຍາຍເຄືອຂ່າຍສື່ມວນຊົນ ທີ່ເປັນກະບອກສຽງ
ຂອງພັກແລະລັດຖະບານລາວເຫຼົ່ານີ້ ໃຫ້ກວມໄປເຖິງປະຊາຊົນລາວ ໄດ້ຢ່າງກວ້າງຂວາງ
ຫຼາຍຂຶ້ນ ກໍຄືເຮັດໃຫ້ສື່ສິ່ງພິມແລະວິທະຍຸ ກວມໃຫ້ໄດ້ 95%.ຂອງປະຊາກອນ ແລະ 85%
ຂອງປະຊາກອນທັງໝົດ ສໍາລັບສື່ໂທລະພາບ ພາຍໃນປີ 2015 ຕາມລໍາດັບ.
XS
SM
MD
LG