ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວ​ວາງ ມາດ​ຕະການ​ ຄວບ​ຄຸມ​ ການ​ໃຊ້​ຈ່າຍ ງົບປະມານ​ ຢ່າງ​ເຂັ້ມ​ງວດ


ພິທີເຊັນສັນຍາວມອບເງິນຊ່ວຍເຫລືອຂອງຍີ່ປຸ່ນແກ່ລາວ ທີ່ຈັດຂຶ້ນເມື່ອມໍ່ໆມານີ້
ພິທີເຊັນສັນຍາວມອບເງິນຊ່ວຍເຫລືອຂອງຍີ່ປຸ່ນແກ່ລາວ ທີ່ຈັດຂຶ້ນເມື່ອມໍ່ໆມານີ້
ລັດຖະບານ​ລາວ​ດໍາ​ເນີນ​ມາດ​ຕະການ​ຄວບ​ຄຸມ​ການ​ໃຊ້​ຈ່າຍງົບ
ປະມານ​ຢ່າງ​ເຂັ້ມ​ງວດ ອີກ​ທັງຍັງ​ໄດ້​ໂຈະ​ການ​ຊໍາລະ​ໜີ້​ທີ່​ເກີດ
​ຈາກ​ໂຄງການ​ພັດທະນາ​ຕ່າງໆ ທີ່​ພາກ​ເອກ​ກະ​ຊົນ​ເປັນ​ຝ່າຍ​
ລົງທຶນ​ໃຫ້​ກ່ອນ​ດ້ວຍ.
ລິງໂດຍກົງ

ທ່ານ​ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີ ​ໄດ້​ໃຫ້ການ​ເນັ້ນ​ຢໍ້າຕໍ່​ກອງ​ປະຊຸມ​ລະດັບ​ຊາດ ກ່ຽວ​ກັບ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ​ໃນ​ສົກ​ປີ 2013-2014 ທີ່​ມີ​ບັນດາ​ລັດຖະມົນຕີ ​ແລະ​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ຂອງ​ລັດຖະບານ​ລາວ​ຈາກ​ທົ່ວ​ປະ​ເທດ​ເຂົ້າ ຮ່ວມ​ໃນ​ກອງປະຊຸມ ​ເມື່ອ​ບໍ່​ດົນ​ມາ​ນີ້ ວ່າ ທຸກໆ​ພາກສ່ວນ​ຈະ​ຕ້ອງ​ຮ່ວມ​ກັນ​ດໍາ​ເນີນ​ມາດ​ຕະການ​ຄວບ​ຄຸມການ​ໃຊ້​ຈ່າຍງົບປະມານ​ຢ່າງ​ເຂັ້ມ​ງວດ ​ແລະ​ຈະ​ຕ້ອງ​ໃຊ້​ຈ່າຍ​ງົບປະ ມານ​ຢ່າງ​ມີ​ປະສິດທິ​ຜົນ ຕາມ​ແຜນການ​ເປົ້າໝາຍ​ທີ່​ວາງ​ເອົາ​ໄວ້​ອີກ​ດ້ວຍ.

ທັງນີ້ ກໍ​ເນື່ອງ​ຈາກ​ວ່າການ​ໃຊ້​ຈ່າຍ​ງົບປະມານ​ທີ່​ບໍ່​ເປັນ​ໄປ​ຕາມ​ແຜນການ​ທີ່ວາງ​ໄວ້​ໃນ​ລະຍະ​ທີ່​ຜ່ານ​ມາ​ນັ້ນ ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ພາວະ​ໜິ້ສິນ​ຂອງ​ລັດຖະບານ​ລາວ​ເພີ່ມ​ຂຶ້ນ ຢ່າງ​ຕໍ່ເນື່ອງ ​ແລະ​ໃນ​ຂະນະ​ດຽວ​ກັນ​ກໍ​ຍັງປາກົດ​ວ່າການ​ຈັດ​ເກັບ​ລາຍ​ຮັບ​ເຂົ້າງົບປະ ມານ​ກໍ​ບໍ່​ເປັນ​ໄປ ຕາມ​ເປົ້າໝາຍ​ທີ່​ວາງ​ໄວ້​ດ້ວຍ​ນັ້ນ ກໍ​ເຮັດ​ໃຫ້​ລັດຖະບານ​ລາວ​ມີ​ຄວາມ​ສ່ຽງ​ຫຼາຍ​ຂື້ນ​ທີ່​ຈະ​ຕ້ອງ ປະ​ເຊີນກັບ​ວິ​ກິດ​ການ​ດ້ານ​ງົບປະມານ​ໄດ້​ທຸກເມື່ອ ຖ້າ​ຫາກວ່າ​ທຸກ​ພາກສ່ວນ​ ຂອງ​ລັດຖະບານບໍ່​ເຂັ້ມ​ງວດ​ໃນ​ການ​ໃຊ້​ຈ່າຍ​ງົບປະມານ​ຢ່າງ​ຈິງ​ຈັງ. ​

ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ
ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ

​ສໍາລັບ​ມາດ​ຕະການ​ທີ່​ນາຍົກລັດຖະມົນຕີ​ລາວ ​ໄດ້​ເນັ້ນ​ຢໍ້າ​ເປັນ​ພິ​
ເສດ​ ທີ່​ທຸກ​ພາກສ່ວນຂອງ​ລັດຖະບານ​ຈະ​ຕ້ອງ​ປະຕິບັດ​ຢ່າງ​ເຂັ້ມ
​ງວດ​ໃນ​ລະຍະ​ຕໍ່​ໄປ​ນີ້ ກໍ​ຄື​ການ​ບໍ່​ສ້າງ​ໜີ້​ໃໝ່ ​ແລະ​ໂຈະ​ການ​ຊໍາ
ລະໜີ້​ທີ່​ເກີດ​ຈາກ​ໂຄງການ​ພັດທະນາ​ຕ່າງໆ ທີ່​ພາກ​ເອກ​ກະ​ຊົນ
​ລົງທຶນ​ໃຫ້ກ່ອນ​ ເປັນ​ການ​ຊົ່ວຄາວ ​ແລະ​ພ້ອມ​ກັນ​ນັ້ ທຸກ​ພາກ
ສ່ວນ​ຂອງ​ລັດຖະບານ​ກໍ​ຍັງ​ຈະ​ຕ້ອງ​ເລັ່ງການ​ຈັດ​ເກັບ​ລາຍ​ຮັບ
​ໃຫ້​ໄດ້ຕາມ​ແຜນການ​ອີກ​ດ້ວຍ.

ທາງ​ດ້ານ​ທ່ານ​ພູ​ເພັດ ຄໍາ​ພູນ​ວົງ ລັດຖະມົນຕີ​ວ່າການ​ກະຊວງ
​ການເງິນ ກໍ​ໄດ້​ໃຫ້ການ​ຢືນຢັນ​ວ່າ ​ແນວທາງ​ທີ່​ຈະ​ເຮັດ​ໃຫ້​ລັດຖະບານລາວ​ມີ​ພາວະ​ໜີ້​ສິນ
​ຫລຸດ​ນ້ອຍ​ລົງ ກໍ​ຄື​ການ​ໃຫ້ແຕ່ລະ​ແຂວງ​ຕ້ອງຮັບຜິດຊອບ​ພາວະ​ໜີ້​ສິນ​ທີ່​ຕົນ​ກໍ່​ຂຶ້ນມາ​ດ້ວຍ
​ຕົນ​ເອງ ​ໂດຍ​ລັດຖະບານ​ ກໍຈະ​ອະນຸຍາດ​ໃຫ້​ແຂວງ​ທີ່​ມີ​ລາຍ​ຮັບ​ເກີນ​ແຜນການ​ທີ່​ວາງໄວ້​
ນັ້ນ ສາມາດ​ທີ່​ຈະ​ຊໍາລະ​ໜີ້​ໄດ້​ດ້ວຍ​ຕົນ​ເອງ ຊຶ່ງ​ການ​ປະຕິບັດ​ໃນ​ແນວທາງ​ດັ່ງ​ກ່າວກໍ​ຍັງຈະ
​ເຮັດ​ໃຫ້​ແຂວງ​ຕ່າງ​ໆມີ​ຄວາມ​ຮັບຜິດຊອບ​ທີ່​ຈະ​ຈັດ​ເກັບ​ລາຍ​ຮັບ​ພາຍ​ໃນ​ແຂວງ​ຂອງ​ຕົນ​ໃຫ້​ໄດ້​ຫຼາຍ​ຂຶ້ນນັບ​ມື​ອີກ​ດ້ວຍ ດັ່ງ​ທີ່​ທ່ານ ພູ​ເພັດ ​ໄດ້​ໃຫ້ການ​ນີ້​ແຈງ​ວ່າ:

“ພ້ອມ​ກັນ​ນີ້ ມັນ​ຕ້ອງ​ໄດ້​ປະຕິບັດ​ນະ​ໂຍບາຍ​ທີ່​ວ່າ ​ໃຫ້​ແຂວງ​ທີ່​ມີ​ລາຍ​ຮັບ​ເກີນ​ແຜນການ​ນີ້ ສາມາດ​ນໍາ​ໃຊ້​ລາຍຮັບ​ທີ່​ເກີນ​ແຜນ​ນີ້ ​ເພື່ອ​ໄປ​ຊໍາລະ​ໜີ້​ສິນ​ຂອງ​ຕົນ ປະຕິບັດ​ກົນໄກ​ຕົວ​ນີ້​ນີ້ ມັນ​ໝາຍ​ເຖິງ​ການ​ກະຕຸກ​ຊຸກຍູ້​ໃຫ້​ບັນດາ​ທ້ອງ​ຖິ່ນ​ເພີ່ມ​ທະວີ​ຄວາມ​ຮັບຜິດ​ຊອບ​ໃນ​ການ​ຂຸດຄົ້ນ​ເກັບ​ລາຍ​ຮັບ​ເພື່ອ​ໃຫ້​ມີ​ລາຍ​ຮັບ​ເກີນ​ແຜນ ​ແລະ​ໄດ້​ນໍາ​ໃຊ້​ລາຍ​ຮັບ​ເກີນ​ແຜນ​ໄປ​ລ້າງ​ບັນຫາ​ໜີ້​ສິນ​ທີ່​ຕົນ​ເອງ​ສ້າງ​ຂຶ້ນ ອັນ​ນີ້​ຈໍາ​ເປັນ​ຕ້ອງ​ໄດ້​ເຮັດ.”

​ໃນ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມສົກ​ປີ 2013-2014 ນີ້ ລັດຖະບານ​ລາວ​ໄດ້​ວາງ​
ເປົ້າໝາຍ​ທີ່​ຈະ​ຊຸກຍູ້​ໃຫ້​ເສດຖະກິດ​ແຫ່ງ​ຊາດ​ຂະຫຍາຍຕົວ​ເພີ່ມ​ຂຶ້ນ​ໃນ​ອັດຕາ​ສະ​ເລ່ຍ ບໍ່
​ຕໍ່າ​ກວ່າ 8.3% ທຽບ​ກັນແຜນການ​ປີ 2012-2013 ທີ່​ກໍ່​ລັງ​ຈະ​ສິ້ນ​ສຸດແຜນການ​ໃນ​ທ້າຍ
​ເດືອນ​ກັນຍາ​ນີ້ ​ແຕ່​ວ່າ ການ​ທີ່​ຈະ​ບັນລຸ​ເປົ້າໝາຍ​ດັ່ງກ່າວ ​ໄດ່ຢ່າງ​ແທ້​ຈິງ​ນັ້ນ ກໍ​ຈໍາ​ເປັນ​ຈະ
ຕ້ອງ​ລະດົມ​ການ​ລົງທຶນ​ ໃຫ້​ໄດ້​ໃນ​ມູນ​ຄ່າ​ລວມ ທີ່​ບໍ່​ໜ້ອຍ​ກວ່າ 30,100 ຕື້​ກີບ ຫຼື​ປະມາ
ນ 3,760 ລ້ານ​ໂດ​ລາ.

ຫາກ​ແຕ່​ລັດຖະບານ​ລາວ ກໍ​ຄາດ​ວ່າ​ຈະ​ສາມາດ​ປະ​ກອບ​ສ່ວນໄດ້ພຽງ 10.9% ຂອງ​ເງິນ
ທຶນ​ທັງ​ໝົດດັ່ງກ່າວ​ເທົ່າ​ນັ້ນ ໝາຍ​ຄວາມ​ວ່າ​ໃນ​ສ່ວນ​ທີ່​ເຫຼືອ​ເຖິງ 89.1% ນັ້ນ ຈະ​ຕ້ອງ​ລະ
ດົມ​ຈາກ​ພາກ​ເອກ​ກະ​ຊົນ ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ເປັນ​ຫຼັກ.

ທັງ​ນີ້​ໂດຍ​ລັດຖະບານ​ລາວ ​ໄດ້​ວາງ​ເປົ້າໝາຍ​ທີ່​ຈະ​ລະດົມ​ເອົາ​ຈາກ​ພາກ​ເອກ​ກະ​ຊົນ​ໃນ​
ລາວ​ໃຫ້​ໄດ້​ເຖິງ 54.8% ກູ້​ຢືມ​ຈາກ​ຕ່າງປະ​ເທດ 18.4% ​ແລະ​ຂໍ​ການ​ຊ່ວຍ​ເຫຼືອ​ລ້າ​ຈາກ​
ຕ່າງປະ​ເທດ 15.9% ຫຼື​ຄິດ​ເປັນ​ເງິນ​ທຶນ​ທີ່​ຈະ​ຕ້ອງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ລ້າ​ຈາກຕ່າງປະ
ເທດບໍ່​ໜ້ອຍ​ກວ່າ 600 ລ້ານ​ໂດ​ລາ ​ໂດຍ​ຖ້າ​ຫາກ​ບໍ່​ເປັນ​ໄປ​ຕາມ​ຄາດໝາຍ​ດັ່ງກ່າວ​ກໍ​ເປັນ
​ການ​ຍາກ​ທີ່​ເສດຖະກິດ​ລາວຈະ​ຂະຫຍາຍຕົວ​ໄດ້ເຖິງ 8.3% ນັ້ນ​ເອງ
XS
SM
MD
LG