ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວ​ ວາງ​ແຜນ ຈະ​ຊຸກຍູ້ ​ກະ​ເສດ​ຕະກອນ​ ປູກ​ເຂົ້າ​ໃຫ້​ໄດ້ 3.8 ລ້ານໂຕນ


ຈັກປູກເຂົ້າ
ຈັກປູກເຂົ້າ
ລັດຖະບານ​ລາວ​ວາງ​ແຜນການ​ທີ່​ຈະ​ຊຸກຍູ້​ໃຫ້​ກະ​ເສດ​ຕະກອນ
​ປູກ​ເຂົ້າ​ໃຫ້​ໄດ້​ໃນ ​ເນື້ອ​ທີ່ ກວ້າງ​ກວ່າ 9 ​ແສນ​ເຮັກ​ຕ້າ ​ເພື່ອ​ເຮັດ
​ໃຫ້​ມີ​ຜົນ​ຜະລິດ​ເຂົ້າລວມຫຼາຍກວ່າ 3.8 ລ້ານ​ໂຕນ​ໃນ​ຕະຫຼອດ​
ແຜນການ​ປີ 2010-2013 ນີ້.

​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ກົມ​ປູ​ກຝັງ ກະຊວງ​ກະສິກໍາ-ປ່າ​ໄມ້ ​ເປີດ
​ເຜີຍ​ໃຫ້​ຮູ້​ວ່າ​ໃນຕະຫຼອດ​ແຜນການ​ປະຈໍາປີ 2012-2013 ນີ້
ລັດຖະບານ​ລາວ​ໄດ້​ວາງ​ແຜນການ​ທີ່ຈະ​ໃຫ້ການ​ສົ່ງ​ເສີມ​ກະ
​ເສດ​ຕະກອນ​ໃນ​ທົ່ວ​ປະ​ເທດ​ເພື່ອ​ໃຫ້​ປູກ​ເຂົ້າ​ໃຫ້​ໄດ້​ໃນ​ເນື້ອ​ທີ່​
ລວມ 940,000 ​ເຮັກ​ຕ້າ ຊຶ່ງ​ໃນ​ນີ້​ແບ່ງ​ເປັນ​ການ​ປູກ​ເຂົ້ານາປີ ​
ໃນ​ເນື້ອ​ທີ່ 720,000 ​ເຮັກ​ຕ້າ ​ເຂົ້ານາ​ແຊງ 140,000 ​ເຮັກ​ຕ້າ ​ແລະ​ເຂົ້າ​ໄຮ່​ບໍ່​ໜ້ອຍ​ກວາ 8 ໝື່ນ​ເຮັກ​ຕ້າ.

ຖ້າ​ຫາກ​ວ່າການ​ດໍາ​ເນີນ​ງານ​ເປັນ​ໄປ​ຕາມ​ແຜນການ​ທີ່​ວາງ​ໄວ້ດັ່ງກ່າວ ກໍ​ຈະ​ເຮັດ​ໃຫ້ ກະ​ເສດ​ຕະກອນ​ລາວ​ໃນ​ທົ່ວ​ປະ​ເທດ ສາມາດ​ຜະລິດ​ເຂົ້າ​ໄດ້​ລວມກັນ​ເຖິງ 3.81 ລ້ານ​ໂຕນ ຊຶ່ງແບ່ງ​ເປັນຜົນ​ຜະລິດ​ເຂົ້ານາປີບໍ່​ໜ້ອຍ​ກວ່າ 2.88 ລ້ານ​ໂຕນ ຜົນ​ຜະລິດ​ເຂົ້ານາ​ແຊງ 750,000 ​ໂຕນ ​ແລະ​ຜົນ​ຜະລິດ​ເຂົ້າ​ໄຮ່ 180,000 ​ໂຕນ​ຕາມ​ລໍາດັບ.

ຟາມລ້ຽງໝູແຫ່ງນຶ່ງໃນລາວ
ຟາມລ້ຽງໝູແຫ່ງນຶ່ງໃນລາວ

ພ້ອມ​ກັນ​ນີ້ ​ເພື່ອ​ເປັນການ​ຮັບປະກັນ​ວ່າ​ປະຊາຊົນ​ລາວ​ຈະ​ມີ​ຜົນ​ຜະລິດ​ດ້ານ​ສະບຽງ​ອາຫານ​ສໍາລັບ​ບໍລິໂພ​ກຢ່າງ​ພຽງພໍ​ໃນ​ຕະຫຼອດ​ແຜນການ​ປີ 2012-2013 ດ້ວຍ​ນັ້ນ ລັດ​ຖະບານ​ລາວ​ກໍ​ໄດ້​ວາງ​ແຜນການ​ທີ່​ຈະ​ຊຸກຍູ້​ໃຫ້​ມີ​ການ​ປູກ​ພືດ​ເສດຖະກິດ​ຊະນິດ​ຕ່າງໆ​ໃຫ້​ໄດ້ຫຼາຍຂຶ້ນດ້ວຍ ​ເຊັ່ນ​ການ​ປູກ​ສາລີ​ຫວານ​ເທິງເນື້ອ​ທີ່ 29,000 ​ເຮັກ​ຕ້າ​ເພື່ອ​ໃຫ້​ໄດ້ ຜົນ​ຜະລິດ 110,000 ​ໂຕນ ປູກ​ເຜືອກ-ມັນ ​ເທິງ​ເນື້ອ​ທີ່ 25,000 ​ເຮັກ​ຕ້າ ​ເພື່ອ​ໃຫ້​ໄດ້ ຜົນ​ຜະລິດ 270,000 ​ໂຕນ ປູກ​ພືດຕ່າງໆ​ເທິງ​ເນື້ອ​ທີ່ 114,000 ​ເຮັກ​ຕ້າ ​ເພື່ອ​ເຮັດ​ໃຫ້ ​ໄດ້ຜົນ​ຜະລິດ​ລວມ​ເຖິງ 1.5 ລ້ານ​ໂຕນ ​ແລະ​ປູ​ກໝາກ​ໄມ້​ເທິງ​ເນື້ອ​ທີ່ 61,000 ​ເຮັກ​ຕ້າ ​ເພື່ອ​ໃຫ້​ໄດ້ຜົນ​ຜະລິດ​ລວມບໍ່​ໜ້ອຍ​ກວາ 550,000 ​ໂຕນ.

ນອກຈາກ​ນັ້ນ ລັດຖະບານ​ລາວ​ກໍ​ຍັງ​ໄດ້​ວາງ​ເປົ້າໝາຍ​ທີ່​ຈະ​ສົ່ງ​ເສີມ​ການ​ຜະລິດ​ອາຫານ ທາດ​ໂປຣຕີນ ດ້ວຍ​ການ​ເພີ່ມ​ຜົນ​ຜະລິດ​ຊີ້​ນສັດ​ເພື່ອ​ຕອບ​ສະໜອງ​ການ​ບໍລິ​ໂພ​ກພາຍ​ໃນ ​ໃຫ້​ໄດ້ຫຼາຍຂຶ້ນອີກ​ດ້ວຍ ກໍ​ຄື​ການ​ຜະລິດ​ຊີ້ນ​ສັດ​ແລະ​ປາ​ໃຫ້​ໄດ້​ລວມກັນ​ບໍ່​ໜ້ອຍ​ກວ່າ 333,650 ​ໂຕນ ຊຶ່ງ​ຈະ​ເຮັດ​ໃຫ້​ສາມາດ​ຄິດ​ສະ​ເລ່ຍຕໍ່​ປະຊາກອນ​ລາວ​ໄດ້​ບໍ່​ໜ້ອຍກວ່າ 50 ​ກິ​ໂລ ຕໍ່​ຄົນ​ຕໍ່​ປີ.

​ແຕ່ຢ່າງ​ໃດ​ກໍຕາມ ປັດ​ໃຈ ທີ່​ຈະ​ເຮັດ​ໃຫ້​ບໍ່ສາມາດ​ບັນລຸ​ເປົ້າໝາຍ​ດັ່ງກ່າວ​ນີ້​ໄດ້​ກໍ​ມີ​ຢູ່ ຫຼາຍປັດ​ໃຈ​ດ້ວຍ​ກັນ ​ໂດຍ​ສະ​ເພາະ​ແມ່ນ​ປັດ​ໃຈ​ທາງ​ດ້ານ​ພູມ​ອາກາດ ​ແລະ​ໄພ​ທໍາ​ມະ ຊາດຕ່າງໆ ດັ່ງ​ທີ່​ທ່ານ ສິງ​ທອງ ປະທຸມ​ມະ​ດີ ຮອງ​ຫົວໜ້າ​ກົມ​ອຸ​ຕຸ​ນິຍົມ​ວິທະຍາ​ແລະ ອຸ​ທົກ​ກະສາ​ດ ​ໄດ້​ຖະ​ແຫຼງຊີ້​ແຈງ​ຕໍ່​ກໍລະນີ​ດັ່ງກ່າວ​ນີ້​ວ່າ:

“ສະພາບ​ການປ່ຽນ​ແປງ​ດິນ​ຟ້າ​ອາກາດ ​ໃນ​ຊຸມ​ປີຫຼັງໆ​ມາ​ຈົນ​ເຖິງ​ປັດຈຸບັນ​ນີ້ ​ເຫັນ​ວ່າ ສະ​ພາບ​ບ້ານ​ເຮົາ​ກໍ​ຄື​ເຊັ່ນ​ດຽວ​ກັບປະ​ເທດ​ໃກ້​ຄຽງ​ນີ້ ສະພາບ​ຝົນ​ກໍ​ເກີດ​ໃຫ້​ມີ​ນໍ້າ​ຖ້ວມ​ກະ ທັນ​ຫັນ ຫຼືທີ່​ເຮົາ​ເອີ້ນ​ວ່າ​ນໍ້າ​ຖ້ວມ​ຊຸ​ນີ້​ເກີດ​ຂຶ້ນຢ່າງ​ໄວວາ​ເລື້ອຍໆ​ເນາະ ສະ​ນັ້ນ​ບາງ​ໂອກາດ​ການ​ແຈ້ງ​ເຕືອນ ​ແລະ​ມັນ​ລະຍະ​ຈໍ້ ມີ​ເວລາ​ຕຽມ​ການ​ສັ້ນຫຼາຍ ສະ​ນັ້ນ​ຫາກ​ວ່າ ​ເຮົາ​ມີ​ສະຕິ​ສູງ​ກໍ​ຈະ​ຊ່ວຍ​ໄດ້​ໃນ​ລະດັບ​ພໍ​ສົມຄວນ.”
ຊາວນາເກັບກ່ຽວເຂົ້ານາປີ ໃນລະດູໜາວປີນີ້
ຊາວນາເກັບກ່ຽວເຂົ້ານາປີ ໃນລະດູໜາວປີນີ້


ປະຊາຊົນ​ລາວ​ໄດ້​ຮັບ​ຜົນ​ກະທົບ​ຢ່າງໜັກໜ່ວງ​ຈາກ​ໄພ​ນໍ້າ​ຖ້ວມ
​ຄັ້ງ​ໃຫຍ່​ທີ່​ເກີດ​ຈາກ ພາຍຸ​ໂຊນ​ຮ້ອນ​ໄຫ່ໝ່າ ​ແລະ​ພາຍຸ​ນົກ​ເຕັນ​ໃນ
​ທ້າຍ​ປີຜ່ານມາ ຊຶ່ງ​ເຮັດ​ໃຫ້​ພື້ນ​ທີ່​ປູກ​ເຂົ້ານາປີ ​ແລະ​ພືດ​ຜົນ​ຊະນິດ
​ຕ່າງໆຂອງ​ກະ​ເສດ​ຕະກອນ​ລາວ​ເສຍ​ຫາຍ​ໄປ​ຄິດ​ເປັນ​ເນື້ອ ທີ່​ລວມ
ທີ່​ກວ້າງເຖິງ 132,737 ​ເຮັກຕ້າ ຫຼືຫາກ​ຄິດ​ໄລ່​ຕາມ​ລະດັບ​ປະສິດ
ທິພາບ​ໃນ​ການ​ຜະລິດ​ໂດຍ​ສະ​ເລ່ຍຂອງ​ກະ​ເສດ​ຕະກອນ​ລາວ​ກໍ​
ຈະ​ໄດ້​ວ່າ​ຜົນ​ຜະລິດ​ເຂົ້າທີ່​ເສຍ​ຫາຍ​ໄປ​ນັ້ນ​ມີ​ປະລິມານ​ລວມຫຼາຍ
ກວ່າ 3 ​ແສນ​ໂຕນ ​ແລະ​ພືດ​ຜົນ​ອື່ນໆ​ອີກ​ຫຼາຍກວ່າ 3 ​ແສນ​ໂຕນ
​ເຊັ່ນ​ກັນ.

ຍິ່ງ​ໄປ​ກວ່າ​ນັ້ນ ​ເມື່ອ​ປະກອບ​ກັບ​ໄພ​ນໍ້າ​ຖ້ວມຄັ້ງ​ໃຫຍ່​ກໍ​ຍັງ​ໄດ້​ເຮັດ​ໃຫ້​ຄອງ​ຊົນລະປະ ທານ
​ໃນ​ພື້ນ​ທີ່ 12 ​ແຂວງ​ຈາກ​ທັງ​ໝົດ 17 ​ແຂວງຂອງ​ລາວ​ຕ້ອງ​ເສຍ​ຫາຍ​ໄປຫຼາຍ ກວ່າ 500 ​ໂຄງການ ກໍ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ເນື່ອງ​ໄປ​ເຖິງ​ການ​ປູກ​ເຂົ້ານາ​ແຊງ​ດ້ວຍ ​ເຊັ່ນ​ກັນ.

ທັງ​ນີ້​ໂດຍ​ທາງ​ການ​ລາວ​ໄດ້​ປະ​ເມີນ​ວ່າ​ໄພ​ນໍ້າ​ຖ້ວມ​ຄັ້ງ​ໃຫຍ່​ທີ່​ເກີດ​ຈາກພາຍຸ​ໂຊນ​ຮ້ອມ ​ໄຫ່ໝ່າ ​ແລະ​ພາຍຸ​ນົກ​ເຕັນ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ໃນ​ລາວ​ຄິດ​ເປັນ​ມູນ ຄ່າ​ເກີນ​ກວາ 1,800 ຕື້ີກີບ.
XS
SM
MD
LG