ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຈະເພີ່ມ GDP ດ້ານພະລັງງານບໍ່ແຮ່ ຢ່າງໜ້ອຍ 19.8%


ພິທີເຊັນສັນຍາກໍ່ສ້າງເຂື່ອນນໍ້າເຊປຽນ ເຊນໍ້ານ້ອຍ
ພິທີເຊັນສັນຍາກໍ່ສ້າງເຂື່ອນນໍ້າເຊປຽນ ເຊນໍ້ານ້ອຍ
ລັດຖະບານລາວວາງແຜນການທີ່ຈະເພີ່ມລວມຍອດມູນຄ່າ
ການຜະລິດໃນດ້ານພະລັງງານບໍ່ແຮ່ໃຫ້ໄດ້ບໍ່ໜ້ອຍກວ່າ
19.8% ໃນແຜນການປີ 2012-2013 ນີ້ ຫຼື ຄິດເປັນມູນຄ່າ
ລວມຫຼາຍກວ່າ 21,000 ຕື້ກີບ.

ທາງການກະຊວງພະລັງງານແລະບໍ່ແຮ່ ລາຍງານໃນແຜນ
ການປະຈໍາປີ 2012- 2013 ນີ້ ລັດຖະບານລາວໄດ້ວາງ ແຜນການທີ່ຈະຊຸກຍູ້ການຜະລິດໃນພາກພະລັງ ງານແລະ ບໍ່ແຮ່ໃຫ້ຂະຫຍາຍຕົວເພີ່ມຂຶ້ນໃນສັດສ່ວນບໍ່ຕໍ່າກວ່າ
19.8% ເມື່ອທຽບ ກັບແຜນການປີ 2011-2012 ທີ່ຜ່ານ
ມາ ຊຶ່ງຖ້າຫາກວ່າການດໍາເນີນງານເປັນໄປຕາມແຜນການ
ທີ່ວາງໄວ້ດັ່ງກ່າວ ກໍຈະເປັນຜົນເຮັດໃຫ້ຜົນຜະລິດໃນພາກ
ພະລັງ ງານ ແລະບໍ່ແຮ່ມີມູນຄ່າລວມເກີນກວ່າ 21,000 ຕື້ກີບຫຼືປະມານ 2,625 ລ້ານ
ໂດລາ.

ທັງນີ້ ເພື່ອເຮັດໃຫ້ສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ທາງການລັດຖະ
ບານລາວ ກໍໄດ້ວາງແຜນການຊຸກຍູ້ການຜະລິດພະລັງງານໄຟຟ້າໃຫ້ໄດ້ຫຼາຍກວ່າ
15,000 ລ້ານກິໂລວັດ/ໂມງ ໂດຍໃນນີ້ ກໍຈະສົ່ງອອກໄປຕ່າງປະເທດໃຫ້ໄດ້ບໍ່ໜ້ອຍ
ກວ່າ 12,000 ລ້ານກິໂລວັດ/ໂມງ ແລະຕອບສະໜອງການຊົມໃຊ້ພາຍໃນປະເທດ
ຫຼາຍກວ່າ 3,000 ລ້ານກິໂລວັດ/ໂມງ ດ້ວຍການຊຸກຍູ້ການກໍ່ສ້າງໂຄງການຜະລິດ
ພະລັງງານໄຟຟ້າ ໃຫ້ແລ້ວສໍາເລັດຕາມແຜນການທີ່ວາງໄວ້ ໃຫ້ໄດ້ບໍ່ໜ້ອຍກວ່າ 11
ໂຄງການ ຊຶ່ງກໍຈະເຮັດໃຫ້ລາວສາມາດຜະລິດພະລັງງານໄຟຟ້າໄດ້ ເພີ່ມຂຶ້ນອີກເຖິງ
3,270 ເມກາວັດ.

ສ່ວນໃນດ້ານບໍ່ແຮ່ນັ້ນ ທາງການລັດຖະບານລາວກໍໄດ້ວາງເປົ້າໝາຍທີ່ຈະຊຸກຍູ້ການ ສົ່ງອອກຜົນຜະລິດແຮ່ທາດໄປຕ່າງປະເທດໃຫ້ໄດ້ໃນມູນຄ່າລວມບໍ່ໜ້ອຍກວ່າ 1,900 ລ້ານໂດລາ ຊຶ່ງກໍເຊື່ອໝັ້ນວ່າຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງເປັນຮູບປະທໍາ
ເນື່ອງຈາກວ່າໃນເວລານີ້ ກໍາລັງມີການກໍ່ສ້າງເຂື່ອນຈໍານວນເຖິງ 9 ໂຄງການ ແລະໃນ
ຂະນະດຽວກັນ ກໍມີບໍ່ແຮ່ເຖິງ 25 ແຫ່ງ ທີ່ກໍາລັງເລັ່ງດໍາເນີນການກໍ່ສ້າງ ເພື່ອໃຫ້ສໍາເລັດ ແລະເລີ່ມການຜະລິດແຕ່ປີ 2013 ເປັນຕົ້ນໄປ ດັ່ງທີ່ ທ່ານສຸລິລົງ ດາລາວົງ ລັດຖະມົນ
ຕີວ່າການກະຊວງພະລັງງານ ແລະບໍ່ແຮ່ໄດ້ໃຫ້ການຢືນຢັນວ່າ:

ສະຖານທີ່ຂຸດຄົ້ນບໍ່ແຮ່ເຊໂປນ
ສະຖານທີ່ຂຸດຄົ້ນບໍ່ແຮ່ເຊໂປນ

ໃນເວລານີ້ມີໂຮງງານໄຟຟ້ານໍ້າຕົກໃໝ່ 9 ແຫ່ງ
ທີ່ກໍາລັງໄດ້ຮັບການກໍ່ສ້າງຢູ່ ແລະມີກິດຈະການ
ການຂຸດຄົ້ນບໍ່ແຮ່ຕ່າງໆລວມ 25 ແຫ່ງກໍາລັງໄດ້
ຮັບການກໍ່ສ້າງ ສະນັ້ນ ເວົ້າລວມແລ້ວ ຈະເຫັນວ່າ ຂະແໜງພະລັງງານແລະບໍ່ແຮ່ນັ້ນ ໄດ້ມີການພັດ
ທະນາ ມີການຈັດຕັ້ງປະຕິບັດແຜນພັດທະນາ
ເສດຖະກິດ ແລະສັງຄົມຂອງພວກເຮົານັ້ນໄດ້ດີ
ພໍສົມຄວນ.”


ຍິ່ງໄປກວ່ານັ້ນ ໃນປີ 2012 ທີ່ຜ່ານມາ ຄະນະລັດຖະບານລາວຍັງໄດ້ອະນຸມັດສໍາປະ ທານການສໍາຫຼວດ ແລະຂຸດຄົ້ນແຮ່ທາດໃຫ້ກັບບໍລິສັດຕ່າງຊາດ ເພີ່ມຂຶ້ນອີກ 54 ໂຄງ
ການ ໂດຍຄິດເປັນມູນຄ່າການລົງທຶນລວມຫຼາຍກວ່າ 1,770 ລ້ານໂດລາ ຊຶ່ງຖືວ່າ ເປັນການລົງທຶນທີ່ມີມູນຄ່າລວມສູງສຸດ ເປັນອັນດັບນຶ່ງໃນປີ 2012 ອີກດ້ວຍ.

ສ່ວນໃນພາກພະລັງງານນັ້ນ ຄະນະລັດຖະບານລາວກໍໄດ້ອະນຸມັດສໍາປະທານການກໍ່
ສ້າງເຂື່ອນໄຟຟ້າເພີ່ມຂຶ້ນອີກ 10 ໂຄງການ ໂດຍມີມູນຄ່າການກໍ່ລົງທຶນລວມເກືອບ
ເຖິງ 400 ລ້ານໂດລາ ແລະຖືເປັນພາກການລົງທຶນທີ່ມີມູນຄ່າລວມເປັນອັນດັບ 2 ຮອງ ຈາກພາກອຸດສາຫະກໍາຂຸດຄົ້ນແຮ່ທາດ ແລະຖ້າຫາກຄິດລວມມູນຄ່າການລົງທຶນໃນ ພາກພະລັງງານ ແລະບໍ່ແຮ່ເຂົ້າດ້ວຍກັນ ກໍຈະໄດ້ວ່າການລົງທຶນໃນພາກດັ່ງກ່າວນີ້ ມີ ມູນຄ່າລວມກັນຫຼາຍກວ່າ 2,170 ລ້ານໂດລາ ຫຼືຄິດ ເປັນ 83% ຂອງການລົງທຶນທັງ
ໝົດໃນປີ 2012 ດັ່ງກ່າວ.

ຍິ່ງໄປກວ່ານັ້ນ ຜົນຜະລິດໃນພາກພະລັງງານ ແລະບໍ່ແຮ່ກໍຍັງໄດ້ປະກອບສ່ວນເຂົ້າໃນ ຍອດຜະລິດຕະພັນລວມພາຍໃນ ຫຼື GDP ຂອງລາວເພີ່ມຂຶ້ນຢ່າງຕໍ່ເນື່ອງອີກດ້ວຍ ໂດຍສໍາລັບໃນໄລຍະແຜນການປະຈໍາປີ 2011-2012 ທີ່ຜ່ານມາ ກໍປາກົດວ່າຜົນຜະ ລິດໃນພາກພະລັງງານ ແລະບໍ່ແຮ່ນັ້ນ ຄິດປັນອັດຕາສ່ວນເຖິງ 19.79% ຂອງມູນຄ່າ
GDP ທັງໝົດໃນລາວ ສ່ວນໃນໄລຍະແຜນການປະຈໍາປີ 2012- 2013 ນີ້ ກໍຍັງເຊື່ອ ໝັ້ນວ່າຜົນຜະລິດໃນພາກພະລັງງານ ແລະບໍ່ແຮ່ຍັງຈະເພີ່ມຂຶ້ນຢ່າງຕັ້ງໜ້າ.
XS
SM
MD
LG