ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຈະອະນຸຍາດໃຫ້ ຊາວຕ່າງຊາດ ສາມາດອາໄສ ຢູ່ໃນລາວໄດ້ ຢ່າງຖາວອນ


ພິທີເຊັນສັນຍາ ສ້າງຕັ້ງ ບໍລິສັດຮ່ວມທຶນກັນ ລະຫວ່າງລາວ ແລະຫວຽດນາມ
ພິທີເຊັນສັນຍາ ສ້າງຕັ້ງ ບໍລິສັດຮ່ວມທຶນກັນ ລະຫວ່າງລາວ ແລະຫວຽດນາມ
ລັດຖະບານລາວຈະອະນຸຍາດໃຫ້ຊາວຕ່າງຊາດສາມາດທີ່
ຈະອາໄສໃນລາວໄດ້ຢ່າງຖາວອນ ກັບທັງຍັງມີສິດຖືຄອງທີ່
ດິນແລະສິ່ງປູກສ້າງຕ່າງໆ ເຊັ່ນອາຄານສໍານັກງານ ແລະທີ່
ຢູ່ອາໄສເປັນຂອງຕົນອີກດ້ວຍ.

ກະຊວງການຕ່າງປະເທດຂອງລາວ ລາຍງານວ່າ ທາງການ
ລາວພ້ອມແລ້ວທີ່ຈະປະຕິບັດຈັດຕັ້ງຕາມຄໍາດໍາລັດຂອງນາ
ຍົກລັດຖະມົນຕີ ວ່າດ້ວຍການອະນຸຍາດໃຫ້ຊາວຕ່າງຊາດ
ສາມາດ ທີ່ຈະອາໄສຢູ່ໃນລາວຢ່າງຖາວອນ ແລະຊາວຕ່າງ
ຊາດທີ່ໄດ້ຮັບການອະນຸຍາດດັ່ງກ່າວ ກໍຍັງມີສິດທີ່ຈະຊື້ທີດິນ
ແລະປຸກສ້າງບ້ານ ຫຼືອາຄານສໍານັກງານຕ່າງໆ ເປັນຂອງຕົນ
ເອງໄດ້ ຕາມກົດໝາຍໃນລາວອີກດ້ວຍ.

ທັງນີ້ ອິງຕາມດໍາລັດຂອງນາຍົກລັດຖະມົນຕີລາວ ທີ່ຜ່ານມະຕິຮັບຮອງຂອງຄະນະລັດ
ຖະບານລາວນັບຈາກປີ 2011 ເປັນຕົ້ນມາແລ້ວນັ້ນ ໄດ້ກໍານົດວ່າຊາວຕ່າງຊາດທີ່ມີສິດ
ຢູ່ອາໄສໃນລາວໄດ້ຢ່າງຖາວອນແລະມີສິດຖືຄອງທີ່ດິນແລະສິ່ງ ປູກສ້າງຕ່າງໆໃນລາວ
ໄດ້ນັ້ນ ຈະຕ້ອງມີການລົງທຶນໃນລາວທີ່ມີທຶນຈົດທະບຽນຕັ້ງແຕ່ຫ້າແສນໂດລາຂຶ້ນໄປ
ແລະດໍາເນີນທຸລະກິດຢູ່ໃນລາວມາແລ້ວເປັນລະຍະເວລາບໍ່ໜ້ອຍກວ່າ 5 ປີຕິດຕໍ່ກັນ
ກັບທັງຍັງໄດ້ຊໍາລະພາສີອາກອນຕ່າງໆ ຕາມກົດໝາຍຂອງລາວຢ່າງຄົບຖ້ວນແລ້ວ.

ສໍາລັບຊາວຕ່າງຊາດທີ່ໄດ້ຮັບອະນຸຍາດໃຫ້ພັກອາໄສຢູ່ໃນລາວຢ່າງຖາວອນແລ້ວນັ້ນ ກໍ
ມີສິດທີ່ຈະຊື້ແລະຖືຄອງທີ່ດິນໃນລາວຄິດເປັນເນື້ອທີ່ບໍ່ເກີນ 800 ຕາລາງແມັດຕໍ່ລາຍກັບ
ທັງມີສິດເປັນເຈົ້າຂອງສິ່ງປູກສ້າງຕ່າງໆໃນທີ່ດິນດັ່ງກ່າວອີກດ້ວຍ.

ທັງນີ້ໂດຍທາງການລາວຈະເປັນຜູ້ກໍານົດເຂດຫຼືພື້ນທີ່ສໍາລັບຮອງຮັບສິດທິດັ່ງກ່າວຂອງ
ຊາວຕ່າງຊາດ ຊຶ່ງລວມເຖິງການພິດຈາລະນາເພື່ອສັ່ງໃຫ້ຖອນສິດດັ່ງກ່າວອີກດ້ວຍ ຖ້າ
ຫາກກວດພົບວ່າ ຊາວຕ່າງຊາດໄດ້ດໍາເນີນການໃດໆ ທີ່ຂັດຕໍ່ລັດຖະທໍາມະນູນແລະ ກົດໝາຍທີ່ມີລັກສະນະເປັນຄວາມຜິດທາງອາຍາ ຫຼືເປັນການຂັດຕໍ່ຜົນປະໂຫຍດ ແລະ
ບ່ອນທໍາລາຍຄວາມສະຫງົບຮຽບຮ້ອຍຂອງຊາດລາວ.

ນອກຈາກນັ້ນ ດໍາລັດຂອງນາຍົກລັດຖະມົນຕີລາວດັ່ງກ່າວນີ້ ກໍຍັງໄດ້ເປີດໂອກາດ ໃຫ້
ຊ່ຽວຊານຊາວຕ່າງປະເທດ ຫຼືຜູ້ທີ່ບໍ່ມີສັນຊາດລາວ ທີ່ໄດ້ປະກອບສ່ວນເຂົ້າໃນການປົກ
ປັກຮັກສາແລະສ້າງສາພັດທະນາຊາດລາວນັ້ນ ໃຫ້ສາມາດທີ່ຈະຂໍອະນຸຍາດພັກອາໄສ
ຢູ່ໃນລາວຢ່າງຖາວອນໄດ້ດ້ວຍເຊັ່ນກັນ.

ໂຮງງານຜະລິດເກືອກາລີຂອງຈີນໃນລາວ
ໂຮງງານຜະລິດເກືອກາລີຂອງຈີນໃນລາວ

ແຕ່ຢ່າງໃດກໍຕາມເຈົ້າໜ້າທີ່ຂັ້ນສູງໃນອົງການກວດກາຂອງ
ລັດຖະບານລາວ ກໍໄດ້ ໃຫ້ການຍອມຮັບວ່າການທີ່ລັດຖະບານ ລາວໄດ້ໃຫ້ການສະໜັບສະໜຸນແລະສົ່ງ ເສີມການລົງທຶນ ຈາກຕ່າງປະເທດໃຫ້ເຂົ້າມາໃນພາກກະສິກໍາຫຼາຍຂຶ້ນ
ໂດຍຊາວຕ່າງຊາດເປັນຝ່າຍລົງທຶນພ້ອມກັບການຕອບ ສະໜອງໃນດ້ານເທກນິກແລະແນວພັນພືດທີ່ຈະປູກ ໃນ
ຂະນະທີ່ປະຊາຊົນລາວເປັນຝ່າຍອອກແຮງງານແລະ
ປະກອບ ສ່ວນດ້ວຍທີ່ດິນສໍາລັບການປູກພືດນັ້ນ ໄດ້ສົ່ງ
ຜົນກະທົບທັງໃນດ້ານບວກ ແລະດ້ານລົບຕໍ່ລາວ.

ສໍາລັບຜົນກະທົບໃນດ້ານບວກນັ້ນ ກໍຄືການທີ່ປາກົດວ່າມີບັນດານັກທຸລະກິດຊາວຕ່າງ
ຊາດໄດ້ພາກັນເຂົ້າມາລົງທຶນໃນພາກກະສິກໍາໃນລາວຫຼາຍຂຶ້ນຢ່າງຕໍ່ເນື່ອງ ຊຶ່ງມາຮອດ
ປັດຈຸບັນ ກໍກວມເອົາພື້ນທີ່ສໍາປະທານທີ່ລວມກວ້າງກວ່າງ 4 ແສນເຮັກຕ້າແລ້ວ ໃນທົ່ວປະ
ເທດລາວ ສ່ວນຜົນກະທົບດ້ານລົບທີ່ເກີດຂຶ້ນຄຽງຄູ່ ກັນໄປນັ້ນກໍຄືບັນຫາກ່ຽວກັບການຖື
ຄອງທີ່ດິນ ເນື່ອງຈາກການກວດກາພົບວ່າ ສິດທິໃນການຖືຄອງທີດິນທີ່ເປັນຈິງ ໄດ້ມີ
ການປ່ຽນມືຈາກປະຊາຊົນລາວໄປເປັນຂອງຊາວຕ່າງຊາດຫຼາຍຂຶ້ນນັບມື້ ດັ່ງທີ່ເຈົ້າໜ້າທີ່
ຂັ້ນສູງຂອງລາວໄດ້ໃຫ້ການຢືນຢັນວ່າ:

ດຽວນີ້ດິນຫຼາຍບ່ອນນີ້ຢາກຂາຍຢູ່ໃນເມືອງບັກຫຼາຍໆ ແຕ່ວ່າໃຜຊື້ບໍ່ໄດ້
ຄົນລາວ ນີ້ບໍ່ມີໄຜຊື້ດອກກະມີແຕ່ວ່າຄົນຕ່າງປະເທດມາຊື້ ແລ້ວກໍອອກ
ຊື່ຄົນລາວ ອັນນັ້ນ ໝາຍຄວາມວ່າກະເຮັດໃຫ້ສັງຄົມມັນກະຍໍ່ທໍ້ຫຼາຍອັນ
ບັນຫາທີ່ສອງ ກໍດິນທີ່ເປັນ ຂອງລັດຫັ້ນ ແຕ່ວ່າດຽວນີ້ໝາຍຄວາມວ່າ
ມັນກະມີລາຄາ ກໍພາກັນຍາດຊິງເຂົາ ດຽວນີ້ຟ້ອງຮ້ອງກັນອຶກກະທຶກ
ເຮັດໃຫ້ສັງຄົມສົບສົນວຸ້ນວາຍ.”


ທາງດ້ານເຈົ້າໜ້າທີ່ຂັ້ນສູງປະຈໍາຫ້ອງການສະພາແຫ່ງຊາດລາວ ກໍໄດ້ໃຫ້ການຢືນຢັນວ່າ
ບັນຫາທີ່ພົ້ນເດັ່ນທີ່ສຸດທີ່ປະຊາຊົນລາວ ໄດ້ສະແດງການຮຽກຮ້ອງເພື່ອຂໍຄວາມຊ່ວຍເຫຼືອ
ມາຍັງສະພາແຫ່ງຊາດລາວຫຼາຍທີ່ສຸດໃນເວລານີ້ ກໍຄືບັນຫາຂັດ ແຍ້ງກ່ຽວກັບທີ່ດິນທໍາ
ກິນແລະທີ່ຢູ່ອາໄສ ຊຶ່ງສ່ວນໃຫຍ່ກໍເປັນບັນຫາຂັດແຍ້ງກັບລັດຖະບານແລະບັນດາອົງ
ການປົກຄອງທ້ອງຖິ່ນໃນທົ່ວປະເທດ ທີ່ມີສາເຫດ ສໍາຄັນມາຈາກການໃຫ້ສໍາປະທານທີ່
ດິນແກ່ພາກເອກກະຊົນລາວແລະຕ່າງຊາດ ທີ່ໄດ້ໄປທັບຫຼືກວມເອົາທີ່ດິນຂອງປະຊາຊົນ
ລາວດ້ວຍໃນຂະນະດຽວກັນ.
XS
SM
MD
LG