ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວ ຕ້ອງການ ເງິນຊ່ວຍເຫຼືອ ຈາກຕ່າງປະເທດ 1,600 ລ້ານໂດລ່າ


ກອງ​ປະຊຸມ​ໂຕະມົນ​ ເລຶ່ອງການພັດທະນາໃນລາວ ຄັ້ງ​ທີ່ 11 ວັນ​ທີ 19 ພະຈິກ​ ຢູ່​ນະຄອນ​ວຽງ​ຈັນ
ກອງ​ປະຊຸມ​ໂຕະມົນ​ ເລຶ່ອງການພັດທະນາໃນລາວ ຄັ້ງ​ທີ່ 11 ວັນ​ທີ 19 ພະຈິກ​ ຢູ່​ນະຄອນ​ວຽງ​ຈັນ
ລັດຖະບານ​ລາວ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ ຈາກ​ຕ່າງປະ​ເທດ​
ຫຼາຍ​ກວ່າ 1,600 ລ້ານໂດ​ລ່າ ສໍາລັບ​ນໍາ​ໃຊ້​ໃນ​ໂຄງການ​ ພັດ
ທະນາ​ຕ່າງໆ ຂອງ​ລັດຖະບານ ນັບ​ຈາກ​ປັດຈຸບັນໄປຈົນ​ເຖິງ​ ປີ
2015.

please wait

No media source currently available

0:00 0:04:33 0:00
ລິງໂດຍກົງ

ທ່ານ​ສົມ​ຈິດ ອິນ​ທະ​ມິດ ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ແຜນ
ການ​ແລະ​ການ​ລົງທຶນ ຖະ​ແຫຼ​ງຢືນຢັນ​ວ່າ ການຈັດ​ຕັ້ງ​ປະຕິບັດ​ ແຜນການ​ພັດທະນາ​
ເສດຖະກິດ-ສັງຄົມ​ແຫ່ງ​ຊາດ ນັບ​ແຕ່​ປັດຈຸບັນ​ໄປ​ຈົນ​ເຖິງ​ປີ 2015 ລັດຖະບານ​ລາວ​ຕ້ອງການ​ທີ່​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ ຈາກ​ຕ່າງປະ​ເທດ​ໃນ​ມູນ​ຄ່າ​ລວມ​ເຖິງ 1,620 ລ້ານ​ໂດ​ລ່າ ​ໂດຍ​ໃນ​ນີ້​ ຈະ​ແບ່ງ​ເປັນ 795 ລ້ານໂດ​ລ່າ ​ແລະ 825 ລ້ານ​ໂດ​ລ່າ​ ເພື່ອ​ນໍາ​ໃຊ້​ເຂົ້າ​ໃນ​ໂຄງການ​ພັດທະນາ​ຕ່າງໆ​ຂອງ​ລັດຖະບານ​ລາວ​ໃນ​ແຜນການ​ປີ 2013-2014 ​ແລະ​ແຜນການ​ປີ 2014-2015 ຕາ​ມລໍາດັບ.

​ໂດຍ​ຕາມ​ແຜນການ​ດັ່ງກ່າວ ຖື​ເປັນ​ຄວາມ​ຕ້ອງການ​ທີ່​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼື​ອຈາກ​ຕ່າງປະເທດ​ ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ ກໍ​ຄື​ເພີ່ມ​ຈາກ 630 ລ້ານ​ໂດ​ລ່າ​ ໃນ​ແຜນການ​ ປີ 2010-2011 ​ເປັນ 704 ລ້ານ​ໂດ​ລ່າ ​ແລະ​ຫຼາຍ​ກວ່າ 777 ລ້ານ​ໂດ​ລ່າ ​ໃນ​ແຜນການ​ປີ 2011-2012 ​ແລະແຜນການ​ປີ 2012-2013 ຕາມ​ລໍາດັບ ທັງ​ຍັງ​ເພີ່ມ​ຂຶ້ນ​ເກີນ​ກວ່າ 30% ​ໃນແຜນການ ປີ 2014-2015 ທຽບ​ກັບ​ແຜນການ​ປີ 2010-2011 ອີກ​ດ້ວຍ.

ທັງ​ນີ້​ໂດຍ​ລັດຖະບານ​ລາວຄາດ​ຫວັງ​ວ່າ​ຈະ​ໄດ້​ຮັບ​ການ​ຕອບ​ສະໜອງຄວາມ​ຕ້ອງການ​ດັ່ງກ່າວ​ຈາກນານາ​ຊາດ ​ໃນ​ໂອກາດ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ໂຕະມົນ​ລະດັບ​ສູງ​ຄັ້ງ​ທີ່ 11 ທີ່​ໄຂ​ຂຶ້ນຢ່າງ​ເປັນທາງ​ການ​ໃນ​ວັນ​ທີ 19 ພະຈິກ​ນີ້ ຢູ່​ນະຄອນ​ວຽງ​ຈັນ ທີ່​ມີ​ບັນ ດາ​ຜູ້ຕາງໜ້າ ຂອງ​ລັດຖະບານ​ຈາກ 37 ປະ​ເທດ ​ແລະ​ 35 ອົງການ​ສາກົນ ​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ ຄັ້ງ​ນີ້​ດ້ວຍ ຫຼາຍ​ກວ່າ 400 ຄົນ.

ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ
ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ

ທາງ​ດ້ານ​ທ່ານ​ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີລາວ ກໍ​
ໄດ້​ຖະ​ແຫຼ​ງຍອມຮັບ​ຕໍ່​ກອງ​ປະຊຸມ​ຄັ້ງ​ນີ້​ວ່າ ການຈັດ​ຕັ້ງ​ປະຕິບັດ​
ແຜນການ​ພັດທະນາ​ຂອງ​ລັດຖະບານ​ລາວ ຈະ​ບໍ່​ສາມາດ​ບັນລຸ​
ເປົ້າໝາຍ​ໄດ້​ໃນ​ຫຼາຍ​ດ້ານ​ເພາະ​ຜົນ​ກະທົບ​ຈາກ​ໄພ​ທໍາ​ມະ​ຊາດ
​ແລະ​ການ​ຂາດ ​ແຄນ​ທາງ​ດ້ານ​ງົບປະມານ​ຂອງ​ລັດຖະບານ ທີ່​ມີ​
ສາ​ເຫດ​ມາ​ຈາກ​ ການ​ມີ​ລາຍ​ຈ່າຍ​ເພີ່ມ​ຂຶ້ນ ​ເກີນ​ກວ່າ​ຄວາມ​ສາ
ມາດ​ໃນ​ການຈັດ​ເກັບ​ລາຍ​ຮັບ ດັ່ງ​ທີ່​ທ່ານ ທອງ​ສິງ ​ໄດ້​ຖະ​ແຫຼ​ງ
ຢືນຢັນ ຕໍ່​ກອງ​ປະຊຸມ​ວ່າ:

“ການ​ຂາດ​ດຸນ​ດ້ານ​ລາຍ​ຮັບ-ລາຍ​ຈ່າຍ​ງົບປະມານ ສາ​
ເຫດ​ແມ່ນ​ຍ້ອນ ການ​ເບີກ​ຈ່າຍ​ເງິນ​ເດືອນເງິນ​ອຸດໜຸນ​ ແລະ​ຄ່າ​ຄອງ​ຊີບ​ ຕະ ຫຼອດ​ປີ ບວກ​ກັບ​ການ​ເພີ່ມ​ດັດຊະນີ​ເງິນ​ເດືອນ​ ແລະ​ເງິນ​ອຸດໜຸນ​ ວິຊາ​ການ​
ຕ່າງໆ ໄດ້​ເຮັດ​ໃຫ້​ລາຍ​ຈ່າຍ​ບ້ວງ​ເງິນ​ເດືອນ ​ແລະເງິນ​ອຸດໜຸນ​ເພີ່ມ​ຂຶ້ນ​ເປັນ​
ຮ້ອຍ​ກວ່າ​ເປີ​ເຊັນ ​ໃນ​ຂະນະ​ທີ່​ລາຍ​ຮັບ​ງົບປະມານ​ປົກກະຕິ​ເພີ່ມຂຶ້ນພຽງ​ແຕ່ 20% ​ເທົ່າ​ນັ້ນ.”


​ໂດຍ​ໃນ​ແຜນການ​ພັດທະນາ​ເສດຖະກິດ​-ສັງຄົມ ​ສົກ​ປີ 2013-2014 ນີ້ ລັດຖະບານ ລາວ​ໄດ້​ວາງ​ເປົ້າໝາຍ​ ທີ່​ຈະ​ຊຸກຍູ້​ໃຫ້​ເສດຖະກິດ​ແຫ່ງ​ຊາດ​ຂະຫຍາຍຕົວ​ເພີ່ມ​ຂຶ້ນ​ໃນ​ອັດຕາ​ສະ​ເສ່ຍຕໍ່າ​ກວ່າ 8.3% ທຽບກັບ​ແຜນການ​ປີ 2012-2013 ຫາກ​ແຕ່​ວ່າການ​ທີ່​ຈະ​ບັນລຸ ​ເປົ້າໝາຍ​ດັ່ງກ່າວ​ໄດ້​ຢ່າງ​ແທ້​ຈິງ​ນັ້ນ ກໍ​ຈໍາ​ເປັນ​ຈະ​ຕ້ອງ​ລະດົມການ​ລົງທຶນ​ໃຫ້​ໄດ້​ໃນ​ມູນ​ຄ່າ ລວມທີ່​ບໍ່​ໜ້ອຍ​ກວ່າ 30,100 ຕື້​ກີບ ຫຼື​ປະມານ 3,760 ລ້ານ​ໂດ​ລ່າ.

ຫາກ​ແຕ່​ລັດຖະບານ​ລາວ​ກໍ​ຄາດ​ວ່າ​ຈະ​ສາມາດ​ປະກອບສ່ວນ​ໄດ້​ພຽງ 10.9% ຂອງ​ເງິນ​ທຶນ​ທັງ​ໝົດ ດັ່ງກ່າວ​ເທົ່າ​ນັ້ນ ໝາຍ​ຄວາມ​ວ່າ ​ໃນ​ສ່ວນ​ທີ່​ເຫຼືອ​ເຖິງ 89.1% ນັ້ນ ກໍ​ຈະ​ຕ້ອງ​ລະດົມ​ຈາກ ພາກ​ເອກ​ກະ​ຊົນ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ເປັນ​ດ້ານ​ຫຼັກ.

ທັງ​ນີ້ ​ໂດ​ຍລັດຖະບານ​ລາວ ​ໄດ້​ວາງ​ເປົ້າໝາຍ​ທີ່​ຈະ​ລະດົມ​ເອົາ​ຈາກ​ພາກ​ເອກ​ກະ​ຊົນ​ໃນ ລາວ​ໃຫ້​ໄດ້​ເຖິງ 54.8%. ກູ້​ຢືມ​ຈາກ​ຕ່າງປະ​ເທດ 18.4% ​ແລະ​ຂໍ​ການ​ຊ່ວຍ​ເຫຼືອ​ລ້າ​ຈາກ ຕ່າງປະ​ເທດ 15.9% ຫຼື​ຄິດ​ເປັນ​ເງິນ​ທຶນ​ທີ່​ຈະ​ຕ້ອງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ລ້າ​ຈາກ​ຕ່າງປະ ​ເທດ ບໍ່​ໜ້ໍອຍ​ກວ່າ 600 ລ້ານ​ໂດ​ລ່າ ​ແລະ​ຂໍກູ້​ຢືມ​ຈາກ​ຕ່າງປະ​ເທດ​ອີກ​ຫຼາຍ​ກວ່າ 691 ລ້ານ​ໂດ​ລ່າ ​ໂດຍ​ຖ້າ​ຫາກ​ບໍ່​ເປັນ​ໄປ​ຕາມ​ຄາດ​ໝາຍ​ດັ່ງກ່າວກໍ​ຍ່ອມ​ຈະ​ ເປັນ​ການ​ຍາກ​ທີ່​ເສດຖະກິ​ດລາວ​ ຈະ​ຂະຫຍາຍຕົວ​ໄດ້​ເຖິງ 8.3% ນັ້ນ​ເອງ.
XS
SM
MD
LG