ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານລາວ ​ອາດຈະປະເຊີນ ກັບ​ວິ​ກິດ​ການ ​ດ້ານ​ງົບປະມານ


ທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີລາວ ໄດ້ຖະແຫລງຍອມຮັບ ຕໍ່ກອງປະຊຸມ ຂອງສະພາແຫ່ງຊາດລາວ ຊຸດທີ 7 ວ່າ ການຈັດເກັບລາຍຮັບ ເຂົ້າງົບປະມານ ໃນແຜນການປີ 2013-2014 ນີ້ ຈະບໍ່ສາມາດບັນລຸເປົ້າໝາຍ.
ທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີລາວ ໄດ້ຖະແຫລງຍອມຮັບ ຕໍ່ກອງປະຊຸມ ຂອງສະພາແຫ່ງຊາດລາວ ຊຸດທີ 7 ວ່າ ການຈັດເກັບລາຍຮັບ ເຂົ້າງົບປະມານ ໃນແຜນການປີ 2013-2014 ນີ້ ຈະບໍ່ສາມາດບັນລຸເປົ້າໝາຍ.

ລັດຖະບານລາວອາດຈະຕ້ອງປະເຊີນກັບບັນຫາ ວິກິດການ
ທາງການເງິນ ໃນໄວໆນີ້ ໂດຍມີສາເຫດສຳຄັນ ມາຈາກການ
ໃຊ້ຈ່າຍງົບປະມານ ທີ່ບໍ່ມີປະສິດທິພາບ ແລະບໍ່ເປັນໄປຕາມ
ແຜນການ ທີ່ວາງໄວ້.

ທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີລາວໄດ້ຖະແຫຼງ
ຍອມຮັບຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 7 ຂອງສະພາແຫ່ງຊາດລາວຊຸດທີ 7 ວ່າ ການ ຈັດເກັບລາຍຮັບເຂົ້າງົບປະມານໃນແຜນການປີ 2013-2014 ນີ້ ຈະບໍ່ສາມາດບັນລຸເປົ້າ ໝາຍທີ່ວາງໄວ້ ໃນອັດຕາສະເລ່ຍ 6.35 ເປີເຊັນຫຼືປະມານ 1,282 ຕື້ກີບດ້ວຍເຫດນີ້ ຈຶ່ງ ເຮັດໃຫ້ລັດຖະບານຈຳເປັນຕ້ອງປັບລົດງົບປະມານລາຍຈ່າຍລົງ ເພື່ອເປັນການຄວບຄຸມ
ການຂາດດຸນທາງດ້ານງົບປະມານອີກດ້ວຍ.

ໂດຍການປັບລົດງົບປະມານລາຍຈ່າຍ ຂອງລັດຖະບານລາວ ໃນຄັ້ງນີ້ ມີມູນຄ່າລວມ
699 ຕື້ກີບ ທີ່ແບ່ງເປັນງົບປະມານດ້ານການ ບໍລິຫານງານຂອງລັດຖະບານໃນມູນຄ່າ
409 ຕື້ກີບ ແລະງົບລົງທຶນ ໃນພາກລັດຖະບານ ໃນມູນຄ່າ 290 ຕື້ກີບ ໂດຍປັບລົດຈາກ
ບັນດາໂຄງການ ທີ່ບໍ່ມີປະສິດທິພາບ ແລະບໍ່ມີຄວາມຈຳເປັນຮີບດ່ວນ ທີ່ຈະຕ້ອງດຳເນີນ
ການຈັດຕັ້ງ ປະຕິບັດ ໃນລະຍະນີ້.

ກ່ອນໜ້ານີ້ ກະຊວງແຜນການ ແລະການລົງທຶນ ລາຍງານວ່າ ໃນລະຍະແຜນການປີ
2013-2014 ນີ້ ລັດຖະບານລາວ ຈຳເປັນຕ້ອງໃຊ້ຈ່າຍງົບປະມານ ຄິດເປັນມູນຄ່າລວມ
ເຖິງ 29,745 ຕື້ກີບ ຄິດເປັນ 32.81 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ (GDP) ຊຶ່ງເພີ້ມຂຶ້ນເກີນກວ່າ 9 ເປີເຊັນ ທຽບໃສ່ແຜນການປີ 2012-2013.

ແຕ່ເນື່ອງຈາກວ່າ ລັດຖະບານລາວ ຄາດໝາຍວ່າ ຈະສາມາດ ຈັດເກັບລາຍຮັບ ພາຍໃນ
ປະເທດໄດ້ ໃນມູນຄ່າລວມບໍ່ເກີນ 20,186 ຕື້ກີບ ຈຶ່ງເຮັດໃຫ້ຈຳເປັນຈະຕ້ອງດຸນດ່ຽງ
ງົບປະມານລາຍຈ່າຍດັ່ງກ່າວ ດ້ວຍການກູ້ຢືມ ແລະຂໍການຊ່ວຍເຫລືອລ້າ ຈາກຕ່າງ
ປະເທດໃຫ້ໄດ້ ມູນຄ່າລວມເຖິງ 9,559 ຕື້ກີບ ຫຼືປະມານ 1,200 ລ້ານດອນລາ ໂດຍ
ໃນນີ້ ກໍແບ່ງເປັນການຂໍ ການຊ່ວຍເຫລືອຫລ້າ 5,030 ຕື້ກີບ ແລະ ກູ້ຢືມ 4,529 ຕື້ກີບ
ໂດຍຖ້າຫາກວ່າ ເປັນໄປຕາມແຜນການດັ່ງກ່າວ ກໍຈະເຮັດໃຫ້ ລັດຖະບານລາວ ເປັນໜີ້
ຕ່າງປະເທດ ເພີ້ມຂຶ້ນອີກຫຼາຍກວ່າ 566 ລ້ານດອນລາ ໃນແຜນການປີ 2013-2014 ນີ້.

ໂດຍສາເຫດທີ່ສຳຄັນ ທີ່ເຮັດໃຫ້ໜີ້ສິນ ຂອງລັດຖະບານລາວເພີ້ມຂຶ້ນນັ້ນ ກໍຍ້ອນວ່າ
ພາກສ່ວນຕ່າງໆ ຂອງລັດຖະບານ ໄດ້ກູ້ເງິນມານຳໃຊ້ ໃນໂຄງການພັດທະນາຕ່າງໆ
ໂດຍບໍ່ຄິດເຖິງແຫລ່ງລາຍຮັບ ທີ່ຈະນຳມາໃຊ້ຄືນ ໜີ້ເງິນກູ້ດັ່ງກ່າວ ທັງກໍຍັງປາກົດວ່າ
ມີຫຼາຍໆໂຄງການ ທີ່ບໍ່ໄດ້ຜ່ານການອະນຸມັດ ຈາກສະພາແຫ່ງຊາດ ແລະບໍ່ໄດ້ຈັດໃຫ້ມີ
ການປະມູນໂຄງການ ຢ່າງຖືກຕ້ອງອີກດ້ວຍ.

ສະມາຊິກສະພາ ໄດ້ສະແດງຄຳເຫັນ ໃນກອງປະຊຸມ ສະໄໝສາມັນຄັ້ງທີ 7 ຂອງສະພາແຫ່ງຊາດລາວຊຸດທີ 7.
ສະມາຊິກສະພາ ໄດ້ສະແດງຄຳເຫັນ ໃນກອງປະຊຸມ ສະໄໝສາມັນຄັ້ງທີ 7 ຂອງສະພາແຫ່ງຊາດລາວຊຸດທີ 7.

ຍິ່ງໄປກວ່ານັ້ນ ການທີ່ລັດຖະບານລາວເອງ ກໍຍັງຂາດການ
ຄວບຄຸມ ການໃຊ້ຈ່າຍງົບປະມານ ທີ່ມີປະສິດທິພາບ ທັງຍັງ
ບໍ່ມີຄວາມຊັດເຈນ ຕໍ່ເປົ້າໝາຍລາຍຮັບ ແລະລາຍຈ່າຍດ້ວຍ
ແລ້ວ ກໍຍັງເຮັດໃຫ້ມີ ຄວາມເປັນໄປໄດ້ສູງ ທີ່ລັດຖະບານລາວ
ຈະຕ້ອງປະເຊີນກັບບັນຫາ ວິກິດການທາງການເງິນ ໃນລະຍະ
ຕໍ່ໄປນີ້ ຖ້າຫາກວ່າບໍ່ມີການ ປ້ອງກັນຢ່າງທັນທ່ວງທີ ດັ່ງທີ່
ທ່ານນາງສຸວັນເພັງ ບຸບຜານຸວົງ ສະມາຊິກສະພາແຫ່ງຊາດ ແລະຫົວໜ້າຄະນະກຳມາທິການແຜນການ ເສດຖະກິດ ແລະ
ການເງິນ ໄດ້ຖະແຫລງຢືນຢັນວ່າ:

“ງົບປະມານການລົງທຶນນີ້ ຂ້າພະເຈົ້າຢາກໃຫ້ລັດຖະບານ
ມີການສະເໜີ ຊັດເຈນກວ່າເກົ່າ ວ່າການສະເໜີລົງທຶນໃໝ່ນີ້
ຈະກວມຈັກເປີເຊັນ ຖ້າພວກເຮົາບໍ່ຮັບຮູ້ໄດ້ ຢ່າງຊັດເຈນ ຄວາມຫຍຸ້ງຍາກພາຍໃນ ຂອງພວກເຮົາເປັນຕົ້ນ ຕິດພັນກັບ ການຄຸ້ມຄອງການເງິນພາກລັດ ຂອງພວກເຮົາ ນີ້ ມັນກໍຈະແກ່ໄປເຖິງ ການວິກິດການ ດ້ານເສດຖະກິດໂດຍລວມ.”

​ໂດຍ​ອີງ​ຕາມ​ລາຍ​ງານ ຂອງ​ທະນາຄານ​ແຫ່ງ​ຊາດ​ລາວ ກໍໄດ້​ລະບຸ​ວ່າ​ ຈົນ​ເຖິງ​ທ້າຍ​ປີ 2012 ລັດຖະບານ​ລາວ​ມີ​ໜີ້​ ຕ່າງປະ​ເທດ​ຄິດ​ເປັນ​ມູນ​ຄ່າ​ລວມ​ເກີນ​ກວ່າ 3,000 ລ້ານດອນ​ລາ ຊຶ່ງ​ຄິດ​ເປັນ 33.43 ​ເປີ​ເຊັນ​ຂອງ​ມູນ​ຄ່າ GDP.

​ແຕ່​ຢ່າງ​ໃດ​ກໍ​ຕາມ ກອງ​ທຶນ​ການ​ເງິນ​ສາກົນ (IMF) ກັບລາຍ​ງານ​ວ່າ​ໜີ້​ຕ່າງປະ​ເທດ​ ຂອງລັດຖະບານ​ລາວ​ໄດ້​ເພີ້​ມຂຶ້ນ​ເປັນ 47.4 ​ເປີ​ເຊັນ ຂອງ GDP ​ໃນ​ປີ 2013 ທັງ​ກໍ​ຍັງ​ມີ​ແນວ​ໂນ້ມ ທີ່​ຈະ​ເພີ້​ມຂຶ້ນ​ ເປັນຫຼາຍກວ່າ 49.1 ​ເປີ​ເຊັນ ຂອງ GDP ​ໃນ​ປີ 2014 ນີ້​ອີກ​ດ້ວຍ ຊຶ່ງ​ກໍ​ໝາຍ​ຄວາມ​ວ່າ ໜີ້​ສິນ​ຕ່າງປະ​ເທດ​ ຂອງ​ລັດຖະບານ​ລາວ ​ໄດ້​ກ້າວ​ໄປ​ສູ່​ວິ​ກິດ​ການ​ດ້ານ​ງົບປະມານ​ແລ້ວ ​ເພາະ​ລັດຖະບານ​ລາວ ບໍ່ສາມາດ​ທີ່​ຈະ​ຄວບ​ຄຸມ​ ໜີ້​ສິນ​ຕ່າງປະ​ເທດ​ ໃຫ້​ຢູ່​ໃນ​ອັດຕາ​ສະ​ເລ່ຍທີ່​ບໍ່​ເກີນ 45 ​ເປີ​ເຊັນ ຂອງ ​GDP ​ໄດ້​ນັ້ນ​ເອງ.

XS
SM
MD
LG