ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວເນລະເທດ ຜູ້ອໍານວຍການ ອົງການຊ່ວຍເຫລືອສະວິດ


ທ່ານນາງ Anne-Sophie Gindroz ຜູ້ອໍານວຍການຂອງ ອົງການທີ່ຊື່ວ່າ Helvetas ຊຶ່ງເປັນອົງການທີ່ບໍ່ຂຶ້ນກັບລັດຖະບານ ຈາກສະວີດເຊີແລັນ
ທ່ານນາງ Anne-Sophie Gindroz ຜູ້ອໍານວຍການຂອງ ອົງການທີ່ຊື່ວ່າ Helvetas ຊຶ່ງເປັນອົງການທີ່ບໍ່ຂຶ້ນກັບລັດຖະບານ ຈາກສະວີດເຊີແລັນ
ລັດຖະບານລາວເນລະເທດຜູ້ອໍານວຍການຂອງອົງການທີ່ບໍ່ຂຶ້ນ
ກັບລັດຖະບານ ຈາກ Switzerland ເນື່ອງຈາກບໍ່ພໍໃຈຕໍ່ທັດ ສະນະຂອງຜູ້ກ່ຽວທີ່ໄປຕ້ອງຕິລະບອບການເມືອງການປົກຄອງ
ໂດຍພັກດຽວໃນລາວ.

ກະຊວງການຕ່າງປະເທດຂອງລາວໄດ້ມີຄໍາສັ່ງເລກທີ່ 3083
ເມື່ອວັນທີ 7 ທັນວາທີ່ຜ່ານມາ ເພື່ອຂັບໄລ່ຫຼືເນລະເທດທ່ານນາງ
Anne-Sophie Gindroz ຜູ້ອໍານວຍການຂອງອົງການທີ່ຊື່ວ່າ
Helvetas ຊຶ່ງເປັນອົງການທີ່ບໍ່ຂຶ້ນກັບລັດຖະບານຈາກສະວີດ
ເຊີແລັນ ທີ່ໄດ້ດໍາເນີນໂຄງການໃຫ້ຄວາມຊ່ວຍເຫຼືອລາວໃນ
ການພັດທະນາກະສິກໍາໃນເຂດຊົນນະບົດນັ້ນໃຫ້ເດີນທາງອອກ
ຈາກປະເທດລາວພາຍ ໃນ 48 ຊົ່ວໂມງນັບຈາກການທີ່ໄດ້ມີຄໍາ ສັ່ງດັ່ງກ່າວຢ່າງເປັນທາງການ.

ທັງນີ້ໂດຍທາງການລາວໄດ້ໃຫ້ເຫດຜົນປະກອບການອອກຄໍາສັ່ງດັ່ງກ່າວວ່າເປັນຍ້ອນຜູ້ກ່ຽວ ມີການປະພຶດທີ່ບໍ່ເໜາະສົມແລະມີທັດສະນະຄະຕິທີ່ບໍ່ສ້າງສັນຕໍ່ອໍານາດການປົກຄອງຂອງ ລາວ ກັບທັງຍັງມີລັກສະນະເປັນການປຸກລະດົມໃຫ້ມີການຕໍ່ ຕ້ານອໍານາດການປົກຄອງໃນ
ລາວ ອັນຖືວ່າເປັນການຂັດຕໍ່ລັດຖະທໍາມະນູນການປົກຄອງຂອງລາວອີກດ້ວຍ.

ທ່ານນາງ Anne-Sophie Gindroz ໄດ້ສົ່ງຈົດໝາຍເຖິງບັນດາອົງການສາກົນ ແລະນາໆ
ຊາດທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ລາວກ່ອນທີ່ກອງປະຊຸມໂຕະມົນປະຈໍາປີ 2012 ທີ່ວ່າ ດ້ວຍການຮ່ວມມືລະຫວ່າງລັດຖະບານລາວກັບສາກົນຈະມີຂຶ້ນຢ່າງເປັນທາງການ ໃນ ຊ່ວງເດືອນພະຈິກທີ່ຜ່ານມາ ໂດຍເນື້ອຫາສໍາຄັນທີ່ທ່ານນາງໄດ້ລະບຸໄວ້ໃນຈົດໝາຍ ສະບັບດັ່ງກ່າວນັ້ນ ໄດ້ມີການວິພາກວິຈານການເມືອງ ທີ່ບໍ່ມີປະຊາທິປະໄຕຢ່າງແທ້ຈິງ ໃນລາວ ແລະໃນຂະນະດຽວກັນ ລັດຖະບານລາວກໍຍັງ ໄດ້ພະຍາຍາມແບ່ງແຍກອົງການ ສາກົນຕ່າງໆອອກຈາກກັນ ໂດຍການອະນຸຍາດໃຫ້ສະເພາະອົງການທີ່ບໍ່ຕ້ອງຕິລັດຖະ ບານລາວເທົ່ານັ້ນ ທີ່ຈະມີສິດໄດ້ເຂົ້າຮ່ວມໃນກອງປະຊຸມໂຕະມົນດັ່ງກ່າວ.
ອົງການ Helvetas ທີ່ມີຫ້ອງການປະຕິບັດງານໃນລາວ
ອົງການ Helvetas ທີ່ມີຫ້ອງການປະຕິບັດງານໃນລາວ

ແຕ່ຢ່າງໃດກໍຕາມ ການມີຄໍາສັ່ງເນລະເທດໃນຄັ້ງຫລ້າສຸດນີ້
ທາງການລາວກໍບໍ່ໄດ້ປິດກັນສິດທິຂອງອົງການ Helvetas
ໃນການທີ່ຈະສົ່ງຜູ້ຕາງໜ້າຄົນໃໝ່ເພື່ອໄປແທນຜູ້ເກົ່າທີ່ຖືກເນ
ລະເທດແຕ່ຢ່າງໃດ ນອກຈາກນີ້ກໍເຊື່ອວ່າ ຈະບໍ່ສົ່ງຜົນກະທົບ
ຕໍ່ບັນຍາກາດການຮ່ວມມືລະຫວ່າງລັດຖະບານລາວກັບນາໆ
ຊາດໃນໄລຍະຕໍ່ໄປອີກດ້ວຍ ຊຶ່ງກໍຈະເຫັນໄດ້ຈາກກອງປະຊຸມ
ໂຕະມົນທີ່ໄດ້ສິ້ນສຸດລົງຢ່າງຮຽບຮ້ອຍ ແລະໃນໂອກາດສະເຫຼີມ
ສະຫຼອງວັນຊາດລາວທີ 2 ທັນວາທີ່ຜ່ານມານີ້ ທ່ານ Lee Gun
Tae ເອກອັກຄະລັດຖະທູດເກົາຫຼີໃຕ້ໃນຖານະຕົວແທນຂອງຄະ ນະທູຕານຸທູດແລະອົງການສາກົນໃນລາວ ທີ່ໄດ້ເຂົ້າຢ້ຽມຄໍານັບເພື່ອສະແດງຄວາມຍິນດີ ໃນໂອກາດດັ່ງກ່າວຕໍ່ທ່ານຈູມມາລີ ໄຊຍະສອນ ປະທານປະເທດລາວນັ້ນ ກໍໄດ້ໃຫ້ການ ຢືນຢັນວ່າ ການຮ່ວມມືຈະຍັງຄົງສືບຕໍ່ໄປ ກັບທັງຍັງໄດ້ສະແດງການຊົມ ເຊີຍຕໍ່ຜົນສໍາ ເລັດ ໃນຫຼາຍດ້ານຂອງລາວອີກດ້ວຍວ່າ:
((ສຽງ))

ທາງດ້ານທ່ານຈູມມະລີ ກໍໄດ້ໃຫ້ການຢືນຢັນຕໍ່ຄະນະທູຕານຸທູດ ແລະບັນດາຜູ້ຕາງໜ້າ ຂອງອົງການສາກົນປະຈໍາປະເທດລາວໃນໂອກາດດຽວກັນນີ້ວ່າ ການພັດທະນາປະເທດ ລາວໃນໄລຍະ 1 ປີທີ່ຜ່ານມາ ໄດ້ປະສົບຜົນສໍາເລັດເປັນຢ່າງດີໃນ ຫຼາຍໆດ້ານ ໂດຍສະ ເພາະແມ່ນການພັດທະນາທາງເສດຖະກິດນັ້ນ ໄດ້ເປັນຜົນເຮັດໃຫ້ປະຊາຊົນລາວບັນດາ ເຜົ່າ ມີສະພາບຊີວິດຄວາມເປັນຢູ່ທີ່ດີຂຶ້ນຢ່າງຕໍ່ເນື່ອງ.

ຊຶ່ງດ້ວຍຜົນຂອງການພັດທະນາດັ່ງກ່າວນີ້ ກໍຍັງເຮັດໃຫ້ເຊື່ອໝັ້ນວ່າຈະເປັນເງື່ອນ ໄຂທີ່ ເຮັດໃຫ້ສາມາດທີ່ຈະບັນລຸເປົ້າໝາຍສະຫັດສະວັດການພັດທະນາເພື່ອການລົບລ້າງບັນ ຫາຄວາມທຸກຈົນຂອງປະຊາຊົນລາວໄດ້ພາຍໃນປີ 2015 ເພື່ອກ້າວ ໄປສູ່ເປົ້າໝາຍຂອງ ການນໍາພາປະເທດລາວໃຫ້ຫລຸດພົ້ນຈາກສະພາບຂອງການເປັນປະເທດດ້ອຍພັດທະ ນາໃຫ້ ໄດ້ພາຍໃນປີ 2020 ຢ່າງແນ່ນອນ.

ຄະນະຊີ້ນໍາການພັດທະນາຊົນນະບົດແລະລົບລ້າງຄວາມທຸກຍາກແຫ່ງຊາດລາວກໍໄດ້ສະ ແດງຄວາມເຊື່ອໝັ້ນວ່າຈະສາມາດລົດລະດັບຄວາມຍາກຈົນຂອງປະ ຊາຊົນລາວລົງສູ່ ອັດຕາສະເລ່ຍຕໍ່າກວ່າ 10% ຂອງຈໍານວນປະຊາກອນທັງໝົດ ໄດ້ຕາມເປົ້າໝາຍທີ່ວາງ ໄວ້ໃນປີ 2015 ແລະດ້ວຍການພັດທະນາເສດຖະກິດຂອງລາວທີ່ຂະຫຍາຍຕົວ ເພີ່ມຂຶ້ນ ໃນອັດຕາສະເລ່ຍບໍ່ຫລຸດ 8% ຕໍ່ປີນັ້ນກໍຍັງຈະເປັນປັດໃຈທີ່ເຮັດໃຫ້ລາວຫລຸດພົ້ນຈາກ ສະພາບດ້ອຍພັດທະນາໄດ້ຢ່າງເປັນຮູບປະທໍາໃນປີ 2020 ອີກດ້ວຍ.
XS
SM
MD
LG