ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວອະນຸມັດ ສໍາປະທານ ບໍ່ແຮ່ ແກ່ຕ່າງປະເທດ ເພີ່ມອີກ 54 ໂຄງການ


ໂຄງການເສີມຂະຫຍາຍ ເຂື່ອນເທີນຫີນບູນ
ໂຄງການເສີມຂະຫຍາຍ ເຂື່ອນເທີນຫີນບູນ
ລັດຖະບານລາວອະນຸມັດສໍາປະທານໃນການສໍາຫຼວດແລະ
ຂຸດຄົ້ນແຮ່ທາດໃຫ້ກັບ ຕ່າງຊາດເພີ່ມຂຶ້ນອີກເຖິງ 54 ໂຄງ
ການ ແລະໃນຂະນະດຽວກັນກໍໃຫ້ສໍາປະທານການກໍ່ສ້າງເຂື່ອນ
ໄຟຟ້າເພີ່ມຂຶ້ນອີກ 10 ໂຄງການ.

ທາງການກະຊວງພະລັງງານແລະບໍ່ແຮ່ ລາຍງານວ່າ ໃນຮອບ
ປີ 2012 ທີ່ຜ່ານມາ ຄະນະລັດຖະບານລາວໄດ້ອະນຸມັດສໍາ
ປະທານໃນການສໍາຫຼວດ ແລະຂຸດຄົ້ນແຮ່ທາດຢູ່ໃນລາວໃຫ້ ກັບບໍລິສັດຕ່າງຊາດເພີ່ມຂຶ້ນອີກ 54 ໂຄງການ ໂດຍຄິດເປັນ
ມູນຄ່າການລົງທຶນຮ່ວມກັນຫຼາຍກວ່າ 1,770 ລ້ານໂດລ່າແລະ
ຍັງຖືເປັນພາກ ການລົງທຶນທີ່ມີມູນຄ່າລວມສູງສຸດເປັນອັນດັບ
ນຶ່ງໃນປີ 2012 ທີ່ຜ່ານມາ.

ສ່ວນໃນພາກພະລັງງານນັ້ນ ຄະນະລັດຖະບານລາວກໍໄດ້ອະນຸມັດສໍາປະທານການກໍ່ ສ້າງເຂື່ອນໄຟຟ້າເພີ່ມຂຶ້ນອີກ 10 ໂຄງການ ໂດຍມີມູນຄ່າການລົງທຶນ ລວມເກືອບເຖິງ 400 ລ້ານໂດລ່າ ແລະຖືເປັນພາກການລົງທຶນທີ່ມີມູນຄ່າລວມ ອັນດັບ 2 ຮອງຈາກ ພາກອຸດສາຫະກໍາຂຸດຄົ້ນແຮ່ທາດແລະຖ້າຫາກຄິດລວມມູນຄ່າການລົງທຶນໃນພາກ ພະລັງງານແລະບໍ່ແຮ່ເຂົ້າດ້ວຍການ ກໍຈະໄດ້ວ່າການລົງທຶນໃນພາກດັ່ງກ່າວນີ້ ມີມູນຄ່າ ລວມກັນຫຼາຍກວ່າ 2,170 ລ້ານໂດລ່າ ຫຼືຄິດເປັນ 83% ຂອງການລົງທຶນທັງໝົດໃນປີ 2012 ດັ່ງກ່າວ.

ເຂື່ອນນໍ້າງື່ມ 2 ທີ່ລາວ ​
ເຂື່ອນນໍ້າງື່ມ 2 ທີ່ລາວ ​
ຍິ່ງໄປກວ່ານັ້ນ ຜົນຜະລິດໃນພາກພະລັງງານແລະບໍ່ແຮ່ກໍຍັງໄດ້
ປະກອບສ່ວນເຂົ້າໃນຍອດຜະລິດຕະພັນລວມພາຍໃນ ຫຼື GDP
ຂອງລາວເພີ່ມຂຶ້ນຢ່າງຕໍ່ ເນື່ອງອີກດ້ວຍ. ໂດຍສໍາລັບໃນໄລຍະ
ແຜນການປະຈໍາປີ 2011-2012 ທີ່ຜ່ານມາ ກໍປາກົດວ່າ ຜົນຜະ
ລິດ ໃນພາກພະລັງງານແລະບໍ່ແຮ່ນັ້ນ ຄິດເປັນອັດຕາສ່ວນເຖິງ
19.79% ຂອງມູນຄ່າ GDP ທັງໝົດຂອງລາວ.

ສ່ວນໃນໄລຍະແຜນການປະຈໍາປີ 2012-2013 ນີ້ກໍເຊື່ອໝັ້ນ
ວ່າ ຜົນຜະລິດໃນ ພາກພະລັງງານແລະບໍ່ແຮ່ຍັງຈະເພີ່ມຂຶ້ນ
ຢ່າງຕັ້ງໜ້າ ເນື່ອງຈາກວ່າ ໃນເວລານີ້ມີການກໍ່ສ້າງເຂື່ອນຜະ
ລິດກະແສໄຟຟ້າ ຈໍານວນເຖິງ 9 ໂຄງການທີ່ກໍາລັງດໍາເນີນ
ການຢ່າງຕັ້ງໜ້າ ແລະໃນຂະນະດຽວກັນ ກໍມີບໍ່ແຮ່ເຖິງ 25 ແຫ່ງທີ່ກໍາລັງເລັ່ງດໍາເນີນການ ກໍ່ສ້າງເພື່ອໃຫ້ສໍາເລັດ ແລະເລີ່ມການຜະລິດແຕ່ປີ 2013 ເປັນຕົ້ນໄປ ດັ່ງທີ່ທ່ານ ສຸລິວົງ ດາລາວົງ ລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ ໄດ້ໃຫ້ການຢືນຢັນວ່າ:

ທ່ານສຸລິວົງ ດາລາວົງລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່
ທ່ານສຸລິວົງ ດາລາວົງລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່

ໃນເວລານີ້ມີໂຮງງານໄຟຟ້ານໍ້າຕົກໃໝ່ 9 ແຫ່ງທີ່
ກໍາລັງໄດ້ຮັບການກໍ່ສ້າງຢູ່ ແລະມີກິດຈະການຂຸດ
ຄົ້ນແຮ່ຕ່າງໆລວມ 25 ແຫ່ງ ກໍາລັງໄດ້ຮັບການກໍ່
ສ້າງ ສະນັ້ນ ສັ່ງລວມແລ້ວຈະເຫັນວ່າຂະແໜງພະ
ລັງງານ ແລະບໍ່ແຮ່ນັ້ນໄດ້ມີການພັດທະນາ ມີການ
ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດແລະສັງ
ຄົມຂອງ ພວກເຮົານັ້ນໄດ້ດີພໍສົມຄວນ.”


ໃນໄລຍະນັບແຕ່ເດືອນຕຸລາປີ 2011 ເຖິງທ້າຍເດືອນສິງຫາ
2012 ລັດຖະບານລາວ ກໍໄດ້ເຊັນສັນຍາວ່າດ້ວຍການຮ່ວມມືກ່ຽວກັບການລົງທຶນ ເພື່ອ ການກໍ່ສ້າງແຫຼ່ງຜະລິດ ກະແສໄຟຟ້າລວມກັບທັງເອກກະຊົນລາວແລະຕ່າງຊາດໄປແລ້ວ ຈໍານວນທັງໝົດ 80 ໂຄງການ ໂດຍເມື່ອລວມ 10 ໂຄງການໃໝ່ເຂົ້າໄປນໍາກໍໝາຍຄວາມ ວ່າ ລັດຖະບານລາວໄດ້ອະນຸມັດການລົງທຶນໃນການກໍ່ສ້າງເຂື່ອນຜະລິດໄຟຟ້າໄປແລ້ວ ທັງໝົດ 90 ໂຄງການນັ້ນເອງ.

ຊຶ່ງໃນຈໍານວນ 90 ໂຄງການດັ່ງກ່າວນີ້ກໍແບ່ງເປັນ 39 ໂຄງການທີ່ຢູ່ໃນຂັ້ນຕອນຂອງ ການສຶກສາຄວາມເປັນໄປໄດ້ ສ່ວນ 28 ໂຄງການກໍຢູ່ໃນຂັ້ນຂອງການພັດທະນາ ໃນຂະ ນະທີ່ 13 ໂຄງການກໍໄດ້ເຊັນສັນຍາສໍາປະທານຢ່າງເປັນທາງການແລ້ວ ສ່ວນນອກນັ້ນ ກໍາລັງດໍາເນີນການກໍ່ສ້າງຢ່າງຕັ້ງໜ້າ ຊຶ່ງໃນນີ້ກໍມີຢູ່ 4 ໂຄງການທີ່ດໍາເນີນການກໍ່ສ້າງ ສໍາເລັດແລ້ວໃນທ້າຍປີ 2012 ແລະຈະສາມາດເລີ່ມຜະລິດກະແສໄຟຟ້າ ເພື່ອສົ່ງໄປ ຂາຍໃຫ້ໄທໄດ້ໃນກາງປີ 2013 ແລະລ່າສຸດ ກໍຍັງສໍາເລັດການກໍ່ສ້າງເຂື່ອນນໍ້າເທີນ-
ຫິນບູນສ່ວນຂະຫຍາຍ ຢ່າງເປັນທາງການ ໃນເດືອນມັງກອນປີນີ້ ອີກດ້ວຍ.

ສ່ວນໃນດ້ານອຸດສາຫະກໍາບໍ່ແຮ່ນັ້ນ ລັດຖະບານລາວກໍໄດ້ໃຫ້ສໍາປະທານການສໍາຫຼວດ ແລະຂຸດຄົ້ນແຮ່ທາດກັບບັນດາບໍລິສັດເອກກະຊົນລາວແລະຕ່າງຊາດໄປແລ້ວ 200 ກວ່າ ບໍລິສັດ ໂດຍເປັນການສໍາປະທານໃນ 300 ກວ່າໂຄງການ ໃນທົ່ວປະເທດ ແລະທີ່ຖືວ່າ ເປັນບໍ່ແຮ່ທີ່ໃຫຍ່ທີ່ສຸດນັ້ນ ກໍແມ່ນບໍ່ແຮ່ຄໍາ ແລະທອງແດງ ຢູ່ເຊໂປນແຂວງສະຫວັນນະ ເຂດ ຕິດຕາມດ້ວຍບໍ່ແຮ່ຄໍາ ເງິນ ແລະທອງແດງຢູ່ ພູເບ້ຍ ທີ່ສາມາດຜະລິດແຮ່ຄໍາໄດ້ ລວມກັນເກີນກວ່າ 150,000 ອອນຊ໌ ແຮ່ທອງ ແດງ 160,000 ຕັນ ແລະແຮ່ເງິນອີກ ຫຼາຍກວ່າ 1 ແສນຕັນໃນແຕ່ລະປີ.
XS
SM
MD
LG