ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວ ຈະເພີ້ມທຶນສຳຮອງ ເງິນຕາຕ່າງປະເທດ ໃຫ້ໄດ້ ຫຼາຍກວ່າ 1 ຕື້ໂດລາ


ພະນັກງານ ຂອງທະນະຄານ ແຫ່ງໜຶ່ງ ໃນ ສປປ ລາວ ກຳລັງປະຕິບັດໜ້າທີ່.
ພະນັກງານ ຂອງທະນະຄານ ແຫ່ງໜຶ່ງ ໃນ ສປປ ລາວ ກຳລັງປະຕິບັດໜ້າທີ່.

ລັດຖະບານລາວວາງເປົ້າໝາຍ ທີ່ຈະເພີ້ມທຶນສຳຮອງເງິນຕາ
ຕ່າງປະເທດ ໃຫ້ໄດ້ຫຼາຍກວ່າ 1,000 ລ້ານໂດລາ ຫຼື ເທົ່າກັບ
ການນຳເຂົ້າສິນຄ້າ ຈາກຕ່າງປະເທດເປັນເວລາ ກວ່າ 6 ເດືອນ
ໃນແຜນການ ປີ 2015-2016.

ທ່ານນາງວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ຖະແຫລງ
ຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 9 ຂອງສະພາແຫ່ງຊາດລາວ ຊຸດທີ 7 ໃນເດືອນກໍລະກົດນີ້ ວ່າທະນາຄານແຫ່ງ ສປປ ລາວ ໄດ້ຈັດຕັ້ງປະຕິບັດແຜນເງິນຕາ ດ້ວຍຄວາມເອົາໃຈໃສ່ ເພື່ອຮັກສາສະຖຽນລະພາບເງິນຕາແຫ່ງຊາດ ໃຫ້ມີຄວາມໝັ້ນທ່ຽງ ໂດຍສາມາດເຮັດ ໃຫ້ປະລິມານເງິນໝຸນວຽນ ໃນຂົງເຂດເສດຖະກິດ (M2) ໃນຊ່ວງເດືອນພຶດສະພາ 2015 ເພີ້ມຂຶ້ນເຖິງ 21.14 ເປີເຊັນ ເມື່ອທຽບກັບໄລຍະດຽວກັນໃນປີ 2014 ທີ່ຜ່ານມາ.

ຄ່າເງິນກີບ ຂອງລາວ ຍັງມີສະຖຽນລະພາບ ໃນຂະນະທີ່ອັດຕາ ແລກປ່ຽນ ກໍມີຄວາມສະຫງົບ
ຄ່າເງິນກີບ ຂອງລາວ ຍັງມີສະຖຽນລະພາບ ໃນຂະນະທີ່ອັດຕາ ແລກປ່ຽນ ກໍມີຄວາມສະຫງົບ

ພ້ອມກັນນີ້ ກໍຍັງສາມາດຄວບຄຸມເງິນເຟີ້ ໃຫ້ຢູ່ໃນອັດຕາສະເລ່ຍ
ພຽງແຕ່ 1.88 ເປີເຊັນ ເທົ່ານັ້ນ ຈຶ່ງເຮັດໃຫ້ຄ່າເງິນກີບມີສະຖຽນ
ລະພາບ ໃນຂະນະທີ່ອັດຕາແລກປ່ຽນ ກໍມີຄວາມສະຫງົບ ທັງກໍ
ຍັງເຮັດໃຫ້ຄັງສຳຮອງເງິນຕາຕ່າງປະເທດຂອງລັດຖະບານລາວ ມີຄວາມໝັ້ນທ່ຽງເພີ້ມຂຶ້ນ ໂດຍຄາດໝາຍວ່າ ທຶນສຳຮອງເງິນຕາ
ຕ່າງປະເທດ ຈະເພີ້ມຂຶ້ນຈາກ 834 ລ້ານ 7 ແສນໂດລາ ໃນ
ປັດຈຸບັນ ເປັນບໍ່ນ້ອຍກວ່າ 1,039 ລ້ານ 5 ແສນ 3 ໝື່ນໂດລາ
ໃນແຜນການປີ 2015-2016 ຫຼືເທົ່າກັບມູນຄ່າການນຳເຂົ້າສິນຄ້າ
ຈາກຕ່າງປະເທດ ເປັນເວລາ 6 ເດືອນເຄິ່ງ.

ແຕ່ຢ່າງໃດກໍຕາມ ເຈົ້າໜ້າທີ່ຂັ້ນສູງ ໃນທະນາຄານແຫ່ງ ສປປ ລາວ ກໍຍອມຮັບວ່າ ປັດໄຈ
ທີ່ກະທົບຕໍ່ທຶນສຳຮອງ ເງິນຕາຕ່າງປະເທດ ຂອງລັດຖະບານລາວ ຫຼາຍທີ່ສຸດໃນເວລານີ້
ກໍຄືການທີ່ລັດຖະບານລາວ ກຳລັງປະເຊີນກັບບັນຫາ ການມີໜີ້ສາທາລະນະ ເພີ້ມສູງຂຶ້ນ
ຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນໜີ້ ທີ່ເກີດຈາກການກູ້ຢືມເງິນທຶນ ຈາກຕ່າງປະເທດນັ້ນ
ໄດ້ເພີ້ມຂຶ້ນຈາກ 3,000 ກວ່າລ້ານໂດລາ ຄິດເປັນ 33.43 ເປີເຊັນ ຂອງຍອດຜະລິດ
ຕະພັນລວມ (GDP) ໃນປີ 2012 ເປັນຫຼາວກວ່າ 4,700 ລ້ານໂດລາ ຄິດເປັນ 47 ເປີເຊັນ
ຂອງ GDP ໃນປີ 2014.

ຍິ່ງໄປກວ່ານັ້ນ ລັດຖະບານລາວ ກໍຍັງມີໜີ້ສາທາລະນະ ທີ່ເກີດຈາກການກູ້ຢືມພາຍໃນ
ແລະ ໂຄງການພັດທະນາຕ່າງໆ ທີ່ບັນດາບໍລິສັດເອກະຊົນ ໃນລາວເປັນຝ່າຍທີ່ໄດ້ອອກ
ທຶນໃຫ້ກ່ອນ ຄິດເປັນມູນຄ່າລວມກັນຫຼາຍກວ່າ 18,000 ຕື້ກີບ ຫຼືປະມານ 2,250 ລ້ານ
ໂດລາດ້ວຍນັ້ນ ຈຶ່ງເຮັດໃຫ້ລັດຖະບານລາວມີໜີ້ສາທາລະນະລວມຫຼາຍກວ່າ 6,950 ລ້ານ ໂດລາ ຫຼືຫຼາຍກວ່າ 69 ເປີເຊັນຂອງ GDP ໃນປີ 2014 ແລ້ວນັ້ນເອງ.

ພາຍໃຕ້ສະພາບການດັ່ງກ່າວນີ້ ບໍ່ພຽງຈະຖືເປັນໜີ້ສາທາລະນະ ທີ່ເກີນລະດັບ ມາດຕະຖານ ເຖິງ 24 ເປີເຊັນ ເນື່ອງຈາກວ່າ ລັດຖະບານຂອງແຕ່ລະປະເທດ ຈະຖືກຈຳກັດໃຫ້ກູ້ຢືມເງິນທຶນ ຈາກຕ່າງປະເທດໄດ້ ໃນອັດຕາທີ່ບໍ່ເກີນ 45 ເປີເຊັນ ຂອງມູນຄ່າ GDP ທັງໝົດຂອງແຕ່ລະ ປະເທດເທົ່ານັ້ນ ແຕ່ຍັງເຮັດໃຫ້ລັດຖະບານລາວ ຈະຕ້ອງຖືກຈຳກັດສິດທິ ທີ່ຈະກູ້ຢືມຈາກ ສະຖາບັນການເງິນສາກົນ ເຊັ່ນທະນາຄານໂລກ ທະນາຄານພັດທະນາເອເຊຍ ແລະ ກອງທຶນການເງິນສາກົນ (IMF) ລວມເຖິງ ທະນາຄານເອກະຊົນດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໄດ້ຢືນຢັນວ່າ:

“ຖືວ່າມາຮອດປັດຈຸບັນນີ້ ໂຄງການໃໝ່ໆ ຫຼືວ່າໂຄງການທີ່ວ່າຫາກໍເລີ້ມສ້າງນີ້ນະ
ຖືວ່າທະນາຄານທຸລະກິດ ຫຼືວ່າທະນາຄານກາງ ແມ່ນຂາດຕົວເລີຍ ຄືບໍ່ປ່ອຍ ໃນ
ເມື່ອພວກເຮົາຢຸດພາກສ່ວນດັ່ງກ່າວນີ້ ພວກເຮົາກະເອົາເງິນດັ່ງກ່າວຫັ້ນ ໄປໃຫ້
ພາກສ່ວນທີ່ທຳການຜະລິດ ແລະ ການບໍລິການ.”

ທາງດ້ານ IMF ລາຍງານວ່າ ໜີ້ຕ່າງປະເທດຂອງລັດຖະບານລາວ ໄດ້ເພີ້ມຂຶ້ນເປັນຫຼາຍ
ກວ່າ 49 ເປີເຊັນຂອງ GDP ໃນປີ 2014 ຈຶ່ງເຮັດໃຫ້ລັດຖະບານລາວ ຕ້ອງປະເຊີນກັບ
ວິກິດການດ້ານງົລປະມານຢ່າງສົມບູນແບບແລ້ວ ໃນປັດຈຸບັນນີ້ ສ່ວນມາດຕະການແກ້
ໄຂບັນຫາ ໃນໄລຍະສະເພາະໜ້າ ກໍມີພຽງການຈັດເກັບລາຍຮັບໃຫ້ໄດ້ຕາມເປົ້າໝາຍ
ແລະ ຄວບຄຸມລາຍຈ່າຍໃຫ້ໄດ້ ຕາມແຜນການທີ່ວາງໄວ້ ຢ່າງແທ້ຈິງ ລວມໄປເຖິງການ
ຮ້ອງ ຂໍການຊ່ວຍເຫຼືອ ຈາກຕ່າງປະເທດໃຫ້ໄດ້ຫຼາຍທີ່ສຸດ ເທົ່າທີ່ຈະຫຼາຍໄດ້ອີກດ້ວຍ.

ທັງນີ້ໂດຍກະຊວງແຜນການ ແລະ ການລົງທຶນ ລາຍງານວ່າ ການທີ່ຈະຊຸກຍູ້ການພັດທະ ນາເສດຖະກິດ ໃຫ້ຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍ 8 ເປີເຊັນ ໃນແຜນການປີ
2014-2015 ນີ້ ຈະຕ້ອງລະດົມການລົງທຶນ ທັງຈາກພາຍໃນ ແລະ ຕ່າງປະເທດໃຫ້ໄດ້
ຫຼາຍກວ່າ 33,000 ຕື້ກີບ ຫຼື 32 ເປີເຊັນ ຂອງ GDP ຕະຫລອດປີ.

XS
SM
MD
LG