ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານລາວ ຈະສົ່ງເສີມການຜະລິດ ໃນພາກກະສິກຳ ແລະປ່າໄມ້ ໃຫ້ເພີ້ມຂຶ້ນເຖິງ 31 ເປີເຊັນ


ເຂົ້າຫອມພັນໄກ່ນ້ອຍ ທີ່ເປັນເອກະລັກຂອງລາວ ທີ່ຊາວນາຂອງລາວ ພາກັນປູກ ເພື່ອສົ່ງອອກໄປຂາຍໃຫ້ຕ່າງປະເທດ.
ເຂົ້າຫອມພັນໄກ່ນ້ອຍ ທີ່ເປັນເອກະລັກຂອງລາວ ທີ່ຊາວນາຂອງລາວ ພາກັນປູກ ເພື່ອສົ່ງອອກໄປຂາຍໃຫ້ຕ່າງປະເທດ.

ລັດຖະບານລາວຈະໃຫ້ການສົ່ງເສີມການຜະລິດ ໃນພາກກະ
ສິກຳ ແລະປາໄມ້ ໃຫ້ເພີ້ມຂຶ້ນເຖິງ 31 ເປີເຊັນ ໃນແຜນການປີ
2015-2016 ຊຶ່ງຈະເຮັດໃຫ້ມີຜົນຜະລິດຄິດເປັນ 22.7 ເປີເຊັນ
ຂອງຍອດຜະລິດຕະພັນລວມພາຍໃນ.

ທ່ານໄຊປລາເດດ ຈຸລະມະນີ ຫົວໜ້າກົມແຜນການ ແລະການຮ່ວມມື ກະຊວງກະສິກຳ
ແລະປ່າໄມ້ ຖະແຫລງວ່າ ລັດຖະບານລາວ ໄດ້ວາງເປົ້າໝາຍການສົ່ງເສີມການຜະລິດ
ໃນພາກກະສິກຳ-ປ່າໄມ້ໃຫ້ມີການຂະຫຍາຍຕົວເພີ້ມຂຶ້ນໃນອັດຕາສະເລ່ຍ 31 ເປີເຊັນ
ໃນຕະຫຼອດແຜນການປະຈຳປີ 2015-2016 ນີ້ ຊຶ່ງຈະເຮັດໃຫ້ຜົນຜະລິດ ໃນພາກກະ
ສິກຳ ແລະປ່າໄມ້ ຄິດເປັນ 22.7 ເປີເຊັນ ຂອງຍອດຜະລິດຕະພັນລວມ (GDP)
ຕະຫຼອດປີ.

ງານວາງສະແດງ ຜະລິດຕະພັນ ກະສິກຳ ແລະປາໄມ້ ຂອງກະເສດ ຕະກອນລາວ
ງານວາງສະແດງ ຜະລິດຕະພັນ ກະສິກຳ ແລະປາໄມ້ ຂອງກະເສດ ຕະກອນລາວ

ພາຍໃຕ້ເປົ້າໝາຍດັ່ງກ່າວນີ້ ລັດຖະບານລາວຈະຊຸກຍູ້ໃຫ້ກະ
ເສດຕະກອນ ຜະລິດເຂົ້າໃຫ້ໄດ້ໃນປະລິມານລວມ 4 ລ້ານ 2
ແສນໂຕນ ດ້ວຍການຂະຫຍາຍເນື້ອທີ່ປູກເຂົ້າໃຫ້ເປັນ 1 ລ້ານ
ກວ່າເຮັກຕາ ໂດຍແບ່ງເປັນເນື້ອທີ່ປູກເຂົ້ານາປີ 787,000
ເຮັກຕາ ເຂົ້ານາແຊງ 120,000 ເຮັກຕາ ແລະ ເຂົ້າໄຮ່ 1 ແສນ
ກວ່າເຮັກຕາ ຕາມລຳດັບ ສ່ວນລະບົບຄອງຊົນລະປະທານ ກໍ
ຈະສະໜອງນ້ຳໃຫ້ນາປີໄດ້ໃນເນື້ອທີ່ 180,000 ເຮັກຕາ ແລະ
120,000 ເຮັກຕາ ສຳລັບເຂົ້ານາແຊງ.

ພ້ອມກັນນີ້ ລັດຖະບານລາວກໍຍັງຄາດໝາຍດ້ວຍວ່າ ໃນຕະ
ຫຼອດປີ 2016 ປະຊາຊົນລາວທົ່ວປະເທດ ຈະຕ້ອງການບໍລິໂພກເຂົ້າໃນປະລິມານລວມ
2 ລ້ານ 1 ແສນໂຕນ ສ່ວນທີ່ເປັນຄັງແຮ່ 4 ແສນໂຕນ ແນວພັນ 6 ໝື່ນໂຕນ ການປຸງແຕ່ງ
ເປັນສິນຄ້າ 640,000 ໂຕນ ແລະເພື່ອການຈຳໜ່າຍພາຍໃນ ແລະສົ່ງອອກໄປຕ່າງປະເທດ 1 ລ້ານໂຕນຕາມລຳດັບ.

ຫາກແຕ່ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງກະສິກຳ ແລະປາໄມ້ ຍອມຮັບວ່າ ເປັນການຍາກ
ທີ່ຊາວນາລາວ ຈະສາມາດເພີ້ມຜົນຜະລິດເຂົ້າ ເພື່ອໃຫ້ກາຍເປັນຜູ້ສົ່ງອອກລາຍໃຫຍ່
ໃນຕະຫຼາດໂລກໄດ້ ຈຶ່ງມີພຽງແຕ່ການຜະລິດເຂົ້າຄຸນນະພາບດີ ທີ່ເປັນເອກະລັກຂອງ
ລາວເທົ່ານັ້ນ ດັ່ງທີ່ທ່ານໄດ້ໃຫ້ການຢືນຢັນວ່າ:

“ຊິຖືປັດໄຈເຂົ້ານີ້ ເປັນສິນຄ້າລາຍໃຫຍ່ນີ້ ຄືຊິເປັນໄປໄດ້ຍາກ ເນື່ອງຈາກວ່າ
ພວກເຮົາກໍມີຫຼາຍອັນຈຳກັດ ແລະ ພວກເຮົານີ້ ຖືສຳຄັນຍຸດທະສາດ ການຜະ
ລິດເຂົ້ານີ້ ໃຫ້ເປັນສະບຽງເອີ້ນວ່າ ໃຫ້ກຸ້ມກິນພາຍໃນ ແລ້ວກໍມີອັນສ່ວນແຮ່ໄວ້
ສ່ວນເປັນສິນຄ້ານີ້ ພວກເຮົາຈະລົງເລີກເຖິງເຂົ້າ ທີ່ເປັນເອກະລັກຂອງຄົນລາວ
ຍົກຕົວຢ່າງເຂົ້າໄກ່ນ້ອຍ ໄດ້ປຽບທີ່ສຸດ ຜະລິດອອກເທົ່າໃດ ກໍແມ່ນບັນດາປະ
ເທດເພື່ອນບ້ານ ມາຊື້ເອົາໝົດ.”

ແຕ່ຢ່າງໃດກໍຕາມ ກະຊວງກະສິກຳ ແລະປ່າໄມ້ໄດ້ວາງເປົ້າໝາຍ ທີ່ຈະດຶງເອົາການ
ລົງທຶນໃນພາກກະສິກຳ ແລະປ່າໄມ້ໃຫ້ໄດ້ 79,200 ຕື້ກີບ ຫຼື 9,900 ລ້ານໂດລາ ໃນ
ຊ່ວງປີ 2016-2020 ໂດຍໃນນີ້ ກໍຈະເປັນການລົງທຶນຂອງເອກະຊົນລາວ ແລະຕ່າງ
ຊາດໃນມູນຄ່າ 65,000 ຕື້ກີບ ຫຼື 82 ເປີເຊັນ ຂອງມູນຄ່າລົງທຶນທັງໝົດ ສ່ວນທີ່ເຫຼືອນັ້ນ
ຈະເປັນການລົງທຶນໂດຍລັດຖະບານລາວ ໃນມູນຄ່າ 1,200 ຕື້ກີບ ແລະການຊ່ວຍເຫຼືອ
ຈາກຕ່າງປະເທດ 13,000 ຕື້ກີບ.

ເຈົ້າໜ້າທີ່ຂັ້ນສູງຂອງລາວ ກໍຍອມຮັບວ່າ ບໍ່ແມ່ນເລື້ອງງ່າຍ ທີ່ຈະສາມາດລະດົມ ຫຼືດຶງ
ດູດເອົາເງິນລົງທຶນໄດ້ ຕາມເປົ້າໝາຍດັ່ງກ່າວ ເພາະໃນຊ່ວງປີ 2011-2015 ນີ້ ກໍປາກົດ
ວ່າ ການລົງທຶນໃນພາກກະກຳ ມີມູນຄ່າລວມ 17,300 ຕື້ກີບ ໃນນີ້ເປັນການລົງທຶນ ຂອງ
ລັດຖະບານລາວພຽງແຕ່ 380 ຕື້ກີບເທົ່ານັ້ນ ສ່ວນທີ່ເຫຼືອກໍເປັນການລົງທຶນ ຂອງເອກະ
ຊົນລາວ ແລະຕ່າງຊາດໃນມູນຄ່າ 5,000 ຕື້ກີບ ແລະ ການຊ່ວຍເຫຼືອຈາກຕ່າງປະເທດ
12,000 ຕື້ກີບ.

ພ້ອມກັນນີ້ ລັດຖະບານລາວ ຍັງໄດ້ວາງແຜນການຜະລິດ ສະບຽງອາຫານທາດໂປຣຕີນ
ໃຫ້ໄດ້ 487,500 ໂຕນ ໃນປີ 2020 ແລະເພີ້ມຂຶ້ນເປັນ 711,000 ໂຕນ ໃນປີ 2025
ຊຶ່ງຈະເຮັດໃຫ້ມີຜົນຜະລິດຊີ້ນສັດ ທີ່ເກີນການບໍລິໂພກພາຍໃນ ເພື່ອສົ່ງອອກໄປຕ່າງ
ປະເທດ ຄິດເປັນປະລິມານລວມເກີນກວ່າ 15,000 ໂຕນ ໃນປີ 2025 ອີກດ້ວຍ.

XS
SM
MD
LG