ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວ ວາງແຜນການ ຈະສົ່ງເສີມການສົ່ງເຂົ້າ ໄປຂາຍ ຕ່າງປະເທດໃຫ້ໄດ້ ເຖິງ 1 ລ້ານໂຕນ ໃນປີ 2016


ກະເສດຕະກອນລາວ ບາງສ່ວນ ນຳໃຊ້ເຄື່ອງກົນຈັກ ໃນການເຮັດໄຮ່ເຮັດນາ
ກະເສດຕະກອນລາວ ບາງສ່ວນ ນຳໃຊ້ເຄື່ອງກົນຈັກ ໃນການເຮັດໄຮ່ເຮັດນາ

ລັດຖະບານລາວ ວາງແຜນການຈະສົ່ງເສີມການສົ່ງເຂົ້າ ໄປ
ຂາຍຕ່າງປະເທດໃຫ້ໄດ້ເຖິງ 1 ລ້ານໂຕນ ໃນປີ 2016 ແລະ
ຄາດໝາຍວ່າ ການບໍລິໂພກເຂົ້າ ພາຍໃນປະເທດ ຈະຢູ່ທີ່
ປະລິມານລວມ 2 ລ້ານ 1 ແສນໂຕນ.

ທ່ານໄຊປະເດດ ຈຸນລະມະນີ ຫົວໜ້າກົມແຜນການ ແລະການຮ່ວມມື ກະຊວງກະສິກຳ
ແລະປ່າໄມ້ ຖະແຫລງວ່າ ລັດຖະບານລາວ ໄດ້ວາງຄາດໝາຍວ່າ ໃນຕະຫຼອດປີ 2016
ປະຊາຊົນລາວ ທົ່ວປະເທດ ຈະຕ້ອງການບໍລິໂພກເຂົ້າໃນປະລິມານ ລວມ 2 ລ້ານ 1
ແສນໂຕນ ສ່ວນທີ່ເປັນຄັງແຮ່ 4 ແສນໂຕນ ແນວພັນ 6 ໝື່ນໂຕນ ການປຸງແຕ່ງເປັນ
ສິນຄ້າ 640,000 ໂຕນ ແລະເພື່ອການຈຳໜ່າຍພາຍໃນ ແລະສົ່ງອອກໄປຕ່າງປະເທດ
1 ລ້ານໂຕນ.

ຫາກແຕ່ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງກະສິກຳ ແລະປ່າໄມ້ ຍອມຮັບວ່າ ເປັນການຍາກ
ທີ່ຊາວນາລາວ ຈະສາມາດເພີ່ມຜົນຜະລິດເຂົ້າ ເພື່ອໃຫ້ກາຍເປັນຜູ້ສົ່ງອອກ ລາຍໃຫຍ່
ໃນຕະຫຼາດໂລກໄດ້ ຈຶ່ງມີພຽງແຕ່ການຜະລິດເຂົ້າຄຸນນະພາບດີ ທີ່ເປັນເອກະລັກຂອງ
ລາວເທົ່ານັ້ນ ດັ່ງທີ່ທ່ານໄດ້ໃຫ້ການຢືນຢັນວ່າ:

ກະເສດຕະກອນລາວ ບາງສ່ວນ ກໍຍັງນຳໃຊ້ ແຮງງານຄົນ ໃນການເຮັດໄຮ່ ເຮັດນາ
ກະເສດຕະກອນລາວ ບາງສ່ວນ ກໍຍັງນຳໃຊ້ ແຮງງານຄົນ ໃນການເຮັດໄຮ່ ເຮັດນາ

“ຊິຖືປັດໄຈເຂົ້ານີ້ ເປັນສິນຄ້າລາຍໃຫຍ່ນີ້ ຄືຊິເປັນໄປໄດ້
ຍາກ ເນື່ອງຈາກວ່າ ພວກເຮົາ ກໍມີຫຼາຍອັນ ຈຳກັດ ແລະ
ພວກເຮົານີ້ ຖືສຳສຄັນຍຸດທະສາດ ການຜະລິດເຂົ້ານີ້
ໃຫ້ເປັນສະບຽງເອີ້ນວ່າ ໃຫ້ກຸ້ມກິນພາຍໃນ ແລ້ວ ກໍມີ
ອັນສ່ວນແຮ່ໄວ້ ສ່ວນເປັນສິນຄ້ານີ້ ພວກເຮົາ ຈະລົງເລີກ
ເຖິງເຂົ້າທີ່ເປັນເອກະລັກ ຂອງຄົນລາວ ຍົກຕົວຢ່າງເຂົ້າ
ໄກ່ນ້ອຍ ໄດ້ປຽບທີ່ສຸດ ຜະລິດອອກເທົ່າໃດ ກໍແມ່ນບັນດາ
ປະເທດເພື່ອນບ້ານ ມາຊື້ເອົາໝົດ.”

ແຕ່ຢ່າງໃດກໍຕາມ ກະຊວງກະສິກຳ ແລະປາໄມ້ ກໍໄດ້ວາງເປົ້າ
ໝາຍ ການສົ່ງເສີມ ການຜະລິດ ໃນພາກກະສິກຳ ແລະປ່າໄມ້ ໃຫ້ມີການຂະຫຍາຍຕົວ
ເພີ່ມຂຶ້ນ ໃນອັດຕາສະເລ່ຍ 31 ເປີເຊັນ ໃນຕະຫຼອດແຜນການປະຈຳປີ 2015-2016 ນີ້
ຊຶ່ງຈະເຮັດໃຫ້ຜົນຜະລິດໃນພາກກະສິກຳ ແລະປ່າໄມ້ ຄິດເປັນ 22.7 ເປີເຊັນ ຂອງຍອດ
ຜະລິດຕະພັນລວມ (GDP) ຕະຫຼອດປີ.

ພາຍໃຕ້ເປົ້າໝາຍດັ່ງກ່າວນີ້ ລັດຖະບານລາວ ຈະຊຸກຍູ້ໃຫ້ກະເສດຕະກອນ ຜະລິດເຂົ້າ
ໃຫ້ໄດ້ ໃນປະລິມານລວມ 4 ລ້ານ 2 ແສນໂຕນ ດ້ວຍການຂະຫຍາຍເນື້ອທີ່ປູກເຂົ້າ ໃຫ້
ເປັນ 1 ລ້ານກວ່າເຮັກຕາ ແລະເຂົ້າໄຮ່ 1 ແສນກວ່າເຮັກຕາ ຕາມລຳດັບ ສ່ວນລະບົບ
ຄອງຊົນລະປະທານ ກໍຈະສະໜອງນ້ຳ ໃຫ້ນາປີໄດ້ໃນເນື້ອທີ່ 180,000 ເຮັກຕາ ແລະ
120,000 ເຮັກຕາ ສຳລັບເຂົ້ານາແຊງ.

ພ້ອມກັນນີ້ ກະຊວງກະສິກຳ ແລະປ່າໄມ້ ໄດ້ວາງເປົ້າໝາຍທີ່ຈະດຶງເອົາ ການລົງທຶນ ໃນ
ພາກກະສິກຳ ແລະປ່າໄມ້ ໃຫ້ໄດ້ 79,200 ຕື້ກີບ ຫຼື 9,900 ລ້ານໂດລາ ໃນຊ່ວງປີ 2016-
2020 ໂດຍໃນນີ້ ກໍຈະເປັນການລົງທຶນຂອງເອກະຊົນລາວ ແລະຕ່າງຊາດໃນມູນຄ່າ
65,000 ຕື້ກີບ ຫຼື 82 ເປີເຊັນ ຂອງມູນຄ່າລົງທຶນທັງໝົດ ສ່ວນທີ່ເຫຼືອນັ້ນ ກໍຈະເປັນການ
ລົງທຶນໂດຍ ລັດຖະບານລາວ ໃນມູນຄ່າ 1,200 ຕື້ກີບ ແລະ ການຊ່ວຍເຫຼືອຈາກຕ່າງ ປະເທດ 13,000 ຕື້ກີບ.

ເຈົ້າໜ້າທີ່ຂັ້ນສູງຂອງລາວ ກໍຍອມຮັບວ່າ ບໍ່ແມ່ນເລື້ອງງ່າຍ ທີ່ຈະສາມາດລະດົມ ຫຼື ດຶງ
ດູດເອົາເງິນລົງທຶນໄດ້ ຕາມເປົ້າໝາຍດັ່ງກ່າວ ເພາະໃນຊ່ວງປີ 2011-2015 ນີ້ ກໍປາກົດ
ວ່າ ການລົງທຶນໃນພາກກະສິກຳ ມີມູນຄ່າລວມ 17,300 ຕື້ກີບ ໃນນີ້ເປັນການລົງທຶນ ຂອງ
ລັດຖະບານລາວ ພຽງແຕ່ 380 ຕື້ກີບເທົ່ານັ້ນ ສ່ວນທີ່ເຫຼືອກໍເປັນການລົງທຶນ ຂອງເອກະ
ຊົນລາວ ແລະຕ່າງຊາດໃນມູນຄ່າ 5,000 ຕື້ກີບ ແລະການຊ່ວຍເຫຼືອຈາກຕ່າງປະເທດ
12,000 ຕື້ກີບ.

ພ້ອມກັນນີ້ ລັດຖະບານລາວ ຍັງໄດ້ວາງແຜນການຜະລິດສະບຽງອາຫານ ໃນຊ່ວງປີ
2016-2025 ໂດຍໄດ້ວາງເປົ້າໝາຍ ທີ່ຈະເພີ່ມຜົນຜະລິດສະບຽງອາຫານທາດໂປຣຕີນ
ໃຫ້ໄດ້ 487,500 ໂຕນ ໃນປີ 2020 ແລະ ເພີ່ມຂຶ້ນເປັນ 711,000 ໂຕນໃນປີ 2025
ຊຶ່ງຈະເຮັດໃຫ້ມີຜົນຜະລິດ ຊີ້ນສັດ ທີ່ເກີນການບໍລິໂພກພາຍໃນ ເພື່ອສົ່ງອອກໄປຕ່າງ
ປະເທດ ຄິດເປັນປະລິມານລວມ ເກີນກວ່າ 15,000 ໂຕນ ໃນປີ 2025 ອີກດ້ວຍ.

XS
SM
MD
LG