ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຕ້ອງການການລົງທືນ ຢ່າງໜ້ອຍ 127,000 ຕື້ກີບ


ທ່ານສົມດີ ດວງດີ ລັດຖະມົນຕີວ່າການກະຊວງ ການເງິນຂອງ ສປປ ລາວ ຕ້ອນຮັບຜູ້ແທນຈາກອົງການ IFC ຂອງທະນາຄານໂລກ.
ທ່ານສົມດີ ດວງດີ ລັດຖະມົນຕີວ່າການກະຊວງ ການເງິນຂອງ ສປປ ລາວ ຕ້ອນຮັບຜູ້ແທນຈາກອົງການ IFC ຂອງທະນາຄານໂລກ.

ລັດ​ຖະບານ​ລາວ​ຈະ​ຕ້ອງ​ລະດົມ​ການ​ລົງທຶນ​ທັ້ງຈາກ​ພາກ​ລັດຖະບານ​ແລ​ະພາກ​ເອກ​ກະ​ຊົນ​ໃຫ້​ໄດ້​ໃນ​ມູນ​ຄ່າລວມ ບໍ່​ໜ້ອຍ​ກວ່າ 127,000 ຕື້​ກີບ ຈຶ່ງ9t​ເຮັດ​ໃຫ້​ສາມາດ​ບັນລຸ​ເປົ້າໝາຍ​ທີ່​ວາງ​ເອົາ​ໄວ້​ໃນ​ແຜນການ​ພັດທະນາ​ ເສດຖະກິດ​ແລະ​ສັງຄົມ​ໃນ​ໄລຍະ​ຈາກ​ປີ 2011 ​ເຖິງ​ປີ 2015 ​ໄດ້​ຢ່າງ​ແທ້​ຈິງ.

ທ່ານ​ສົມ​ດີ ດວງ​ດີ ລັດຖະມົນ​ຕີ​ວ່າການ​ກະຊວງ​ການເງິນຂອງ​ລາວ ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ​ໃນ​ໄລຍະ​ຂອງການ​ດຳ​ເນີນ​ແຜນ ການ​ພັດທະນາ​ເສດ ຖະກິດ​ແລະ​ສັງຄົມ​ແຫ່ງ​ຊາດ​ໃນ​ຊ່ວງ 5 ປີ​ຕໍ່​ໄປ​ນີ້ ກໍ​ຄື​ນັບ​ຈາກ​ແຜນການ​ປະຈຳ​ປີ 2010-2011 ​ໄປ​ຈົນ​ເຖິງ​ແຜນການ​ປະຈຳ​ປີ 2014-2015 ນັ້ນ ລັດຖະບານ​ລາວ​ຈະ​ຕ້ອງ​ລະດົມ​ການ​ລົງ​ທຶນ​ທັງ​ຈາກ​ພາກ​ລັດຖະບານ​ແລະ​ພາກ​ເອກ​ກະ​ຊົນ​ໃຫ້​ໄດ້​ໃນ​ມູນ​ຄ່າ​ລວມ ບໍ່​ໜ້ອຍ​ກວ່າ 127,000ຕື້​ກີບ ຫລື 15,300 ລ້ານ​ໂດ​ລາ ຈຶ່ງ​ຈະ​ເຮັດ​ໃຫ້​ສາມາດ​ບັນລຸ​ເປົ້າໝາຍ​ທີ່​ວາງ​ເອົາ​ໄວ້​ໃນ​ແຜນການໄດ້​ຢ່າງ​ແທ້​ຈິງ.

ນັ້ນ​ກໍ​ຄື​ການ​ລົບ​ລ້າງບັນຫາ​ຄວາມ​ຍາກຈົນ​ຂອງ​ປະຊາຊົນ​ລາວ​ໃຫ້​ໄດ້​ໂດຍ​ພື້ນຖານ​ໃນ​ປີ​ 2015 ການ​ລົດ​ອັດຕາການ​ເສຍ​ຊີວິດ​ຂອງ​ເດັກນ້ອຍ​ລາວ​ທີ່​ມີ​ອາຍຸ​ຕ່ຳ​ກວ່າ 1 ປີ ລົງ​ ໂດຍ​ໃຫ້​ຢູ່​ໃນ​ອັດຕາ​ສະ​ເລ່ຍບໍ່​ເກີນ 45 ຄົນ​ຕໍ່​ທຸກໆ 1,000 ຄົນ ການ​ຂະຫຍາຍໂອກາດ​ດ້ານ​ການ​ສຶກສາ​ເພື່ອ​ເຮັດ​ໃຫ້​ເດັກນ້ອຍ​ໄດ້​ຮຽນ​ຈົບ​ຊັ້ນ​ປະຖົມ​ໃຫ້​ໄດ້ ​ເຖິງ 95% ຂອງ​ຈຳ​ນວນ​ເດັກ​ນ້ອຍ​ໃນ​ໄວ​ຮຽນ​ທັງ​ໝົດ ການ​ສົ່ງເສີມ​ຄວາມ​ສ​ະ​ເໝີ​ພາກ​ລະຫວ່າງ​ເພດ​ຍິງ​ກັບ​ເພດ​ຊາຍ ການ​ໃຫ້​ບໍລິການ​ດ້ານ​ສາທາລະນະ​ສຸກ​ແກ່​ປະຊາຊົນ​ຢ່າງ​ທົ່ວ​ເຖິງ​ທັງ​ປະ​ເທດ ການ​ຮັກສາ​ສະພາບແວດ​ລ້ອມ​ແລະ​ນຳ​ໃຊ້​ຊັບ​ພະຍາກອນ​ທຳ​ມະ​ຊາດ​ຢ່າງ​ຍືນ​ຍົງ ​ແລະ​ການ​ເສີມ​ສ້າງ​ການ​ຮ່ວມ​ມື​ກັບ​ນານາ​ຊາດ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ລາ​ວ​ໃນ​ທຸ​ກໆ​ດ້ານ. ​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ສົມ​ດີ ກໍ​ຍອມຮັບ​ວ່າ ສຳ​ລັບ​ໃນ​ສ່ວນ​ຂອງ​ລັດຖະບານ​ລາວ​ເອງ​ ຍັງ​ມີ​ຄວາມ​ສາມາດ​ໃນ​ດ້ານ​ເງິນ​ທຶນ​ແລະ​ງົບປະມານ​ໃນ​ລະດັບ​ທີ່​ຕ່ຳຫລາຍ ຈ່ຶງ​ຄາດໝາຍວ່າຈະ​ສາມາດ​ປະກອບສ່ວນ​ເຂົ້າ​ໃນ​ການ​ລົງທຶນ​ໄດ້​ພຽງ 8%-10% ຂອງ​ເປົ້າໝາຍ​ການ​ລະດົມ​ເງິນ​ລົງທຶນ​ທັງ​ໝົດ​ດັ່ງກ່າວ​ນັ້ນ ສ່ວນ​ທີ່​ເຫລືອ​ກໍ​ຈະ​ເປັນ​ການ​ຂໍ​ຄວາມ​ຊ່ວຍ​ເຫ​ລື​ອ​ແລະ​ກູ້​ຢືມ​ຈາກຕ່າງ​ປະ​ເທດ​ໃຫ້​ໄດ້​ລະຫວ່າງ 26%-28% ຕະຫລອດ​ຈົນ​ການ​ກູ້​ຢືມ​ຈາກ​ທະນາຄານ​ພາຍ​ໃນ​ປະ​ເທດ​ໃຫ້​ໄດ້ ລະຫວ່າງ 10%-12% ​ແລະ​ຍັງ​ຈະ​ຕ້ອງ​ລະດົມ​ການ​ລົງ​ທຶນ​ຂອງ​ພາກ​ເອກ​ກະ​ຊົນ​ລາວ​ແລະ​ຕ່າງ​ຊາດ​ໃຫ້​ໄດ້ ໃນລະຫວ່າງ​ 50%-60% ອີກ​ດ້ວຍ. ​ໂດຍ​ສຳ​ລັບ​ໃນ​ໄລຍະ​ແຜນການ​ປະຈຳ​ປີ 2010-2011 ທີ່​ຈະ​ເລີ່​ມລົງມືປະຕິບັດ​ນັບ​ຈາກ​ເດືອນ​ຕຸລາ​ປີ​ນີ້ ​ໄປ​ຈົນ​ເຖິງ​ເດືອນ​ກັນຍາ​ປີໜ້າ​ນັ້ນ ລັດຖະບາ​ນລາວ​ກໍ​ໄດ້​ວາງ​ຄາດໝາຍ​ໄວ້​ວ່າ ​ຈະ​ນຳ​ໃຊ້​ງົບປະມານ​ສຳ​ລັບ​ການ​ລົງທຶນ​ພາກ​ລັດຖະບານ​ຄິດ​ເປັນ​ມູນ​ຄ່າ 6,423 ຕື້​ກີບ ຫລື 43% ຂອງ ງົບປະມານ​ລາຍ​ຈ່າຍ​ທັງ​ໝົດ ​ແລະ​ເນຶ່ອງຈາກ​ວ່າ​ລັດຖະບານ​ລາວ​ເອງ​ກໍ​ຄາດໝາຍ​ວ່າ​ ຈະ​ສາມາດ​ດສ້າງ​ລາຍ​ຮັບ​ເພື່ອ​ສົມທົບ​ເຂົ້າ​ໃນ​ງົບປະມານ​ສ່ວນ​ດັ່ງກ່າວ​ນີ້​ໄດ້​ພຽງ 1,595 ຕື້​ກີບ​ເທົ່າ​ນັ້ນ ຈຶ່ງ​ເຮັດ​ໃຫ້​ມີ​ຄວາມ​ຈຳ​ເປັນທີ່​ຈະ​ຕ້ອງ​ເພິ່ງ​ພາ​ກາ​ນຊ່ວຍ​ເຫລືອ​ຈາກ​ຕ່າງປະ​ເທາດ​ເປັນ​ດ້ານ​ຫລັກ​ນັ້ນ​ເອງ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່​ລັດຖະບານ​ລາວ​ບໍ່​ສາມາດ​ຈັດ​ເກັບ​ລາ​ຍຮັບ​ໄດ້​ຕາມ​ເປົ້າໝາຍທີ່​ວາງ​ເອົາ​ໄວ້​ ກໍຍັງ​ເຮັດ​ໃຫ້ຕ້ອງ​ມີ​ການ​ດັດແກ້​ແຜນການ​ງົບປະມານ​ລາຍ​ວັນ​ແລະລາຍ​ຈ່າຍ​ມາ​ໂດຍ​ຕະຫລອດ​ອີກ​ດ້ວຍ ​ໂດຍ​ລ່າ​ສຸດ​ກໍ​ຄື​ການ​ດັດ​ແກ້​ແຜນການ​ງົບປະມານ​ລາຍ​ຮັບ​ແລະ​ລາຍ​ຈ່າຍ​ປະຈຳ​ປີ 2009-2010 ຫລັງ​ຈາກ​ທີ່​ໄດ້​ປະຕິບັດ​ແຜນການ​ມາ​ແລ້ວ​ເປັນ​ເວລາ 7​ ເດືອນ ດ່ັງ​ທີ່​ທ່ານ ສົມ​ດີ ​ໄດ້​ຖະ​ແຫລ​ງຊີ້​ແຈງ​ໃນ​ຕອນ​ນຶ່ງ​ວ່າ:

“ລາຍ​ລະອຽດ​ກ່ຽວ​ກັບ​ການສະ​ເໜີ​ຂໍ​ດັດ​ແກ້​ລາຍ​ຮັບ​ລາຍ​ຈ່າຍ​ມີ​ດັ່ງ​ນີ້ ​ໂດຍ​ໃນ​ເບື້ອງ​ລາຍ​ຮັບ ​ສະ​ເໜີ​ດັດ​ແກ້​ເພິ່ມລາຍ​ຮັບ​ທັງ​ໝົດ 488.95 ຕື້​ກີບ ຊຶ່ງ​ກໍ​ແມ່ນ​ລາຍ​ຮັບ​ຂອງ​ແຂວງ​ຈຳນວນ​ນຶ່ງ​ທີ່​ບໍ່​ສາມາດ​ສລຸບ​ເຂົ້າ​ໃນ​ແຜນ​ລາຍ ຮັບ​ສົກ​ປີ 2008-2009 ​ໄດ້​ກໍ​ຍ້ອນ​ວ່າ​ລາຍ​ຮັບ​ດັ່ງກ່າວ​ບໍ່​ໄດ້​ຈ່າຍ​ຕາມ​ແຜນການ​ທີ່​ສະພາ​ແຫ່​ງຊາດ​ໄດ້​ໃຫ້ການ​ອະນຸ​ມັດ ​ແຕ່​ຈ່າຍ​ເຂົ້າ​ໃນ​ວຽກ​ງານ​ທີ່​ຈຳ​ເປັນ​ອື່ນໆ​ທີ່ທາງ​ລັດຖະບານກໍ​ມີ​ການ​ຮັບ​ຮູ້ ​ແລ​ະ​ໄດ້​ຕົກລົງ​ ທີ່​ມີ​ຈຳນວນ 53.2 ຕື້​ກີບ”

ສຳ​ລັບ​ໃນໄລຍະ 7 ​ເດືອນ​ຜ່ານ​ມາ​ຂອງ​ການ​ປະຕິບັດແຜນການ​ງົບປະມານ​ປະຈຳ​ປີ 2009-2010 ນີ້​ກໍປາກົດ​ວ່າ​ລັດຖະບານ​ລາວ​ໄດ້​ໃຊ້​ຈ່າຍ​ງົບປະ ມານ​ເພື່ອ​ການ​ລົງທຶນ​ພາກ​ລັດຖະບານ​ໃນ​ມູນ​ຄ່າ 2,708 ຕື້ກີບ ຫລື​ຄິດ​ເປັນ 52% ຂອງ​ແຜນການ​ທີ່​ວາງ​ເອົາ​ໄວ້​ນັ້ນ ​ເນຶ່ອງຈາກ​ການຈັດ​ເກັບ​ລາຍ​ຮັບ​ບໍ່​ໄດ້​ຕາມ​ເປົ້າໝາຍ. ຍິ່ງ​ໄປ​ກວ່າ​ນັ້ນ ການ​ລົງທຶນ​ສ່ວນ​ໃຫນ່ຂອງ​ລັດ​ຖະບານ​ລາວ​ກໍ​ໄດ້​ໃຫ້​ຄວາມ​ສຳຄັນ​ ແກ່​ການ​ພັດທະນາ​ໂຄງຂ່າຍ​ພື້ນຖານ​ທາງ​ເສດຖະກິດຫລາຍ​ກວ່າ​ການ​ພັດທະນາ​ທາງ​ສັງຄົມ​ດ້ວຍ​ແລ້ວ ​ກໍ​ຍັງ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ​່​ເນຶ່ອງ ​ໄປ​ເຖິງ​ການ​ຍົກ​ລະດັບ​ສະພາບ​ຊີວິດ​ຄວາມ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ​ທີ່​ທຸ​ກຍາກ​ໃຫ້​ດີ​ຂື້ນອີກ​ດ້ວຍ ​ໂດຍ​ສຳລັບ​ໃນ​ໄລຍະ​ແຜນການ​ປີ 2010-2011 ນີ້​ກໍ​ປາກົດ​ວ່າ​ລັດຖະບານລາວ​ໄດ້​ຈັດ​ສັນ​ງົບປະມານ​ໃຫ້​ກັບ​ການ​ພັດທະ​ນາ​ທາງ​ສັງຄົມ​ ພຽງ​ແຕ່ 35% ຂອງ​ງົບ​ລົງທຶນ​ທັງ​ໝົດ​ເທ​ົ່ານັ້ນ ສ່ວນ​ອີກ 65% ທີ່​ເຫລືອ​ກໍ​ຄື​ງົບປະມານ​ສຳ​ລັບ​ການ​ພັດທະນາ​ທາງ​ເສ​ດຖະກິດ ​ແລະ​ລະບົບ​ໂຄງ​ຂ່າຍ​ພື້ນຖານ​ທາງ​ເສດຖະກິດ​ເປັນ​ດ້ານ​ຫລັກ

XS
SM
MD
LG