ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວວາງແຜນ ຈະເພີ້ມການຜະລິດ ພະລັງໄຟຟ້າ ເຖິງ 15,260.5 ລ້ານ Kwh ໃນປີ 2015


ໂຄງການກໍ່ສ້າງ ເຂື່ອນໄຟຟ້ານ້ຳຕົກ ນ້ຳງື່ມ 2 ໃນແຂວງວຽງຈັນ ຂອງລາວ.
ໂຄງການກໍ່ສ້າງ ເຂື່ອນໄຟຟ້ານ້ຳຕົກ ນ້ຳງື່ມ 2 ໃນແຂວງວຽງຈັນ ຂອງລາວ.

ລັດຖະບານລາວວາງແຜນການທີ່ຈະເພີ້ມການຜະລິດພະລັງ
ໄຟຟ້າ ໃຫ້ໄດ້ເຖິງ 15,260.5 ລ້ານກິໂລວັດຕໍ່ຊົ່ວໂມງ (Kwh) ໃນ
ປີ 2015 ໂດຍຈະສົ່ງອອກໄປຕ່າງປະເທດ ໃຫ້ໄດ້ໃນມູນຄ່າບໍ່ນ້ອຍ
ກວ່າ 535 ລ້ານ 4 ແສນ 7 ໝື່ນດອນລາ ໃນປີດຽວກັນ.

ທ່ານຄຳມະນີ ອິນທິລາດ ລັດຖະມົນຕີຊ່ວຍວ່າການ ກະຊວງພະລັງງານ ແລະບໍ່ແຮ່ ໄດ້
ຖະແຫລງວ່າ ລັດຖະບານລາວໄດ້ວາງແຜນການ ທີ່ຈະເພີ້ມຄວາມອາດສາມາດ ໃນການ
ຜະລິດພະລັງໄຟຟ້າ ໃນປະເທດໃຫ້ໄດ້ໃນປະລິມານລວມບໍ່ນ້ອຍກວ່າ 15,260.5
ລ້ານກິໂລວັດຕໍ່ຊົ່ວໂມງ ໃນຕະຫລອດປີ 2015 ໂດຍໃນນີ້ ຈະເປັນພະລັງໄຟຟ້າ ສຳ
ຫລັບສົ່ງອອກໄປຕ່າງປະເທດ ໃນປະລິມານລວມ 11,793.68 ລ້ານກິໂລວັດຕໍ່ຊົ່ວໂມງ
ຊຶ່ງກໍຈະເຮັດໃຫ້ມີລາຍຮັບເຂົ້າປະເທດຄິດເປັນມູນຄ່າບໍ່ນ້ອຍກວ່າ 535 ລ້ານ 4 ແສນ
7 ໝື່ນດອນລາ.

ແຕ່ຢ່າງໃດກໍຕາມ ການສົ່ງອອກພະລັງໄຟຟ້າ ຕາມແຜນການ ດັ່ງກ່າວ ຈະເຮັດໃຫ້
ຍັງຄົງມີພະລັງງານໄຟຟ້າ ເຫຼືອຢູ່ໃນປະລິມານ ລວມບໍ່ເກີນ 3,466.82 ລ້ານກິໂລວັດ
ຕໍ່ຊົ່ວໂມງ ໃນຂະນະດຽວກັນ ກໍຄາດໝາຍວ່າ ຄວາມຕ້ອງການຊົມໃຊ້ ພະລັງງານໄຟຟ້າ
ໃນລາວ ຈະມີປະລິມານລວມ 5,726.98 ລ້ານກິໂລວັດຕໍ່ຊົ່ວໂມງ ຈຶ່ງເຮັດໃຫ້ຕ້ອງນຳເຂົ້າ
ພະລັງໄຟຟ້າຈາກຕ່າງປະເທດ ໃນປະລິມານລວມ 2,260.16 ລ້ານກິໂລວັດຕໍ່ຊົວໂມງ ເພື່ອຕອບສະໜອງ ການຊົມໃຊ້ໃນປະເທດ ໃຫ້ໄດ້ຢ່າງພຽງພໍ ຊຶ່ງຄິດເປັນມູນຄ່າເຖິງ 121 ກວ່າລ້ານດອນລາ.

ກ່ອນໜ້ານີ້ ທ່ານດາວົງ ພອນແກ້ວ ຫົວໜ້າກົມນະໂຍບາຍ ແລະແຜນພະລັງງານ ກະຊວງ
ພະລັງງານ ແລະບໍ່ແຮ່ ລາຍງານວ່າ ໃນປັດຈຸບັນນີ້ມີເຂື່ອນໄຟຟ້າ ທີ່ກໍ່ສ້າງແລ້ວສຳເລັດ
ແລະໄດ້ຜະລິດ ກະແສໄຟຟ້າແລ້ວ ຈຳນວນ 24 ໂຄງການ ສ່ວນທີ່ກຳລັງຢູ່ໃນລະຫວ່າງ
ດຳເນີນການກໍ່ສ້າງມີຈຳນວນ 38 ໂຄງການ ແລະອີກ 100 ໂຄງການ ຢູ່ໃນຂັ້ນຂອງການ
ສຶກສາສຳຫລວດ ອອກແບບ ຫຼື ສະແຫວງຫາ ເງິນທຶນ ທີ່ຈະນຳໃຊ້ໃນການກໍ່ສ້າງຕໍ່ໄປ.

ຫຼັກເສົາໄຟຟ້າ ອັນສູງໃຫຍ່ ເພື່ອຮອງຮັບ ສາຍສົ່ງກະແສໄຟຟ້າ ຈາກເຂື່ອນຕ່າງໆ ໃນລາວ ເຊື່ອມຕໍ່ໄປຍັງ ປະເທດເພື່ອນບ້ານຂອງລາວ.
ຫຼັກເສົາໄຟຟ້າ ອັນສູງໃຫຍ່ ເພື່ອຮອງຮັບ ສາຍສົ່ງກະແສໄຟຟ້າ ຈາກເຂື່ອນຕ່າງໆ ໃນລາວ ເຊື່ອມຕໍ່ໄປຍັງ ປະເທດເພື່ອນບ້ານຂອງລາວ.

ທັງນີ້ໂດຍຈາກການສຶກສາໃນລະຍະທີ່ຜ່ານມາ ພົບວ່າການກໍ່ສ້າງ
ເຂື່ອນ ໃນລາວຢ່າງເຕັມກຳລັງນັ້ນ ຈະເຮັດໃຫ້ສາມາດ ຜະລິດ
ພະລັງໄຟຟ້າ ໄດ້ລວມກັນລະຫວ່າງ 28,000 ເຖິງ 30,000
ເມກາວັດ (MW) ທັງກໍຍັງຈະ ສົ່ງຜົນດີຕໍ່ການພັດທະນາ ເພື່ອລົບ
ລ້າງບັນຫາຄວາມຍາກຈົນ ຂອງປະຊາຊົນລາວບັນດາເຜົ່າ ທີ່ຢູ່
ເຂດຊົນນະບົດອີກດ້ວຍ ດັ່ງທີ່ທ່ານດາວົງ ໄດ້ໃຫ້ ການຊີ້ແຈງວ່າ:

“ເວລາເຮົາພັດທະນາເຂື່ອນໄຟຟ້ານ້ຳຕົກ ມັນຊ່ວຍໃນການ
ພັດທະນາເຂດຊົນນະບົດ ເພາະວ່າໂຄງການໄຟຟ້ານ້ຳຕົກ
ນີ້ ສິໄປຕັ້ງຢູ່ຊົນນະບົດຫ່າງໄກສອກຫຼີກ ສະນັ້ນ ຄັນມີໂຄງ
ການຢູ່ຈຸດໃດ ຜົນພອຍໄດ້ກໍຕາມມາ ເພາະວ່າ ເຮົາບໍ່ໄດ້ແຕ່
ໄຟຟ້າ ເຮົາສິໄດ້ຖະໜົນຫົນທາງ ຮັກສາແຫລ່ງນ້ຳໄວ້ໃຊ້
ໃນລະດູແລ້ງ ສາມາດລ້ຽງປາໄດ້ ເປັນແຫລ່ງອາຫານ ຫຼືວ່າ ເປັນເຂດທ່ອງທ່ຽວ.”

ກ່ອນໜ້ານີ້ ກະຊວງພະລັງງານ ແລະບໍ່ແຮ່ ລາຍງານວ່າ ບັນດາໂຄງການ ທີ່ຈະກໍ່ສ້າງ
ແລ້ວສຳເລັດພາຍໃນປີ 2015-2016 ມີຢູ່ 20 ໂຄງການດ້ວຍກັນ ໂດຍໃນນີ້ກໍເປັນການ
ກໍ່ສ້າງເຂື່ອນ 19 ໂຄງການ ແລະໂຮງງານຜະລິດກະແສໄຟຟ້າ ຈາກຖ່ານລິກໄນຕ໌ 1
ໂຄງການ ຊຶ່ງຈະເຮັດໃຫ້ຄວາມອາດສາມາດ ໃນການຜະລິດພະລັງໄຟຟ້າ ເພີ້ມຂຶ້ນ
ຈາກ 3,000 MW ໃນປັດຈຸບັນເປັນຫຼາຍກວ່າ 7,000 MW.

ໂດຍໂຄງການທີ່ຄາດໝາຍວ່າ ຈະກໍ່ສ້າງແລ້ວສຳເລັດພາຍໃນປີ 2014-2015 ກໍປະກອບ
ດ້ວຍເຂື່ອນຫ້ວຍລຳພັນຂະໜາດ 88 MW ໃນແຂວງຫລວງນ້ຳທາ ເຂື່ອນນ້ຳຄານ 2
ຂະໜາດ 130 MW ໃນແຂວງຫລວງພະບາງ ເຂື່ອນເຊນ້ຳນ້ອຍ 1 ຂະໜາດ 15 MW
ເຂື່ອນນ້ຳງຽບ 3A ຂະໜາດ 44 MW ເຂື່ອນນ້ຳກົງ 2 ແລະ ໂຮງຜະລິດກະແສໄຟຟ້າ
ຫົງສາລິກໄນຕ໌ ຂະໜາດ 1,800 MW ໃນແຂວງໄຊຍະບູລີ ສ່ວນທີ່ຈະກໍ່ສ້າງໃຫ້ແລ້ວ
ສຳເລັດ ໃນປີ 2016 ກໍປະກອບດ້ວຍ ເຂື່ອນນ້ຳອູ 5 ຂະໜາດ 240 MW ເຂື່ອນນ້ຳອູ
6 ຂະໜາດ 180 MW ໃນແຂວງຫລວງພະບາງ ແລະ ເຂື່ອນນ້ຳງຽບ 1 ຂະໜາດ 180
MW ໃນແຂວງວຽງຈັນ.

ນອກຈາກນັ້ນ ກໍມີເຂື່ອນເຊຂະໝານ 1 ຂະໜາດ 322 MW ເຂື່ອນນ້ຳອູ ຂະໜາດ 120
MW ເຂື່ອນນ້ຳຄານ 3 ຂະໜາດ 60 MW ຢູ່ໃນແຂວງຫລວງພະບາງ ກໍຈະກໍ່ສ້າງແລ້ວ
ສຳເລັດໃນປີ 2016-2017 ແລະໂຄງການເຂື່ອນໄຊຍະບູລີ ເທິງແນວແມ່ນ້ຳຂອງໃນເຂດ
ແຂວງໄຊຍະບູລີ ຊຶ່ງຈະສາມາດຜະລິດພະລັງໄຟຟ້າໄດ້ເຖິງ 1,280 MW ນັ້ນ ກໍມີ
ກຳນົດ ການກໍ່ສ້າງໃຫ້ແລ້ວສຳເລັດໃນປີ 2019.

XS
SM
MD
LG