ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວໄດ້ຮັບ ການຊ່ວຍເຫຼືອ ຈາກຍີ່ປຸ່ນ ແລະ ທະນາຄານໂລກ ເພີ້ມຂຶ້ນ


ພິທີເຊັນສັນຍາມອບ ການຊ່ວຍເຫລືອຂອງຍີ່ປຸ່ນ ໃຫ້ແກ່ລາວ 32 ລ້ານໂດລາ ໃນໂຄງການພັດທະນາ 3 ໂຄງການ.
ພິທີເຊັນສັນຍາມອບ ການຊ່ວຍເຫລືອຂອງຍີ່ປຸ່ນ ໃຫ້ແກ່ລາວ 32 ລ້ານໂດລາ ໃນໂຄງການພັດທະນາ 3 ໂຄງການ.
ລັດຖະບານລາວໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ
ແລະທະນາຄານໂລກ ເພີ່ມຂຶ້ນ ໃນຂະນະທີ່ທາງການສະຫະ
ລັດກໍຢືນຢັນວ່າ ຈະເພີ່ມມູນຄ່າການຄ້າ ແລະການລົງທຶນໃນ
ລາວໃຫ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ.

ທ່ານນາງ ຈຸນໂກະ ໂຢໂກຕະ ເອກອັກຄະລັດຖະທູດຍີ່ປຸ່ນປະ
ຈໍານະຄອນວຽງຈັນ ແລະທ່ານທອງລຸນ ສີສຸລິດ ຮອງນາຍົກ
ລັດຖະມົນຕີ ແລະລັດຖະມົນຕີວ່າການຕ່າງປະເທດຂອງລາວ
ໄດ້ລົງນາມຮ່ວມກັນ ໃນຂໍ້ຕົກລົງວ່າດ້ວຍການຊ່ວຍເຫຼືອ ໃນ
ມູນຄ່າລວມເຖິງ 3,490 ລ້ານເຢັນຫຼືປະມານ 32 ລ້ານ 2 ແສນ
ໂດລາ ຊຶ່ງລັດຖະບານຍີ່ປຸ່ນໄດ້ຕົກລົງໃຫ້ການຊ່ວຍເຫຼືອແກ່
ລັດຖະບານລາວໃນ 3 ໂຄງການທີ່ສໍາຄັນດ້ວຍກັນ ກໍຄືໂຄງ
ການກໍ່ສ້າງໂຮງງານຜະລິດກະແສໄຟຟ້າຂະໜາດນ້ອຍ ຢູ່ໃນ
ແຂວງຜົ້ງສາລີ ໂຄງການພັດທະນາ ຄຸນນະພາບຊີວິດການເປັນຢູ່ຂອງແມ່ ແລະເດັກໃນ
4 ແຂວງພາກໃຕ້ ແລະໂຄງການພັດທະນາລະບົບຄວບຄຸມການຈະລາຈອນທາງອາກາດ
ຂອງທຸກສະໜາມບິນ ໃນທົ່ວປະເທດລາວ.

ການລົງທຶນໃນຂໍ້ຕົກລົງດັ່ງກ່າວໄດ້ມີຂຶ້ນຢ່າງເປັນທາງການ ໃນອາທິດທີ່ຜ່ານມານີ້ ຢູ່ນະ
ຄອນຫລວງວຽງຈັນ ພາຍໃຕ້ເປົ້າໝາຍທີ່ຈະດໍາເນີນການພັດທະນາເພື່ອຍົກລະດັບຄຸນ
ນະພາບຊີວິດແລະຄວາມເປັນຢູ່ຂອງປະຊາຊົນລາວໃນເຂດຊົນນະບົດໃຫ້ດີຂຶ້ນ ຊຶ່ງຈະ ເຫັນໄດ້ຈາກໂຄງການກໍ່ສ້າງໂຮງງານຜະລິດກະແສໄຟຟ້າຂະ​ໜາດນ້ອຍຢູ່ໃນເຂດ ແຂວງຜົ້ງສາລີ ທີ່ຈະຕ້ອງໃຊ້ເງິນທຶນ ເຖິງ 1,700 ລ້ານເຢັນນັ້ນ ກໍໄດ້ມີການວາງເປົ້າ ໝາຍທີ່ຈະຕອບສະໜອງກະແສໄຟຟ້າໃຫ້ພຽງພໍກັບ ຄວາມຕ້ອງການຂອງປະຊາຊົນ
ທັງໝົດທີ່ອາໄສ ຢູ່ໃນເຂດເມືອງຍອດອູ່ ຊຶ່ງເປັນເມືອງນຶ່ງ ທີ່ມີອັດຕາການຊົມໃຊ້ກະແສ
ໄຟຟ້າ ຕໍ່າທີ່ສຸດໃນລາວ.

ສ່ວນໂຄງການພັດທະນາຄຸນນະພາບຊີວິດການເປັນຢູ່ຂອງແມ່ແລະເດັກ ທີ່ຈະໃຊ້ເງິນ
ທຶນເຖິງ 741 ລ້ານເຢັນນັ້ນ ກໍແນໃສ່ການຍົກລະດັບຄຸນນະພາບຊີວິດດ້ານສາທາລະນະ ສຸກຂອງແມ່ນແລະເດັກໃຫ້ດີຂຶ້ນ ໃນແຂວງຈໍາປາສັກ ສາລະວັນ ເຊກອງ ແລະອັດຕະປື ດ້ວຍການສ້າງສຸກສາລາທີ່ມີເຄື່ອງໄມ້ເຄື່ອງມືທາງການແພດ ແລະສິ່ງອໍານວຍຄວາມ
ສະດວກຕ່າງໆ ທັງສໍາລັບແພດໝໍ ພະຍາບານ ກັບແມ່ແລະເດັກ ຢ່າງຄົບຊຸດ.

ສໍາລັບໂຄງການພັດທະນາລະບົບຄວບຄຸມການຈະລາຈອນທາງອາກາດໃນທຸກສະໜາມ
ບິນທົ່ວປະເທດລາວທີ່ຈະໃຊ້ເງິນທຶນເຖິງ 1,049 ລ້ານເຢັນນັ້ນ ກໍແນໃສ່ການຮັບປະກັນ
ຄວາມປອດໄພໃຫ້ແກ່ການສັນຈອນໄປມາໂດຍທາງເຮືອບິນ ໃຫ້ໄດ້ມາດຕະຖານສາກົນ
ຊຶ່ງຜົນທີ່ຈະຕິດຕາມມາ ກໍຄືຊາວຕ່າງຊາດສາມາດຈະເດີນທາງ ໄປທ່ອງທ່ຽວໃນເຂດ ແຂວງຕ່າງໆຂອງລາວໄດ້ຢ່າງກວ້າງຂວາງຫຼາຍຂຶ້ນ ອັນຈະເປັນອີກແນວທາງນຶ່ງທີ່ຈະ ສ້າງລາຍຮັບຈາກການທ່ອງທ່ຽວ ໃຫ້ກັບປະຊາຊົນໃນຊົນນະບົດໄດ້ເປັນຢ່າງດີ ດັ່ງທີ່ ທ່ານນາງ ຈຸນໂກະ ໂຢໂກຕະ ໄດ້ໃຫ້ການຊີ້ແຈງວ່າ:

ລັດຖະບານຍີ່ປຸ່ນໄດ້ຄໍານຶງເຖິງຄວາມສໍາຄັນຂອງຂະແໜງຄົມມະນາຄົມ-
ຂົນສົ່ງໃນລາວ ໂດຍສະເພາະກໍແມ່ນການຂົນສົ່ງທາງອາກາດ ລັດຖະບານ
ຍີ່ປຸ່ນເຫັນດີ ຊ່ວຍເຫຼືອໃນການປັບປຸງຫ່ວງເຕືອນໄພທາງອາກາດ ພ້ອມທັງ
ຍົກລະດັບອຸບປະກອນເຕືອນໄພທາງດ້ານອາກາດ ເພື່ອເພີ່ມສະມັດຖະພາບ
ແລະປະສິດທິພາບຂອງການບິນ.”


ການຊ່ວຍເຫລືອຂອງສະຫະລັດ ໃນການປຸກໂຮງໝໍຢູ່ເມືອງ ພະໄຊ, ຂອງລາວ
ການຊ່ວຍເຫລືອຂອງສະຫະລັດ ໃນການປຸກໂຮງໝໍຢູ່ເມືອງ ພະໄຊ, ຂອງລາວ

ທາງດ້ານທະນາຄານໂລກ ແລະກະຊວງການເງິນຂອງລາວ
ກໍໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການຊ່ວຍເຫຼືອພັດທະນາ
ດ້ານການຄ້າ ລະຍະທີ 2 ໃນລາວ ໂດຍຈະນໍາໃຊ້ເງິນທຶນ
ເຖິງ 13 ລ້ານໂດລ່າ ເພື່ອພັດທະນາຄວາມອາດສາມາດໃນ
ການແຂ່ງຂັນທາງການຄ້າຕ່າງປະເທດຂອງລາວ ໃຫ້ສູງຂຶ້ນ
ແລະສາມາດເຊື່ອມໂຍງເຂົ້າກັບຕະຫຼາດການຄ້າສາກົນໃຫ້
ໄດ້ຢ່າງແທ້ຈິງ ພາຍໃນປີ 2016 ຫຼັງຈາກທີ່ການດໍາເນີນງານ
ໃນລະຍະທີ່ 1 ໄດ້ປະສົບຜົນສໍາເລັດເປັນຢ່າງດີ ດ້ວຍການ
ທີ່ສາມາດເຮັດໃຫ້ນາໆຊາດ ຍອມຮັບລາວເຂົ້າເປັນສະມາ
ຊິກຂອງອົງການການຄ້າໂລກ ຫຼື WTO ຢ່າງເປັນທາງການ
ໃນທ້າຍປີ 2012 ທີ່ຜ່ານມາ.

ສ່ວນທ່ານນາງ Karen Stewart ເອກອັກຄະລັດຖະທູດສະຫະລັດອະເມຣິກາປະຈໍາລາວ ກໍໄດ້ໃຫ້ການຢືນຢັນໃນໄລຍະດຽວກັນນີ້ວ່າ ທາງການສະຫະລັດຈະຊຸກຍູ້ໃຫ້ການຄ້າລະ
ຫວ່າງສະຫະລັດກັບລາວ ໃຫ້ມີມູນຄ່າເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະພ້ອມກັນນີ້ກໍຍັງຈະສົ່ງ
ເສີມໃຫ້ບັນດາບໍລິສັດເອກກະຊົນຂອງສະຫະລັດ ໃຫ້ເຂົ້າມາລົງທຶນໃນລາວເພີ່ມຂຶ້ນຢ່າງ
ບໍ່ຢຸດຢັ້ງອີກດ້ວຍ.
XS
SM
MD
LG