ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

4 ແຂວງ ພາກໃຕ້ ຂອງລາວ ເສຍຫາຍ ຢ່າງໜັກ ຍ້ອນ ນໍ້າຖ້ວມ


ໄພນໍ້າຖ້ວມແຂວງອັດຕະປື
ໄພນໍ້າຖ້ວມແຂວງອັດຕະປື
ສີ່​ແຂວງ​ພາກ​ໃຕ້​ຂອງ​ລາວ​ກໍາລັງ​ປະ​ເຊີນ​ກັບ​ໄພ​ນໍ້າ​ຖ້ວມ
ຢ່າງ​ກວ້າງຂວາງ ​ໂດຍ​ທີ່​ໜັກໜ່ວງ​ ທີ່​ສຸດ​ນັ້ນກໍ​ແມ່ນ​ແຂວງ​
ຈໍາປາ​ສັກ ຕິດຕາມ​ດ້ວຍ​ແຂວງ​ສາລະ​ວັນ ​ເຊ​ກອງ ​ແລະ​
ແຂວງ​ອັດ​ຕະປື.

ລິງໂດຍກົງ

ທ່ານ ຄໍາ​ແພງ ທ່ຽງ​ວໍ​ລະ​ວົງ ຫົວໜ້າ​ຜະ​ແນ​ກ​ແຮງ​ງານ​ແລະ​ສະ​ວັດ​ດີກາ​ນສັງຄົມ ​ແຂວງ​ຈໍາ ປາ​ສັກ ຖະ​ແຫຼ​ງວ່າ ການ​ທີ່​ມີ​ຝົນຕົກ​ລົງ​ມາ​ຢ່າງ​ຫຼວງ​ຫຼາຍ​ນັບ​ແຕ່​ທ້າຍ​ອາທິດ​ທີ່​ແລ້ວ​ເປັນ​ຕົ້ນ​ ມາ ​ໄດ້​ເຮັດ​ໃຫ້​ເກີດ​ໄພ​ນໍ້າ​ຖ້ວມ​ຢ່າງ​ກວ້າງຂວາງ​ໃນ​ທັງ 10 ​ເມືອງ​ຂອງ​ແຂວງ​ຈໍາປາ​ສັກ ​ໃນ ຂະນະ​ນີ້ ​ແລະ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຫຼາຍ​ກວ່າ 9,760 ຄອບຄົວ ຢູ່​ໃນ​ເຂດ 200 ບ້ານ ທັງ​ຍັງ​ເຮັດ​ໃຫ້​ນາ​ເຂົ້າ​ເສຍ​ຫາຍ​ໄປ​ແລ້ວ​ກວ້າງ​ກວ່າ 1 ໝື່ນ​ເຮັກ​ຕ້າ ​ແລະ​ສັດລ້ຽງ​ຕາຍ​ໄປ​ຫຼາຍ​ພັນ​ຕົວ

​ເຂດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຫຼາຍ​ທີ່​ສຸດ​ນັ້ນ ກໍ​ແມ່ນ​ເມືອງ​ສຸ​ກຸ​ມາ ​ເມືອງ​ຊະນະສົມ​ບູນ ​ແລະ​ເມືອງ​ປະທຸມ​ພອນ ທັງ​ກໍ​ຍັງ​ມີ​ທ່າ​ອຽງ​ທີ່​ຈະ​ຕ້ອງ​ເສຍ​ຫາຍ​ຫຼາຍ​ຂຶ້ນອີກ​ດ້ວຍ ​ເນື່ອງ​ຈາກ​ວ່າ​ລະ ດັບ​ນໍ້າ​ໃນ​ແມ່​ນໍ້າຂອງ​ທີ່​ເພີ່ມ​ສູງ​ຂຶ້ນ​ເກີນ​ລະດັບ​ອັນ​ຕະລາຍ ທີ່ 11 ​ແມັດ ​ເປັນ 11.95 ​ແມັດ ​ແລ້ວ ຊຶ່ງ​ກໍ​ເຊັ່ນ​ດຽວ​ກັນ​ກັບ​ລະດັບ​ນໍ້າ​ໃນ​ແມ່​ນໍ້າ​ເຊ​ໂດນ ທີ່​ສູງ​ຂຶ້ນ​ເກີນ​ກວ່າ​ລະດັບ​ອັນຕະລາຍ ທີ່ 14 ​ແມັດ​ ​ເປັນ 14.7 ​ແມັດ​ແລ້ວ​ໃນ​ເວລາ​ນີ້ ທັງ​ຍັງ​ມີ​ທ່າ​ອຽງ​ທີ່​ຈະ​ເພີ່ມ​ລະດັບ​ສູງ​ຂຶ້ນອີກ ຊຶ່ງ​ກໍ​ຈະ​ເຮັດ​ໃຫ້​ໄພ​ນໍ້າ​ຖ້ວມ​ຮຸນ​ແຮງ​ຂຶ້ນ​ໄປ​ອີກນັ້ນ​ເອງ.



ໄພນໍ້າຖ້ວມແຂວງສາລະວັນ
ໄພນໍ້າຖ້ວມແຂວງສາລະວັນ

ສ່ວນ​ຢູ່​ແຂວງ​ສາລະ​ວັນ​ນັ້ນ ກໍ​ມີ​ລາຍ​ງານ​ວ່າ​ທັງ 8 ​ເມືອງ​
ຂອງ​ແຂວງ ຕ່າງ​ກໍ​ຕ້ອງ​ປະ​ເຊີນ​ກັບ ​ໄພ​ນໍ້າ​ຖ້ວມຢ່າງ​ໜັກ
ໜ່ວງ​ເຊັ່ນ​ດຽວ​ກັນ ​ໂດຍ​ສະ​ເພາະ​ແມ່ນ​ເມືອງ​ຄົງ​ເຊ​ໂດນ​
ນັ້ນ ມີ​ປະຊາຊົນ ​ໄດ້​ຮັບ​ຜົນ​ກະທົບ​ເຖິງ 9,596 ຄອບຄົວ​
ໃນ​ເຂດ 79 ບ້ານ ​ແລະ​ພື້ນ​ທີ່​ການ​ກະ​ເສດ​ເສຍ​ຫາຍ ​ໄປ​
ກວ້າງ​ກວ່າ 12,500 ​ເຮ​ັກຕ້າ ຈຶ່ງ​ນັບ​ເປັນ​ເຂດ​ທີ່​ໄດ້​ຮັບ​
ຜົນ​ກະທົບ​ຮຸນ​ແຮງ​ທີ່​ສຸດ ດັ່ງ​ທີ່​ທ່ານ ຄໍາ​ພຽງ ທໍາ​ມະ​ວົງ ​
ເຈົ້າ​ເມືອງ​ຄົງ​ເຊ​ໂດນ ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

“ນໍ້າ​ນີ້​ມັນ​ຖ້ວມ​ໜັກ​ສົມຄວນ 79 ບ້ານ ນີ້​ກະ​ໄດ້​ປຸກລະດົມ​ຂະ​ບວນການ​ຂອງ​ບັນດາ​ອົງການ ຈັດ​ຕັ້ງ ​ແລ້ວ​ກະຂອງແຂວງ​ແນ່ ​ໂດຍ​ສະ​ເພາະ​ແມ່ນ​ເລື້ອງອາຫານ​ການ​ຢູ່​ການ​ກິນ​ນີ້​ແຫຼະ ​ໂດຍ​ສະ​ເພາະ​ກະ​ແມ່ນ​ນໍ້າ ​ເພາະວ່າ​ນໍ້າ​ນີ້​ຂາດ​ແຄນ​ຫຼາຍ ​ແລ້ວ​ກະ​ຄາດ​ວ່າ​ເຂົ້ານີ້​ມັນ​ຖື​ວ່າ​ເນື້ອ ທີ່ ທີ່​ຖືກ​ຖ້ວມ​ນີ້​ກະ​ສູງ​ທີ່​ສຸດ.”

ນ​ອກຈາກ​ນັ້ນ ກໍ​ຍັງ​ມີ​ເມືອງ​ວາປີ ​ແລະ​ເມືອງ​ສາລະ​ວັນ ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ນໍ້າ​ຖ້ວມ​ຄັ້ງ​ນີ້ ຢ່າງ​ໜັກໜ່ວງ​ເຊັ່ນ​ດຽວ​ກັນ ​ໂດຍ​ມີ​ປະຊາຊົນ​ໃນ​ເຂດ 80 ບ້ານ ​ທີ່​ໄດ້​ຮັບ​ຜົນ​ກະທົບ​ໃນ ຂະນະ​ທີ່​ສະ​ລ້ຽງ​ປາ 300 ກວ່າ​ແຫ່ງ ​ແລະ​ພື້ນ​ທີ່​ການ​ກະ​ເສດ​ກວ້າງ​
ກວ່າ 6,000 ​ເຮັກ​ຕ້າ​ ກໍເສຍ​ຫາຍ​ໄປ​ແລ້ວ ສ່ວນ​ຖະໜົນ​ເລກ 13 ​ໃຕ້ ຢູ່​ເຂດ​ເມືອງ​ຄົງ​
ເຊ​ໂດຍ ກໍ​ຍັງ​ຈົມ​ຢູ່​ໃຕ້​ນໍ້າ ​ແລະ ​ເຮັດ​ໃຫ້​ຫຼາຍ​ພື້ນ​ທີ່​ຖືກ​ຕັດຂາດ​ຈົນ​ເຖິງ​ຂະນະ​ນີ້.

ສໍາລັບ​ຢູ່​ແຂວງ​ເຊ​ກອງ​ນັ້ນ ກໍ​ມີ​ເມືອງ​ກະລຶມ ​ເມືອງ​ທ່າ​ແຕງ ​ແລະ​ເມືອງ​ລະ​ມາ​ມ ທີ່​ໄດ້​
ຮັບຜົນ​ກະທົບ​ຫຼາຍ​ທີ່​ສຸດ ​ໂດຍ​ຈາກ​ຂໍ້​ມູນ​ເບື້ອງ​ຕົ້ນ​ລະບຸ​ວ່າ​ມີ​ປະຊາຊົນ​ຫຼາຍ​ກວ່າ 1,520 ຄອບຄົວ​ໃນ 58 ບ້ານຂອງ​ເມືອງ​ກະລຶມ ທີ່​ໄດ​້ຮັບ​ຜົນ​ກະທົບ ສ່ວນ​ຢູ່​ທີ່​ເມືອງ​
ລະ​ມາ​ມ ​ແລະ​ເມືອງ​ທ່າ​ແຕງ​ນັ້ນ ຍັງ​ຄົງ​ບໍ່​ສາມາດ​ທີ່​ຈະ​ເດີນທາງ​ເຂົ້າ​ໄປ​ເກັບ​ກໍາ​ຂໍ້​ມູນ​
ໃນ​ພື້ນທີ່​ໄດ້ ​ເນື່ອງ​ຈາກ​ລະ ດັບ​ນໍ້າ​ຖ້ວມ​ຍັງ​ສູງ ຊຶ່ງ​ກໍ​ເຊັ່ນ​ດຽວ​ກັນ​ກັບ​ຢູ່​ໃນ​ເຂດ​ແຂວງ​
ອັດ​ຕະປື ທີ່​ລະດັບ​ນນໍ້າ​ໃນ​ແມ່​ນໍ້າ​ເຊ ກອງ​ໄດ້​ສູງ​ຂຶ້ນ​ເກີນ​ລະດັບ​ອັນຕະລາຍ​ທີ່ 15 ​ແມັດ ​ເປັນ 16.4 ​ແມັດ​ແລ້ວ ທັງ​ຍັງ​ມີ​ທ່າ​ອຽງ​ທີ່ ຈະ​ສູງ​ຂຶ້ນອີກ ຈຶ່ງ​ເຮັດ​ໃຫ້​ສາມາດ​ຄາດ​
ໝາຍ​ໄດ້​ວ່າຄວາມ​ເສຍ​ຫາຍ​ທີ່​ຈະ​ເກີດ​ຈາກ​ໄພ​ນໍ້າ​ຖ້ວມ ຄັ້ງ​ນີ້ ​ໃນ​ແຂວງ​ອັດ​ຕະປືນັ້ນ
ຈະ​ຮຸນ​ແຮງ​ຄື​ກັບ​ໃນ​ແຂວງ​ຈໍາປາ​ສັກ​ນັ້ນ​ເອງ.

ກ່ອນໜ້າ​ນີ້ ​ແຂວງ​ອຸດົມ​ໄຊ ກໍ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ນໍ້າ​ຖ້ວມ​ຄັ້ງ​ໃຫຍ່ ​ແລະ​ດິນ​ເຈື່ອນ​ຢູ່​ໃນເຂດ​ເມືອງ​ແບ​ງ ຊຶ່ງ​ນອກຈາກ​ຈະ​ມີ​ປະຊາຊົນ​ລາວ​ເຖິງ 16 ຄົນ​ທີ່​ເສຍ​ຊີ
ວິດ​ໄປ​ໃນ​ໄພ​ທໍາ​ມະ ຊາດ​ຄັ້ງ​ນີ້​ແລ້ວ ຍັງ​ມີ​ເຮືອນ​ຊານ ທີ່ໄຮ່​ທີ່​ນາ ​ແລະ​ຊັບ​ສິນ​ຂອງ​ປະຊາຊົນ ຕະຫຼອດ​ຈົນ​ພື້ນຖານ ​ໂຄງ​ລ່າງ​ຕ່າງໆຂອງ​ສ່ວນ​ລວມ ​ເຊັ່ນ​ຖະໜົນ ​ເສົາ​ໄຟ​ຟ້າ ລະ​ບົບການ​ສື່ສານ​ທາງ​ໂທລະສັບ ຄອງຊົນລະປະທານ ​ແລະ​ອາຄານ​ສະ
ຖານ​ທີ່​ຕ່າງໆ ຂອງ​ລັດຖະບານ​ນັ້ນ ກໍ​ເສຍ​ຫາຍ​ໄປ​ຢ່າງ ຫຼວງ​ຫຼາຍ​ອີກ​ດ້ວຍ.

ທານ​ດ້ານ​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ຂອງ​ກົມ​ອຸຕຸນິຍົມ​ວິທະຍາ ​ແລະ​ອຸ​ທົກ​ກະສາ​ດ ກໍ​ຍອມຮັບ​
ວ່າ​ສະພາວະ​ການ​ຂາດ​ແຄນ​ດ້ານ​ງົບປະມານ ​ເຮັດ​ໃຫ້ການ​ແຈ້ງ​ເຕືອນປະຊາຊົນ​ກ່ຽວ​
ກັບ​ສະພາບ ອາກາດ​ສາມາດ​ປະຕິບັດ​ໄດ້​ຢ່າງ​ຈໍາກັດ ຊຶ່ງ​ຜົນ​ທີ່​ຕິດຕາມ​ມາ ກໍ​ຄື​ປະຊາຊົນ​ໃນ​ຫຼາຍໆ​ພື້ນທີ່ ​ໃນລາວ​ບໍ່​ໄດ້​ຮັບ​ຂໍ້​ມູນ​ຂ່າວສານ​ການ​ພະຍາກອນ​ສະພາບ​
ອາກາດ​ລ່ວງ​ໜ້າ ຈຶ່ງ​ບໍ່​ມີ​ການ​ຕຽມ ພ້ອມ​ເພື່ອ​ຮັບ​ມື​ກັບ​ສະພາບ​ອາກາດ​ທີ່​ເກີດ​ຂຶ້ນ.
XS
SM
MD
LG