ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄວາມໜາແໜັ້ນ ຂອງປ່າໄມ້ ໃນລາວ ຫລຸດລົງ ຈາກ 71 ເປີເຊັນ ເປັນຕ່ຳກວ່າ 40 ເປີເຊັນ


ລັດຖະບານລາວ ໄດ້ຈັດສັນປ່າໄມ້ ໃນ 51 ເຂດ ໃຫ້ເປັນປ່າ ຜະລິດ ຊຶ່ງຄິດເປັນພື້ນທີ່ກວ້າງເຖິງ 3.1 ລ້ານເຮັກຕາ ທົ່ວປະເທດ.
ລັດຖະບານລາວ ໄດ້ຈັດສັນປ່າໄມ້ ໃນ 51 ເຂດ ໃຫ້ເປັນປ່າ ຜະລິດ ຊຶ່ງຄິດເປັນພື້ນທີ່ກວ້າງເຖິງ 3.1 ລ້ານເຮັກຕາ ທົ່ວປະເທດ.

ຄວາມໜາແໜັ້ນຂອງປ່າໄມ້ ໃນລາວລົດຈາກ 71 ເປີເຊັນ ໃນປີ 1960 ລົງມາເປັນຕ່ຳ ກວ່າ 40 ເປີເຊັນ ຂອງເນື້ອທີ່ທັງໝົດ ໃນປີ 2015 ແລະຍງັຈະລົດລົງອີກ ຖ້າຫາກຍັງ ປ່ອຍປະ ໃຫ້ມີການລັກລອບຕັດໄມ້ ຕໍ່ໄປ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກຳ ແລະປ່າໄມ້ ເປີດເຜີຍວ່າ ຄວາມໜາແໜັ້ນ ຂອງ ປ່າໄມ້ໃນລາວ ຍັງຄົງລົດລົງຢ່າງຕໍ່ເນື່ອງ ໂດຍການສຳຫຼວດທີ່ຜ່ານມາ ພົບວ່າ ຄວາມ ໜາແໜ້ນ ຂອງປ່າໄມ້ໃນລາວ ໄດ້ລົດລົງຈາກ 17 ລ້ານເຮັກຕາ ຫຼື 71 ກວ່າເປີເຊັນ ຂອງເນື້ອທີ່ ທັງໝົດ ໃນປີ 1960 ເປັນ 9.4 ລ້ານເຮັກຕາ ຫຼື ຕ່ຳກວ່າ 40 ເປີເຊັນ ຂອງ ເນື້ອທີ່ທັງໝົດໃນປີ 2015. ໂດຍມີສາເສດສຳຄັນ ມາຈາກການລັກລອບຕັດໄມ້ ເກີນ ໂຄວຕ້າ ທີ່ໄດ້ຮັບສຳປະທານ ຈາກທາງການລາວທັງໃນສ່ວນກາງ ແລະທ້ອງຖິ່ນ.

ໂດຍເຖິງແມ່ນວ່າ ລັດຖະບານລາວ ຈະໄດ້ຈັດສັນປ່າໄມ້ໃນ 51 ເຂດ ໃຫ້ເປັນປ່າຜະລິດ ຊຶ່ງຄິດເປັນພື້ນທີ່ກວ້າງເຖິງ 3.1 ລ້ານເຮັກຕາ ທົ່ວປະເທດ ແລະໄດ້ມອບໝາຍໃຫ້ປະຊາ ຊົນໃນ 442 ພື້ນທີ່ ເປັນພາກສ່ວນທີ່ຮັບຜິດຊອບ ໃນການຄຸ້ມຄອງ ແລະເກັບເອົາຜົນປະ ໂຫຍດຮ່ວມກັນ ອັນຖືເປັນພາກສ່ວນໜຶ່ງ ໃນແຜນການເພີ້ມອັດຕາ ຄວາມໜາແໜ້ນ ຂອງສະພາບປ່າໄມ້ ໃຫ້ໄດ້ເຖິງ 65 ເປີເຊັນ ແລະ 70 ເປີເຊັນ ຂອງພື້ນທີ່ທັງໝົດໃນປີ 2015 ແລະປີ 2020 ຕາມລຳດັບກໍຕາມ.

ລັດຖະບານລາວ ໄດ້ອະນຸຍາດໃຫ້ສຳປະທານທີ່ດິນ ເພື່ອປູກພືດເສດຖະກິດຕ່າງໆ ເຊັ່ນ ຢາງພາລາ ຢູຄາລິບຕັສ ອ້ອຍ ສາລີ ແລະ ມັນຕົ້ນ ຄິດເປັນພື້ນທີ່ລວມກັນກວ້າງກວ່າ 570,000 ເຮັກຕາ.
ລັດຖະບານລາວ ໄດ້ອະນຸຍາດໃຫ້ສຳປະທານທີ່ດິນ ເພື່ອປູກພືດເສດຖະກິດຕ່າງໆ ເຊັ່ນ ຢາງພາລາ ຢູຄາລິບຕັສ ອ້ອຍ ສາລີ ແລະ ມັນຕົ້ນ ຄິດເປັນພື້ນທີ່ລວມກັນກວ້າງກວ່າ 570,000 ເຮັກຕາ.

​ແຕ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ກໍຍອມຮັບວ່າ ເປັນການຍາກຢ່າງຍິ່ງ ທີ່ຈະສາມາດບັນລຸ ເປົ້າໝາຍດັ່ງກ່າວໄດ້ ຢ່າງແທ້ຈິງ ເນື່ອງຈາກວ່າ ປ່າໄມ້ຢູ່ໃນເຂດປ່າສະຫງວນແຫ່ງຊາດ ໄດ້ລົດຄວາມໜາແໜ້ນລົງ ຢ່າງຫຼວງຫຼາຍ ໃນລະຍະ 15 ປີມານີ້.

ໂດຍເປັນຜົນມາຈາກ ການລັກລອບຕັດໄມ້ ໃນເຂດປ່າສະຫງວນ ແຫ່ງຊາດຢ່າງກວ້າງ ຂວາງ ຊຶ່ງກໍເຮັດໃຫ້ປ່າໄມ້ ທີ່ຢູ່ໃນຄວາມຮັບຜິດຊອບ ຂອງກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ທຳມະຊາດຂອງລາວ ຍັງຄົງເຫຼືອຢູ່ພຽງ 4 ລ້ານເຮັກຕາ ຫຼື ຄິດເປັນພຽງ 16 ເປີເຊັນ ຂອງເນື້ອທີ່ທັງໝົດເທົ່ານັ້ນ ໂດຍສາເຫດທີ່ເຮັດໃຫ້ການລັກລອບຕັດໄມ້ ສາມາດ ດຳເນີນການໄດ້ ຢ່າງກວ້າງຂວາງ ກໍເພາະວ່າ ມີຜູ້ບໍລິຫານ ຂັ້ນສູງໃນລັດຖະບານ ໄດ້ເຂົ້າ ໄປມີຜົນປະໂຫຍດ ຮ່ວມດ້ວຍ ນັ້ນເອງ.

ການກວດສອບ ເຂດສຳປະທານຫຼາຍກວ່າ 200 ພື້ນທີ່ ໃນທົ່ວປະເທດ ຍັງພົບວ່າ ໄດ້ມີການລ່ວງລ້ຳເຂົ້າໄປລັກລອບ ຕັດໄມ້ຢູ່ໃນເຂດປ່າສະຫງວນ ແລະເຂດປ່າປ້ອງກັນ ຂອງລັດຖະບານ ລາວ ທັງໃນລະດັບທ້ອງຖິ່ນ ແລະຂັ້ນສູນກາງ ຢ່າງກວ້າງຂວາງ.
ການກວດສອບ ເຂດສຳປະທານຫຼາຍກວ່າ 200 ພື້ນທີ່ ໃນທົ່ວປະເທດ ຍັງພົບວ່າ ໄດ້ມີການລ່ວງລ້ຳເຂົ້າໄປລັກລອບ ຕັດໄມ້ຢູ່ໃນເຂດປ່າສະຫງວນ ແລະເຂດປ່າປ້ອງກັນ ຂອງລັດຖະບານ ລາວ ທັງໃນລະດັບທ້ອງຖິ່ນ ແລະຂັ້ນສູນກາງ ຢ່າງກວ້າງຂວາງ.

ຍິ່ງໄປກວ່ານັ້ນ ຈາກການກວດສອບ ເຂດສຳປະທານຫຼາຍກວ່າ 200 ພື້ນທີ່ ໃນທົ່ວປະ ເທດ ຍັງພົບວ່າ ໄດ້ມີການລ່ວງລ້ຳເຂົ້າໄປລັກລອບ ຕັດໄມ້ຢູ່ໃນເຂດປ່າສະຫງວນ ແລະເຂດປ່າປ້ອງກັນ ຂອງລັດຖະບານ ລາວ ທັງໃນລະດັບທ້ອງຖິ່ນ ແລະຂັ້ນສູນກາງ ຢ່າງກວ້າງຂວາງ ອີກດ້ວຍ.

ໂດຍອີງຕາມຂໍ້ມູນຂອງກະຊວງແຜນການ ແລະການລົງທຶນ ລະບຸວ່າ ລັດຖະບານລາວ ໄດ້ອະນຸຍາດໃຫ້ສຳປະທານທີ່ດິນ ເພື່ອປູກພືດເສດຖະກິດຕ່າງໆ ເຊັ່ນ ຢາງພາລາ ຢູຄາລິບຕັສ ອ້ອຍ ສາລີ ແລະ ມັນຕົ້ນ ຄິດເປັນພື້ນທີ່ລວມກັນກວ້າງກວ່າ 570,000 ເຮັກຕາ ຫາກແຕ່ ຈາກການກວດສອບໃນພາກຕົວຈິງ ພົບວ່າ ໄດ້ມີການບຸກລຸກເຂົ້າໄປ ລັກລອບຕັດໄມ້ໃນເຂດປ່າສະຫງວນ ແລະປ່າປ້ອງກັນຂອງລັດຖະບານ ຄິດເປັນພື້ນທີ່ ກວ້າງກວ່າ 1 ລ້ານເຮັກຕາແລ້ວ ໃນປັດຈຸບັນ.

ໃນແຜນການປີ 2014-2015 ລັດຖະລານລາວ ອະນຸມັດໂຄວຕາ ການຕັດໄມ້ຄິດເປັນ ປະລິມານລວມ 1 ລ້ານກວ່າແມັດກ້ອນ ແຕ່ລັດຖະບານ ກໍມີລາຍຮັບຈາກພາສີການສົ່ງ ໄມ້ໄປຕ່າງປະເທດ ພຽງ 20 ລ້ານໂດລາເທົ່ານັ້ນ. ໂດຍມີສາເຫດມາຈາກ ການປະຕິບັດ ໜ້າທີ່ຂອງພະນັກງານລັດ ທີ່ເຫັນຜົນປະໂຫຍດສ່ວນຕົວ ເປັນສຳຄັນ ດັ່ງເຈົ້າໜ້າທີ່ຂັ້ນສູງ ໃນຄະນະກຳມະການກວດກາແຫ່ງລັດ ໄດ້ໃຫ້ການຢືນຢັນວ່າ:

“ໄມ້ພວກເຮົານີ້ ຂຸດຄົ້ນອອກ ເປັນຈຳນວນມະຫາສານທີ່ສຸດ ແຕ່ວ່າລາຍຮັບຈາກການ ຂາຍໄມ້ນີ້ ກໍບໍ່ໄດ້ພໍເທົ່າໃດ ໄມ້ແມັດກ້ອນໜຶ່ງ ທີ່ພວກເຮົາຂາຍ ແມ່ນຈະຢູ່ໃນລະດັບ 50 ຫາ 60 ຫຼຽນຕໍ່ແມັດກ້ອນ 50 ຫາ 60 ຫຼຽນນີ້ ໄດ້ເບິ່ງປ່າໄມ້ຂອງພວກເຮົາ ທີ່ຖືກ ບຸກລຸກທຳລາຍນັ້ນ ເປັນຈຳນວນມະຫາສານ ອັນນີ້ນິ ມັນສວນທາງກັນກັບ ການພັດ ທະນາແບບຍືນຍົງ.”

ເຈົາໜ້າທີ່ຂັ້ນສູງ ໃນຄະນະກຳມະການກວດກາແຫ່ງລັດ ບອກວ່າ ການປະເມີນດັ່ງກ່າວ ຖືເປັນການປະເມີນລາຄາໄມ້ ທີ່ຕ່ຳກວ່າຄວາມເປັນຈິງ ໃນອັດຕາສະເລ່ຍເຖິງ 50 ເປີເຊັນ ຊຶ່ງກໍເປັນຜົນເຮັດໃຫ້ລັດຖະບານລາວ ຕ້ອງສູນເສຍຜົນປະໂຫຍດ ຄິດເປັນມູນຄ່າ ຫຼາຍ ຕື້ກີບ ໃນແຕ່ລະປີ.

XS
SM
MD
LG