ລິ້ງ ສຳຫລັບເຂົ້າຫາ

ລາວ ປະເຊີນກັບ ການກົດດັນ ໃຫ້ໂຈະ ການສ້າງເຂື່ອນ ດອນສະໂຮງ


ຜູ້ຊາຍຄົນນຶ່ງ ກຳລັງຫວ່ານແຫ ໃກ້ໆແຄມຝັ່ງແມ່ນ້ຳຂອງ ໃນນະຄອນຫຼວງພະນົມເປັນ

ຜູ້ຊາຍຄົນນຶ່ງ ກຳລັງຫວ່ານແຫ ໃກ້ໆແຄມຝັ່ງແມ່ນ້ຳຂອງ ໃນນະຄອນຫຼວງພະນົມເປັນ

ລາວ ພວມໄດ້ຮັບຄວາມກົດດັນເພີ້ມຂຶ້ນ ເພື່ອໃຫ້ເລື່ອນເວລາ
ໃນການກໍ່ສ້າງເຂື່ອນ ທີ່ມີຄວາມແຮງ 260 ເມກາວັດ ໃນເຂດ
ລຸ່ມແມ່ນ້ຳຂອງທາງພາກໃຕ້ຂອງລາວ ຍ້ອນມີຄວາມເປັນຫ່ວງ
ກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ແລະຕໍ່ສັງຄົມ. ດັ່ງທີ່ Ron
Corben ຜູ້ສື່ຂ່າວວີໂອເອລາຍງານມາຈາກບາງກອກ ກໍແມ່ນ
ວ່າ ການປະຊຸມກັນຢູ່ລາວໃນອາທິດແລ້ວນີ້ແມ່ນຍັງສືບຕໍ່ເນັ້ນ
ໃຫ້ເຫັນເຖິງການໂຕ້ຖຽງກັນຢ່າງຮຸນແຮງ ກ່ຽວກັບໂຄງການດັ່ງ
ກ່າວ ດັ່ງໄພສານ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນ
ອັນດັບຕໍ່ໄປ.

ບັນດາປະເທດສະມາຊິກ ຂອງກຸ່ມເພື່ອນມິດ ເຂດລຸ່ມແມ່ນ້ຳ
ຂອງພ້ອມໆກັນກັບບັນດາປະເທດຕ່າງໆຢູ່ໃນຂົງເຂດໄດ້ປະຊຸມກັນເປັນເທື່ອທຳອິດໃນ ສັບປະດາແລ້ວນີ້ ນັບຕັ້ງແຕ່ກຸ່ມດັ່ງກ່າວ ໄດ້ຖືກສ້າງຕັ້ງຂຶ້ນມາໃນປີ 2009 ຊຶ່ງເປັນຂີດ ໝາຍຂອງບາດກ້າວໃໝ່ ໃນການກົດດັນທາງການທູດຕໍ່ລັດຖະບານລາວເພື່ອໃຫ້ເລື່ອນ ເວລາ ຫລືໂຈະການກໍ່ສ້າງເຂື່ອນດອນສະ​ໂຮງໄວ້ກ່ອນ.

ໂຄງການທີ່ມີມູນຄ່າ 600 ລ້ານໂດລາ ໃນເຂດສີ່ພັນດອນທາງພາກໃຕ້ຂອງລາວດັ່ງກ່າວ ນີ້ແມ່ນຢູ່ຫ່າງຈາກຊາຍແດນກຳປູເຈຍ ບໍ່ຮອດ 2 ຫລັກກິໂລແມັດ. ມັນຈະຜະລິດກະແສ ໄຟຟ້າທີ່ສຳຄັນ ເພື່ອຂັບດັນ ການເຕີບໂຕ ຢູ່ໃນຂົງເຂດ ແຕ່ບັນດາກຸ່ມປົກປ້ອງສະພາບ ແວດລ້ອມແລະລັດຖະບານຂອງປະເທດເພື່ອນບ້ານມີຄວາມເປັນຫ່ວງກັງວົນວ່າ ເຂື່ອນ ດັ່ງກ່າວຈະສ້າງຄວາມເສຍຫາຍໃຫ້ແກ່ລະບົບນິເວດທີ່ມີຄວາມສຳຄັນຢ່າງ​ຍິ່ງຕໍ່ການດຳ ລົງຊີວິດຂອງປະຊາຊົນຫຼາຍໆລ້ານຄົນ ຢູ່ໃນເຂດເອເຊຍຕາເວັນອອກສຽງໃຕ້.

ເຂື່ອນດອນສະໂຮງ ຈະເປັນເຂື່ອນທີສອງທີ່ໄດ້ມີການສະເໜີໃຫ້ສ້າງຢູ່ໃນເຂດລຸ່ມແມ່ນ້ຳ ຂອງ ຫລັງຈາກເຂື່ອນໄຊຍະບູລີທີ່ມີມູນຄ່າ 3 ພັນ 800 ລ້ານໂດລາ ຢູ່ໃນພາກເໜືອຂອງ
ລາວ ຊຶ່ງໃນເວລານີ້ກໍກຳລັງມີການອະພິປາຍກັນແລະເປັນບັນຫາໂຕ້ແຍ້ງກ່ຽວກັບຄວາມ ເປັນໄປໄດ້ໃນການທີ່ຈະສົ່ງຜົນກະທົບຕໍ່ສິ່ງແວດລ້ອມ.

ລັດຖະບານລາວໄດ້ຕົກລົງໃຫ້ເວລາ 6 ເດືອນເພື່ອປຶກສາຫາລືກັບບັນດາປະເທດຕ່າງໆ ຢູ່ໃນຂົງເຂດກ່ຽວກັບເຂື່ອນດອນສະໂຮງແຕ່ການປຶກສາຫາລືເຫຼົ່ານີ້ໄດ້ມ້ວນທ້າຍລົງໃນ ເດືອນມັງກອນຜ່ານມາ ແລະເຈົ້າໜ້າທີ່ລາວ ໄດ້ສະແດງຮ່ອງຮອຍ ໃຫ້ເຫັນວ່າ ຕົນພ້ອມ
ແລ້ວ ທີ່ຈະເລີ້ມການກໍ່ສ້າງໃນໄວໆນີ້ທັງໆທີ່ຍັງມີຄວາມວິຕົກກັງວົນຈາກກຸ່ມຕ່າງໆທີ່ເວົ້າ
ວ່າ ເຂື່ອນດອນສະໂຮງ ຄວນຈະມີການສຶກສາເພີ້ມຕື່ມອີກ.

ການປະຊຸມ ຂອງບັນດາປະເທດເພື່ອນມິດ ເຂດລຸ່ມແມ່ນ້ຳຂອງ ທີ່ປະກອບດ້ວຍ Aus-
tralia , New Zealand ສະຫະພາບຢູໂຣບ ຍີ່ປຸ່ນ ສາທາລະນະລັດເກົາຫຼີ ທະນາຄານ ພັດທະນາເອເຊຍ ທະນາຄານໂລກ ທີ່ເມືອງປາກເຊໃນ ພາກໃຕ້ຂອງລາວ ແມ່ນໄດ້ສຸມ ໃສ່ບັນຫາຕ່າງໆກ່ຽວກັບເລື້ອງແຫລ່ງນ້ຳ ຄວາມຕ້ອງການດ້ານພະລັງງານ ແລະຄວາມ ໝັ້ນຄົງດ້ານອາຫານ.

ທ່ານ Carl Thayer ອາຈານສອນດ້ານລັດຖະສາດ ທີ່ມະຫາວິທະຍາໄລ New South Wales ຂອງ Australia ກ່າວວ່າ ​ເບິ່ງ​ຄື​ວ່າ ການປະຊຸມກັນພາຍໃຕ້ການນຳພາຂອງສະ ຫະລັດ ແມ່ນແນໃສ່​ ເພື່ອບອກໃຫ້ລາວ ທົບທວນຄືນໃໝ່ ກ່ຽວກັບໂຄງການ ສ້າງເຂື່ອນ ດອນສະໂຮງ.

ທ່ານ Thayer ເວົ້າວ່າ “ຂ້າພະເຈົ້າຄິດວ່າ ມັນແມ່ນບັນດາປະເທດ ເພື່ອນມິດເຂດ ລຸ່ມແມ່ນ້ຳຂອງແລະການຈັດແຈງທາງດ້ານການທູດຍ້ອນວ່າເຂື່ອນດອນສະໂຮງ ແມ່ນບໍ່ແພງທໍ່ກັນກັບເຂື່ອນໄຊຍະບູລີ ມັນເປັນເບຍຈອກນ້ອຍໆແລະຜົນກະທົບ ຂອງມັນອາດຈະໃຫຍ່ມະຫາສານ. ດັ່ງນັ້ນ ມັນຈຶ່ງເປັນການງ່າຍຂຶ້ນ ໃນອີກດ້ານ
ນຶ່ງ ສຳລັບລາວທີ່ຈະຍົກເລີກກ່ຽວກັບສິ່ງໃດສິ່ງນຶ່ງທີ່ນ້ອຍໆແລະສຸມໃສ່ແຕ່ບ່ອນ ທີ່ມີເງິນຫຼວງຫຼາຍ ຖ້າມັນຈະກາຍເປັນບັນຫາສຳຄັນທາງດ້ານການເມືອງ.”

ທ່ານ Thayer ກ່າວວ່າ ທັງກຳປູເຈຍແລະຫວຽດນາມຕ່າງກໍໄດ້ວິ່ງເຕັ້ນຢ່າງແຂງຂັນເພື່ອ ໃຫ້ມີການທົບທວນຄືນໃໝ່ກ່ຽວກັບໂຄງການສ້າງເຂື່ອນດັ່ງກ່າວ ທີ່ອາດມີຜົນກະທົບຢ່າງ ຮ້າຍແຮງຕໍ່ການຫາປາແລະການໄຫລຂອງນ້ຳນັ້ນ.

ພວກນັກວິທະຍາສາດກ່າວວ່າ ເຂື່ອນດັ່ງກ່າວນີ້ ຈະຕັນຮູສຳຄັນ ຂອງແມ່ນ້ຳຂອງ ຊຶ່ງຈະ ຂັດຂວາງຕໍ່ການຂຶ້ນລ່ອງໄປມາຂອງປາ ໃນລະຫວ່າງລະດູແລ້ງ ແລະເປັນໄພຂົ່ມຂູ່ຕໍ່ປາ ຂ່າຫຼືປາໂດຟິນນ້ຳຈືດທີ່ໃກ້ຈະສູນພັນ. ທ່ານ Sorya Sim ຜູ້ອຳນວຍການສະຖາບັນປະ ຊາທິປະໄຕກຳປູເຈຍ ເວົ້າວ່າ ການພົວພັນຂອງນາໆຊາດ ເຂົ້າໃນຂັ້ນຕອນ ການຕັດສິນ
ໃຈ ແມ່ນມີຄວາມຈຳເປັນ ທັງນີ້ກໍຍ້ອນ ເຂື່ອນດັ່ງກ່າວ ຈະມີຜົນກະທົບຕໍ່ແມ່ນ້ຳຂອງ ໃນ ຂະນະທີ່ມັນໄຫລຜ່ານປະເທດອື່ນໆ.

ທ່ານ Sorya ເວົ້າວ່າ “ການສ້າງເຂື່ອນ ບໍ່ແມ່ນບັນຫາ ຂອງແຕ່ພຽງປະເທດໃດນຶ່ງ. ມັນພົວພັນກັບຂົງເຂດແລະກ່ຽວກັບສິດທິມະນຸດ ສະພາບແວດລ້ອມ ເສດຖະກິດ ແລະວັດທະນະທຳ. ດັ່ງນັ້ນ ມັນຈຶ່ງເປັນຄວາມຄິດທີ່ດີ ທີ່ຈະມີຂໍ້​ມູນ​ຂອງນາໆຊາດ ບໍ່ວ່າຈະເປັນຂອງອາເມຣິກັນ ສະຫະພາບຢູໂຣບຫລືເອເຊຍ ບໍ່ມີບັນຫາ ຕາບໃດ ທີ່ທ່ານມີຂໍ້ມູນຕື່ມຂຶ້ນ ຕະຫລອດທັງໂຄງສ້າງທາງດ້ານການເມືອງແລະທາງດ້ານ ກົດໝາຍຢູ່ທີ່ນັ້ນ ເວລາໃດທີ່ພ້ອມແລ້ວ ຈະດຳເນີນການໄປໜ້າ.”

ແຕ່ພວກນັກວິທະຍາສາດທີ່ວ່າຈ້າງໂດຍບໍລິສັດສ້າງເຂື່ອນຄືບໍລິສັດ Mega First ຂອງ ມາເລເຊຍບໍ່ໄດ້ໃຫ້ຄວາມສຳຄັນຕໍ່ການສະແດງຄວາມເປັນຫ່ວງກັງວົນຂອງກຸ່ມປົກປ້ອງ ສະພາບແວດລ້ອມຕ່າງໆ ຮວມທັງຄວາມຢ້ານກົວຂອງຫວຽດນາມທີ່ວ່າມັນອາດສາມາດ ເຮັດໃຫ້ຄວາມ​ເຄັມ​ຂອງນ້ຳຂອງ ໃນບໍລິເວນສາມຫຼ່ຽມປາກແມ່ນ້ຳຂອງນັ້ນ ຮ້າຍແຮງຂຶ້ນ
ຕື່ມ ຍ້ອນ​ນ້ຳ​ທະ​ເລ​ໄຫລ​ເຂົ້າ​ມາ​ຫລາຍ​ຂຶ້ນ.

ທ່ານນາງພຽນພອນ ດີເທສ ຜູ້ປະສານງານໃນການປຸກລະດົມຢູ່ໄທ ຂອງອົງການແມ່ນ້ຳ ສາກົນ ຫລື International Rivers ທີ່ມີສຳນັກງານ ຢູ່ໃນສະຫະລັດ ກ່າວວ່າ ເປັນທີ່ປາ ກົດວ່າ ຂັ້ນຕອນຂອງການປຶກສາຫາລື ທີ່ກຳກັບໂດຍອົງການແມ່ນ້ຳຂອງສາກົນຊຶ່ງເປັນ ອົງການຈັດຕັ້ງລະຫວ່າງລັດຖະບານນັ້ນ ໄດ້ແຕກຫັກລົງ ຊຶ່ງເຮັດໃຫ້ມີໂອກາດໜ້ອຍລົງ ທີ່ບັນດາປະເທດທີ່ໄດ້ຮັບຜົນກະທົບ ຈະ​ເຫັນ​ດີ​ເຫັນ​ພ້ອມ​ນຳ ການສ້າງເຂື່ອນດັ່ງກ່າວ.

ທ່ານນາງພຽນພອນ ເວົ້າວ່າ “ເຖິງແມ່ນວ່າ ລັດຖະບານ ຂອງອີກ 3 ປະເທດ ບໍ່ໄດ້ ເຫັນພ້ອມນຳຢ່າງແທ້ຈິງ ກັບໂຄງການດັ່ງກ່າວ ແຕ່ລັດຖະບານລາວແມ່ນຍັງຢືນ ຢັດວ່າຕົນມີສິດທິອະໄທປະໄຕທີ່ຈະພັດທະນາໂຄງການນີ້ແລະສິ່ງສຳຄັນກໍແມ່ນ
ວ່າ ຜົນກະທົບຂ້າມຊາຍແດນ ແມ່ນບໍ່ໄດ້ຮັບການເອົາຫົວຊາເລີຍ. ດັ່ງນັ້ນ ແມ່ນ
ໃຜເປັນຜູ້ໄດ້ຮັບຄວາມເສຍຫາຍ ມັນແມ່ນປະຊາຊົນຫລາຍລ້ານຄົນ ທີ່ວິຖີຊີວິດ ເຂົາເຈົ້າກາງຕໍ່ຊັບພະຍາກອນຕ່າງໆໃນລຳແມ່ນ້ຳຂອງນັ້ນ ເປັນສ່ວນໃຫຍ່.”

ບັນດາປະເທດເພື່ອນມິດໃນເຂດລຸ່ມແມ່ນ້ຳຂອງກ່າວວ່າ ພວມມີການດຳເນີນຂໍ້ລິເລີ້ມໃໝ່ ເພື່ອຊຸກຍູ້ການຜະລິດພະລັງງານແບບຍືນຍົງ ຮວມທັງແຫຼ່ງທາງເລືອກ ແລະການໃຫ້ເງິນ ສະໜັບສະໜຸນ ເພື່ອການສຶກສາຄົ້ນຄວ້າກ່ຽວກັບຜົນກະທົບຈາກເຂື່ອນໄຟຟ້າພະລັງນ້ຳ ທີ່ມີຕໍ່ປະຊາຄົມຕ່າງໆແລະສິ່ງແວດລ້ອມ ແລະໃຫ້ການສະໜັບສະໜຸນ ຕໍ່ການພັດທະນາ ຕາໜ່າງສົ່ງ​ກະ​ແສໄຟຟ້າແຫ່ງຊາດຂອງລາວ.

ຄວາມເຫັນຂອງທ່ານ

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG