ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວປະເຊີນກັບ ບັນຫາການຂາດດຸນ ການຄ້າຕ່າງປະເທດ ເກືອບ 900 ລ້ານດອນລາ


ງານວາງສະແດງ ສິນຄ້າພາຍໃນປະເທດ ເພື່ອພັດທະນາ ການສົ່ງອອກ ຂອງສິນຄ້າຂອງລາວ.
ງານວາງສະແດງ ສິນຄ້າພາຍໃນປະເທດ ເພື່ອພັດທະນາ ການສົ່ງອອກ ຂອງສິນຄ້າຂອງລາວ.
ລາວປະເຊີນກັບ ບັນຫາ ການຂາດດຸນ ການຄ້າຕ່າງປະເທດ
ເກືອບ 900 ລ້ານດອນລ້າ ໃນຊ່ວງ 6 ເດືອນທຳອິດຂອງແຜນ
ການປີ 2013-2014 ນີ້ ໂດຍເກີນກວ່າ ລະດັບຄາດໝາຍ
ຕະຫຼອດ ແຜນການປີແລ້ວ ເກືອບ 63 ເປີເຊັນ.


ທ່ານ​ສົມ​ດີ ດວງ​ດີ ລັດຖະມົນຕີ​ວ່າການ​ກະຊວງ​ແຜນການ ​ແລະ​ການ​ລົງ​ທຶນ ຖະແຫຼງ
ຢືນຢັນ​ວ່າ ການ​ຄ້າ​ຕ່າງປະ​ເທດ​ຂອງ​ລາວ​ ໃນ​ລະຍະ 6 ​ເດືອນ​ທຳ​ອິດ ຂອງ​ແຜນການ​
ປະຈຳ​ປີ 2013-2014 ນີ້​ມີ​ມູນ​ຄ່າ ລວມ​ເກີນ​ກວ່າ 3,065 ລ້ານ​ດອນ​ລາ ​ໂດຍ​ເພີ້​ມຂຶ້ນ​
ເຖິງ 50​.17 ​ເປີ​ເຊັນ ​ເມື່ອ​ທຽບ​ກັບ​ລະຍະດຽວ​ກັນ ​ໃນ​ແຜນການ​ປີ​ກາຍ.

ທັງ​ນີ້​ໂດຍ​ລາວ ຍັງ​ຕ້ອງ​ປະ​ເຊີນ​ກັບ ​ບັນຫາ​ຂາດ​ດຸ​ນການ​ຄ້າ ​ຕ່າງປະ​ເທດຫຼາຍຂຶ້ນ ເນື່ອງ​
ຈາກ​ການ​ສົ່ງ​ສິນຄ້າ​ອອກ​ຂອງ​ລາວ ​ໃນ​ລະຍະ ດັ່ງ​ກ່າວ​ນີ້ ມີ​ມູນ​ຄ່າ​ລວມ 1,101 ລ້ານ
​ດອນ​ລາ ​ແຕ່​ກໍ​ໄດ້​ນຳ​ເຂົ້າ ສິນຄ້າ​ຈາກ​ຕ່າງປະ​ເທດ ຄິດ​ເປັນ​ມູນ​ຄ່າ​ລວມ​ເຖິງ 2,000 ລ້ານ
ດອນ​ລາ ຈຶ່ງ​ເຮັດ​ໃຫ້​ລາວ​ ຕ້ອງ​ປະ​ເຊີນ​ກັບ​ ການ​ຂາດ​ດຸນ​ການ​ຄ້າ​ ຕ່າງປະ​ເທດແລ້ວ ຄິດ
​ເປັນມູນ​ຄ່າ​ເຖິງ 899 ລ້ານ​ດອນ​ລາ ທັງ​ຍັງ​ຖື​ເປັນ​ ການ​ຂາດ​ດຸນ​ການ​ຄ້າ ​ທີ່​ເກີນ​ກວ່າ​ລະດັບ​
ຄາດໝາຍ​ ຕະຫຼອດ​ແຜນການ​ ປີ​ແລ້ວ​ເຖິງ 62.8 ​ເປີ​ເຊັນ​ອີກ​ດ້ວຍ.

ທັງ​ນີ້​ກໍ​ເນື່ອງ​ຈາກ​ວ່າ ລັດຖະບານ​ລາວ​ ​ໄດ້​ວາງ​ເປົ້າໝາຍ​ ທີ່​ຈະ​ຊຸກຍູ້​ການ​ສົ່ງ​ສິນ​ຄ້າ​ອອກໄປ
​ຕ່າງປະ​ເທດ ​ໃຫ້​ໄດ້​ໃນ​ມູນ​ຄ່າ​ລວມບໍ່​ນ້ອຍ​ກວ່າ 2,178 ລ້ານດອນ​ລາ ​ແລະ ຄວບ​ຄຸມການ​
ນຳ​ສິນຄ້າ​ເຂົ້າ ຈາກ​ຕ່າງປະ​ເທດ ​ໃຫ້​ຢູ່​ໃນ​ມູນ​ຄ່າ​ລວມບໍ່​ເກີ​ນ 2,730 ລ້ານ​ດອນ​ລາ ​ໃນ​
ຕະຫຼອດປີ 2013-2014 ນີ້ ຊຶ່ງ​ຈະ​ເຮັດ​ໃຫ້​ລາວ​ຂາດ​ດຸນ ການ​ຄ້າ​ຕ່າງປະ​ເທດ ​ໃນ​ມູນຄ່າ
​ລວມພຽງ​ບໍ່​ເກີນ 552 ລ້ານ​ດອນ​ລາ​ເທົ່າ​ນັ້ນ.

ຫາກ​ແຕ່​ວ່າ ​ໃນ​ສະພາບ​ການ​ ທີ່​ເປັນ​ຈິງ​ນັ້ນ ຄົງ​ຈະ​ເປັນ​ການ​ຍາກ ທີ່​ລັດຖະບານ​ລາວຈະ​
ສາມາດ ປະຕິບັດ​ໄດ້​ ຕາມ​ແຜນການ​ດັ່ງກ່າວ ​ເນື່ອງຈາກ​ວ່າ​ໃນ​ລະຍະ 6 ​ເດືອນ​ທຳ​ອິດ
​ຂອງ​ແຜນການ​ປີ 2013-2014 ລາວ​ກໍ​ຕ້ອງ​ປະ​ເຊີນ​ກັບ​ ການ​ຂາດ​ດຸນ ການ​ຄ້າ​ຕ່າງປະ​ເທດ​
ໄປ​ແລ້ວ​ ເກືອບ​ເຖິງ 900 ລ້ານ​ດອນ​ລາ​ດັ່ງກ່າວ​ ຍິ່ງ​ໄປ​ກວ່ານັ້ນ ລັດຖະບານ​ລາວ​ ກໍ​ຍັງ​ບໍ່​
ສາມາດ​ ຈັດຕັ້ງປະຕິບັດ​ ການ​ຄ້າ​ຕ່າງປະ​ເທດ​ ໄດ້ຕາມແຜນການ​ ທີ່​ວາງ​ໄວ້​ເລີຍ.
ການ​ນຳຍານພາຫະນະ​ໃໝ່ ມາຈົດ​ທະບຽນ​ຈຳນວນ 66,499 ຄັນ ຂອງຕ່າງປະເທດ ເຮັດ​ໃຫ້​ ມີ​ຍານພາຫະນະ ຫຼາຍກວ່າ 1 ລ້ານ 5 ​ແສນ ຄັນ​ແລ້ວ ໃນທົ່ວ​ປະ​ເທດລາວ.
ການ​ນຳຍານພາຫະນະ​ໃໝ່ ມາຈົດ​ທະບຽນ​ຈຳນວນ 66,499 ຄັນ ຂອງຕ່າງປະເທດ ເຮັດ​ໃຫ້​ ມີ​ຍານພາຫະນະ ຫຼາຍກວ່າ 1 ລ້ານ 5 ​ແສນ ຄັນ​ແລ້ວ ໃນທົ່ວ​ປະ​ເທດລາວ.

ຊຶ່ງ​ດ້ວຍ​ສະພາບ​ການ​ດັ່ງ​ກ່າວ ຈຶ່ງ​ເຮັດ​ໃຫ້​ສາມາດ​ຄາດໝາຍ
​ໄດ້​ວ່າ ​ໃນ​ຕະຫຼອດແຜນການ​ປີ​ນີ້ ລາວ​ຈະ​ນຳ​ເຂົ້າສິນຄ້າ ຈາກ​
ຕ່າງປະ​ເທດ​ ໃນ​ມູນ​ຄ່າ​ລວມ ບໍ່​ນ້ອຍ​ກວ່າ 3,720 ລ້ານ​ດອນ​ລາ
​ເພາະ​ການ​ລົງທຶນ​ ຂອງຕ່າງຊາດ​ທີ່​ເພີ້​ມຂຶ້ນ ຢ່າງ​ຕໍ່​ເນື່ອງນັ້ນ ​
ເຮັດ​ໃຫ້ລາວ​ຕ້ອງ​ມີ​ການ​ນຳ​ເຂົ້າ​ ເຄື່ອງ​ຈັກ ວັດ​ສະ​ດຸ​ກໍ່ສ້າງ ​ແລະ
ນ້ຳມັນ​ເພີ້​ມຂຶ້ນນັບ​ມື້ ສ່ວນ​ການ​ສົ່ງ​ອອກ​ນັ້ນ ກໍ​ຍັງ​ອີງ​ໃສ່​ ການ​
ຂຸດ​ຄົ້ນ ຊັບພະຍາ​ກອນ​ທຳ​ມະ​ຊາດ ​ເປັນ​ດ້ານຫຼັກ ຈຶ່ງ​ເຊື່ອ​ວ່າ​ ລາວ​ຈະ​ຂາດ​ດຸນ​ ການ​ຄ້າຫຼາຍກວ່າ 1,550 ລ້ານ​ດອນ​ລາ ຫຼື​ເກີນ​ກວ່າ​ແຜນການ​ ທີ່​ວາງ​ເອົາໄວ້ ​ຄິດ​ເປັນ​ສັດ​ສ່ວນ​ເຖິງ 180 ​ເປີ​ເຊັນ ນັ້ນ​ເອງ.

ທາງ​ດ້ານ​ ທ່ານພູ​ເພັດ ຄຳ​ພູ​ວົງ ອະດີດ​ລັດຖະມົນຕີ​ວາ​ການ ກະຊວງ​ການ​ເງີ​ນ ກໍ​ໄດ້​ຍອມ
ຮັບ​ວ່າ ສາ​ເຫດ​ສຳ​ຄັນ ປະການ​ໜຶ່ງ​ ທີ່​ເຮັດ​ໃຫ້​ລາວ ຕ້ອງ​ປະ​ເຊີນ​ກັບ ​ການ​ຂາດ​ດຸນ​ການ​
ຄ້າ​ຕ່າງປະ​ເທດ​ ມາ​ໂດຍ​ຕະຫຼອດ ກໍ​ຄື​ການ​ນຳ​ເຂົ້າ ສິນຄ້າ​ຟຸມ​ເຟືອຍ ​ທີ່​ເພີ້​ມຂຶ້ນຢ່າງ​ຕໍ່​ເນື່ອງ ດັງ​ທີ່​ທ່ານ​ ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ສັງຄົມ​ເຮົາ​ປັດຈຸ​ບັນ​ນີ້ ​ເອີ້ນ​ວ່າ ​ເປັນ​ສັງຄົມ​ທຸກ​ຍາກ ​ແຕ່​ກໍ​ເຫັນ​ວ່າ ຢູ່​ໃນ​ສັງຄົມ​ເຮົາ​
ມີ​ການ​ນຳ​ໃຊ້​ສິນຄ້າ ​ແລະ ການ​ບໍລິ​ການ​ ທີ່​ຫລູຫຼາ ທີ່​ຟຸມ​ເຟືອຍ ຫຼາຍພໍ​ສົມຄວນ
ຄື​ພວກ​ເຮົາ​ເຫັນ​ນຳ​ກັນ ປະ​ເພດ​ລົດຍົນ ມີ​ຂາຍ​ຢ່າງຫລວງຫຼາຍ ​ເປັນ​ລົດ​ທີ່​ມີ​ລາ​ຄາ​
ແພງ ຊຶ່ງ​ວ່າ​ບັນດາ ປະ​ເທດ​ໃກ້​ຄຽງ ບໍ່​ທັນ​ມີ ບາງທີ​ຢູ່​ບ້ານ​ເຮົາ​ກະ​ມີ​ແລ້ວ ປະເພດ​
ເຫຼົ້າບໍ່ ຢາສູບ​ບໍ່ ກະ​ແມ່ນ​ມີ​ຢ່າງຫລວງຫຼາຍ.”


ຍິ່ງ​ໄປ​ກວ່າ​ນັ້ນ ກໍ​ຍັງ​ມີ​ການ​ນຳ​ເຂົ້າ ຍານພາຫະນະ​ ​ແລະ ນ້ຳມັນ​ເຊື້ອ​ໄຟ ​ໂດຍ​ບໍ່​ເສຍ​
ພາສີ​ອາກອນ​ຢ່າງ​ຖື​ກຕ້ອງ ດ້ວຍ​ການ​ໃຊ້​ສິດ​ ຂອງບັນດາ​ບໍລິສັດ​ຕ່າງ​ຊາດ ທີ່​ລົງທຶນ​
ໃນ​ລາວທີ່​ໄດ້​ຮັບ​ການ​ຍົກ​ເວັ້ນພາສີ​ອາກອນ​ດັ່ງກ່າວ ຊຶ່ງ​ບໍ່​ພຽງແຕ່ຈະ​ເຮັດ​ໃຫ້​ລາວຂາດ​
ດຸນການ​ຄ້າຕ່າງປະ​ເທດ​ເທົ່າ​ນັ້ນ ຫາກ​ແຕ່​ຍັງ​ເຮັດໃຫ້ ລັດຖະບານ​ລາວ​ ສູນ​ເສຍລາຍ​
ຮັບ​ໄປ ຢ່າງ​ຫລວງ​ຫຼາຍອີກ​ດ້ວຍ ​ໂດຍ​ລາວ​ໄດ້​ນຳ​ເຂົ້າ ນ້ຳມັນ​ເຊື້ອ​ໄຟຫຼາຍກວ່າ 900
ລ້ານລິດ ໃນ​ປີ 2013 ທີ່​ຜ່ານ​ມາ ​ແລະ ​ໃນ​ຂະນະ​ດຽວກັນ ກໍ​ໄດ້​ມີການນຳຍານພາຫະນະ
​ໃໝ່ ມາຈົດ​ທະບຽນ​ຈຳນວນ 66,499 ຄັນ ຊຶ່ງ​ກໍ​ເຮັດ​ໃຫ້​ ມີ​ຍານພາຫະນະ ຫຼາຍກວ່າ 1
ລ້ານ 5 ​ແສນ ຄັນ​ແລ້ວ ​ທີ່​ໄດ້​ຈົດ​ທະບຽນ ໃນທົ່ວ​ປະ​ເທດລາວ ​ໃນປັດຈຸບັນ​ນີ້.
XS
SM
MD
LG