ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວປະສົບບັນຫາ ລວມກຸ່ມໝູ່ບ້ານ ໃນການດໍາເນີນ ແຜນການຫລຸດຜ່ອນ ຄວາມທຸກຍາກລົງ


ການດໍາລົງຂອງເດັກນ້ອຍຢູ່ໃນ ເຂດຊົນນະບົດຂອງລາວ ທີ່ຂາດເຂີນນໍ້າສະອາດໃຊ້
ການດໍາລົງຂອງເດັກນ້ອຍຢູ່ໃນ ເຂດຊົນນະບົດຂອງລາວ ທີ່ຂາດເຂີນນໍ້າສະອາດໃຊ້

ເຈົ້າໜ້າທີ່ຂັ້ນສູງຂອງລາວເນັ້ນຢໍ້າວ່າ ການດໍາເນີນແຜນການຫຼຸດຜ່ອນບັນຫາຄວາມທຸກ ຍາກດ້ວຍການລວມບ້ານນ້ອຍເປັນບ້ານໃຫຍ່ ແລະການສ້າງຕັ້ງກຸ່ມບ້ານຕ້ອງປະເຊີນ ກັບບັນຫາຫຍຸ້ງຍາກຫຼາຍໆດ້ານ.

ທ່ານ ສະຫວ່າງ ສີຫາວົງ ຮອງປະທານຄະນະຊີ້ນໍາພັດທະນາຊົນນະບົດ ແລະລົບລ້າງ
ຄວາມທຸກຍາກແຫ່ງຊາດລາວ ຖະແຫຼງຍອມຮັບວ່າ ການປະຕິບັດຈັດຕັ້ງແຜນການຫຼຸດ
ຜ່ອນບັນຫາຄວາມທຸກຍາກ ດ້ວຍການລວມເອົາບ້ານຂະໜາດນ້ອຍເຂົ້າກັນ ແລ້ວສ້າງຕັ້ງ ເປັນບ້ານຂະໜາດໃຫຍ່ທີ່ໄດ້ດໍາເນີນການຈັດຕັ້ງປະຕິບັດນັບແຕ່ປີ 2008 ເປັນຕົ້ນມາຈົນ
ເຖິງຂະນະນີ້ກໍປະກົດວ່າ ຍັງຄົງປະສົບກັບບັນຫາຫຍຸ້ງຍາກໃນຫຼາຍໆດ້ານ.

ໂດຍສະເພາະແມ່ນການດໍາເນີນງານຢູ່ໃນເຂດຫ່າງໄກສອກຫຼີກ ແລະ ເຂດພູດອຍທີ່ປະ
ຊາກອນສ່ວນໃຫຍ່ ເປັນຊົນຊາດຊົນເຜົ່າຕ່າງໆ ທີ່ມີຮີດຄອງປະເພນີແຕກຕ່າງກັນນັ້ນ ຖືເປັນເຂດທີ່ມີບັນຫາຫຍຸ້ງຍາກຫຼາຍທີ່ສຸດ ດັ່ງທີ່ທ່ານສະຫວ່າງ ໄດ້ໃຫ້ການອະທິບາຍວ່າ:

ທ່ານ ສະຫວ່າງ ສີຫາວົງ ຮອງປະທານຄະນະຊີ້ນໍາພັດທະນາ ຊົນນະບົດ ແລະລົບລ້າງຄວາມທຸກຍາກແຫ່ງຊາດລາວ
ທ່ານ ສະຫວ່າງ ສີຫາວົງ ຮອງປະທານຄະນະຊີ້ນໍາພັດທະນາ ຊົນນະບົດ ແລະລົບລ້າງຄວາມທຸກຍາກແຫ່ງຊາດລາວ

ແຕ່ວ່າໂຮມບ້ານຊົນນະບົດ
ທີ່ວ່າບ້ານຫ່າງໄກສອກຫຼີກ
ກັນຫັ່ນ ແຕ່ຍ້າຍຄົວເຮືອນ
ມາຢູ່ຈຸດ
ນຶ່ງດຽວກັນນັ້ນ ໂອ້
ອັ່ນນີ້
ຍາກຫຼາຍ ເພາະວ່າ
ຄົນທີ່ວ່າເຜົ່າຊົນຮີດຄອງ
ປະເພນີ, ຊີວິດການເປັນຢູ່
ບໍ່ຄືກັນ
ກະຍັງຍາກກວ່າ
ພວກຕົວເມືອງ, ພວກຊານ
ເມືອງຖຽງກັນວ່າ
ໂຮມບ້ານ
ແລ້ວບ້ານເກົ່າຂ້ອຍຊິຊື່ວ່າ
ຈັ່ງໃດ, ໂຮມບ້ານແລ້ວ
ຂ້ອຍຊິໄດ້ເປັນພໍ່ບ້ານບໍ່
ມັນ
ຈຶ່ງບໍ່ທໍາມະດາເດ້ເລື່ອງນີ້ ແລ້ວກະໃຊ້ເງິນຫຼາຍ.

ແຕ່ຢ່າງໃດກໍຕາມ ທ່ານ ສະຫວ່າງ ກໍໄດ້ໃຫ້ການຢືນຢັນວ່າ ການດໍາເນີນງານໃນໄລຍະກວ່າ
3 ປີຜ່ານມານີ້ກໍມີດ້ານດີເກີດຂຶ້ນຢູ່ບໍ່ໜ້ອຍຄືກັນ. ສໍາລັບການລວມບ້ານຂະໜາດນ້ອຍເຂົ້າ ເປັນບ້ານຂະໜາດໃຫຍ່ນັ້ນ ກໍໄດ້ເຮັດໃຫ້ຈໍານວນໝູ່ບ້ານໃນທົ່ວປະເທດລົດລົງຈາກ 8,757
ບ້ານໃນປີ 2008 ເປັນ 8,654 ບ້ານໃນປັດຈຸບັນ ສ່ວນກຸ່ມບ້ານນັ້ນ ກໍລົດລົງຈາກ 1,152
ກຸ່ມໃນປີ 2008 ເປັນ 1,100 ກຸ່ມໃນປະຈຸບັນ ແລະ ພ້ອມກັນນັ້ນ ກໍຍັງສາມາດເຮັດໃຫ້ປະຊາ
ຊົນມີພູມລໍາເນົາ ແລະທີ່ທໍາກິນຢ່າງຖາວອນຢູ່ໃນເຂດ 6,740 ບ້ານ ຫຼືຄິດເປັນ 77% ຂອງ
ຈໍານວນບ້ານທັງໝົດ ໃນທົ່ວປະເທດລາວອີກດ້ວຍ.

ທັ້ງນີ້ ກໍເນື່ອງຈາກວ່າ ການປະເມີນຜົນກ່ຽວກັບຄວາມທຸກຍາກ ແລະການພັດທະນາ ໃນ
ທົ່ວປະເທດລາວປະຈໍາປີ 2011 ທີ່ເປັນການເກັບກຳຂໍ້ມູນຈາກ 1,053,367 ຄົວເຮືອນໃນ
8,654 ໝູ່ບ້ານ ຫຼື 1,100 ກຸ່ມບ້ານໃນເຂດ 143 ເມືອງ ຈາກທັງ 17 ແຂວງໃນທົ່ວປະ
ເທດລາວນັ້ນພົບວ່າ ມີຄອບຄົວທີ່ພັດທະນາແລ້ວທັງໝົດ 501,627 ຄອບຄົວ ຫຼື ຄິດເປັນ
47.62% ຂອງຄອບຄົວທັງໝົດໃນປະເທດ.

ກອງປະຊຸມຂອງຄະນະລັດຖະບານ ກ່ຽວກັບການຫລຸດຜ່ອນ ຄວາມທຸກຈົນ ທີ່ຈັດຂຶ້ນໃນຕົ້ນປີ 2011
ກອງປະຊຸມຂອງຄະນະລັດຖະບານ ກ່ຽວກັບການຫລຸດຜ່ອນ ຄວາມທຸກຈົນ ທີ່ຈັດຂຶ້ນໃນຕົ້ນປີ 2011

ຫາກແຕ່ວ່າ ໃນຂະນະດຽວກັນ
ກໍພົບວ່າ ໃນສ່ວນຂອງໝູ່ບ້ານ
ພັດທະນານັ້ນ ກັບຍັງຄົງປະຕິ
ບັດພຽງແຕ່ 900 ໝູ່ບ້ານ ຫຼື
ຄິດເປັນ 10.4% ຂອງຈໍານວນ
ໝູ່ບ້ານທັງໝົດ ແລະກໍເປັນຜົນ
ເຮັດໃຫ້ສາມາດສ້າງຕັ້ງກຸ່ມບ້ານ
ພັດທະນາໄດ້ພຽງ 10 ກຸ່ມ ຫຼື
ບໍ່ເຖິງ 1% ຂອງກຸ່ມບ້ານທັງໝົດ
ເທົ່ານັ້ນ.

ສ່ວນໃນດ້ານກ່ຽວກັບຄວາມທຸກຍາກນັ້ນ ການສໍາຫຼວດກໍພົບວ່າ ມີຢູ່ເຖິງ 199,758 ຄອບ
ຄົວທີ່ຖືວ່າມີ ສະພາບຊີວິດການເປັນຢູ່ທີ່ຍາກຈົນຢ່າງຍິ່ງ,​ ເຊິ່ງຄິດເປັນ 18.96% ຂອງຈໍາ
ນວນຄອບຄົວທັງໝົດ ແລະໃນຂະນະດຽວກັນ ກໍຍັງມີໝູ່ບ້ານທີ່ທຸກຍາກຢູ່ເຖິງ 3,216 ບ້ານ
ຫຼື ຄິດເປັນ 37.16%.

ຍິ່ງໄປກວ່ານັ້ນ ຖິງແມ່ນວ່າຈະມີເຂດເມືອງທີ່ຖືວ່າໄດ້ພົ້ນຈາກຄວາມທຸກຍາກແລ້ວເຖິງ 87
ເມືອງກໍຕາມ ຫາກແຕ່ບັນຫາໃໝ່ທີ່ເກີດຂຶ້ນຢູ່ໃນເວລານີ້ກໍຄື ການແຕກໂຕນກັນຫຼາຍຂຶ້ນ
ຂອງລະດັບການພັດທະນາທາງເສດຖະກິດ ລະຫວ່າງເຂດແຂວງຕ່າງໆ ຊຶ່ງຈາກການເກັບ
ກໍາຂໍ້ມູນກໍພົບວ່າ ນະຄອນຫຼວງວຽງຈັນເປັນເຂດທີ່ມີລະດັບການພັດທະນາທາງເສດຖະກິດ
ສູງທີ່ສຸດ ໃນຂະນະທີ່ແຂວງເຊກອງນັ້ນກໍນັບເປັນເຂດທີ່ປະຊາຊົນທຸກຍາກທີ່ສຸດ.

XS
SM
MD
LG