ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວປະເຊີນ ບັນຫາຂັດແຍ້ງ ດ້ານສິດທິຖືຄອງທີ່ດິນເພີ້ມຂຶ້ນ


ແຜນທີ່ ເຂດພັດທະນາບຶງທາດຫລວງ ໃນນະຄອນວຽງຈັນ
ແຜນທີ່ ເຂດພັດທະນາບຶງທາດຫລວງ ໃນນະຄອນວຽງຈັນ
ລາວກໍາລັງປະເຊີນກັບບັນຫາຂັດແຍ້ງກ່ຽວກັບສິດທິໃນການ
ຖືຄອງທີ່ດິນລະຫວ່າງປະຊາຊົນກັບເຈົ້າໜ້າທີ່ຂອງລັດຖະ
ບານຫຼາຍຂຶ້ນ ໂດຍມີສາເຫດມາຈາກບັນດາໂຄງການພັດ
ທະນາຕ່າງໆ.

ເຈົ້າໜ້າທີ່ຂັ້ນສູງໃນອົງການກວດກາຂອງລັດຖະບານລາວໄດ້
ເປີດເຜີຍເຖິງຜົນຂອງການກວດສອບສະພາບບັນຫາ ແລະຂໍ້ ຂັດແຍ້ງກ່ຽວກັບທີ່ດິນລະຫວ່າງໜ່ວຍງານຂອງລັດຖະບານ ຫຼື ບໍລິສັດທີ່ໄດ້ຮັບສໍາປະທານທີ່ດິນກັບປະຊາຊົນລາວໃນປັດຈຸ
ບັນນີ້ວ່າ ບັນຫາເກີດຂຶ້ນຈາກ 4 ສາເຫດ ທີ່ສໍາຄັນດ້ວຍກັນ ກໍ
ຄືການອະນຸມັດສໍາປະທານທີ່ດິນ ໂດຍບໍ່ມີການສໍາຫຼວດ ແລະ
ວັດແທກໃນ ພື້ນທີ່ທີ່ເປັນຈິງການຫັນທີ່ດິນເປັນທຶນດ້ວຍການ
ດໍາເນີນໂຄງການພັດທະນາຕ່າງໆ ການຍົກຍ້າຍຜູ້ໄດ້ຮັບຜົນ
ກະທົບຈາກໂຄງການພັດທະນາຕ່າງໆໄປຢູ່ເຂດຈັດສັນໃໝ່ທີ່ມີການຊົດເຊີຍ ທີ່ບໍ່ເໝາະ
ສົມ ແລະການໃຊ້ອໍານາດຢ່າງບໍ່ຖືກຕ້ອງຂອງພະນັກງານລັດ ໃນການບີບບັງຄັບເອົາ
ທີ່ດິນຂອງປະຊາຊົນ ເພື່ອນໍາໄປສົ່ງມອບໃຫ້ກັບບັນດານາຍທຶນ ໂດຍເຈົ້າໜ້າທີ່ໄດ້ຮັບ
ຜົນຕອບແທນເປັນການສ່ວນຕົວ.

ທັງນີ້ໂດຍສະເພາະແມ່ນການໃຊ້ອໍານາດຢ່າງບໍ່ຖືກຕ້ອງຂອງພະນັກງານລັດນີ້ ນັບເປັນ
ບັນຫາທີ່ເກີດຂຶ້ນຢ່າງກວ້າງຂວາງທີ່ສຸດ ແລະຜົນຈາກການກວດສອບໃນໄລຍະກວ່າ
2 ປີມານີ້ ພົບວ່າການໃຊ້ອໍານາດຢ່າງບໍ່ຖືກຕ້ອງຂອງພະນັກງານລັດນັ້ນ ກໍມີທັງການຂົ່ມ
ຂູ່ ແລະການນໍາໃຊ້ກົດໝາຍເປັນເຄຶ່ອງມື ໃນການບີບບັງຄັບໃຫ້ປະຊາຊົນທີ່ຮູ້ບໍ່ເທົ່າທັນ
ກັບສະພາບການ ຕ້ອງພາກັນຍົກຍ້າຍອອກໄປຈາກ ທີ່ດິນຂອງພວກເຂົາເຈົ້າ. ສ່ວນ
ປະຊາຊົນທີ່ຮູ້ເທົ່າທັນກັບຄວາມບໍ່ຖືກຕ້ອງດັ່ງກ່າວນັ້ນ ກໍໄດ້ພາກັນຟ້ອງຮ້ອງຕໍ່ສານ
ຢ່າງກວ້າງຂວາງໃນເວລານີ້ ດັ່ງທີ່ເຈົ້າໜ້າທີ່ລາວຄົນດັ່ງກ່າວນີ້ໄດ້ໃຫ້ການຢືນຢັນວ່າ:

ດຽວນີ້ໝາຍຄວາມວ່າມັນກະມີລາຄາ ກະພາກັນຍາດເອົາຫຼະໄປ ດຽວນີ້
ຟ້ອງຮ້ອງກັນແມ່ນພະນັກງານລັດນີ້ ມັນໄປຊື້ດິນຫຼາຍຕອນມາອັນນັ້ນອັນນີ້
ມັນກະເງິນລັດນີ້ແລ້ວ ມັນສໍ້ລາດບັງຫຼວງເອົາໜະ ແລ້ວມັນໄປຊື້ດິນຢາຍ
ໄວ້ນໍາປະຊາຊົນ ຫຼືວ່າກອງທັບ ຫຼືວ່າພະນັກງານອາວຸໂສກໍມີ ໄປຟ້ອງໄປ
ຮ້ອງກັນອຶກກະທຶກ ເຮັດໃຫ້ສັງຄົມສັບສົນວູ້ນວາຍ.”

ປ່າໄມ້ທີ່ເປັນຊັບພະຍາກອນທໍາມະຊາດຂອງລາວ
ປ່າໄມ້ທີ່ເປັນຊັບພະຍາກອນທໍາມະຊາດຂອງລາວ

ນອກຈາກນີ້ ກໍລະນີທີ່ໜ້າເປັນຫ່ວງຢ່າງຍິ່ງອີກປະການນຶ່ງ
ກໍຄືການອະນຸມັດ ສໍາປະທານທີ່ດິນທີ່ໄປກວມເອົາທີ່ປ່າ ສະຫງວນແຫ່ງຊາດໃນທົ່ວປະເທດ ຊຶ່ງຈາກການກວດກາ
ເບື້ອງຕົ້ນພົບວ່າ ບັນດາບໍລິສັດທີ່ໄດ້ຮັບສໍາປະທານທີ່ດິນ ຈາກລັດຖະບານລາວນັ້ນຍັງໄດ້ສວຍໂອກາດລຸກລໍ້າເຂົ້າ
ໄປໃນເຂດປ່າສະຫງວນແຫ່ງຊາດຢ່າງກວ້າງຂວາງ ໂດຍ ຜົນທີ່ຕິດຕາມມາກໍຄືການລັກລອບຕັດໄມ້ທໍາລາຍປ່າ ແລະການລັກລອບຂົນສົ່ງໄມ້ອອກໄປຍັງປະເທດເພື່ອນ
ບ້ານຫຼາຍຂຶ້ນນັບມື້.

ທັງນີ້ໂດຍອົງການຟື້ນຟູສິ່ງແວດລ້ອມທໍາມະຊາດໃນລຸ່ມແມ່ນໍ້າຂອງໄດ້ສະເໜີລາຍງານ
ວ່າເຂດທີ່ມີການລັກລອບຕັດແລະຂົນໄມ້ເຖື່ອນອອກຈາກລາວໄປຍັງປະເທດເພື່ອນ
ບ້ານຫຼາຍທີ່ສຸດນັ້ນກໍຄືເຂດຕິດຕໍ່ຊາຍແດນກັບຫວຽດນາມ ຈີນ ໄທ ແລະກໍາປູເຈຍ ໂດຍເຊື່ອວ່າ ມີການລັກລອບຂົນໄມ້ອອກຈາກລາວໄປທັງສີ່ປະເທດດັ່ງກ່າວ ເປັນປະລິ
ມານລວມກັນຫຼາຍກວ່າ 2 ແສນເມັດກ້ອນ ໃນແຕ່ລະປີ ແລະດ້ວຍສະພາບບັນຫາດັ່ງ
ກ່າວນີ້ ກໍຍັງໄດ້ສົ່ງຜົນກະທົບຕໍ່ເນື່ອງເຮັດໃຫ້ລາວຕ້ອງປະເຊີນກັບໄພທໍາມະຊາດ ທັງ
ໄພນໍ້າຖ້ວມ ແລະໄພແຫ້ງແລ້ງຢ່າງໜັກໜ່ວງຫຼາຍຂຶ້ນນັບມື້ອີກດ້ວຍ.

ຍິ່ງໄປກວ່ານັ້ນ ຈາກບັນຫາທີ່ເກີດຂຶ້ນດັ່ງກ່າວນີ້ກໍຍັງຈະສົ່ງຜົນກະທົບໂດຍກົງຕໍ່ແຜນ
ການເພີ່ມຄວາມໜາແໜ້ນຂອງສະພາບປ່າໄມ້ໃນລາວ ໃຫ້ໄດ້ 65% ໃນປີ 2015 ແລະ
70% ຂອງເນື້ອທີ່ທັງໝົດຂອງະເທດລາວໃນປີ 2020 ຕາມລໍາດັບອີກດ້ວຍ ທັງນີ້ກໍເນື່ອງ
ຈາກວ່າການລັກລອບຕັດໄມ້ທໍາລາຍປ່າ ນັ້ນສາມາດເຮັດໄດ້ຫຼາຍກວ່າການປູກຕົ້ນ
ໄມ້ເພື່ອທົດແທນປ່າໄມ້ທີ່ຖືກຕັດໄປຢ່າງຫຼວງຫຼາຍໃນແຕ່ລະປີນັ້ນເອງ.
XS
SM
MD
LG