ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວ ຄາດໝາຍວ່າ ເສດຖະກິດ ຈະຂະຫຍາຍຕົວ 8.3% ໃນສົກປີ 2013-2014


ກອງປະຊຸມ ຄະນະຊີ້ນຳການສຳຫຼວດເສດຖະກິດ ທົ່ວປະເທດ.
ກອງປະຊຸມ ຄະນະຊີ້ນຳການສຳຫຼວດເສດຖະກິດ ທົ່ວປະເທດ.
ລັດຖະບານລາວຄາດໝາຍວ່າ ເສດຖະກິດຈະຂະຫຍາຍຕົວເພີ້ມ
ຂຶ້ນໃນອັດຕາສະເລ່ຍ 8.3% ໃນແຜນການປະຈຳປີ 2013-2014
ໂດຍຈະເຮັດໃຫ້ ລາຍໄດ້ສະເລ່ຍ ຂອງປະຊາກອນລາວ ເພີ້ມຂຶ້ນ
ເປັນ 13 ລ້ານກີບຕໍ່ຄົນຕໍ່ປີ.

ລິງໂດຍກົງ

ກະຊວງແຜນການ ແລະການລົງທຶນ ລາຍງານວ່າ ຄະນະລັດຖະ
ບານລາວໄດ້ວາງຄາດໝາຍ ການຂະຫຍາຍຕົວທາງເສດຖະກິດ
ໃນສົກປີ 2013-2014 ນີ້ໄວ້ທີ່ອັດຕາສະເລ່ຍ 8.3% ທຽບໃສ່ສົກ
ປີ 2012-2013 ທີ່ຜ່ານມາ ຊຶ່ງຈະເຮັດໃຫ້ຍອດຜະລິດຕະພັນຮວມພາຍໃນ ຫລື GDP ຂອງ
ລາວມີມູນຄ່າລວມເຖິງ 90,650 ຕື້ກີບ ແລະຄິດສະເລ່ຍເປັນລາຍຮັບຂອງປະຊາກອນລາວ
ໄດ້ບໍ່ຫລຸດ 13 ລ້ານກີບ ຫລືປະມານ 1,674 ໂດລາຕໍ່ຄົນຕໍ່ປີ.

ໂດຍພາຍໃຕ້ແຜນການດຽວກັນນີ້ ຄະນະລັດຖະບານລາວຍັງໄດ້ຄາດໝາຍວ່າ ຜົນຜະລິດ ພາຍໃນພາກກະສິກຳ ຈະເພີ້ມຂຶ້ນໃນອັດຕາສະເລ່ຍ 3.3% ແລະຈະເຮັດໃຫ້ຜົນຜະລິດໃນ
ພາກກະສິກຳ ຄິດເປັນ 24% ຂອງ GDP ແລະພາກບໍລິການຂະຫຍາຍຕົວເພີ້ມຂຶ້ນໃນອັດ
ຕາສະເລ່ຍ 9% ຄິດເປັນ 39% ຂອງ GDP ຕາມລຳດັບ.

ພວກພໍ່ນາ ໃຊ້ລົດກ່ຽວເຂົ້າ
ພວກພໍ່ນາ ໃຊ້ລົດກ່ຽວເຂົ້າ
ການວາງຄາດໝາຍດັ່ງກ່າວຂອງລັດຖະບານລາວ ບໍ່ຖືວ່າເປັນ
ລະດັບຄາດໝາຍ ທີ່ສູງເກີນໄປ ເພາະວ່າ ການຈັດຕັ້ງປະຕິບັດ ແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ລະຍະ 5 ປີ
ຄັ້ງທີ 7 ໃນເຄິ່ງແຜນການທີ່ຜ່ານມາກໍປາກົດວ່າເສດຖະກິດໃນ
ລາວໄດ້ຂະຫຍາຍຕົວ ເພີ້ມຂຶ້ນຢ່າງຕໍ່ເນື່ອງແລະໝັ້ນທ່ຽງທີ່ອັດ
ຕາສະເລ່ຍເຖິງ 8.2% ຕໍ່ປີ ແລະຖົ່ວສະເລ່ຍເປັນລາຍຮັບຂອງ
ປະຊາກອນລາວ ໄດ້ເຖິງ 1,500 ໂດລາ ຕໍ່ຄົນໃນປັດຈຸບັນນີ້.

ສ່ວນໃນດ້ານການເງິນນັ້ນ ລັດຖະບານລາວກໍສາມາດເພີ້ມມູນ
ຄ່າຂອງທຶນສຳຮອງ ເງິນຕາຕ່າງປະເທດ ໄດ້ທຽບເທົ່າກັບການ
ນຳເຂົ້າສິນຄ້າຈາກຕ່າງປະເທດເປັນເວລາ 5 ເດືອນແລະລະດົມການລົງທຶນໄດ້ໃນມູນຄ່າ ລວມເຖິງ 85,147 ຕື້ກີບ ຫລືທຽບເທົ່າກັບ 67.05% ຂອງ ແຜນການ 5 ປີທີ່ເລີ້ມລົງມືຈັດ ຕັ້ງປະຕິບັດ ນັບແຕ່ເດືອນຕຸລາປີ 2011 ເປັນຕົ້ນມາແລະຍັງ ຈະຈັດຕັ້ງປະຕິບັດຕໍ່ໄປຈົນ ເຖິງເດືອນກັນຍາ ປີ 2015.

ສຳລັບທາງດ້ານງົບປະມານລັດຖະບານລາວກໍສາມາດສ້າງລາຍຮັບເຂົ້າງົບປະມານໄດ້ໃນ ມູນຄ່າລວມ 41,832 ຕື້ກີບ ຫລືເທົ່າກັບ 19.6% ຂອງ GDP ຈຶ່ງເຮັດໃຫ້ລັດຖະບານລາວ ຂາດດຸນງົບປະມານ ຄິດເປັນສັດສ່ວນພຽງແຕ່ 2.6% ຂອງ GDP ເທົ່ານັ້ນ.

ຍິ່ງໄປກວ່ານັ້ນ ດ້ວຍການຈັດຕັ້ງປະຕິບັດແຜນການ ໃນໄລຍະທີ່ຜ່ານມາດັ່ງກ່າວນີ້ ກໍຍັງ ເຮັດໃຫ້ອັດຕາສະເລ່ຍຄວາມທຸກຍາກ ຂອງປະຊາຊົນລາວ ລົດລົງມາຢູ່ທີ່ລະດັບ 19% ຂອງຈຳນວນປະຊາກອນທັງໝົດ ຫລືບໍ່ເກີນ 14.8% ຂອງຈຳນວນຄົວເຮືອນທັງໝົດ ໃນ
ທ້າຍປີ 2013 ທີ່ຜ່ານມາອີກດ້ວຍ.

ພວກເດັກນ້ອຍ ທີ່ຊົມໃຊ້ນ້ຳສະອາດ
ພວກເດັກນ້ອຍ ທີ່ຊົມໃຊ້ນ້ຳສະອາດ
ແຕ່ຢ່າງໃດກໍຕາມ ການພັດທະນາເສດຖະກິດທີ່ຂະຫຍາຍຕົວ
ເພີ້ມຂຶ້ນ ຢ່າງຕໍ່ເນື່ອງດັ່ງກ່າວນີ້ ກໍໄດ້ເຮັດໃຫ້ ລະດັບລາຍຮັບ
ແລະສະພາບຊີວິດການເປັນຢູ່ ຂອງປະຊາຊົນລາວຢູ່ໃນເຂດ
ຕົວເມືອງກັບຊົນນະບົດມີຄວາມແຕກໂຕນກັນຫຼາຍຂຶ້ນນັບມື້
ດ້ວຍເຊັ່ນກັນ ດັ່ງທ່ານສີວັນ ອຸດທະຈັກສະມາຊິກສະພາແຫ່ງ
ຊາດຈາກເຂດແຂວງຈຳປາສັກ ໄດ້ຖະແຫຼງຊີ້ແຈງວ່າ:

"ຄວາມທຸກຍາກຂອງປະຊາຊົນຢູ່ໃນເຂດຊົນນະບົດຫ່າງ
ໄກສອກຫລີກ ຖ້າທຽບໃສ່ ຢູ່ໃນຕົວເມືອງເຫັນວ່າ ຍັງມີ ຄວາມຜິດໂຕນກັນຫຼາຍຈາກສະພາບດັ່ງກ່າວນັ້ນ ພວກ
ເຮົາເຫັນວ່າ ລູກຫລານ ຂອງປະຊາຊົນທີ່ທຸກຍາກ ແມ່ນຂາດການສຶກສາຮ່ຳຮຽນ ໝາຍຄວາມວ່າລູກຫລານທີ່ຢູ່ໃນໄວອາຍຸຮ່ຳຮຽນ ກໍໄດ້ອອກຈາກໂຮງຮຽນ."


ທັງນີ້ໂດຍຈະເຫັນໄດ້ຢ່າງຊັດເຈນຈາກກໍລະນີຂອງເຂດນະຄອນວຽງຈັນທີ່ປະຊາຊົນມີລາຍ ໄດ້ສະເລ່ຍເຖິງ 27 ລ້ານກີບຫລືປະມານ 3,346 ໂດລາຕໍ່ຄົນໃນປັດຈຸບັນນີ້ ຫາກແຕ່ວ່າສຳ ລັບປະຊາຊົນລາວໃນແຂວງຜົ້ງສາລີ ກັບຍັງຄົງມີລາຍໄດ້ສະເລ່ຍພຽງ 6 ລ້ານກີບ ຫລື 745 ໂດລາຕໍ່ຄົນເທົ່ານັ້ນໃນຂະນະທີ່ອັດຕາຄວາມຍາກຈົນຂອງປະຊາຊົນລາວໃນແຂວງດັ່ງກ່າວ ກໍຍັງສູງກວ່າ 45% ຂອງປະຊາກອນທັງໝົດໃນເວລານີ້ ເພາະສະນັ້ນຈຶ່ງເປັນການຍາກຢ່າງ ຍິ່ງທີ່ແຂວງຜົ້ງສາລີ ຈະສາມາດລົບລ້າງບັນຫາຄວາມຍາກຈົນໄດ້ ຕາມເປົ້າໝາຍ ທີ່ລັດຖະ ບານລາວໄດ້ກຳນົດໄວ້ ໃນປີ 2015 ນັ້ນເອງ.
XS
SM
MD
LG