ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ລາວຢືນຢັນ ຈະສືບຕໍ່ ໂຄງການກໍ່ສ້າງ ທາງລົດໄຟ ຄວາມໄວສູງ


ຄະນະຜູ້ນໍາລາວ ພົບປະກັນ ກັບຄະນະຜູ້ນໍາຈີນ
ຄະນະຜູ້ນໍາລາວ ພົບປະກັນ ກັບຄະນະຜູ້ນໍາຈີນ
ຮອງນາຍົກລັດຖະມົນຕີລາວຢືນຢັນວ່າໂຄງການກໍ່ສ້າງທາງ
ລົດໄຟຄວາມໄວສູງຍັງ ຈະສືບຕໍ່ ໂດຍຈະກູ້ຢືມເງິນທຶນທັງ
100% ຈາກຈີນ ແລະໃນປັດຈຸບັນນີ້ຍັງລໍຖ້າພຽງການຕົກລົງ
ໃນຂັ້ນສຸດທ້າຍເທົ່ານັ້ນ.


ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີຜູ້
ຊີ້ນໍາວຽກງານດ້ານ ເສດຖະກິດຂອງລັດຖະບານລາວ ໄດ້ໃຫ້ ການຢືນຢັນວ່າລັດຖະບານລາວຍັງຈະສືບຕໍ່ດໍາເນີນ ໂຄງການ ກໍ່ສ້າງທາງລົດໄຟຄວາມໄວສູງເພື່ອເຊື່ອມຕໍ່ກັບຈີນ ແລະໄທ
ໃຫ້ໄດ້ຕາມແຜນການແລະເປົ້າໝາຍທີ່ໄດ້ຜ່ານການຮັບຮອງ ຈາກກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດລາວ
ຊຸດທີ 7 ຢ່າງເປັນທາງການນັບຕັ້ງແຕ່ວັນທີ 18 ຕຸລາ 2012
ທີ່ຜ່ານມາແລ້ວນັ້ນ.

ທັງນີ້ໂດຍທາງການລາວ ຈະກູ້ຢືມເງິນທຶນສໍາລັບນໍາໃຊ້ໃນການກໍ່ສ້າງທັງ 100% ຈາກ ທາງການຈີນ ຫາກແຕ່ວ່າຈົນເຖິງຂະນະນີ້ຍັງຄົງບໍ່ສາມາດກໍານົດເວລາທີ່ຊັດເຈນໄດ້ວ່າ ຈະມີການລົງນາມໃນສັນກູ້ຢືມດັ່ງກ່າວໄດ້ເມື່ອໃດ ເນື່ອງຈາກວ່າຈະຕ້ອງລໍຖ້ານະໂຍບາຍ
ຈາກລັດຖະບານຊຸດໃໝ່ຂອງຈີນນັ້ນເອງ ດັ່ງທີ່ທ່ານສົມສະຫວາດ ໄດ້ໃຫ້ການຊີ້ແຈງກັບ
VOA ວ່າ:

ດຽວນີ້ ຍັງລໍຖ້າທາງປະເທດຈີນ ເຂົາສິປັບປຸງການຈັດຕັ້ງພາຍຫຼັງກອງປະຊຸມ
ໃຫຍ່ຂອງເຂົາເຈົ້າເສຍກ່ອນຫັ້ນໜາ ສະນັ້ນເຮົາກະສິໄດ້ລໍຖ້າເຂົາເຈົ້າໄປກ່ອນ
ແລະອັນນຶ່ງ ກະດ້ານເທັກນິກ ເຂົາກະຄິດໄລ່ ລາຍລະອຽດຕ່າງໆຫັ້ນໜາ (ກະ
ຢືນຢັນວ່າ ລາວເຮົາເດີນໜ້າຕໍ່ຢ່າງແນ່ນອນເນາະ) ໂອ່ແນ່ນອນແລ້ວ ອັນນີ້ແມ່ນ
ເຊົາບໍ່ໄດ້ ເພາະວ່າເປັນການຕົກລົງ ລະຫວ່າງການນໍາຂອງສອງພັກ ແລະສອງ
ລັດຖະບານ ແລ້ວເດ.”

ການສໍາຫລວດດິນໃນການສ້າງທາງລົດໄຟຄວາມໄວສູງ
ການສໍາຫລວດດິນໃນການສ້າງທາງລົດໄຟຄວາມໄວສູງ

ແຕ່ຢ່າງໃດກໍຕາມ ໂດຍອິງຕາມລາຍງານທີ່ທ່ານສົມສະຫວາດ
ຖະແຫຼງຕໍ່ກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດ
ລາວຊຸດທີ 7 ໃນວັນທີ 18 ຕຸລາທີ່ຜ່ານມານັ້ນ ທ່ານໄດ້ລະບຸ
ວ່າ ໄດ້ມີການປັບປ່ຽນຮູບແບບຂອງການເປັນຮຸ້ນສ່ວນໃນໂຄງ
ການກໍ່ສ້າງທາງລົດໄຟຄວາມໄວສູງລະຫວ່າງລາວກັບຈີນໄປ
ຈາກເດີມແລ້ວ ທັງນີ້ ກໍເພາະວ່າ ຫຼັງຈາກທາງການຝ່າຍຈີນ ໄດ້ທໍາການສຶກສາຄວາມເປັນໄປໄດ້ ແລະອອກແບບການກໍ່ ສ້າງທາງລົດໄຟດັ່ງກ່າວເສັດແລ້ວນັ້ນ ກໍປາກົດວ່າທາງການ
ຝ່າຍຈີນ ຕ້ອງປະສົບກັບບັນຫາກ່ຽວກັບການຫາກຸ່ມບໍລິສັດ
ຂອງຈີນທີ່ຈະເຂົ້າມາລົງທຶນໃນໂຄງການ ແລະສາເຫດທີ່ເຮັດໃຫ້ເກີດສະພາບດັ່ງກ່າວ
ກໍຍ້ອນວ່າຕ້ອງໃຊ້ເວລາຍາວນານ ເຖິງ 38​ ປີ ຈຶ່ງຈະສາມາດຈັດເກັບລາຍຮັບໄດ້ຕາມ ການລົງທຶນໄປນັ້ນ ໄດ້ຢ່າງຄົບຖ້ວນ.

ດ້ວຍເຫດນີ້ ຈຶ່ງເຮັດໃຫ້ທາງການຝ່າຍຈີນໄດ້ສະເໜີຕໍ່ທາງການຝ່າຍລາວວ່າ ຖ້າຫາກ ທາງການລາວຍັງຕ້ອງການທີ່ຈະລົງທຶນກໍ່ສ້າງທາງລົດໄຟຄວາມໄວສູງດັ່ງກ່າວນີ້ຕໍ່ໄປ
ກໍມີ ທາງເລືອກຢູ່ທາງນຶ່ງ ຊຶ່ງກໍຄືການກູ້ຢືມເງິນທຶນຈາກທະນາຄານ ເພື່ອການສົ່ງອອກ ແລະນໍາເຂົ້າຂອງຈີນ ທີ່ສາມາດຕອບສະໜອງການກູ້ຢືມດັ່ງກ່າວໄດ້ທັງ 100% ເຕັມ
ກໍຄືໃນ ມູນຄ່າ 7,000 ລ້ານໂດລານັ້ນເອງ.

ຫາກ​ແຕ່​ວ່າ ການ​ກູ້​ຢືມ​ດັ່ງກ່າວ​ກໍ​ມີ​ເງື່ອນ​ໄຂ​ທີ່​ລັດຖະບານ​ລາວ​ຈະ​ຕ້ອງ​ປະຕິບັດ​ຕາມ​ຢູ່ 4
ປະການດ້ວຍ​ກັນ​ຄື ການ​ສ້າງ​ຕັ້ງ​ບໍລິສັດ​ຂຶ້ນມາ​ບໍລິຫານ​ໂຄງການ​ ແລະ​ມີສະຖານະ​ເປັນ​ລູກ​ໜີ້​ຂອງ​ທະນາຄານ​ຈີນ ​ໂດຍ​ລັດຖະບານ​ລາວ​ ຈະ​ຕ້ອງ​ຄໍ້າປະກັນເງິນ​ກູ້​ຢືມ​ທັງ 100% ພ້ອມ​ດອກ​ເບ້ຍ​ໃນ​ອັດຕາ 2% ຕໍ່​ປີ​ເປັນ​ເວລາ 30 ປີ​ ​ໂດຍມີ​ໄລຍະ​ປອດ​ການ​ຊໍາລະ​ໜີ້​ໃນ 10 ປີທໍາ​ອິດ ພ້ອມ​ກັນ​ນີ້ ການ​ຄໍ້າປະກັນ​ເງິນ​ກູ້ດັ່ງກ່າວ​ ກໍ​ຍັງ​ລວມ​ເຖິງ​ລາຍ​ຮັບ​ ແລະ​ຊັບ​ສິນ​ ທັງ​ໝົດ​ໃນ​ໂຄງການ ຕະຫຼອດ​ຈົນ​ການທີ່​ລັດຖະບານ​ລາວ​ຍັງ​ຈະ​ຕ້ອງ​ຄໍ້າປະກັນ​ດ້ວຍ​ລາຍ​ຮັບ​ຈາກ​ບໍ່​ແຮ່ 2 ​ແຫ່ງ ທີ່​ເປັນ​ການ​ລົງ​ທຶນ​ຂອງ​ຈີນ​ຢູ່​ໃນ​ລາວ​ອີກ​ດ້ວຍ. ​ໂດຍໃນ​ທີ່​ນີ້​ກໍ​ໝາຍ​ເຖິງ​ບໍ່​ແຮ່​ຄໍາ ​ແລະ ທອງ​ແດງ​ຢູ່​ເຊ​ໂປ​ນກັບ​ບໍ່​ແຮ່​ບ໊ອກ​ໄຊ້ ຢູ່​ຈໍາປາ​ສັກ​ຂອງລາວ.

ທາງ​ລົດໄຟ​ສະ​ເພາະ​ທີ່ຢູ່ໃສ​ເຂດລາວ​ຈະ​ມີ​ລະຍະ​ທາງ​ຍາວ​ເກືອບ 420 ກິ​ໂລແມັດ ສ່ວນ​
ສາ​ເຫດ​ທີ່​ເຮັດ​ໃຫ້ການ​ກໍ່ສ້າງ​ຕ້ອງ​ໃຊ້​ເງິນ​ທຶນສູງ​ນັ້ນ ກໍ​ເນື່ອງ​ຈາກ​ວ່າ​ພື້ນ​ທີ່ ທີ່​ຈະກໍ່ສ້າງ​ທາງ​ລົດ​ໄຟ​ນັ້ນ​ເປັນ​ທັງ​ເຂດ​ພູດ​ອຍ ​ແລະ​ແມ່​ນໍ້າ ລໍາ​ເຊ ຊຶ່ງ​ເຮັດ​ໃຫ້​ຕ້ອງ​ມີການ​ເຈາະ​ອຸ​ໂມງ​ 76
​ແຫ່ງ ກໍ​ຄິດ​ເປັນ​ລະຍະ​ທາງ​ລວມ​ເຖິງ 195 ກິ​ໂລ​ແມັດ ແລະ​ຍັງ​ຈະຕ້ອງສ້າງ​ຂົວ​ອີກ 154
ແຫ່ງ​ ຄິດ​ເປັນລະຍະ​ທາງ​ຍາວ​ລວມ ກັນ​ເກືອບ​ເຖິງ 70 ​ກິ​ໂລ​ແມັດ ໂດຍການກໍ່ສ້າງຈະໃຊ້
ເວລາບໍ່ໜ້ອຍ ກວ່າ 5 ປີ ຊຶ່ງຖ້າຫາກວ່າອິງຕາມແຜນການ ແລະເປົ້າໝາຍຂອງລັດຖະ
ບານລາວ ກໍໝາຍຄວາມວ່າ ການກໍ່ສ້າງທາງລົດໄຟຄວາມໄວສູງໃນລາວ ຈະສໍາເລັດ
ພາຍໃນປີ 2018 ນັ້ນເອງ.
XS
SM
MD
LG