ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອາຊ່ຽນຕ້ອງຕິ ການສືບສວນຂອງລາວ ກ່ຽວກັບ ການຫາຍໂຕໄປ ຂອງທ່ານສົມບັດ ສົມພອນ


ທ່ານສົມບັດ ສົມພອນ ໃນພິທີຮັບລາງວັນ ແມັກໄຊໄຊ ໃນປີ 2005
ທ່ານສົມບັດ ສົມພອນ ໃນພິທີຮັບລາງວັນ ແມັກໄຊໄຊ ໃນປີ 2005
ບັນດາ​ຜູ້​ແທນ​ຈາກສະມາຄົມ​ອາ​ຊ່ຽນ ​ຕິຕຽນ​ການ​ສືບສວນ
​ຂອງ​ລັດຖະບານ​ລາວ ກ່ຽວ​ກັບ​ການ​ຫາຍ​ໂຕ​ໄປ​ໃນ​ເດືອນ
​ແລ້ວ​ນີ້ຂອງ ທ່ານ​ສົມບັດ ສົມ​ພອນ ​ນັກ​ເຄື່ອນ​ໄຫວ​ທາງ​ສັງ
ຄົມ​ທີ່​ມີ​ຊື່​ສຽງໃນ​ລາວ. ລາຍ​ງານ​ຂອງ Gabrielle Paluch
ຜູ້​ສື່​ຂ່າວ​ວີ​ໂອ​ເອ ທີ່​ສົ່ງ​ມາ​ຈາກ​ບາງກອກ ​ເວົ້າ​ວ່າ ຄະນະ​ຜູ້​
ແທນ​ອາ​ຊ່ຽນ​ໄດ້​ສະ​ແດງ​ການ​ຕິຕຽນ ​ແລະຄວາມ​ວິຕົກຂອງ
​ຕົນອອກ​ມາ ໃນ​ວັນ​ພຸດ​ວານ​ນີ້ ຫລັງຈາກ​ການ​ເດີນທາງ​ໄປ
​ຊອກ​ຫາ​ຂໍ້​ມູນ​ຄວາມ​ຈິງ ​ທີ່​ວຽງ​ຈັນ.

ທ່ານສົມບັດ ສົມພອນ ຜູ້ກໍ່ຕັ້ງອົງການທີ່ບໍ່ຂຶ້ນກັບລັດຖະບານ
ອົງການນຶ່ງ ທີ່ ທໍາ​ການປຸກລະດົມໃຫ້ມີການພັດທະນາ ທີ່ຍືນ
ຍົງຢູ່ໃນສປປ.ລາວ ໄດ້ຫາຍ ຕົວໄປໃນນະຄອນຫຼວງວຽງຈັນ
ໃນຂະນະທີ່ທ່ານຂັບລົດກັບ​ເມືອ​ເຮືອນ ເມື່ືອກາງເດືອນທັນ
ວາປີຜ່ານມານີ້. ຮູບວິດີໂອຈາກກ້ອງວົງຈອນປິດ ທີ່ຄອບຄົວ
ຂອງທ່ານສົມບັດໄດ້ຮັບມາ ແລະໄດ້ເອົາລົງ​ເຜີຍ​ແຜ່ທາງອິນເທີເເນັດນັ້ນ ສະ​ແດງ​ໃຫ້​ເຫັນ​ພາບທ່ານສົມບັດ ຖືກພາ​ໂຕໜີໄປຈາກປ້ອມຕໍາຫຼວດແຫ່ງນຶ່ງ ໂດຍຊາຍສອງຄົນທີ່ບໍ່ຮູ້ວ່າ​
ແມ່ນ​ໃຜ ແລະນັບຕັ້ງແຕ່ນັ້ນມາ ກໍຍັງບໍ່ມີ​ຜູ້​ໃດ​ໄດ້ພົບ​ເຫັນທ່ານສົມບັດ ຈົນເທົ່າປັດຈຸບັນນີ້.

ທາງການລາວເວົ້າວ່າ ພວກເຂົາເຈົ້າໄດ້ທໍາການສືບສວນສອບສວນການຫາຍຕົວໄປຂອງ
ທ່ານສົມບັດ ແຕ່ກໍບໍ່ໄດ້ຫຼັກຖານຫຼືຂໍ້ມູນພໍປານໃດ. ໃນຈົດໝາຍສະບັບນຶ່ງທີ່ລົງພິມເຜີຍ
ແຜ່ໃນສື່ຕ່າງໆ​ເມື່ອຕົ້ນເດືອນມັງກອນນີ້ ເອກອັກຄະລັດຖະທູດລາວປະຈໍາອົງການສະຫະ ປະຊາຊາດ ທີ່ນະຄອນເຈນີວາ ປະເທດ Switzerland ທ່ານ ຍົງ ຈັນທະລັງສີ ​ໄດ້ຊີ້ແນະ
ວ່າ ການຫາຍຕົວໄປຂອງທ່ານສົມບັດ ອາດເປັນຍ້ອນຂໍ້ຂັດແຍ້ງກັນທາງສ່ວນຕົວ ຫຼືທຸລະ ກິດຫຼາຍກວ່າ.

ວຽກ​ງານ​ຂອງທ່ານສົມບັດ ຢູ່​ທີ່ສູນອົບຮົມຮ່ວມພັດທະນາ ຫຼື Participatory Development Training Center ​ແມ່ນ​ມີ​ເປົ້າໝາຍ​ແນ​ໃສ່ ຊ່ວຍ​ເຫລືອ​ປະຊາຊົນ​ທຸກ​ຍາກ ແລະຂັດ​ສົນໃນ​ເຂດ​ຊົນນະ​ບົດຂອງ​ລາວ.

ບັນດາ​ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ໄດ້​ພາກັນ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ອອກມາ​ວ່າ ລັດຖະບານ
​ລາວບໍ່ໄດ້​ດໍາເນີນການຢ່າງ​ພຽງພໍ​ເພື່ອ​ແກ້​ໄຂ​ບັນຫາອັນ​ລຶກລັບ​ນີ້​ໄດ້. ບາງ​ປະ​ເທດ​ສະມາຊິກ​ຂອງ​ສະມາຄົມ​ອາຊ໋ຽນ ​ເຫັນ​ພ້ອມນໍາ​ ​ກັບ​ຄໍາ​ເຫັນ​ຂອງ​ກຸ່ມ​ນັກ​ເຄຶ່ອນ​ໄຫວ.

​ໃນກອງປະຊຸມຖະແຫລງຂ່າວ​ເມື່ອ​ວັນ​ພຸດ​ວານ​ນີ້ ທີ່​ບາງກອກ​ ປະ​ເທດ​ໄທ ຫຼັງ​ຈາກຜູ້ແທນ
ອາຊ່ຽນຄະນະນຶ່ງ ເດີນທາງກັບຄືນຈາກການໄປ​ຊອກ​ຫາຂໍ້​ມູນ​ຄວາມ​ຈິງ​ທີ່ປະເທດລາວນັ້ນ
ທ່ານ Walden Bello ຜູ້ແທນສະພາແຫ່ງຊາດຟີລິບປີນ ແລະສະມາຊິກຄົນນຶ່ງໃນຄະນະ
ຜູ້ແທນອາ​ຊ່ຽນ ​ທີ່ເດີນທາງໄປວຽງຈັນນັ້ນ ​ເວົ້າ​ວ່າ ລັດຖະບານ​ລາວ​ບໍ່​ສາມາດທີ່ຈະໃຫ້​ຄໍາ​
ຕອບ​ໄດ້ ແມ່ນແຕ່ຕໍ່​ຄໍາ​ຖາມ​ຂັ້ນ​ພື້ນຖານ​ຕ່າງໆ​ຂອງ​ການ​ສືບສວນ​ສອບສວນ ​ແລະ​ພະຍາ
ຍາມ​ປະຕິ​ເສດ​ການ​ພົວພັນ​ໃດໆ​ຂອງ​ຕໍາຫຼວດ. ທ່ານ ເ​ເບ​ລ​ໂລ ​ເວົ້າ​ວ່າ:

“​ເຂົາເຈົ້າບອກພວກ​ເຮົາ​ວ່າ ຫຼັງ​ຈາກ​ການສືບສວນ​ສອບ​ສວນ​ມາ​ໄດ້​ນຶ່ງ​ເດືອນ​ແລ້ວ
ສິ່ງ​ນຶ່ງ​ທີ່​ຢັ້ງຢືນ​ໄດ້​ກໍ​ຄື​ຝ່າຍຕໍາຫຼວດ ບໍ່​ມີ​ສ່ວນ​ກ່ຽວຂ້ອງ​ໃດໆ​ກັບ​ການ​ຫາຍ​ຕົວ​ໄປ
​ຂອງ​ທ່ານ​ສົມ​ບັດ
. ພວກ​ເຮົາບອກ​ເຂົາ​ເຈົ້າວ່າ ​ມັນເປັນຄໍາຕອບທີ່ບໍ່​ໜ້າ​ເຊື່ອ​ຖື ​ແລະ​
ຖ້າ​ຫາກ​ພວກເຮົາ​
ຍອມຮັບ​ເອົາຄວາມເຫັນດັ່ງກ່າວ ກ່ຽວ​ກັບ​ຄວາມ​ກ້າວໜ້າຂອງ​
ກໍລະນີ​ນີ້​
ຕາມທີ່ເຈົ້າໜ້າທີ່ລາວບອກແລ້ວ ພວກເຮົາ​ກໍ​ຈະສູນເສຍ​ຄວາມ​ເຊື່ອ​ຖື​
ຂອງ​ພວກ​ເຮົາເອງ​ໄດ້.”


ທ່ານ Charles Santiago ຜູ້​ຕາງໜ້າ​ສະມາຄົມ​ອາ​ຊ່ຽນຈາກ​ມາ​ເລ​ເຊຍ ​ເວົ້າ​ວ່າ ອິງ​ຕາມ​ຫຼັກ​ຖານ​ທີ່​ສະ​ແດງ​ໃຫ້ເຫັນ​ນັ້ນ ການ​ສື​ບສວນ​ສອບ​ສວນ ໜ້າ​ຈະ​ໃຊ້​ເວລາ​ພຽງ​ບໍ່​ເທົ່າ​ໃດ​ມື້ເທົ່າ​ນັ້ນ ແລະທ່ານຊີ້ໄປໃສ່ຄໍ່​ຊີ້​ແຈງ​ອະທິບາຍຂອງ​ເຈົ້າໜ້າ​ທີ່​ລັດຖະບານ​ລາວ​ ທີ່ບໍ່​ສອດຄ່ອງກັນແລະ
​ເລື້ອງທີ່ວ່າ ມີແຕ່ຕໍາຫຼວດ​ລະດັບ​ຕໍ່າ​ທີ່ສຸດເທົ່າ​ນັ້ນ ​ທີ່​ໄດ້​ຮັບ​ມອບ​ໝາຍ​ໃຫ້ສືບສວນຄະດີນີ້.
ທ່ານ Santiago ​ເວົ້າ​ວ່າ:

ມັນຈະແຈ້ງວ່າ ຝ່າຍ​ຕໍາຫຼວດ ​ແລະ​ເຈົ້າໜ້າ​ທີ່​ພົນລະ​ເຮືອນຂອງ​ລັດຖະບານລາວ​
ບໍ່​ມີ​ຄວາມ​ສົນ​ໃຈຢ່າງ​ສິ້ນເຊີງໃນ​ເລຶ່ອງນີ້​ເລີ ບໍ່​ມີ​ຄວາມເຕັມ​ໃຈ​ໃນ​ທາງ​ການ​ເມືອງ ​
ເພື່ອ​ຈະ​ຄົ້ນ​ຫາ​ຕົ້ນຕໍ​ຂອງ​ບັນຫາ
ນອກຈາກກ່າວຢູ່​ໃນ​ກອງ​ປະຊຸມ​ທຸກໆ​ບັ້ນ​ກັບພວກ​
ເຮົາວ່າ ພວກ​ເ
ຂົາເຈົ້າຢາກ​ຂຸດ​ຄົ້ນ​ຫາຕົ້ນ​ຕໍ​ຂອງ​ບັນຫາ ເພາະວ່າ​ຄວາມ​ໜ້າ​ເຊື່ອ​ຖື​
ຂອງ​ລັດຖະບານ​ລາວ​ຖືກ​ກະທົບ​ແລ້ວ ​ແຕ່ເມື່ອຖາມ​ວ່າການ​ສືບສວນ​ໄປ​ຮອດ​ຂັ້ນ​
ໃດ​ແລ້ວ ​
ເຂົາເຈົ້າກໍຢືນຢັດເວົ້າ​ແຕ່ຄວາມເກົ່າ​ຢູ່​ພໍ​ປານ​ນັ້ນ ຍ້ອນ​ວ່າຝ່າຍ​ພົນລະ
ເຮືອນ​ຂອງ​ລັດຖະບານ​
ແທ້ໆ​ແລ້ວ​ ແມ່ນບໍ່ຮູ້ຈັກຫຍັງ​ເລີຍ​ກ່ຽວ​ກັບ​ເລຶ່ອງນີ້. ເພາະ
ສະນັ້ນ ພວກ​ເຮົາ​
ຈຶ່ງໄດ້ກົດດັນໃຫ້ ຍ້າຍການ​ສືບສວນ​ສອບ​ສວນ​ ໄປ​ເປັນພາລະ​
ຂອງ​ທາງ​ກອງ​ທັບ ​ແລະ​ຕໍາຫຼວດ
ໃນລະດັບ​ສູງສຸດ.”

ບັນດາ​ນັກວິ​ເຄາະໃນ​ຂົງ​ເຂດ​ເວົ້າ​ວ່າ ການ​ຫາຍ​ຕົວ​ໄປ​ຂອງ​ທ່ານ​ສົມບັດຄັ້ງ​ນີ້ ຖື​ວ່າ​ເປັນ
ການ​ທົດ​ສອບສໍາລັບ​ກົນ​ໄກ​ດ້ານ​ສິດທິ​ມະນຸດ​ໃໝ່​ຂອງ​ສະມາຄົມ​ອາຊ່ຽນ ຊຶ່ງ​ຄະນະ​ກໍາ
ມະການ​ຄົ້ນ​ຫາ​ຄວາມ​ເປັນ​ຈິງ ຈະນໍາສະເໜີ​ຄວາມເຫັນ​ ແລະຄໍາແນະນໍາຕ່າງໆ ຕໍ່ຄະນະ
ກໍາມາທິການດັ່ງກ່າວ ຢູ່​ນະຄອນ ຫລວງ Jakarta ຂອງອິນໂດເນເຊຍ.
XS
SM
MD
LG