ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນາໆຊາດສະໜັບສະໜຸນ ແຜນພັດທະນາຂອງລາວ


ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີການຕ່າງປະເທດ ສປປ ລາວ ທ່ານທອງລຸນ ສີລຸລິດ
ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີການຕ່າງປະເທດ ສປປ ລາວ ທ່ານທອງລຸນ ສີລຸລິດ

ສປປ ລາວກ່າວວ່າ ຫຼາຍສິບປະເທດແລະອົງການຈັດຕັ້ງນາໆຊາດໄດ້ໃຫ້ການສະໜັບສະ
ໜຸນ ຕໍ່ແຜນການພັດທະນາ 5 ປີສະບັບໃໝ່ຂອງລາວ.

ຮອງນາຍົກລັດຖະມົນຕີແລະລັດຖະມົນຕີການຕ່າງປະເທດຂອງ ສປປ ລາວ ທ່ານທອງລຸນ
ສີສຸລິດ ໄດ້ປະກາດກ່ຽວກັບການໃຫ້ຄວາມສະໜັບສະໜຸນດັ່ງກ່າວໃນວັນພະຫັດມື້ນີ້ ຫຼັງ
ຈາກໄດ້ລົງນາມໃນຂໍ້ຕົກລົງ ກັບຫົວໜ້າອົງການສະຫະປະຊາຊາດເພື່ອການພັດທະນາ ທ່ານ
ນາງ Helen Clark. ການລົງນາມທີ່ວ່ານີ້ ມີຂຶ້ນໃນຕອນທ້າຍ ຂອງກອງປະຊຸມລະດັບສູງ
ເປັນເວລາ 2 ມື້ ທີ່ນະຄອນຫຼວງວຽງຈັນ.

ລັດຖະບານລາວໄດ້ຈັດກອງປະຊຸມດັ່ງກ່າວເພື່ອຊອກຫາທຶນມາສະໜັບສະໜຸນ ການຈັດຕັ້ງ
ປະຕິບັດແຜນການພັດທະນາ 5 ປີສະບັບໃໝ່ ຊຶ່ງໄດ້ໃຫ້ການຊີ້ແຈງກ່ຽວກັບວ່າ ລາວຫວັງ
ທີ່ຈະບັນລຸເປົ້າໝາຍການພັດທະນາສະຫັດສະວັດຂອງອົງການສະຫະປະຊາຊາດໄດ້ແນວໃດ.

ມີຜູ້ຕາງໜ້າປະມານ 300 ຄົນຈາກ 38 ປະເທດ 26 ອົງການຈັດຕັ້ງນາໆຊາດແລະ 18
ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບລັດຖະບານ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້.

ສປປ ລາວເປັນປະເທດຄອມມູນິສ ທີ່ຍັງຫຼົງເຫຼືອຢູ່ໃນຈຳນວນບໍ່ທໍ່ໃດປະເທດ. ອົງການ
ສະຫະປະຊາຊາດໄດ້ຈັດເອົາລາວ ເຂົ້າໄວ້ໃນບັນດາປະເທດທີ່ລ້າຫຼັງການພັດທະນາທີ່ສຸດ
ທັງໆລາວອຸດົມສົມບູນ ໄປດ້ວຍຊັບພະຍາກອນທຳມະຊາດ.

ສປປ ລາວກ່າວວ່າ ຕົນຫວັງວ່າຈະໄດ້ຫຼຸດພົ້ນ ອອກຈາກການເປັນປະເທດດ້ອຍພັດທະນາ
ພາຍໃນປີ 2020.

XS
SM
MD
LG