ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລາວຫວັງຈະສ້າງເຂື່ອນໄຟຟ້າ ໃຫ້ໄດ້ປີລະ 2 ໂຄງການ ແຕ່ນີ້ໄປຫາ 2020


ເຂື່ອນນໍ້າງື່ມ ທີ່ແຂວງວຽງຈັນ
ເຂື່ອນນໍ້າງື່ມ ທີ່ແຂວງວຽງຈັນ

ປະທານປະເທດລາວເນັ້ນຢໍ້າວ່າ ຊັບພະຍາກອນນໍ້າທີ່ອຸດົມສົມບູນຂອງລາວມີຄວາມອາດສາ ມາດຈະຮອງຮັບແຜນການພັດທະນາເຂື່ອນຜະລິດກະແສໄຟຟ້າເພື່ອສົ່ງອອກໄປຕ່າງປະເທດ ໄດ້ເປັນຢ່າງດີ,

ທ່ານ ຈູມມະລີ ໄຊຍະສອນ ປະທານປະເທດລາວ ໄດ້ກ່າວ
ເນັ້ນຢໍ້າຕໍ່ບັນດາແຂກຕ່າງປະເທດທີ່ເຂົ້າຮ່ວມໃນພິທີເປີດ
ການນໍາໃຊ້ເຂື່ອນນໍ້າເທີນ 2 ຢ່າງເປັນທາງການເມື່ອບໍ່ນານ
ມານີ້ວ່າ ເຂື່ອນນໍ້າເທີນ 2 ນັບເປັນໂຄງການນຶ່ງທີ່ສາມາດ
ສະທ້ອນໃຫ້ເຫັນເຖິງທ່າແຮງບົ່ມຊ້ອນຂອງລາວໃນດ້ານ
ຊັບພະຍາກອນນໍ້າ ທີ່ນໍາມາໃຊ້ປະໂຫຍດເພື່ອການຜະລິດ
ກະແສໄຟຟ້າໄດ້ເປັນຢ່າງດີ ຊຶ່ງດ້ວຍທ່າແຮງບົ່ມຊ້ອນດັ່ງ
ກ່າວນີ້ ກໍຍັງເຮັດໃຫ້ລັດຖະບານລາວມີຄວາມແນ່ໃຈທີ່ຈະ
ພັດທະນາພະລັງງານໄຟຟ້າ ຈາກຊັບພະຍາກອນນໍ້າໃຫ້
ໄດ້ຫລາຍຂຶ້ນຢ່າງເຕັມກໍາລັງຄວາມສາມາດ ໂດຍມີເປົ້າ
ໝາຍທີ່ຈະສົ່ງອອກພະລັງງານໄຟຟ້າໄປຂາຍຍັງຕ່າງປະເທດ ໂດຍສະເພາະແມ່ນປະເທດ
ເພື່ອນບ້ານໃກ້ຄຽງ ເຊັ່ນ ໄທ ກໍາປູເຈຍ ແລະ ຫວຽດນາມ ດັ່ງທີ່ທ່ານຈູມມະລີ ໄດ້ກ່າວ ເນັ້ນຢໍ້າໃນຕອນນຶ່ງວ່າ:

ປະທານປະເທດລາວ ທ່ານຈູມມະລີ ໄຊຍະ ສອນ
ປະທານປະເທດລາວ ທ່ານຈູມມະລີ ໄຊຍະ ສອນ

“ສປປ ລາວ ເປັນປະເທດທີ່ມີທ່າແຮງບົ່ມຊ້ອນໃນ
ການຜະລິດໄຟຟ້ານໍ້າຕົກຢ່າງຫລວງຫລາຍ ຊຶ່ງກໍ
ເປັນໂອກາດດີ ໃຫ້ແກ່ການນໍາໃຊ້ຊັບພະຍາກອນ
ນໍ້າເພື່ອເປັນທຶນຮອນໃນການສ້າງສາພັດທະ​ນາ
ປະເທດຊາດ. ສະນັ້ນລັດຖະບານລາວຈຶ່ງໄດ້ສຸມ
ທຸກຄວາມພະຍາຍາມຂອງຕົນບວກກັບການສະ
ໜັບສະໜຸນທາງດ້ານວັດຖຸເທກນິກ ແລະທຶນ
ຮອນຈາກສາກົນເພື່ອພັດທະນາແຫລ່ງພະລັງ
ງານທີ່ສະອາດດັ່ງກ່າວໃຫ້ສາມາດຕອບສະໜອງ
ໄດ້ກັບຄວາມຕ້ອງການທາງດ້ານພະລັງງານຢູ່
ພາຍໃນປະເທດແລະເພື່ອສົ່ງອອກໄປປະເທດ
ເພື່ອນບ້ານ”

ສ່ວນທາງດ້ານກະຊວງພະລັງງານແລະບໍ່ແຮ່ຂອງລາວນັ້ນ
ກໍໄດ້ປະກາດເປົ້າໝາຍທີ່ຈະສົ່ງເສີມການລົງທຶນເພື່ອກໍ່ສ້າງ
ເຂື່ອນໃຫ້ໄດ້ປີລະ 2 ໂຄງການນັບຈາກປັດຈຸບັນໄປຈົນເຖິງ
ປີ 2020 ຊຶ່ງຖ້າຫາກວ່າສາມາດປະຕິບັດໄດ້ຈິງ ກໍຈະເຮັດ
ໃຫ້ລາວມີເຂື່ອນຜະລິດກະແສໄຟຟ້າເພີ່ມຂຶ້ນເຖິງ 20 ເຂື່ອນ ແລະຍັງຈະເຮັດໃຫ້ລາວມີ
ຄວາມສາມາດຜະລິດກະແສໄຟຟ້າໄດ້ເພີ່ມຂຶ້ນຈາກ 2,540 ເມກາວັດໃນປັດຈຸບັນ ເປັນ
ຫລາຍກວ່າ 9,000 ເມກາວັດ ໃນປີ 2020 ອີກດ້ວຍ.

ມາເຖິງປັດຈຸບັນນີ້ ລັດຖະບານລາວໄດ້ອະນຸຍາດໃຫ້ພາກເອກະຊົນລາວແລະຕ່າງປະເທດ
ດໍາເນີນການສຶກສາຄວາມເປັນໄປໄດ້ ຫລືວາງແຜນແລະອອກແບບໂຄງການກໍ່ສ້າງເຂື່ອນ
ຢູ່ໃນລາວໄປແລ້ວເຖິງ 62 ໂຄງການ ຊຶ່ງໃນຈໍານວນນີ້ເປັນໂຄງການທີ່ຢູ່ໃນຂັ້ນຕອນຂອງ
ການວາງແຜນກໍ່ສ້າງ 17 ໂຄງການ ແລະອີກ 45 ໂຄງການ ກໍກໍາລັງຢູ່ໃນຂັ້ນຕອນຂອງ
ການສຶກສາຄວາມເປັນໄປໄດ້.

ສ່ວນເຂື່ອນທີ່ໄດ້ທໍາການຜະລິດກະແສໄຟຟ້າແລ້ວໃນປັດຈຸບັນນີ້ກໍມີຢູ່ 14 ແຫ່ງ ຊຶ່ງສາ
ມາດຜະລິດພະລັງໄຟ ຟ້າລວມກັນ 2,540 MW ໂດຍທີ່ຖືວ່າເປັນເຂື່ອນຂະໜາດໃຫຍ່ທີ່
ສຸດໃນເວລານີ້ ຄືເຂື່ອນນໍ້າເທີນ 2 ທີ່ສົ່ງ ພະລັງງານກະແສໄຟຟ້າຂາຍໃຫ້ໄທເປັນສ່ວນ
ໃຫຍ່ ທັງນີ້ໂດຍລັດຖະບານໄທໄດ້ຕົກລົງທີ່ຈະຮັບຊື້ພະລັງງານ ໄຟຟ້າຈາກລາວ 7,000
MW ພາຍໃນປີ 2015 ສ່ວນລັດຖະບານຫວຽດນາມກັບກໍາປູເຈຍນັ້ນກໍໄດ້ຕົກລົງຮັບຊື້
ພະລັງງານໄຟຟ້າຈາກລາວ 5,000 MW ແລະ 3,000 MW ຕາມລໍາດັບນັບຈາກປີ
2020 ເປັນຕົ້ນໄປ ຫາກແຕ່ວ່າບັນຫາໃນເວລານີ້ ກໍຄືບັນດາອົງການອະນຸລັກສະພາບ ແວດລ້ອມທໍາມະຊາດໃນລະດັບສາກົນ ໄດ້ປະກາດທ່າທີຢ່າງຊັດເຈນແລ້ວວ່າຈະຄັດຄ້ານ ການກໍ່ສ້າງເຂື່ອນທັງໃນລາວແລະເທິງແນວແມ່ນໍ້າຂອງຢ່າງເຖິງທີ່ສຸດ ເພາະເຊື່ອວ່າຈະ ສົ່ງຜົນກະທົບ ຕໍ່ສະພາບແວດລ້ອມທໍາມະຊາດແລະສັດນໍ້າຢ່າງກວ້າງຂວາງ.

XS
SM
MD
LG