ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

WB: ລາວຈ່າຍເງິນຈາກ ນໍ້າເທີນ 2 ໃນທາງທີ່ ເໝາະສົມ


ທະນາຄານໂລກ ກ່າວວ່າ ສປປ ລາວ ໄດ້ນຳເງິນລາຍໄດ້ ກ້ອນທຳອິດ ທີ່ໄດ້ຮັບ ຈາກໂຄງການ ເຂື່ອນນໍ້າເທີນ 2 ທີ່ໄດ້ເລີ້ມແຈກຈ່າຍ ກະແສໄຟຟ້າ ໃນເດືອນເມສາ ຜ່ານ ມານັ້ນ ໄປໃຊ້ໃນທາງ ທີ່ເໝາະສົມ.

ມາຮອດປັດຈຸບັນ ລາວໄດ້ຮັບເງິນ 600,000 ໂດລາ ຈາກການຂາຍໄຟຟ້າ ໃຫ້ແກ່ປະເທດໄທ ແລະມີລາຍ ງານວ່າ ເງິນທີ່ໄດ້ຮັບນັ້ນ ໄດ້ຖືກນຳ ໄປໃຊ້ຈ່າຍ ກ່ຽວກັບ ການສຶກສາ ສາທາລະນະສຸກ ສ້າງຖະໜົນຫົນທາງ ໃນເຂດຊົນນະບົດ ຂະຫຍາຍ ຕາໜ່າງໄຟຟ້າ ແລະປັບປຸງ ສະພາບແວດລ້ອມ.

ເປັນທີ່ຄາດກັນວ່າ ລາວຈະມີລາຍໄດ້ 2 ຕື້ໂດລາ ຈາກໂຄງການ ເຂື່ອນນໍ້າເທີນ 2 ພາຍໃນໄລຍະ 25 ປີຂ້າງໜ້າ.

ໃນລາຍງານ ທີ່ນຳອອກເຜີຍແຜ່ ຮ່ວມກັບ ທະນາຄານ ພັດທະນາເອເຊຍ ຫຼື ADB ນັ້ນ ທະນາຄານໂລກ ຍັງເວົ້າວ່າ ເກືອບ 90% ຂອງພວກຊາວບ້ານ ທີ່ໄດ້ຖືກຍົກຍ້າຍ ຍ້ອນ ໂຄງການ ສ້າງເຂື່ອນນໍ້າເທີນ 2 ກ່າວວ່າ ເວລານີ້ ພວກເຂົາເຈົ້າ ມີຊີວິດ ການເປັນຢູ່ ທີ່ດີຂຶ້ນຫຼາຍ ຈາກລາຍໄດ້ ທີ່ເພີ້ມຂຶ້ນ ເປັນເກືອບສອງເທົ່າ ຂອງພວກເຂົາເຈົ້າ.

ເປັນທີ່ຄາດກັນວ່າ ປະທານາທິບໍດີຝຣັ່ງ ທ່ານ NICOLAS SARKOZY ຈະເດີນທາງ ໄປຮ່ວມ ພິທີເປີດ ເຂື່ອນນໍ້າເທີນ 2 ຢ່າງເປັນທາງການ ໃນເດືອນພະຈິກ ທ້າຍປີນີ້. ບໍລິສັດໄຟຟ້າຝຣັ່ງ ເປັນຜູ້ຊ່ອຍໃຫ້ທຶນ ສະໜັບສະໜຸນ ໃນໂຄງການ ສ້າງເຂື່ອນນໍ້າເທີນ 2 ໃນເຂດພາກກາງ ຂອງລາວ.

XS
SM
MD
LG