ລິ້ງ ສຳຫລັບເຂົ້າຫາ

ລາຍງານສະຫລູບກອງປະຊຸມ ວ່າດ້ວຍລະເບີດ ລູກຫວ່ານ

  • ຊົງຣິດ ໂພນເງິນ

ຄະນະຜູ້ຕາງໜ້າຈາກຕ່າງປະເທດ 200 ກວ່າຄົນ ຊົມການເກັບກູ້ ລະເບີດບໍ່ທັນແຕກ ຢູ່ແຂວງຊຽງຂວາງ ຊຶ່ງເປັນແຂວງນຶ່ງທີ່ໄດ້ຮັບ ຜົນກະທົບ ຈາກລະເບີດບໍ່ທັນແຕກຫລາຍທີ່ສຸດ ໃນລາວ.

ກອງ​ປະຊຸມ​ຄັ້ງ​ທໍາ​ອິດ​ຂອງ​ລັດ​ພາຄີ​ສົນທິສັນຍາ​ ວ່າ​ດ້ວຍ​ການ​ເກືອດ​ຫ້າມ​ລະ​ເບີ​ດລູກ​ຫວ່ານ​ໄດ້​ມີ​ມະ​ຕິ​ຮັບຮອງ​ເອົາ​ແຜນການ​ປະຕິບັດ​ການ​ວຽງຈັນ ພ້ອມ​ດ້ວຍ​ເອກະສາ​ນສໍາຄັນ​ອີກ 3 ສະບັບ.

ກອງ​ປະຊຸມ​ຄັ້ງ​ທໍາ​ອິດ​ຂອງ​ລັດ​ພາຄີ​ສົນທິສັນຍາ​ ວ່າ​ດ້ວຍ​ການ​ເກືອດຫ້າມ​ລະ​ເບີດ​ລູກ​ຫວ່ານ
ທີ່​ໄດ້​ເລີ່​ມຂຶ້ນ​ເມື່ອ​ວັນ ທີ່ 9 ​ເດືອນ​ພະຈິກ ​ແລະ​ສິ້ນ​ສຸດ​ລົງ​ຢ່າງ​ເປັນ​ທາງ​ການ​ເມື່ອ​ວັນ​ທີ່ 12
ເດືອນພະຈິກນີ້​ຢູ່​ນະຄອນ​ວຽງ​ຈັນ ​ໂດຍ​ມີ​ບັນດາຜູ້ຕາງໜ້າ​ຂອງ​ລັດຖະບານ​ຈາກ 120 ກວ່າ​
ປະ​ເທດ ​ແລະ 150 ກວ່າ​ອົງການ​ສາກົນ ​ຈໍານວນ​ຫລາຍ​ກວ່າ 1,000 ຄົນ​ເຂົ້າຮ່ວມປະຊຸມ​
ນັ້ນໄດ້​ມີ​ມະຕິ​ຮັບຮອງ​ເອົາ​ເອກະສານ​ສໍາຄັນ​ພ້ອມ​ກັນ​ເຖິງ 4 ສະບັບ​ດ້ວຍກັນ ກໍ​ຄື​ຖະ​ແຫລ​ງ
ການ​ວຽງ​ຈັນ ​ແຜນ​ປະຕິບັດ​ການ​ວຽງ​ຈັນ​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ສົນທິສັນຍາ ​ຮູບ​ແບບ
ລາຍ​ງານ​ການ​ປະຕິບັດ​ສົນທິສັນຍາ ​ແລະ​ແຜນການ​ປະຊຸມ​ສໍາ​ລັບ​ລັດ​ພາຄີ​ໃນ​ ປີ 2011.

ໂດຍ​ສະ​ເພາະ​ແມ່ນ​ແຜນ​ປະຕິບັດ​ການ​ວຽງ​ຈັນ​ນັ້ນ ​ຖື​ເປັນ​ເອກະສານ​ທີ່​ມີ​ຄວາມ​ສໍາຄັນ​ຢ່າງ​
ຍິ່ງ​ຕໍ່​ການຈັດ​ຕັ້ງປະຕິບັດ ​ເພື່ອເຮັດ​ໃຫ້​ສາມາດ​ບັນລຸ​ຜົນ​ຕາມ​ເປົ້າໝາຍ​ທີ່​ສົນ​ທິສັນຍາ​ໄດ້​ວາງ
ເອົາ​ໄວ້​ ກໍ​ຄື​ການ​ເຮັດ​ໃຫ້​ປະຊາ​ຄົມໂລກ​ກ້າວ​ໄປ​ເຖິງ​ການ​ຈໍາກັດ​ລະ​ເບີດ​ລູກ​ຫວ່ານ​ບໍ່​ໃຫ້​ເຂັ່ນ
ຂ້າ​ແລະ​ທໍາລາຍ​ຊີວິດ​ຂອງ​ພົນລະ​ເມືອງ​ໂລກ​ອີກ​ຕໍ່​ໄປນັ້ນ​ເອງ. ດັ່ງ​ທີ່​ທ່ານ​ທອງ​ລຸນ ສີ​ສຸ​ລິດ
ຮອງ​ນາຍົກລັດຖະມົນຕີ​ ແລະ​ລັດຖະມົນຕີ​ວ່າການ​ຕ່າງປະ​ເທດ ​ໃນ​ຖານະ​ປະທານ​ກອງ​ປະ ຊຸມ​ໄດ້​ຖະ​ແຫລ​ງຊີ້​ແຈງວ່າ:

“ບັນດາ​ລັດ​ພາຄີ​ໄດ້​ຮ່ວມ​ກັນ​ຮັບຮອງ​ເອົາ​ແຜນ​ປະຕິບັດ​ງານ​ວຽງ​ຈັນ ຊຶ່ງ​ໄດ້​ກໍານົດ​ລະອຽດ​ແຕ່​ລະ​ວຽກ​ງານ​ທີ່​ຈະ​ຕ້ອງ​ປະ​ຕິ​ບັດ ​ເປັນ​ຕົ້ນ​ແມ່ນ​ການ​ທໍາລາຍ​ລະ​ເບີດ​ລູກ​ຫວ່ານ​ຢູ່​ໃນ​ຄັງ​ສາງ​ ການ​ຊ່ວຍ​ເຫ​ລື​ອຜູ້​ເຄາະ​ຮ້າຍ ການ​ຮ່ວມ​ມື​ແລະ​ການ​ຊ່ວຍ​ ເຫລືອ​ຈາກ​ສາກົນ​ ເພື່ອ​ເຮັດ​ໃຫ້​ພັນທະ​ຕ່າງໆ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ​ຢ່າງ​ມີ​ ປະສິດທິຜົນໂດຍ​ໄວ”.

ກອງປະຊຸມ​ດັ່ງກ່າວ​ຖື​ເປັນ​ການ​ປະຕິບັດ​ຕາມ​ສົນທິ​ສັນຍາ​ວ່າ​ດ້ວຍ​ການ​ເກືອດ​ຫ້າມ​ລ​ະ​ເບີດ​ລູກ​ຫວ່ານ ຫລື​ສົນທິສັນຍາ OSLO ທີ່​ມີ​ຜົນ​ບັງຄັບ​ໃຊ້​ຢ່າງ​ເປັນ​ທາງ​ການ​ເມື່ອ​ວັນ​ທີ່ 1 ສິງຫາ​ທີ່​ຜ່ານ​ມາ ຈຶ່ງ​ເຮັດ​ໃຫ້​ຈະ​ຕ້ອງ​ມີ​ການວາງ​ທິດ​ທາງ​ການ​ສ້າງ​ຕັ້ງ​ກົນ​ໄກ ​ແລະ​ມາດ​ຕະການ​ຕ່າງໆ​ ເພື່ອ​ປະຕິບັດ​ການ​ຕາມ​ສົນທິສັນຍາ​ໃຫ້​ບັນ​ລຸຕາມ​ວັດຖຸ​ປະສົງ​ຢ່າງ​ເປັນ​ຮູ​ບທໍາ. ຍິ່ງ​ໄປ​ກວ່າ​ນັ້ນ ກໍຍັງ​ເຮັດ​ໃຫ້​ມີ​ການ​ຊ່ວຍ​ເຫລືອ​ລາວ​ຫລາຍ​ຂຶ້ນດ້ວຍ ໃນໂອກາດນີ້ ທາງ​ການ​ລາວ​ກໍ​ໄດ້​ນໍາພາ​ຄະນະ​ຜູ້ຕາງໜ້າ​ຈາກ​ຕ່າງປະ​ເທດ​ຫລາຍ​ຮ້ອຍ​ຄົນ ​ເດີນທາງ​ໄປ​ຢ້ຽມ​ຊົມ​ການ​ເກັບ​ກູ້​ລະ​ເບີດ​ບໍ່ທັນ​ແຕກ ​ຢູ່​ແຂວງ​ຊຽງ​ຂວາງ ຊຶ່ງ​ເປັນແຂວງ​ນຶ່ງ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ລະ​ເບີດ​ບໍ່ທັນ​ແຕກ​ຫລາຍ​ທີ່​ສຸດ.

ນັບ​ຈາກ​ປີ 1996 ​ເປັນ​ຕົ້ນ​ມາ ອົງການ​ການ​ເກັບ​ກູ້​ລະ​ເບີດ​ແຫ່ງ​ຊາດ​ລາວ (Lao UXO)
ສາມາດເກັບກູ້ລະເບີດແລະທໍາລາຍ UXO ໄປຫລາຍກວ່າ 1 ລ້ານໜ່ວຍ ໂດຍເປັນການ
ເກັບກູ້ UXO ອອກໄປຈາກພື້ນທີ່ ກວ້າງກວ່າ 25,000 ເຮັກຕ້າ ຊຶ່ງໃນນີ້ເປັນພື້ນທີ່ການ
ກະເສດ ກວ້າງກວ່າ 17,000 ເຮັກຕ້າ ສ່ວນທີ່ເຫລືອກໍເປັນພື້ນທີ່ສໍາລັບຢູ່ອາໃສ ແລະ
ໂຄງການພັດທະນາຕ່າງໆ ຫາກແຕ່ກໍຄິດເປັນສັດສ່ວນພຽງບໍ່ເຖິງ 1% ຂອງພື້ນທີ່ແລະ
ຈໍານວນ UXO ທີ່ຕົກຄ້າງຢູ່ໃນລາວນັ້ນ. ດ້ວຍເຫດນີ້ ຈຶ່ງເຮັດໃຫ້ທາງການລາວໄດ້ຕັ້ງ
ຄວາມຫວັງໄວ້ວ່າ ຈະຕ້ອງໄດ້ຮັບການຊ່ວຍເຫລືອຈາກຕ່າງປະເທດ ບໍ່ໜ້ອຍກວ່າ 30
ລ້ານໂດລາໃນແຕ່ລະປີ ເພື່ອທີ່ວ່າຈະເຮັດໃຫ້ສາມາດເກັບກູ້ UXO ອອກຈາກພື້ນທີ່ການ
ກະເສດໄດ້ເພິ່ມຂຶ້ນອີກ 183,000 ເຮັກຕ້າ ພາຍໃນປີ 2020 ໃນຂະນະທີ່ ໃນໄລຍະ 5
ປີທີ່ຜ່ານມານັ້ນ ລາວກໍໄດ້ຮັບການຊ່ວຍເຫລືອຈາກຕ່າງປະເທດ ໂດຍສະເລ່ຍ 19 ລ້ານ
ໂດລາ ໃນແຕ່ລະປີ.

XS
SM
MD
LG