ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທາງການລາວ ເກັບກູ້ ແລະທຳລາຍລະເບີດ ບໍ່ທັນແຕກ ຫຼື UXO ໄດ້ຫຼາຍກວ່າ 1 ລ້ານ 4 ແສນໜ່ວຍ


ບັນດາພະນັກງານເກັບກູ້ລະເບີດບໍ່ທັນແຕກ ຫຼື UXO ກຳລັງຈະທຳລາຍ ພວກອາວຸດສົງຄາມທີ່ຕົກຄ້າງຢູ່ໃນລາວ ປາງສົງຄາມ ອິນໂດຈີນ.
ບັນດາພະນັກງານເກັບກູ້ລະເບີດບໍ່ທັນແຕກ ຫຼື UXO ກຳລັງຈະທຳລາຍ ພວກອາວຸດສົງຄາມທີ່ຕົກຄ້າງຢູ່ໃນລາວ ປາງສົງຄາມ ອິນໂດຈີນ.

ທາງການລາວເກັບກູ້ ແລະທຳລາຍລະເບີດບໍ່ທັນແຕກ ຫຼື UXO ໄດ້ຫຼາຍກວ່າ 1 ລ້ານ 4 ແສນໜ່ວຍ ແລະມີປະຊາຊົນລາວ ຫຼາຍກວ່າ 3 ລ້ານຄົນ ທີ່ໄດ້ຮັບການອົບຮົມ ກ່ຽວກັບ ການລະວັງໄພຈາກລະເບີດ UXO.

ໂຄງການເກັບກູ້ລະເບີດແຫ່ງຊາດລາວ ລາຍງານວ່າ ການດຳເນີນການເກັບກູ້ລະເບີດ ບໍ່ທັນແຕກ (UXO) ທີ່ຕົກຄ້າງຢູ່ໃນລາວນັບແຕ່ວັນທີ 1 ມັງກອນ 1996 ເຖິງເດືອນ ພຶດສະພາ 2016 ຫຼືກວ່າ 20 ປີທີ່ຜ່ານມາ ໄດ້ມີການເກັບກູ້ ແລະທຳລາຍລະເບີດໄປ ແລ້ວຫຼາຍກວ່າ 1 ລ້ານ 4 ແສນໜ່ວຍ ທີ່ເກັບກູ້ລະເບີດອອກຈາກເຂດທີ່ຢູ່ອາໄສ ແລະ ທີ່ດິນທຳກິນຂອງປະຊາຊົນລາວ ໃນເນື້ອທີ່ລວມກວ້າງກວ່າ 44,000 ເຮັກຕາ ແລະ ພ້ອມກັນນີ້ ກໍສາມາດຈັດໂຄງການຝຶກອົບຮົມ ເພື່ອໃຫ້ຄວາມຮູ້ກ່ຽວກັບການລະວັງ ໄພອັນຕະລາຍ ຈາກລະເບີດ UXO ໃຫ້ກັບນັກຮຽນ-ນັກສຶກສາ ແລະປະຊາຊົນລາວ ໄດ້ຫຼາຍກວ່າ 3 ລ້ານຄົນ ໃນພື້ນທີ່ 9 ແຂວງ ຄືຫລວງພະບາງ ຫົວພັນ ຊຽງຂວາງ ຄຳມ່ວນ ສະຫວັນນະເຂດ ສາລະວັນ ຈຳປາສັກ ເຊກອງ ແລະອັດຕະປື.

ພະນັກງານເກັບກູ້ລະເບີດບໍທັນແຕກ ໝາຍສະຖານທີ່ ທີ່ໄດ້ພົບເຫັນລະເບີດບໍ່ທັນແຕກ
ພະນັກງານເກັບກູ້ລະເບີດບໍທັນແຕກ ໝາຍສະຖານທີ່ ທີ່ໄດ້ພົບເຫັນລະເບີດບໍ່ທັນແຕກ

ແຕ່ຢ່າງໃດກໍຕາມ ການເກັບກູ້ ແລະທຳລາຍລະເບີດ UXO ຈຳນວນດັ່ງກ່າວນີ້ ກໍຄິດເປັນ ພຽງ 1.12 ເປີເຊັນເທົ່ານັ້ນ ຂອງຈຳນວນລະເບີດ UXO ທີ່ຕົກຄ້າງໃນພື້ນທີ່ 9 ແຂວງ ຂອງລາວ ຫຼາຍກວ່າ 80 ລ້ານໜ່ວຍ ນັບແຕ່ສົງຄາມອິນໂດຈີນໄດ້ສິ້ນສຸດລົງ ໃນປີ 1975 ເປັນຕົ້ນມາ ໂດຍລະເບີດ UXO ເຫຼົ່ານີ້ ຍັງຕົກຄ້າງຢູ່ໃນພື້ນທີ່ ທີ່ຄິດເປັນ 1 ໃນ 3 ຂອງ ພື້ນທີ່ທັງໝົດຂອງປະເທດລາວດ້ວຍນັ້ນ ຈຶ່ງຍັງມີຄວາມສ່ຽງສູງ ທີ່ປະຊາຊົນລາວ ຈະໄດ້ ຮັບອັນຕະລາຍ ຈາກລະເບີດ UXO ຢູ່ເລື້ອຍມາ ທັງຍັງໄດ້ສົ່ງຜົນກະທົບ ຕໍ່ການລົບລ້າງ ບັນຫາຄວາມຍາກຈົນ ຂອງປະຊາຊົນລາວອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ຢືນຢັນວ່າ:

“ລະເບີດບໍ່ທັນແຕກ ເປັນປັດໄຈຕົ້ນຕໍອັນໜຶ່ງ ທີ່ກົດໜ່ວງການທຳມາຫາກິນ ແລະ ການສ້າງສາພັດທະນາຕ່າງໆ ອັນໄດ້ເຮັດໃຫ້ປະຊາຊົນທຸກຍາກ ດັ່ງສະແດງອອກ ໃຫ້ເຫັນຢູ່ໃນສະຖິຕິ ຄືໃນຈຳນວນ 46 ເມືອງທຸກຍາກທີ່ສູດ ໄດ້ມີ 41 ເມືອງ ທີ່ມີ ລະເບີດບໍ່ທັນແຕກຕົກຄ້າງຢູ່ ໂດຍເຫັນໄດ້ເຖິງຄວາມສຳຄັນ ຂອງການແກ້ໄຂ ບັນຫາລະເບີດບໍ່ທັນແຕກ ເພື່ອອຳນວຍຄວາມສະດວກໃຫ້ການສ້າງສາພັດທະນາ ລັດຖະບານໄດ້ເລີ່ມໂຄງການເກັບກູ້ລະເບີດບໍ່ທັນແຕກ ແລະໂຄສະນາຫລຸດຄວາມ ສ່ຽງໄພນັບແຕ່ປີ 1996 ເປັນຕົ້ນມາ.

ເດັກນ້ອຍລາວ ຜູ້ໜຶ່ງ ຢືນຢູ່ເທິງຊາກລົດຖັງ ໃກ້ໆກັບລະເບີດບໍ່ທັນແຕກໜ່ວຍໜຶ່ງ ທີ່ຝັງຢູ່ໃນດິນເຄິ່ງໜຶ່ງ
ເດັກນ້ອຍລາວ ຜູ້ໜຶ່ງ ຢືນຢູ່ເທິງຊາກລົດຖັງ ໃກ້ໆກັບລະເບີດບໍ່ທັນແຕກໜ່ວຍໜຶ່ງ ທີ່ຝັງຢູ່ໃນດິນເຄິ່ງໜຶ່ງ

ໂດຍສາເຫດສຳຄັນ ທີ່ເຮັດໃຫ້ການເກັບກູ້ລະເບີດ UXO ສາມາດດຳເນີນການໄດ້ ຢ່າງຊັກຊ້າດັ່ງກ່າວ ຍ້ອນວ່າ ທາງການລາວຂາດແຄນງົບປະມານ ແລະໄດ້ຮັບການ ຊ່ວຍເຫຼືອຈາກຕ່າງປະເທດ ຢ່າງຈຳກັດ ຫຼືບໍ່ພຽງພໍກັບລະດັບຄວາມຕ້ອງການ ທີ່ເປັນຈິງ ກໍຄືບໍນ້ອຍກວ່າ 30 ລ້ານໂດລາ ໃນແຕ່ລະປີນັ້ນເອງ.

ແຕ່ຢ່າງໃດກໍຕາມ ທາງການລາວຄາດຫວັງວ່າ ການເກັບກູ້ ແລະທຳລາຍລະເບີດ UXO ຈະຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບສູງຂຶ້ນ ຊຶ່ງກໍເປັນຜົນຈາກການທີ່ທ່ານບາຣັກ ໂອບາມາ ປະທານາທິບໍດີ ສະຫະລັັດ ອາເມຣິກາ ໄດ້ປະກາດແຜນການໃຫ້ການຊ່ວຍ ເຫຼືອ ໃນມູນຄ່າ 90 ລ້ານໂດລາ ສຳລັບນຳໃຊ້ໃນການເກັບກູ້ ແລະທຳລາຍລະເບີດ UXO ໃນລາວ ເປັນເວລາ 3 ປີ ຕິດຕໍ່ກັນ.

ໂດຍກ່ອນໜ້ານີ້ ກະຊວງການຕ່າງປະເທດສະຫະລັັດ ໄດ້ໃຫ້ການຊ່ວຍເຫຼືອ ໃນການ ສຶກສາອົບຮົມ ເພື່ອການປ້ອງກັນໄພ ອັນຕະລາຍ ຈາກລະເບີດ UXO ສຳລັບນັກຮຽນ ໃນພື້ນທີ່ 15 ເມືອງ ໃນເຂດ 9 ແຂວງທີ່ມີລະເບີດ UXO ຕົກຄ້າງຢູ່ຢ່າງໜາແໜ້ນ ເຊັ່ນ ເມືອງນ້ຳບາກ ໃນແຂວງຫລວງພະບາງ ເມືອງຫຽມ ແລະເມືອງວຽງໄຊ ໃນແຂວງຫົວພັນ ເມືອງຄຳ ແລະເມືອງໜອງແຮດ ໃນເຂດແຂວງຊຽງຂວາງ ສ່ວນອີກ 10 ເມືອງທີ່ເຫຼືອ ກໍຢູ່ໃນແຂວງຄຳມ່ວນ ສະຫວັນນະເຂດ ສາລະວັນ ເຊກອງ ອັດຕະປື ແລະ ຈຳປາສັກ.

ທາງການສະຫະລັດ ໄດ້ເລີ່ມໃຫ້ການຊ່ວຍເຫຼືອແກ່ທາງການລາວ ໃນໂຄງການດັ່ງກ່າວນີ້ ນັບແຕ່ປີ 1996 ເປັນຕົ້ນມາ ພາຍໃຕ້ເປົ້າໝາຍເພື່ອລົດຈຳນວນຜູ້ທີ່ໄດ້ຮັບເຄາະ ຈາກ ລະເບີດ UXO ໃຫ້ໜ້ອຍລົງ ໂດຍທີ່ຜ່ານມາກໍປາກົດວ່າ ໄດ້ໃຫ້ການສຶກສາອົບຮົມ ແກ່ ນັກຮຽນໃນລາວ ໄດ້ແລ້ວຫຼາຍກວ່າ 228,000 ຄົນ ແລະໃນຂະນະດຽວກັນ ກໍມີຄູ- ອາຈານ ຫຼາຍກວ່າ 9,000 ຄົນ ທີ່ໄດ້ຜ່ານການຝຶກອົບຮົມ ຄວາມຮູ້ກ່ຽວກັບການປ້ອງກັນ ໄພອັນຕະລາຍ ຈາກລະເບີດ UXO ດັ່ງກ່າວ.

ນອກຈາກນີ້ ລັດຖະບານສະຫະລັດ ກໍຍັງໄດ້ອະນຸມັດງົບປະມານ ມູນຄ່າລວມ 6 ລ້ານ 5 ແສນໂດລາ ໂດຍແບ່ງອອກເປັນ 5 ລ້ານໂດລາ ສຳລັບໃຫ້ການຊ່ວຍເຫຼືອ ຜູ້ທີ່ພິການ ຈາກລະເບີດ UXO ໃນລາວ ຫຼາຍກວ່າ 70,000 ຄົນ ສ່ວນທີ່ເຫຼືອອີກ 1 ລ້ານ 5 ແສນ ໂດລານັ້ນ ເປັນການຊ່ວຍເຫຼືອ ເພື່ອການພັດທະນາ ແລະຜະລິດອົງຄະທຽມ ສຳລັບ ຜູ້ພິການ ຈາກລະເບີດ UXO ໃນລາວດັ່ງກ່າວ.

XS
SM
MD
LG