ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວເລີ່ມປັບຂຶ້ນເງິນເດືອນ ໃຫ້ລັດຖະກອນ ໃນທົ່ວປະເທດ ຢ່າງໜ້ອຍ 20%


ຄະນະຫ້ອງການປະທານປະເທດ
ຄະນະຫ້ອງການປະທານປະເທດ

ລັດຖະບານລາວເລີ່ມປັບຂຶ້ນເງິນເດືອນໃຫ້ລັດຖະກອນໃນທົ່ວປະເທດໃນອັດຕາສະເລ່ຍ 20% ສ່ວນນັກການທູດລາວໃນຕ່າງປະເທດໄດ້ຮັບການປັບຂຶ້ນເຖິງ 50% ເພື່ອໃຫ້ສອດຄ່ອງກັບ ຄ່າຄອງຊີບທີ່ເປັນຈິງ.

ທາງການກະຊວງການເງິນ ລາຍງານວ່າການປັບຂຶ້ນເງິນເດືອນຂອງບັນດາພະນັກງານ
ລັດຖະບານລາວ ໃນທົ່ວປະເທດຈະເລີ່ມມີການຈັດຕັ້ງປະຕິບັດໃນພາກຕົວຈິງ ນັບຈາກ
ເດືອນຕຸລາ ປີນີ້ເປັນຕົ້ນໄປ, ເຊິ່ງກໍຄືພະນັກງານທຸກຄົນຂອງລັດຖະບານລາວ ຈະໄດ້
ຮັບເງິນເດືອນຕາມອັດຕາໃໝ່ທີ່ປັບຂຶ້ນໂດຍສະເລ່ຍ 20% ໃນທ້າຍເດືອນຕຸລາ ນີ້ເປັນ
ງວດທໍາອິດນັ້ນເອງ.

ແຕ່ຢ່າງໃດກໍຕາມ, ສໍາລັບພະນັກງານທີ່ເປັນນັກການທູດທີ່ປະຈໍາຢູ່ສະຖານທູດ ຫຼື
ສະຖານກົງສູນຂອງລາວ ໃນຕ່າງປະເທດນັ້ນ, ຈະໄດ້ຮັບການປັບຂຶ້ນເງິນເດືອນໃນ
ອັດຕາສະເລ່ຍເຖິງ 50% ເພື່ອເຮັດໃຫ້ມີຄວາມເໝາະສົມ ແລະສອດຄ່ອງກັບສະພາ
ວະຄອງຊີບໃນຕ່າງປະເທດທີ່ສູງກວ່າຢູ່ໃນລາວ ແລະດ້ວຍການປັບຂຶ້ນເງິນເດືອນດັ່ງ
ກ່າວນີ້ ກໍຈະເປັນຜົນເຮັດໃຫ້ອັດຕາເງິນເດືອນຂັ້ນຕໍ່າທີ່ສຸດຂອງພະນັກງານລັດຖະ
ບານລາວ ເພີ່ມຂຶ້ນເປັນ 472,500 ກີບຫຼື 60ໂດລາຕໍ່ເດືອນ ໃນຂະນະທີ່ອັດຕາເງິນ
ເດືອນຂັ້ນສູງສຸດນັ້ນ ກໍຈະເພີ່ມຂຶ້ນເປັນ 2,450,000 ກີບ ຫຼື 300ໂດລາ ຕໍ່ເດືອນ.

ການຂາຍຊີ້ນໃນທ້ອງຕະຂອງລາວແຫ່ງນຶ່ງ ຊຶ່ງມີລາຄາແພງຂຶ້ນນັບມື້ ຊຶ່ງມີຜົນກະທົບໃສ່ຄ່າຄອງຊີບຂອງພະນັກງານແລະປະຊາຊົນທົ່ວໄປ
ການຂາຍຊີ້ນໃນທ້ອງຕະຂອງລາວແຫ່ງນຶ່ງ ຊຶ່ງມີລາຄາແພງຂຶ້ນນັບມື້ ຊຶ່ງມີຜົນກະທົບໃສ່ຄ່າຄອງຊີບຂອງພະນັກງານແລະປະຊາຊົນທົ່ວໄປ

ການປັບຂຶ້ນເງິນເດືອນພະນັກ
ງານຂອງລັດຖະບານລາວດັ່ງ
ກ່າວນີ້ ໄດ້ຜ່ານການຮັບຮອງ
ຈາກກອງປະຊຸມສະໄໝສາ
ມັນຄັ້ງປະຖົມມະເລີກຂອງ
ສະພາແຫ່ງຊາດລາວຊຸດທີ
7 ຢ່າງເປັນທາງການໃນ
ຊ່ວງເດືອນມິຖຸນາປີນີ້ຕາມ
ການສະເໜີຂອງກະຊວງ
ການເງິນ ດ້ວຍເຫດຜົນທີ່
ວ່າ ເພື່ອເປັນການແກ້ໄຂບັນ
ຫາຄ່າຄອງຊີບທີ່ສູງຂຶ້ນຢ່າງ
ຕໍ່ເນື່ອງ ນັບແຕ່ທີ່ເກີດບັນຫາວິກິດການທາງການເງິນໂລກໃນປີ 2008 ເປັນຕົ້ນມາ
ຂະນະທີ່ການປັບຂຶ້ນເງິນເດືອນໃນຄັ້ງກ່ອນໄດ້ມີຂຶ້ນໃນປີ 2007 ຫຼືກ່ອນທີ່ວິກິດການ
ທາງເສດຖະກິດການເງິນໂລກຈະໄດ້ເກີດຂຶ້ນ ຈຶ່ງເຮັດໃຫ້ພະນັກງານລັດຖະບານລາວ
ຕ້ອງປະສົບກັບບັນຫາລາຍໄດ້ບໍ່ພຽງພໍກັບລາຍຈ່າຍ ທີ່ເພີ່ມສູງຂຶ້ນມາໂດຍຕະຫຼອດ
ນັ້ນເອງ.

ແຕ່ຢ່າງໃດກໍຕາມ, ການປັບຂຶ້ນເງິນເດືອນໃຫ້ພະນັກງານລັດໃນຄັ້ງນີ້ ກໍຍັງບໍ່ສາມາດ
ທີ່ຈະຮັບປະກັນ ໄດ້ວ່າພະນັກງານຂອງລັດຖະບານລາວຈະມີລາຍໄດ້ພຽງພໍກັບລາຍ
ຈ່າຍທີ່ເປັນຈິງເພາະວ່າ ສະພາວະເງິນເຟີ້ ໃນລາວກໍຍັງຄົງປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ.

ເງິນກີບຂອງລາວທີ່ມີຄ່າຫລຸດລົງຍ້ອນໄພເງິນເຟີ້
ເງິນກີບຂອງລາວທີ່ມີຄ່າຫລຸດລົງຍ້ອນໄພເງິນເຟີ້

ອີງຕາມລາຍງານຂອງສໍານັກງານສະຖິຕິ
ແຫ່ງຊາດລາວ ໄດ້ລະບຸວ່າສະພາວະເງິນ
ເຟີ້ໃນລາວເຄີຍ ໄດ້ປັບຕົວສູງຂຶ້ນເຖິງ
9.7% ຊຶ່ງກໍເປັນຜົນຈາກການທີ່ໄດ້ມີການ
ປັບລາຄາສິນຄ້າອຸປະໂພກຂຶ້ນໃນອັດຕາ
ສະເລ່ຍເຖິງ 14.7% ແລະໃນຂະນະດຽວ
ກັນ ກໍມີການປັບຂຶ້ນອັດຕາຄ່າລົດໂດຍ
ສານປະຈໍາທາງໃນອັດຕາສະເລ່ຍ 10.91%
ໃນທົ່ວປະເທດອີກດ້ວຍແລ້ວ ກໍຍ່ອມຈະສົ່ງ
ຜົນກະທົບຕໍ່ພະນັກງານທີ່ມີເງິນເດືອນຂັ້ນ
ຕໍ່າຢ່າງຫຼີກລ່ຽງບໍ່ໄດ້, ສ່ວນອັດຕາເງິນເດືອນທີ່ເປັນຢູ່ໃນເວລານີ້ກໍຍັງມີຄວາມແຕກໂຕນກັນ
ຫຼາຍເທົ່າໂຕ ດັ່ງທີ່ທ່ານນາງ ວຽງທອງ ສີພັນດອນ ລັດຖະມົນຕີຊ່ວຍວ່າການກະຊວງ
ການເງິນ ກໍໄດ້ໃຫ້ການຊີ້ແຈງວ່າ:

ຕາມຂໍ້ມູນສະຖິຕິນີ້ ເງິນເດືອນພຶ້ນຖານທີ່ວ່າພະນັກງານເຮົາໄດ້ນີ້ ກະສິປະມານ
ບໍ່ຮອດລ້ານຕາມທີ່ວ່າຂໍ້ມູນພວກຂ້າພະເຈົ້ານີ້ເນາະ ລະດັບສູງສຸດເງິນເດືອນ ພຶ້ນຖານກະປະມານສອງລ້ານເອັດສູງສຸດຂອງພວກເຮົາເນາະການນໍາສູງສຸດ
.

ນອກຈາກນີ້ ການປັບຂຶ້ນເງິນເດືອນດັ່ງກ່າວນີ້ ກໍຍັງເຮັດໃຫ້ລັດຖະບານລາວ ຈະຕ້ອງ ຈັດເກັບລາຍຮັບເຂົ້າງົບປະມານປະຈໍາປີ 2011-2012 ໃຫ້ໄດ້ເພີ້ມຂຶນຈາກປີ 2010-
2011 ບໍ່ໜ້ອຍກວ່າ 22.77% ອີກດ້ວຍ ກໍຄືການຈັດເກັບລາຍຮັບໃຫ້ໄດ້ເຖິງ 15,726
ຕື້ກີບ ຫຼືທຽບໄດ້ກັບ 20.53% ຂອງຍອດຜະລິດຕະພັນພາຍໃນ (GDP) ທີ່ຄາດວ່າ
ຈະມີມູນຄ່າລວມເຖິງ 69,800 ຕື້ກີບ ຫລືປະມານ 8,500 ລ້ານໂດລາ .

<p>

<object id="single1" width="300" height="24" data=" http://www.voanews.com/MediaAssets2/lao/dalet/08%20%20Laos%20TodayW10-12Drug%20Training%20ProgramSL-SP.Mp3">

<param name="data" value="http://www.voanews.com/MediaAssets2/player/jw/player.swf" />

<param name="name" value="single1" />

<param name="allowfullscreen" value="true" />

<param name="allowscriptaccess" value="always" />

<param name="wmode" value="transparent" />

<param name="flashvars" value="file= http://www.voanews.com/MediaAssets2/lao/dalet/08%20%20Laos%20TodayW10-12Drug%20Training%20ProgramSL-SP.Mp3&backcolor=7FA3BD&frontcolor=FFFFFF" />

<param name="src" value="http://www.voanews.com/MediaAssets2/player/jw/player.swf" />

<param name="bgcolor" value="#ffffff" />

</object>

</p>

XS
SM
MD
LG